ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສືກສາ ແລະ ກິລາ ພ້ອມຄະນະ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກສືກສາທິການ ແລະ ກິລາ ແຂວງສາລະວັນ, ໃນວັນທີ 2 ມີນາຜ່ານມາ,ໃຫ້ກຽດຕ້ອນຮັບຂອງ ທ່ານ ສຸນີ ນາມມະບົວລີ ຫົວໜ້າພະແນກສືກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຄະນະ.
ກົມຄຸ້ມຄອງວິທະຍາສາດ ຮ່ວມກັບກົມອາຊີວະສຶກສາ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ແລະ ຫ້ອງການກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກຳແຂ່ງຂັນກິລາບານເຕະຍິງ-ຊາຍ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງຄະນະພັກກະຊວງ ສສກ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ Xll ຂອງພັກປະຊາຊົນ ປະຕິວັດລາວ ພ້ອມທັງເປັນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ (8 ມີນາ 1910-8 ມີນາ 2026) ໃຫ້ມີບັນຍາກາດຟົດຟື້ນ, ເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນຍິ່ງຂຶ້ນ.
ທ່ານ ນາງ ສຸກຂະເສີດ ສິດທິເດດ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ປະຈໍາແຂວງຄໍາມ່ວນ ໄດ້ກ່າວຕໍ່ສື່ມວນຊົນທ້ອງຖິ່ນເມື່ອບໍ່ດົນມາ ກ່ຽວກັບການນໍາເອົາເນື້ອໃນຈິດໃຈຂອງແຜນພັດທະນາການສຶກສາ ແລະ ກິລາໄປຈັດຕັ້ງປະຕິບັດໃນສົກຮຽນ 2024 – 2025 ຜ່ານມາ.
ຂ່າວຕ່າງປະເທດລາຍງານວ່າ: ທ່ານ ຫງັນ ກິມ ຢົງ ຮອງນາຍົກລັດຖະມົນຕີສິງກະໂປ ໄດ້ຖະແຫຼງຕໍ່ລັດຖະສະພາໃນວັນທີ 2 ມີນາ ຜ່ານມາວ່າ: ລັດຖະບານສິງກະໂປຈະທົບທວນຄືນການຄາດຄະເນທ່າອ່ຽງເສດຖະກິດຂອງຕົນ ຖ້າເຫັນວ່າມີຄວາມຈຳເປັນ ເນື່ອງຈາກວິກິດການໃນຕາເວັນອອກກາງອາດຈະເຮັດໃຫ້ລາຄາພະລັງງານທົ່ວໂລກສູງຂຶ້ນ.
ການຈັດງານພົບປະແຂ່ງຂັນສິລະປະ-ວັນນະຄະດີ ຂອງນັກຮຽນສາຍສາມັນຊັ້ນ ປ5, ມ4 ແລະ ມ7 ທັງພາກລັດ-ເອກະຊົນທົ່ວເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (ນວ) ປະຈໍາສົກຮຽນ 2025-2026 ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ສວນທ່ອງທ່ຽວວັດທະນະທໍາຊຽງຄວນ ໂດຍມີທ່ານ ຄໍາແກ້ວ ມະຫາໄຊ ຮອງປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ມີທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດ ສວນທ່ອງທ່ຽວວັດທະນະທໍາຊຽງຄວນ ຜູ້ໃຫ້ການສະໜັບໜູນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ໄດ້ຈັດກອງປະຊຸມສະຫຼຸບຜົນງານສົກສຶກສາ 2024-2025 ແລະ ຜ່ານແຜນການສຶກສາສົກ 2025-2026 ຂຶ້ນໃນວັນທີ 23 ກຸມພານີ້ ທີ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ ວິທະຍາເຂດດົງໂພສີ, ພາຍໃຕ້ການເປັນປະທານ ຂອງ ທ່ານ ມາຍຟອງ ມາຍຊາຍ ຄະນະປະຈຳພັກກະຊວງ ເລຂາຄະນະພັກຮາກຖານ ມວສ ອະທິການບໍດີ ມວສ, ໂດຍມີທ່ານຮອງອະທິການບໍດີ, ບັນດາທ່ານຄະນະຫ້ອງການ, ຄະນະສະຖາບັນ, ຄະນະບໍດີ, ຄະນະພາກວິຊາ, ຄະນະພະແນກ ການ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ມວສ, ນອກນັ້ນຍັງມີພະນັກງານອາວຸໂສບຳນານ, ແຂກທີ່ຖືກເຊີນຈາກບັນດາກົມມະຫາພາກ, ໂຮງໝໍ, ໂຮງ ງານ, ສູນ, ສະຖາບັນອ້ອມຂ້າງກະຊວງສາທາລະນະສຸກເຂົ້າຮ່ວມ.
