ຍື່ນສານຕາຕັ້ງ ຕໍ່ພະນະທ່ານ ວາລາດີເມຍ

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ສະຫະພັນ ຣັດເຊຍ

ທູດລາວ ຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ສະຫະພັນ ຣັດເຊຍ
ໃນວັນທີ 5 ພະຈິກ ຜ່ານມາທີ່ ວັງແກຣມແລງນະຄອນຫຼວງມົດສະກູສະຫະພັນ ຣັດເຊຍ, ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ວາລາດີເມຍ

 

ປູຕິນປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ປະເທດ ສະຫະພັນ ຣັດເຊຍ.

ທ່ານ ສີພັນດອນ ອ້ອຍບົວບຸດດີ ໄດ້ຮ່ວມກັບບັນດາທ່ານທູດຕ່າງປະເທດ ລວມທັງໝົດ 28 ທ່ານ ທີ່ເຂົ້າຮ່ວມໃນພິທີຍື່ນສານຕາຕັ້ງ ໃນຄັ້ງນີ້. ພາຍຫຼັງ ດໍາເນີນການຍື່ນສານຕາຕັ້ງແລ້ວ ທ່ານ ວາລາດີເມຍ ປູຕິນ ໄດ້ໃຫ້ກຽດມີຄໍາເຫັນຕໍ່ບັນດາທ່ານເອກອັກຄະລັດຖະທູດ, ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ມາປະຈໍາ ຢູ່ ສະຫະພັນ ຣັດເຊຍ ເພື່ອມາປະຕິບັດໜ້າທີ່ການທູດອັນສົມກຽດ ຊຶ່ງເປັນພາລະກິດທີ່ສໍາຄັນ ແລະ ມີຄວາມຮັບຜິດຊອບ ໃນການເສີມຂະຫຍາຍ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ກັບ ສຣັດເຊຍ ໃນດ້ານການເມືອງ, ເສດຖະກິດ, ດ້ານມະນຸດສະທຳ ແລະ ໃນຂົງເຂດວຽກງານດ້ານອື່ນໆ. ທ່ານ ວາລາດີເມຍ ປູຕິນ ໄດ້ຍົກໃຫ້ເຫັນນະໂຍບາຍຂອງຣັດເຊຍ ທີ່ຍາມໃດກໍເປີດກວ້າງການພົວພັນຮ່ວມມືກັບທຸກປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ໂດຍບໍ່ໄດ້ຈໍາແນກ ແລະ ບົນຫຼັກການສະເໝີພາບ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນແລະກັນ ແລະ ຢຶດໝັ້ນກົດໝາຍສາກົນຢ່າງເຂັ້ມງວດ. ຣັດເຊຍ ຢືນຢັນ ໃນການສ້າງລະບົບການພົວພັນທາງດ້ານເສດຖະກິດໂລກທີ່ມີຄວາມຍຸຕິທຳ,ປາສະຈາກການແຂ່ງຂັນທີ່ບໍ່ເປັນທຳການລົງໂທດຕາມລໍາພັງຝ່າຍດຽວ ແລະ ຂໍ້ຈຳກັດທີ່ມີທ່າແຮງຈູງໃຈທາງການເມືອງ.ຣັດເຊຍ ເຂົ້າຮ່ວມຢ່າງຕັ້ງໜ້າໃນເວທີສາກົນ ແລະ ດຳເນີນນະໂຍບາຍການຕ່າງປະເທດທີ່ມີລັກສະນະສ້າງສັນ ໂດຍຄໍານຶງເຖິງຜົນປະໂຫຍດຂອງຊາດ ແລະ ທ່າອ່ຽງຈຸດປະສົງການພັດທະນາຂອງໂລກ. ພ້ອມດຽວກັນນີ້ ທ່ານ ກໍໄດ້ຍົກໃຫ້ເຫັນການຮ່ວມມືໃນຂອບ BRICS ໂດຍປະກອບມີຄູ່ຮ່ວມທີ່ມາຈາກບັນດາປະເທດໃນຂົ້ວໂລກໃຕ້ ແລະ ຕາເວັນອອກ ໃນຮູບແບບ “BRICS plus”. ການເປັນເຈົ້າພາບ ແລະ ເປັນປະທານກອງປະຊຸມສຸດຍອດກຸ່ມ BRICS ຢູ່ ເມືອງກາຊານ ສະຫະພັນ ຣັດເຊຍ ໄດ້ກາຍເປັນຄວາມສຸດຍອດໃນກຸ່ມ ແລະ ເປັນເຫດການສໍາຄັນຂອງໂລກ. ຄວາມຫຼາກຫຼາຍ ທາງດ້ານອາລິຍະທໍາ, ການປະສົມປະສານທີ່ເປັນເອກະລັກຂອງປະເພນີປະຈໍາຂອງແຕ່ລະຊາດ ແລະ ຮູບແບບການພັດທະນາ, ຊຶ່ງບໍ່ຕ້ອງສົງໄສເລີຍວ່າຄວາມເຂັ້ມແຂງ, ສັກກະຍາພາບມະຫາສານທີ່ໜ້າດຶງດູດໃຈ ແລະ ທ່າແຮງອັນໃຫຍ່ຫຼວງຂອງກຸ່ມ BRICS ແມ່ນແນ່ນອນ, ບົດບາດຂອງປະຊາຄົມ BRICS ໃນວຽກງານສາກົນ ແລະ ອຳນາດໜ້າທີ່ຂອງຕົນ ສືບຕໍ່ແຂງແກ່ນເພີ່ມທະວີຂຶ້ນ. ວິໄສທັດຍຸດທະສາດຂອງບັນດາຜູ້ເຂົ້າຮ່ວມ BRICS ສຳລັບໂລກຫຼາຍຂົ້ວໃນອະນາຄົດທີ່ຕອບສະໜອງຄວາມມຸ່ງມາດປາຖະໜາຂອງບັນດາປະເທດ“ປະຊາຄົມໂລກ” ໄດ້ຖືກບັນທຶກໄວ້ໃນຖະແຫຼງການ Kazan ທີ່ໄດ້ຮັບຮອງເອົາໃນກອງປະຊຸມ. ຜົນໄດ້ຮັບທີ່ສໍາຄັນຂອງກອງປະຊຸມ BRICS ຢູ່ ກາຊານ ແມ່ນການຈັດຕັ້ງປະເພດໃໝ່"ປະເທດຄູ່ຮ່ວມ". ບັນຊີລາຍຊື່ຂອງປະເທດຜູ້ສະໝັກທີ່ມີສັກກະຍະພາບ ໄດ້ຮັບການຕົກລົງເຊັ່ນກັນ ແລະ ຈະສົ່ງຄໍາເຊີນທີ່ເໝາະສົມ, ເມື່ອໄດ້ຮັບຄໍາຕອບໃນທາງບວກ ປະເທດເຫຼົ່ານັ້ນຈະໄດ້ຮັບສະຖານະເປັນຫຸ້ນສ່ວນຂອງກຸ່ມ BRICS.

