ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້

ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດໃນທ້າຍເດືອນສິງຫານີ້
ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ຄາດວ່າຈະເປີດຂຶ້ນຢ່າງເປັນທາງ ການໃນທ້າຍເດືອນສິງຫາທີ່ຈະມາເຖິງນີ້, ໃນຂະນະດຽວກັນ ກອງປະຊຸມຈະມີການປະກອບຄໍາເຫັນ 10 ຫົວຂໍ້ຂອງບັນດາສຳນັກງານ, ອົງການ, ຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະ ກິດ, ວັດທະນາທໍາ-ສັງຄົມ, ຂົງເຂດອໍານາດລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕົວ ແບບມາ ຈາກ 4 ເມືອງຂອງແຂວງເຊກອງ.

 

 

ກອງປະຊມໃຫຍ ຄງທ XI ອງຄະນະພກແຂວງເຊກອງ ຄາດວາຈະເປດໃນທາຍເດອນສງຫານ - image 1
 

ສະຫາຍ ສີສຸພັນ ຜາວົງ ກຳມະການພັກແຂວງ ຫົວໜ້າຫ້ອງວ່າການແຂວງ ຮອງຫົວໜ້າ ອະນຸກຳມະການເນື້ອໃນຮ່າງລາຍງານການເມືອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊ ກອງໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ການດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ແຂວງເຊກອງ, ໄດ້ດຳເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງ ໂດຍໄດ້ ເລີ່ມໃນກາງ ປີ 2024 ເປັນຕົ້ນມາ, ພາຍຫຼັງມີຄໍາສັ່ງ ເລກທີ 411 ຂອງຄະນະເລຂາທິການສູນກາງພັກ ກໍໄດ້ມີການແຕ່ງຕັ້ງຄະນະກຳມະການຮັບຜິດຊອບກອງປະຊຸມໃຫຍ່ຂອງ 4 ເມືອງ ຊຶ່ງມາຮອດປັດຈຸບັນ ແມ່ນໄດ້ສຳເລັດການດຳເນີນກອງປະຊຸມໃຫຍ່ 4 ເມືອງ ແລະ ກອງປະຊຸມໃຫຍ່ຂອງສອງກຳລັງ ປະກອບອາວຸດກໍໄດ້ສຳເລັດໃນທ້າຍເດືອນມີນາເຊັ່ນກັນ, ທັງໝົດນັ້ນແມ່ນໄດ້ເປັນເງື່ອນໄຂໃຫ້ແກ່ການກະ ກຽມກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງ, ໃນນັ້ນການກະກຽມກອງປະຊຸມອົງຄະນະ ພັກແຂວງຄະນະປະຈໍາກໍໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບ ໃນຕົ້ນປີ 2024 ລວມມີ ຄະນະຊີ້ນຳລວມ, ອະນຸກຳມະການເນື້ອໃນ, ອະນຸກຳມະການບຸກຄະລາກອນ, ອະນຸກຳມະການເສດຖະກິດ, ອະນຸກຳມະການງົບປະມານ, ອະນຸກຳມະການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ອະນຸກຳມະການ ສຸຂະພາບ ແລະ ອະນຸກຳມະການຂະບວນການຕ່າງໆ ຖືວ່າມາຮອດປັດຈຸບັນແມ່ນສຳເລັດ ແລະ ອະນຸກຳມະການລົງມື ກ່ອນໝູ່ແມ່ນອະນຸກຳມະການເນື້ອໃນເລີ່ມປະຕິບັດໃນກາງປີ 2024 ເປັນຕົ້ນມາ.

