ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ

ຊີ້ແຈງ ຫາງສຽງຂອງສັງຄົມ! ກໍລະນີໃສ່ຮ້າຍເຈົ້າໜ້າພາສີປັບໃໝ 30 ລ້ານກີບ
ຈາກກະແສຂ່າວທີ່ລົງໃນສື່ອອນລາຍໃນປັດຈຸບັນກໍລະນີ: ໃສ່ຮ້າຍເຈົ້າໜ້າທີພາສີປັບໃໝ 30 ລ້ານກີບ. ເຫດການດັ່ງກ່າວ, ເປັນການໃສ່ຮ້າຍປ້າຍສີຕໍ່ເຈົ້າໜ້າທີ່ພາສີ, ເຫັນວ່າຜູ້ກ່ຽວໄດ້ໂຄສະນາບິດເບືອນບໍ່ຖືກຕ້ອງຕາມຄວາມເປັນຈິງຊຶ່ງຂັດຕໍ່ກົດໝາຍ ແລະ ລະບຽບການ. ຕໍ່ກັບບັນຫາທີ່ເກີດຂຶ້ນ, ກະຊວງການເງິນ ກໍຄືກົມພາສີ, ພາສີປະຈໍາແຂວງຈໍາປາສັກ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສັງລວມລາຍງານບັນຫາທີ່ເກີດຂຶ້ນໃຫ້ມີຄວາມກະຈ່າງແຈ້ງຕໍ່ສັງຄົມ. ເຫດການດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 12 ກໍລະກົດ 2025, ເຈົ້າໜ້າທີ່ພາສີໄດ້ຮັບແຈ້ງເອກະສານພາຫະນະປະເພດລົດກະບະ, ຍີ່ຫໍ້ໂຕໂຢຕ້າ, ລຸ້ນຣີໂວ, ສີຂາວ ໝາຍເລກທະບຽນ ກຄ 8849 ຈໍາປາສັກ.
ຊແຈງ ຫາງສຽງຂອງສງຄມ! ກລະນໃສຮາຍເຈາໜາພາສປບໃໝ 30 ລານກບ - image 1
 

ເຈົ້າໜ້າທີ່ພາສີປະຈໍາຢູ່ຈຸດຂາເຂົ້າ, ໄດ້ກວດກາດ້ານເອກະສານປຶ້ມອະນຸຍາດ ຍານພາຫະນະ (ພາດສະປໍລົດ) ເຂົ້າ-ອອກຜ່ານດ່ານ, ພ້ອມທັງໄດ້ສອບຖາມຜູ້ກ່ຽວວ່າມີສິນຄ້າ, ເຄື່ອງຂອງຕິດຕົວມີຫຍັງແດ່; ຊຶ່ງຜູ້ກ່ຽວແຈ້ງວ່າ: ມີເຄື່ອງໃຊ້ເລັກນ້ອຍ, ເຈົ້າໜ້າທີ່ພາສີຈຶ່ງໄດ້ອະນຸຍາດໃຫ້ເຂົ້າຜ່ານດ່ານ, ພາຍຫຼັງທີ່ປ່ອຍລົດຄັນດັ່ງກ່າວເຂົ້າໄປແລ້ວ, ສັງເກດເຫັນວ່າມີສິນຄ້າ, ເຄື່ອງຂອງຈໍານວນໜຶ່ງຢູ່ໃນທ້າຍກະບະລົດ, ເຈົ້າໜ້າທີ່ພາສີປະຈໍາຢູ່ຈຸດອາຄານດ່ານສາກົນວັງເຕົ່າ, ຈຶ່ງໄດ້ປະສານກັບເຈົ້າໜ້າທີ່ພາສີປະຈຳຢູ່ຈຸດປະສານງານ (ໃກ້ກັບປ້າຍແຄນ) ເພື່ອກວດກາຄືນໃໝ່ຕາມການລາຍງານ, ເມື່ອຮອດຈຸດປະສານງານລົດຄັນດັ່ງກ່າວ ບໍ່ໄດ້ຈອດ, ເຈົ້າໜ້າທີ່ພາສີປະຈໍາຈຸດປະສານງານ ຈຶ່ງໄດ້ຕິດຕາມລົດຄັນດັ່ງກ່າວໃຫ້ຈອດ ແລະ ແນະນໍາໃຫ້ຂຶ້ນໄປພົບເຈົ້າໜ້າທີ່ພາສີຢູ່ຈຸດອາຄານດ່ານສາກົນວັງເຕົ່າ, ເພື່ອຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຕາມກົດໝາຍວ່າດ້ວຍພາສີ ແລະ ລະບຽບການກຳນົດໄວ້.

