ໃຊ້ເວລາວ່າງສ້າງເສດຖະກິດຄອບຄົວ ມີລາຍຮັບເຖິງ 100 ລ້ານກີບຕໍ່ປີ

ໃຊ້ເວລາວ່າງສ້າງເສດຖະກິດຄອບຄົວ ມີລາຍຮັບເຖິງ 100 ລ້ານກີບຕໍ່ປີ
ໂດຍ: ພັດ ລໍວັນໄຊ
ການສ້າງເສດຖະກິດຄອບຄົວ ແມ່ນມີຫຼາຍທາງເລືອກ ມັນຂຶ້ນກັບທ່າແຮງ ແລະ ເງື່ອນໄຂຂອງແຕ່ລະຄອບຄົວບໍ່ຄືກັນ ໂດຍສະເພາະກຸ່ມຄົນທີ່ເຮັດວຽກກິນເງິນເດືອນ ຫຼື ມະນຸດເງິນເດືອນ ຈະມີເວລາໜ້ອຍທີ່ສຸດ ທີ່ຈະໄປເຮັດວຽກແນວອື່ນເພີ່ມ ແຕ່ວ່າຖ້າຫາກກ້າຕັດສິນໃຈລົງມືເຮັດ ແລະ ມີຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ, ຮູ້ຈັກບໍລິຫານເວລາໃນແຕ່ລະວັນໃຫ້ເໝາະສົມ ກໍສາມາດເຮັດກິດຈະການໃດ ໜຶ່ງຂຶ້ນມາ ເພື່ອສ້າງລາຍຮັບເຂົ້າມາສູ່ຄອບຄົວ ແລະ ປະສົບຜົນສຳເລັດໄດ້ ຄືດັ່ງຄອບຄົວ ຂອງທ່ານ ນາງ ແສງພະຈັນ ແກ້ວມະນີວົງ ທີ່ໃຊ້ເວລາວ່າງເຮັດແຈ່ວຂາຍ ຈົນມີລາຍຮັບທະລຸ 100 ລ້ານກີບຕໍ່ປີ.
ທ່ານ ນາງ ແສງພະຈັນ ແກ້ວມະນີວົງ ໄດ້ໃຫ້ສຳພາດຕໍ່ຜູ້ຂຽນວ່າ: ປັດຈຸບັນອາຍຸ 38 ປີ, ຢູ່ບ້ານສະພານໄຊ ນະຄອນປາກເຊ ແຂວງຈຳປາສັກ, ອາຊີບປັດຈຸບັນແມ່ນເປັນພະນັກງານຄູສອນ, ສ່ວນຜູ້ເປັນຜົວກໍແມ່ນຄູສອນເຊັ່ນດຽວກັນ, ມີລູກນຳກັນ 1 ຄົນ ຊຶ່ງລູກກຳລັງຢູ່ໃນໄວຮຽນ ຊຶ່ງມີການໃຊ້ຈ່າຍຫຼາຍ, ຊີວິດການເປັນຢູ່ ຂອງຄອບຄົວໃນເມື່ອກ່ອນແມ່ນພົບຄວາມຫຍຸ້ງຍາກຫຼາຍ ເນື່ອງຈາກວ່າອາໄສແຕ່ເງິນເດືອນເປັນລາຍຮັບຕົ້ນຕໍ ພໍແຕ່ກຸ້ມຢູ່ກຸ້ມກິນ, ລາຍຮັບບໍ່ສົມດູນກັບລາຍຈ່າຍ ຕ້ອງໄດ້ໃຊ້ຈ່າຍຢ່າງປະຢັດ, ແຕ່ບໍ່ມີເງິນເກັບແຮໄວ້ໃນເວລາເຈັບເປັນ ແລະ ຊີວິດການເປັນຂອງຄອບຄົວກໍບໍ່ມີການພັດທະນາເທົ່າທີ່ຄວນ. ໃນປີ 2013 ຈຶ່ງໄດ້ປຶກສາຫາລືກັບຄອບຄົວ ເພື່ອຍົກລະດັບຊີວິດການເປັນຢູ່ ຂອງຄອບຄົວໃຫ້ດີຂຶ້ນ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງນະໂຍບາຍ ຂອງພັກ-ລັດ ໄດ້ວາງອອກ ຈຶ່ງເລີ່ມເຮັດແຈ່ວຂາຍເພື່ອຢາກສ້າງລາຍຮັບເຂົ້າສູ່ຄອບຄົວ ສະນັ້ນ, ຈຶ່ງໄດ້ຕົກລົງເຮັດແຈ່ວຂາຍ, ໃນເບື້ອງຕົ້ນ ເຮັດຂາຍໃຫ້ພະນັກງານຄູ-ອາຈານໃນໂຮງຮຽນ, ໝູ່ເພື່ອນ, ພີ່ນ້ອງໄດ້ຊື້ໄປກິນ, ຫຼັງຈາກນັ້ນຜູ້ທີ່ຊື້ໄປບໍລິໂພກແລ້ວຍັງສັ່ງຊື້ຊ້ຳ ແລະ ເລີ່ມມີສຽງຕອບຮັບຈາກລູກຄ້າຫຼາຍຂຶ້ນ, ມາຮອດປີ 2019 ຈຶ່ງໄດ້ເຮັດແຈ່ວແບບຈິງຈັງ ຕ້ອງຕື່ນແຕ່ເດິກ, ລຸກແຕ່ເຊົ້າ, ໃຊ້ເວລາວ່າງນອກໂມງລັດຖະການ ເປັນຕົ້ນແມ່ນ ວັນເສົາ, ວັນອາທິດ ເພື່ອຜະລິດແຈ່ວໃຫ້ມີຫຼາຍປະເພດຄື: ແຈ່ວປາກະເຕົາ, ແຈ່ວປາແດກເຄື່ອງ, ແຈ່ວບອງຊີ້ນໝູ, ແຈ່ວໜຽວ, ແຈ່ວຜັກນາງຄຸ, ແຈ່ວບອງໜັງເຄັມ, ແຈ່ວບອງໜັງງົວ ແລະ ແຈ່ວແມງດາ. ວັດຖຸດິບທີ່ມາປະກອບເຮັດແຈ່ວແມ່ນເກັບຕາມສວນທີ່ເຮົາປູກເອງເຊັ່ນ: ຫົວສີໄຄ, ໃບຂີ້ຫູດ, ຂ່າ ແລະ ອື່ນໆ ນອກຈາກນັ້ນຍັງຊື້ຕາມທ້ອງຕະຫຼາດມາເພີ່ມຕື່ມ, ການຈຳໜ່າຍແມ່ນຂາຍໃຫ້ຄົນຮູ້ຈັກ, ຂາຍຜ່ານອອນລາຍ, ສົ່ງໄປຂາຍຢູ່ປະເທດເພື່ອນບ້ານ ແລະ ອື່ນໆ, ລາຄາເລີ່ມຕົ້ນ 65.000 ກີບຕໍ່ໜຶ່ງກັບ, 1 ກິໂລ 120.000 ກີບ, ຈາກການຂາຍແຈ່ວ ເຮັດໃຫ້ຄອບຄົວ ມີລາຍຮັບ 100 ກວ່າລ້ານກີບຕໍ່ປີ.
ທ່ານ ນາງ ແສງພະຈັນ ແກ້ວມະນີວົງ ຍັງໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງການສ້າງເສດຖະກິດຄອບຄົວ ດ້ວຍການຜະລິດແຈ່ວເປັນສິນຄ້າ ໄດ້ເຮັດໃຫ້ຊີວິດການເປັນ ຂອງຄອບຄົວມີການຫັນປ່ຽນ ແລະ ຄອບຄົວມີການພັດທະນາດີຂຶ້ນຈາກເຄີຍອົດຊື້, ອົດຈ່າຍ ກໍກາຍມາເປັນຄອບຄົວທີ່ສົມບູນແບບ, ປັດຈຸບັນມີເຮືອນຢູ່ຖາວອນ 2 ຫຼັງ, ລົດໃຫຍ່ 1 ຄັນ, ລົດຈັກ 1 ຄັນ ແລະ ຍັງມີທຶນການສຶກສາໃຫ້ລູກ. ແຜນໃນຕໍ່ໜ້າຈະສືບຕໍ່ຜະລິດແຈ່ວໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງລູກຄ້າ ແລະ ຍັງຈະຂະຫຍາຍປະເພດແຈ່ວຂຶ້ນຕື່ມ, ຈະຮັກສາລົດຊາດຂອງແຈ່ວໃຫ້ເປັນເອກະລັກ (ເຮືອນແຈ່ວແຊບ ບ້ານສະພານໄຊ ນະຄອນປາກເຊ ແຂວງຈຳປາສັກ) ໃຫ້ຍືນຍົງຄົງຕົວໄປເລື້ອຍໆ.
ທ່ານ ບຸນປອນ ໄຊສົງຄາມ ນາຍບ້ານ ບ້ານສະພານໄຊ ນະຄອນປາກເຊ ແຂວງປາກຈຳປາສັກ ໄດ້ຢັ້ງຢືນວ່າ: ຄອບຄົວ ຂອງທ່ານ ນາງ ແສງພະຈັນ ແກ້ວມະນີວົງ ແມ່ນຄອບຄົວໜຶ່ງທີ່ມີຄວາມດຸໝັ່ນ, ອົດທົນ, ເຮັດແທ້ທຳຈິງ ນອກຈາກເປັນພະນັກງານຄູສອນແລ້ວຍັງສາມາດສ້າງລາຍຮັບ ຈາກການໃຊ້ເວລາວ່າງ ເຮັດແຈ່ວຂາຍ ເພື່ອພັດທະນາຕົນເອງ ແລະ ຄອບຄົວ ຈົນກາຍເປັນຄອບຄົວແບບຢ່າງ ໃນການສ້າງເສດຖະກິດ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມແນວທາງ ຂອງພັກ-ລັດ ໄດ້ວາງອອກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ເມືອງໂຂງ ມອບເງິນ 40 ລ້ານກວ່າກີບ ກໍ່ສ້າງເສັ້ນທາງເບຕົງ ບ້ານຂີ້ນາກ

