ທ່ານ ອາລຸນໄຊ ສູນນະລາດ ໄດ້ລາຍງານກ່ຽວກັບການພັດທະນາເສດຖະກິດ ແລະ ສັງຄົມ, ວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ, ວຽກງານການສະເຫຼີມສະຫຼອງ 3 ວັນປະຫວັດ, ວຽກງານຈຸດສຸມໃນຕໍ່ໜ້າ ແລະ ວຽກງານການປັບປຸງກົງຈັກການຈັດຕັ້ງ ຂັ້ນແຂວງ.
ໃນໂອກາດດັ່ງກ່າວ, ທ່ານ ຄຳພັນ ເຜີຍະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາຂອງຄະນະພັກ, ຄະນະນຳຂອງແຂວງຈຳປາສັກທີ່ຜ່ານມາ ຊຶ່ງໄດ້ເຮັດ ໃຫ້ວຽກງານການພັດທະນາເສດຖະກິດ - ສັງຄົມມີການພັດທະນາຢ່າງກ້າວກະໂດດ, ບັນ ດາຫົວໜ່ວຍທຸລະກິດໄດ້ມີການພັດທະນາ, ການຜະລິດເປັນສິນຄ້າສົ່ງອອກເພື່ອສ້າງລາຍ ຮັບໃຫ້ແກ່ແຂວງນັບມື້ດີຂຶ້ນເປັນກ້າວໆ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງນັ້ນກໍສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊີ້ນຳການຈັດຕັ້ງປະຕິບັດການປັບປຸງກົງຈັກການຈັດຕັ້ງທີ່ໄດ້ມີການກະກຽມ ແລະ ຈັດຕັ້ງປະຕິບັດເປັນຢ່າງດີ ແລະ ໃຫ້ເຂົ້າໃຈວ່າການປັບປຸງ ການຈັດຄັ້ງນີ້ ເພື່ອເຮັດແນວໃດໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ, ຫັນເປັນທັນສະ ໄໝ, ຫຼຸດຜ່ອນກົງຈັກການຈັດຕັ້ງ, ໃນຂະດຽວກັນຕ້ອງຮັບປະກັນວຽກໃຫ້ມີປະສິດທິພາບ ປະສິດທິຜົນ, ມີຄວາມເຂັ້ມແຂງໃນການເຮັດວຽກໃຫ້ມີຄວາມວ່ອງໄວ, ຕ້ອງເອົາໃຈໃສ່ວຽກ ງານສຶກສາອົບຮົມການເມືອງ - ແນວຄິດໃຫ້ເຂົ້າໃຈ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງເຊື່ອໝັ້ນຕໍ່ ການນໍາພາຂອງພັກ, ຕ້ອງປະຕິບັດພາລະບົດບາດ, ຄວາມຮັບຜິດຊອບໃຫ້ມີຄວາມເປັນ ເອກະພາບກັນ. ໃນນັ້ນ, ການປັບປຸງ ແລະ ສັບຊ້ອນໃຫ້ຖືກຕ້ອງຕາມຄວາມຮູ້ຄວາມ ສາມາດຂອງບຸກຄົນ, ມີຄວາມໂປ່ງໃສຂາວສະອາດ, ຫັນເປັນທັນສະໄໝ ແລະ ນຳໃຊ້ ເຄື່ອງມືທີ່ທັນສະໄໝເຂົ້າໃສ່ໃນການເຮັດວຽກງານ, ພ້ອມນີ້ຂັ້ນຂະແໜງການໃຫ້ສືບຕໍ່ປັບປຸງ ແລະ ຈັດວາງບຸກຄະລາກອນເຂົ້າໃສ່ວຽກງານໃຫ້ເປັນອັນດຽວກັນ ແລະ ໃຫ້ເປັນລະບົບ. ໂດຍສະເພາະການປັບປຸງພາລະບົດບາດຂອງໂຄສະນາອົບຮົມແມ່ນໃຫ້ເບິ່ງພາລະບົດບາດວຽກງານຖະແຫຼງຂ່າວໃຫ້ເຂົ້າເປັນອັນໜຶ່ງອັນດຽວ ແລະ ເບິ່ງກົນໄກການເຮັດວຽກໃຫ້ເຂົ້າ ກັນ ແລະ ໃຫ້ສອດຄ່ອງຕາມໜ້າທີ່ການເມືອງ.
(ຂ່າວ-ພາບ: ສຳນານ)
ຄໍາເຫັນ