ເມື່ອຜູ້ຂັບຂີ່ພ້ອມພາຫະນະຄັນດັ່ງກ່າວ ກັບມາຮອດເຈົ້າໜ້າທີ່ພາສີປະຈຳຢູ່ຈຸດອາຄານດ່ານສາກົນວັງເຕົ່າ, ຈຶ່ງໄດ້ກວດກາຄືນ ແລະ ແນະນໍາໃຫ້ເອົາເອກະສານກ່ຽວກັບການຊື້ສິນຄ້າຈາກຕ່າງປະເທດແຈ້ງຕໍ່ເຈົ້າໜ້າທີ່ພາສີຢູ່ຫ້ອງເບີ 01 ເພື່ອຄິດໄລ່ຄ່າພາສີ-ອາກອນຕໍ່ກັບສິນຄ້າຈໍານວນທີ່ໄດ້ຊື້ຕິດຕົວມາກັບລົດ,ເຈົ້າຂອງພາຫະນະ ຈຶ່ງໄດ້ແຈ້ງມູນຄ່າສິນຄ້າມີມູນຄ່າ 18,600 ບາດ (ສະກຸນເງິນໄທ) ເຈົ້າໜ້າທີ່ພາສີຈຶ່ງໄດ້ຄິດໄລ່ຄ່າພາສີ-ອາກອນ ແລະ ພັນທະອື່ນໆ ຜ່ານລະບົບເອເລັກໂຕຣນິກ ແລະ ແຈ້ງໃຫ້ຜູ້ກ່ຽວຮັບຊາບຄ່າພາສີ-ອາກອນທີ່ຈະມອບເຂົ້າງົບປະມານເປັນຈຳນວນເງິນ 3,211,100 ກີບ (ລາຍລະອຽດມີໃບຄິດໄລ່ຕິດຄັດມາພ້ອມ).

ຊຶ່ງໄລຍະທີ່ເຈົ້າໜ້າທີ່ພາສີແຈ້ງໃຫ້ຜູ້ກ່ຽວຮັບຊາບກໍເປັນຊ້ວງທີ່ມີຜູ້ຄົນມາລໍແຈ້ງເອກະສານ,ພາຫະນະເຂົ້າ-ອອກຜ່ານດ່ານເປັນຈຳນວນຫຼາຍ ແລະ ມີສຽງບົນແຊວ, ຈຶ່ງເຮັດໃຫ້ຜູ້ກ່ຽວຟັງສຽງຂອງເຈົ້າໜ້າທີ່ພາສີທີ່ບໍ່ຊັດເຈນ ແລະ ເປັນການເຂົ້າໃຈຜິດວ່າແມ່ນ 30,000,000 ກີບ ຜູ້ກ່ຽວຈຶ່ງໄດ້ກັບຂຶ້ນລົດແລ້ວຂັບຂີ່ລົດກະບະຄັນດັ່ງກ່າວເຂົ້າມາສູ່ນະຄອນປາກເຊ.

ໄລຍະທີ່ຜູ້ກ່ຽວໄດ້ຂັບລົດອອກໄປໄດ້ອັດຄຣິບສຽງ-ວີດີໂອລົງສື່ Online ຜ່ານທາງ Facebook, TikTok ຊຶ່ງໄດ້ສ້າງຄວາມເຊື່ອມເສຍຕໍ່ເຈົ້າໜ້າທີ່ພາສີ ແລະ ຕໍ່ການຈັດຕັ້ງຂອງດ່ານ, ໂດຍການໂຄສະນາບິດເບືອນບໍ່ຖືກຕາມຄວາມເປັນຈິງ; ຕໍ່ບັນຫາດັ່ງກ່າວ ການຈັດຕັ້ງພາສີປະຈໍາແຂວງ, ດ່ານພາສີສາກົນວັງເຕົ່າ ແລະ ທ່າບົກວັງເຕົ່າ ໄດ້ສົມທົບກັບເຈົ້າໜ້າ ປສກ ແຂວງຈຳປາສັກ ໄດ້ເຊີນຕົວຜູ້ກ່ຽວເຂົ້າມາຊີ້ແຈງຕໍ່ເຫດການທີ່ເກີດຂຶ້ນ, ຊື່ງເຫັນວ່າເປັນການເຂົ້າໃຈຜິດຕໍ່ເຈົ້າໜ້າທີ່ພາສີ, ເພື່ອໃຫ້ເປັນກໍລະນີໃນການສຶກສາອົບຮົມກ່ອນທີ່ຈະລົງຂໍ້ມູນໃດໜຶ່ງ...ຜ່ານສື່ອອນລາຍ ຊຶ່ງອາດສ້າງຄວາມເສຍເຫຍແກ່ບຸກຄົນ ແລະ ການຈັດຕັ້ງຂັ້ນຕ່າງໆໄດ້. ຕໍ່ກັບເຫດການດັ່ງກ່າວ ຜູ້ກ່ຽວໄດ້ຍອມຮັບຜິດ ແລະ ລົບຂໍ້ມູນ, ຄຣີບວີດີໂອຕ່າງໆທີ່ລົງໃນສື່ອອນລາຍ (Online) ທັງໝົດ.

ຕໍ່ກໍລະນີ້ດັ່ງກ່າວ: ເພື່ອເປັນກໍລະນີສຶກສາໃນຜູ້ໂດຍສານທີ່ເດີນທາງເຂົ້າ-ອອກຜ່ານດ່ານອີງຕາມກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ໃນໝວດທີ 2 ການຍົກເວັ້ນພາສີ, ມາດຕາ 94 (ປັບປຸງ) ການຍົກເວັ້ນພາສີ; ສິນຄ້າ, ເຄື່ອງຂອງນໍາເຂົ້າທີ່ມີມູນຄ່າບໍ່ເກີນ1,500,000 ກີບໄດ້ຮັບການຍົກເວັ້ນ; ຖ້າສິນຄ້າມູນຄ່າເກີນ 1,500,000 ກີບຈະຄິດໄລ່ພາສີ-ອາກອນຕາມລະບຽບການ.

(ແຫຼ່ງຂ່າວ: ກະຊວງການເງິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