ສະຫາຍ ສີສຸພັນ ຜາວົງ ກ່າວໃຫ້ຮູ້ຕື່ມວ່າ: ສຳລັບຂະບວນການກະກຽມດຳເນີນກອງປະຊຸມໃຫຍ່ ອົງຄະນະພັກແຂວງຄັ້ງທີ XI ອັນທີໜຶ່ງ ດ້ານຂະບວນການ ໄດ້ເປັນເຈົ້າການອອກນິຕິກໍາຂອງບັນດາ ຮາກຖານພັກ 4 ອົງຄະນະພັກເມືອງ, ກໍາລັງປະກອບອາວຸ ປກຊ-ປກສ ສ້າງຂະບວນການຮອບດ້ານ, ຂະບວນການທີ່ໜຶ່ງ ຈັດຕັ້ງມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງທ້າຍສະໄໝເປັນຂະ ບວນການທີ່ປະຕິບັດໜ້າທີ່ການເມືອງຂອງແຕ່ລະຂະແໜງການຂົງເຂດວຽກງານຖືວ່າໄດ້ຮັບຜົນສຳເລັດ, ຂະບວນການທີ່ສອງ ການແຂ່ງຂັນຮັກຊາດພັດທະນາຕິດພັນກັບການສະເຫຼີມສະຫຼອງ 3 ວັນປະຫວັດສາດ ກໍໄດ້ສຳເລັດການຊຸມນຸມມິດຕິງໃຫຍ່ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ຂະບວນການປະດັບປະດາອະນາ ໄມ ຊຶ່ງບັນດາເມືອງກໍໄດ້ປະດັບປະດາ, ຕິດພັນກັບການປັບປຸງສ້ອມແປງອາຄານ ໂດຍສະເພາະອາຄານ ໃຫຍ່ສະໂມສອນຂອງແຂວງ ເພື່ອຮອງຮັບຄະນະຜູ້ແທນທີ່ຈະມາເຂົ້າຮ່ວມກອງປະຊຸມ ແລະ ປະ ດັບປະດາ, ທາສີສຳນັກງານອົງການຕ່າງໆ ແລະ ອະນາໄມເທດສະບານຕົວເມືອງແມ່ນໄດ້ດໍາເນີນໄປ ເປັນຈຳນວນຫຼາຍ ພິເສດແມ່ນໄດ້ສຳເລັດການຕິດຕັ້ງໄຟເຍືອງທາງໂຊລາເຊວ, ສຳລັບດ້ານເນື່ອໃນ ໄດ້ເລີ່ມລົງມືໂຄງສ້າງຕ່າງໆໃນກາງປີ 2024 ເປັນຕົ້ນມາ ແລະ ໃນທ້າຍປີໄດ້ເອົາຮ່າງດັ່ງກ່າວຜ່ານກອງ ປະຊຸມຄະນະປະຈຳພັກແຂວງ ເພື່ອເອກະພາບດ້ານໂຄງສ້າງ, ພາຍຫຼັງຄະນະປະຈຳເອກະພາບດ້ານໂຄງ ສ້າງແລ້ວກໍໄດ້ຮ່າງເນື້ອໃນເບື້ອງຕົ້ນແລ້ວຜ່ານກອງປະຊຸມຄົບຄະນະປະຈຳພັກແຂວງ, ສຳລັບດ້ານບຸກຄະ ລາກອນໄດ້ເລີ່ມກະກຽມມາແຕ່ຂັ້ນເມືອງ, ບັນດາສະຫາຍເລຂາພັກເມືອງໄດ້ໄປທາບທາມຮອບທີໜຶ່ງ ແລະ ເຮັດຢູ່ 4 ເມືອງ, ສຳລັບຂັ້ນແຂວງຮອບທີໜຶ່ງແມ່ນເຮັດຢູ່ຫ້ອງວ່າການແຂວງ ແລະ ມາຮອດປັດຈຸບັນ ໃນວັນທີ 21 ກໍລະກົດ ຜ່ານມາ ເປັນຮອບທີ 2 ໂດຍໄດ້ເຊີນ 4 ເມືອງ ແລະ ຄະນະນຳພັກແຂວງ, ບັນດາເລຂາ, ຮອງເລຂາຄະນະໜ່ວຍພັກ, ພະແນກການ, ອົງການອ້ອມຂ້າງແຂວງ ແລະ ກຳລັງປະ ກອບອາວຸດ ປກຊ-ປກສ ແລະ ຫົວໜ້າພະແນກການຂັ້ນແຂວງເຂົ້າຮ່ວມ ເຫັນວ່າບັນດາບຸກຄະລາກອນ ປະຕິບັດຕາມຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 211 ເຫັນວ່າຖືກຕ້ອງສອດ ຄ່ອງຕາມລະບຽບການທີ່ກຳນົດໄວ້, ຄາດວ່າການດຳເນີນກອງປະຊຸມໃຫຍ່ຈະດຳເນີນຢ່າງເປັນທາງການ, ຕາມການລາຍງານຂອງຄະນະປະຈຳພັກແຂວງ ຫາ ຄະນະເລຂາທິການສູນກາງພັກ ໂດຍຜ່ານຄະນະ ຈັດຕັ້ງສູນກາງພັກແມ່ນຄາດວ່າໃນວັນທີ 28 - 29 ສິງຫາ ທີ່ຈະມາເຖິງນີ້, ໃນນັ້ນ ກອງປະຊຸມຈະ ມີການປະກອບຄໍາເຫັນ 10 ຫົວຂໍ້ ຂອງບັນດາສຳນັກງານ, ອົງການ, ຂົງເຂດປ້ອງກັນຊາດ, ປ້ອງກັນ ຄວາມສະຫງົບ, ຂົງເຂດເສດຖະກິດ, ວັດທະນະທຳ - ສັງຄົມ, ຂົງເຂດອຳນາດລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຕົວແບບມາຈາກ 4 ເມືອງ.

ກອງປະຊມໃຫຍ ຄງທ XI ອງຄະນະພກແຂວງເຊກອງ ຄາດວາຈະເປດໃນທາຍເດອນສງຫານ - image 2
 

ສະຫາຍ ສີສຸພັນ ຜາວົງ ຖືໂອກາດນີ້ຮຽກຮ້ອງເຖິງບັນດາສະຫາຍຄະນະພັກ, ສະມາຊິກພັກທຸກ ຂັ້ນ, ຕະຫຼອດຮອດປະຊາຊົນບັນເຜົ່າພາຍໃນແຂວງເຊກອງຈົ່ງຮ່ວມແຮງຮ່ວມໃຈກັນສ້າງຂະບວນການຂໍ່າ ນັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງເປັນຂະບວນການທົ່ວປວງຊົນ, ຮ່ວມແຮງຮ່ວມໃຈກັນສ້າງຂະບວນການອະນາໄມ 3 ສະອາດ, ພ້ອມກັນປົກປັກຮັກສາຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແນໃສ່ເຮັດໃຫ້ຂະບວນການກະກຽມດຳເນີນກອງປະຊຸມ ໃຫຍ່ຄັ້ງນີ້ໃຫ້ເປັນຂະບວນຂອງທົ່ວປວງຊົນ ໃຫ້ມີຄວາມຮັບຮູ້, ເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງ ກອງປະຊຸມໃຫຍ່ດັ່ງກ່າວ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວານີ້ ທີ່ອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງ ທີ່ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສນວ) ເຫັນດີເປັນເອກະພາບຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີຢ່າງເປັນເອກະສັນ.
ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ເພີ່ມເຕີມ