ວັນທີ 21 ກໍລະກົດຜ່ານມານີ້, ທ່ານ ຈັນທະນົງສິນ ຈັນທະພິມ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ໄດ້ມອບເງິນຈຳນວນ 40 ລ້ານກວ່າກີບໃຫ້ອຳນາດການປົກຄອງບ້ານຂີ້ນາກ ເພື່ອສົມທົບທຶນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງ.
6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

6 ເດືອນຕົ້ນປີ ແຂວງເຊກອງ ລະດົມທຶນໄດ້ 222 ຕື້ກວ່າກີບ

ໃນ 6 ເດືອນຕົ້ນປີ 2025 ແຂວງເຊກອງ ສາມາດລະດົມແຫຼ່ງທຶນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງໄດ້ທັງໝົດ 222.22 ຕື້ກີບ ປະຕິບັດໄດ້ 16.99% ຂອງແຜນການປີ. ໃນນີ້, ການລົງທຶນຂອງລັດ 103.48 ຕື້ກີບ ປະຕິບັດໄດ້ລື່ນແຜນ 13.71%; ທືຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ 14.79 ຕື້ກີບ ປະຕິບັດໄດ້ 8.70%; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 103.95 ຕື້ກີບ ປະຕິບັດໄດ້ 9.92% ຂອງແຜນການປີ.
ເຈົ້າແຂວງຊຽຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ເຈົ້າແຂວງຊຽຂວາງລົງກວດກາພື້ນທີ່ຖືກຜົນກະທົບຈາກໄພພິບັດ

ໃນວັນທີ 22 ກໍລະກົດ, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ລົງພື້ນທີ່ກວດກາເບິ່ງຜົນກະທົບຈາກໄພພິບັດ ນ້ຳຖ້ວມຕາມເສັ້ນທາງເລກ 7, ເທດສະບານໂພນສະຫັວນ
ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຈາກກະແສຂ່າວທີ່ລົງໃນສື່ອອນລາຍໃນປັດຈຸບັນກໍລະນີ: ໃສ່ຮ້າຍເຈົ້າໜ້າທີພາສີປັບໃໝ 30 ລ້ານກີບ. ເຫດການດັ່ງກ່າວ, ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນບໍ່ຖືກຕ້ອງຕາມຄວາມເປັນຈິງຊຶ່ງຂັດຕໍ່ກົດໝາຍ ແລະ ລະບຽບການ. ຕໍ່ກັບບັນຫາທີ່ເກີດຂຶ້ນ, ກະຊວງການເງິນ ກໍຄືກົມພາສີ, ພາສີປະຈໍາແຂວງຈໍາປາສັກ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສັງລວມລາຍງານບັນຫາທີ່ເກີດຂຶ້ນໃຫ້ມີຄວາມກະຈ່າງແຈ້ງຕໍ່ສັງຄົມ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 12 ກໍລະກົດ 2025, ເຈົ້າໜ້າທີ່ພາສີໄດ້ຮັບແຈ້ງເອກະສານພາຫະນະປະເພດລົດກະບະ, ຍີ່ຫໍ້ໂຕໂຢຕ້າ, ລຸ້ນຣີໂວ, ສີຂາວ ໝາຍເລກທະບຽນ ກຄ 8849 ຈໍາປາສັກ.
ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ສະຫະພັນກໍາມະບານ ກະຊວງ ວທ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານ ກະຊວງວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 22 ກໍລະກົດ ນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ທ່ານ ນາງ ອາລິຍາວັນ ອັກຄະວົງ ຮອງປະທານສູນກາງສະຫະພັນກໍາມະບານລາວ ມີຄະນະປະຈຳພັກກະຊວງ ວທ ມີ ອະດີດການນຳຂັ້ນສູງ, ພະນັກງານອາວຸໂສບຳນານ; ມີຄະນະກໍາມະບານຮາກຖານ ບັນດາສະມາຊິກກໍາມະບານ ພ້ອມດ້ວຍພະນັກງານ-ລັດຖະກອນ ອ້ອມຂ້າງກະຊວງ ວທ ເຂົ້າຮ່ວມ.
ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ຫົວໜ້າ ຄອສພ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ

ທ່ານ ຄຳພັັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມຄະນະໄດ້ເຄື່ອນໄຫວຢ້ຽມ ຢາມເຮັດວຽກ ແລະ ຊຸກຍູ້ການກະກຽມປັບປຸງກົງຈັກການຈັດຕັ້ງຢູ່ແຂວງຈຳປາສັກ ໃນ ວັນທີ 22 ກໍລະກົດນີ້ ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາພັກແຂວງ ເຈົ້າແຂວງຈຳປາສັກ ແລະ ໄດ້ພົບປະເຮັດວຽກ ນຳຄະປະຈຳພັກ, ຄະນະປັບປຸງກົງຈັກການຈັດຕັ້ງແຂວງ ແລະ ໂຄສະນາອົບຮົມແຂວງ ທີ່ຫ້ອງວ່າການ ແຂວງຈຳປາສັກ
ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ເມືອງວຽງຄໍາ ຍ່າງເພື່ອສຸຂະພາບ ຂໍານັບຮັບຕ້ອນວັນສໍາຄັນ ຂອງພັກ-ຂອງຊາດ

ໃນຕອນເຊົ້າຂອງວັນທີ 21 ກໍລະກົດນີ້, ອົງການປົກຄອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດກິດຈະກໍາຍ່າງເພຶ່ອສຸຂະພາບ ສະເຫຼີມສະຫຼອງ ແລະ ຊົມເຊີຍວັນກິລາ-ກາຍະກໍາແຫ່ງຊາດ (ວັນທີ່ 13 ກໍລະກົດ) ຄົບຮອບ 59 ປີ, ວັນສ້າງຕັ້ງສະຫະພັນແມ່ຍິງລາວ (ວັນທີ່ 20 ກໍລະກົດ 1955-20 ກໍລະກົດ 2025) ຄົບຮອບ 70 ປີ.
ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມືອງບາຈຽງຈະເລີນສຸກ ທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍ

ເມື່ອບໍ່ດົນມານີ້, ຫ້ອງການສາທາລະນະສຸກເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສ້າງຂະບວນການທຳລາຍແຫ່ງເພາະພັນໝອນນ້ຳຍຸງລາຍຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ຢູ່ທີ່ບ້ານໜອງກອກກຸ່ມ II ຂອງເມືອງ.
ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ຜົນເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ມູນຄ່າ 16 ຕື້ກວ່າກີບ

ໃນລະຫວ່າງວັນທີ່ 18 - 20 ກໍລະກົດຜ່ານມານີ້, ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງໄຊຍະບູລີ ນຳໂດຍ ທ່ານ ຈັດ ຊະນະເລີດ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ປະສານ ສົມທົບກັບ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ (ເມືອງເງິນ) ໄດ້ລົງຕິດຕາມຜົນກະທົບເສຍຫາຍຈາກໄພນໍ້າຖ້ວມຢູ່ເມືອງເງິນ ແຂວງໄຊຍະບູລີ. ຕາງໜ້າຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງ ກໍໄດ້ລາຍງານສະພາບຜົນເສຍຫາຍຈາກໄພນໍ້າຖ້ວມ, ຊຶ່ງເລີ່ມແຕ່ຄໍ່າຄືນ ຂອງວັນທີ 16 ກໍລະກົດ 2025 ໄດ້ເກີດມີຝົນຕົກໜັກໃນຂອບເຂດບໍລິເວນພື້ນທີ່ທົ່ວເມືອງເງິນ ຊຶ່ງໄດ້ກໍໃຫ້ເກີດນ້ຳຖ້ວມຊຸບ້ານເຮືອນ, ໄຮ່ນາ, ຮົ້ວສວນ, ດິນເຊາະເຈື່ອນ ສົ່ງຜົນກະທົບຕໍ່ຊັບສິນຂອງພໍ່ແມ່ປະຊາຊົນຊາວເມືອງເງິນ ໂດຍສະເພາະ ແມ່ນບ້ານໂຮມໄຊ, ບ້ານປາກແຄນ ແລະ ບ້ານທອງ.
ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດຂຶ້ນຢ່າງເປັນທາງ ການໃນທ້າຍເດືອນສິງຫາທີ່ຈະມາເຖິງນີ້, ໃນຂະນະດຽວກັນ ກອງປະຊຸມຈະມີການປະກອບຄໍາເຫັນ 10 ຫົວຂໍ້ຂອງບັນດາສຳນັກງານ, ອົງການ, ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະ ກິດ, ວັດທະນາທໍາ-ສັງຄົມ, ຂົງເຂດອໍານາດລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕົວ ແບບມາ ຈາກ 4 ເມືອງຂອງແຂວງເຊກອງ.
ເພີ່ມເຕີມ