ນອກນັ້ນ, ທ່ານ ວາລາດີເມຍ ປູຕິນ ໄດ້ຊີ້ແຈງເຖິງທັດສະນະ ແລະ ນະໂຍບາຍ ຂອງຣັດເຊຍ ກ່ຽວກັບ ບັນຫາ ອູແກຣນ ແລະ ປາແລັດສະຕິນ-ອິດສະລາແອນ ຢ່າງກົງໄປກົງມາ ແລະ ຈະແຈ້ງຊັດເຈນ ຊຶ່ງທ່ານກ່າວວ່າ: ມີແນວໂນ້ມທີ່ໜ້າຕົກໃຈ ຕໍ່ຄວາມຂັດແຍ່ງເກົ່າ ແລະ ມີຂໍ້ຂັດແຍ່ງໃໝ່ ເກີດຂຶ້ນ. ຣັດເຊຍ ໄດ້ມີຄວາມພຽບພ້ອມສໍາລັບການເຈລະຈາ ກັບ ອູແກຣນມາແຕ່ເລີ່ມຕົ້ນທີ່ມີຄວາມຂັດແຍ່ງເກີດຂຶ້ນ ແລະ ຣັດເຊຍໄດ້ມີການດໍາເນີນການເຈລະຈາມາແຕ່ຕົ້ນ ແລະ ຂໍ້ຕົກລົງກໍເປັນທີ່ຍອມຮັບຮ່ວມກັນກັບອູແກຣນແລະ ໄດ້ຮັບການພັດທະນາໂດຍຝ່າຍອູແກຣນເປັນຜູ້ລິເລີ່ມ, ແຕ່ຝ່າຍອູແກຣນໄດ້ປະຕິເສດຂໍ້ຕົກລົງດັ່ງກ່າວ-ປະຕິບັດຕາມຄຳແນະນຳຈາກພາຍນອກ.

