![]() |
ການຈັດກິດຈະກໍາຍ່າງ ຄັ້ງນີ້, ແນໃສ່ສົ່ງເສີມໃຫ້ມວນຊົນທຸກເພດໄວ ໄດ້ຫັນມາອອກກຳລັງກາຍໃຫ້ນັບມື້ຫຼາຍຂຶ້ນ ເພື່ອໃຫ້ມີສຸຂະພາບສົມບູນ ແຂງແຮງ ທັງຮ່າງກາຍ ແລະ ຈິດໃຈ, ພ້ອມທັງເຮັດໃຫ້ພະນັກງານລັດຖະກອນ ໄດ້ມີກິດຈະກຳຮ່ວມກັນເປັນໝູ່ຄະນະ ແລະ ການຍ່າງຄັ້ງນີ້ ເລີ້ມແຕ່ຄິວລົດໂດຍສານເມືອງວຽງຄໍາ (ບ້ານວັງໄບ) ຫາ ຫ້ອງວ່າການເມືອງ ໄລຍະທາງ ປະມານ 2 ກິໂລແມັດ.
ຂ່າວໃຫ້ຮູ້ຕື່ມອີກວ່າ: ໃນວັນດຽວກັນ ຫ້ອງການສະຫະພັນແມ່ຍິງເມືອງວຽງຄໍາ ໄດ້ຈັດກິດຈະກຳວາງສະແດງສິນຄ້າຫັດຖະກຳ ແລະ ຜົນຜະລິດກະສິກຳ, ປະກວດປຸງແຕ່ງອາຫານພື້ນບ້ານ ໂດຍມີໜ່ວຍສະຫະພັນແມ່ຍິງສໍານັກງານ-ອົງການ ແລະ ບ້ານເຂົ້າຮ່ວມປະກວດ ຈໍານວນ 18 ໜ່ວຍ. ຜົນການປະກວດ ທີ 1 ແມ່ນໂຮງຮຽນມັດທະຍົມສົມບູນວຽງຄໍາ, ທີ 2 ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ, ທີ 3 ຫ້ອງການສາທາລະນະສຸກ ແລະ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ. ຈາກນັ້ນ, ກໍໄດ້ມອບ ລາງວັນໃຫ້ແຕ່ລະປະເພດ ດ້ວຍບັນຍາກາດເບີກບານມ່ວນຊື່ນ.
(ຂ່າວ: ບຸນທັນ ໄຊຍະວົງ)
ຄໍາເຫັນ