![]() |
ເສັ້ນທາງດັ່ງກ່າວ, ມີຄວາມຍາວ 100 ກວ່າແມັດ, ໜາ 20 ຊັງຕີແມັດ, ກວ້າງ 6 ແມັດ. ການກໍ່ສ້າງເສັ້ນທາງດັ່ງກ່າວ ແມ່ນໄດ້ເລີ່ມລົງມືປະຕິບັດໃນທ້າຍເດືອນ ພຶດສະພາ ທີ່ຜ່ານມາ ແລະ ໄດ້ສຳເລັດລົງໃນຕົ້ນເດືອນ ມິຖຸນາ ດ້ວຍມູນຄ່າການກໍ່ສ້າງທັງໝົດ 300 ລ້ານກວ່າກີບ. ຊຶ່ງເປັນທືນທີ່ໄດ້ມາຈາກການປຸກລະດົມ, ທຶນການປະກອບສ່ວນຂອງພໍ່ແມ່ປະຊາຊົນ ແລະ ນັກທຸລະກິດພາຍໃນບ້ານຂີ້ນາກເອງ.
ທ່ານ ຈັນທະນົງສິນ ຈັນທະພິມ ຍົກໃຫ້ເຫັນຕື່ມວ່າ: ເສັ້ນທາງສາຍນີ້ ຈະຊ່ວຍອຳນວຍຄວາມສະດວກໃຫ້ແກ່ການສັນຈອນໄປມາຂອງປະຊາຊົນ, ການຂົນສົ່ງສິນຄ້າ ແລະ ສົ່ງເສີມການພັດທະນາເສດຖະກິດ-ສັງຄົມພາຍໃນບ້ານ; ພ້ອມຍັງຈະເປັນການຍົກລະດັບພື້ນຖານໂຄງລ່າງຂອງບ້ານໃຫ້ມີຄວາມສະດວກສະບາຍ ແລະ ປອດໄພຍິ່ງຂຶ້ນ.
(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ)
ຄໍາເຫັນ