ຣັດເຊຍ ກໍາລັງພະຍາຍາມຢ່າງແຂງແຮງ ແລະ ຕັ້ງໜ້າເພື່ອປ້ອງກັນບໍ່ໃຫ້ຄວາມຂັດແຍ່ງ ລະຫວ່າງ ປາແລັດສະຕິນ-ອິດສະລາແອນ ທະວີຄວາມຮຸນແຮງເພີ່ມຂຶ້ນ ໃນປັດຈຸບັນ ເພື່ອບໍ່ໃຫ້ກາຍເປັນສົງຄາມໃຫຍ່ໃນຕາເວັນອອກກາງ. ເຊື່ອໝັ້ນວ່າ ທຸກຝ່າຍຈະກັບຄືນໄປສູ່ເສັ້ນທາງແຫ່ງຄວາມປອງດອງກັນ ແລະ ບັນລຸຂໍ້ຕົກລົງທີ່ຢັ້ງຢືນແລະໄລຍະຍາວ ແລະ ບົນພື້ນຖານ ການຮັບຮູ້ທາງກົດໝາຍລະຫວ່າງປະເທດທີ່ເປັນທີ່ຍອມຮັບເທົ່ານັ້ນ ແລະ ເງື່ອນໄຂສໍາຄັນໃນການຟື້ນຟູສັນຕິພາບຢູ່ພາກພື້ນ ນັ້ນຄືການດໍາເນີນການຕາມ "ສູດສອງລັດ" ຊຶ່ງໄດ້ຮັບການຮັບຮອງເອົາໂດຍມະຕິຂອງສະພາຄວາມໝັ້ນຄົງ ແລະ ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ.

ຣັດເຊຍ ມີຄວາມມຸ່ງໝັ້ນພົວພັນຮ່ວມມືກັບປະເທດທີ່ເປັນມິດ, ການຮ່ວມມືກັບປະເທດເຫຼົ່ານັ້ນແມ່ນຫຼາກຫຼາຍຮູບແບບ, ມີຜົນປະໂຫຍດຮ່ວມກັນ, ເປັນຄູ່ຮ່ວມມືຢ່າງແທ້ຈິງແລະໄດ້ຮັບການກໍ່ສ້າງບົນພື້ນຖານ ການເຄົາລົບຜົນປະໂຫຍດ ແລະ ອະທິປະໄຕ ຂອງກັນແລະກັນ. ຣັດເຊຍ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ໃນດ້ານການເມືອງ, ເສດຖະກິດ, ມະນຸດສະທຳ, ໃນຂົງເຂດວັດທະນະທຳ, ກິລາ ແລະ ການສຶກສາ ຢ່າງເປັນປົກກະຕິ ກັບປະເທດຄູ່ຮ່ວມ ແລະ ປະເທດເພື່ອນມິດຍຸດທະສາດເຫຼົ່ານັ້ນ.

ໃນພິທີການຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ວາລາດີເມຍ ປູຕິນ ຂອງບັນດາທ່ານທູດຕ່າງປະເທດ ປະຈໍາ ສຣັດເຊຍ ໃນຄັ້ງນີ້ ໄດ້ເລີ່ມແຕ່ເວລາ 13 - 14 ໂມງ ຂອງວັນທີ 5 ພະຈິກ 2024 ຊຶ່ງດໍາເນີນໄປດ້ວຍບັນຍາກາດອັນດີ,ມີຄວາມເຂັ້ມງວດສູງທາງດ້ານຄວາມປອດໄພ-ພິທີການ ແລະ ການໃຫ້ກຽດຕໍ່ບັນດາທ່ານທູດ.

(ຂ່າວ-ພາບ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