ກອງປະຊຸມຖອດຖອນບົດຮຽນເພື່ອປັບປຸງການຈັດຕັ້ງປະຕິບັດໂຄງການ ກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIII (ໂຄງການຮຽນຮູ້ ແລະ ຄວາມເທົ່າທຽມ GPE III :LEAP) 6 ແຂວງພາກກາງ ຄື: ນະຄອນຫຼວງວຽງຈັນ, ແຂວງຄຳມ່ວນ, ບໍລິຄຳໄຊ, ໄຊສົມບູນ, ວຽງຈັນ ແລະ ແຂວງຊຽງຂວາງຈັດຂື້ນໃນວັນທີ 17 ກຸມພາຜ່ານມາ ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄຳມ່ວນ, ໂດຍການເປັນປະທານຮ່ວມຂອງທ່ານ ອານຸແພງ ແກ້ວວົງສາ ຫົວໜ້າກົມແຜນການ, ຫົວໜ້າຄະນະຮັບຜິດຊອບໂຄງການກອງທືນຮ່ວມມືສາກົນເພື່ອການສຶກສາໄລຍະIIIກະຊວງສຶກສາທິການ ແລະ ກິລາ,ທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ,ບັນດາທ່ານທີ່ມາຈາກພະແນກສຶກສາທິການ ແລະ ກິລາ 6 ແຂວງ, ເມືອງເປົ້າໝາຍເຂົ້າຮ່ວມ.
ກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງວາລະສານອະລຸນໃໝ່ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ກັບໂຮງພິມແຫ່ງລັດ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ເດີນເຕະບານທະນົງອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຫີນເພັດ ໄຊຍະສີພັນດອນ ຮັກສາການບັນນາທິການໃຫຍ່ວາລະສານອະລຸນໃໝ່, ທ່ານ ກົງໃຈ ຊຸມພົນພັກດີ ຜູ້ອຳນວຍການ ລັດວິສາຫະກິດໂຮງພິມແຫ່ງລັດ, ມີນັກກິລາ, ຜູ້ຊົມເຊຍ ເຂົ້າຮ່ວມຢ່າງເປັນຂະບວນຟົດຟຶ້ນ.
ນັກຮຽນເກັ່ງທີ່ເປັນຕົວແທນໃຫ້ແຕ່ລະເມືອງ ໃນທົ່ວແຂວງສາລະວັນ ເຂົ້າຮ່ວມສອບເສັງນັກຮຽນເກັ່ງຂັ້ນແຂວງ ມີທັງໝົດ 176 ຄົນ ຍິງ 122 ຄົນ, ຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາ ປະຈຳສົກຮຽນ 2025-2026. ໃນນັ້ນ, ຊັ້ນປະຖົມ (ປ5) ມີ 48 ຄົນ ຍິງ 36 ຄົນ, ຊັ້ນມັດທະຍົມຕົ້ນ (ມ4) ມີ 64 ຄົນ ຍິງ 41 ຄົນ, ຊັ້ນມັດທະຍົມປາຍ (ມ7) ມີ 64 ຄົນ ຍິງ 45 ຄົນ. ວິຊາສອບເສັງ ຊັ້ນປະຖົມ ປະກອບມີ: ພາສາລາວ, ຄະນິດສາດ, ວິຂາວິທະຍາສາດ ແລະ ສິ່ງແວດລ້ອມ, ຊັ້ນມັດທະຍົມຕອນຕົ້ນ ແລະ ຕອນປາຍ ມີ: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ. ໂດຍໃຊ້ເວລາສອບເສັງ 1 ວັນ.
ໃນວັນທີ 16 ກຸມພາຜ່ານນີ້, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 10 ແຂວງວຽງຈັນ, ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງຂົງເຂດວຽກງານການສຶກສາ ແລະ ກິລາຂອງແຂວງວຽງຈັນ ໂດຍໃຫ້ການຕ້ອນຮັບຈາກທ່ານ ຄຳ ຂັນທະວີວອນ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ພ້ອມດ້ວຍຄະນະ, ມີຜູ້ບໍລິການການສຶກສາ, ຜູ້ອຳນວຍການໂຮງຮຽນ, ຄູອາຈານຈາກໂຮງຮຽນລັດ ແລະ ເອກະຊົນ ເຂົ້າຮ່ວມ.
ຄໍາເຫັນ