![]() |
ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍຊົ່ວໂມງເປັນຕົ້ນແມ່ນ: ຈຸດຕໍ່ໜ້າຄ້າຍຄຸມຂັງດັດສ້າງ (ກອງ 9), ຂົວບ້ານດ່ອງ, ບ້ານນາຫອຍ, ບ້ານລາດງ່ອນ ແລະ ຈຸດອື່ນໆ, ນ້ຳໄດ້ໄຫຼເຂົ້າຖ້ວມເຮືອນ, ໜອງປາ, ທົ່ງນາ, ເສັ້ນທາງຄົມມະນາຄົມເຮັດໃຫ້ມີຜົນເສຍຫາຍຫຼາຍສົມຄວນ, ການສັນຈອນຖືກຕັດຂາດ. ນອກນີ້, ການນຳຍັງໄດ້ໄປຕິດຕາມລະດັບນ້ຳໃນໜອງສະເດັດສຸພານຸວົງ (ໜອງນ້ຳ) ຄູກັນນ້ຳເພື່ອຕິດຕາມເຝົ້າລະວັງ ແລະ ຮັບມືກັບສະພາບດັ່ງກ່າວ. ທ່ານເຈົ້າແຂວງໄດ້ຮຽກຮ້ອງໃຫ້ປະຊາຊົນຈົ່ງຕິດຕາມລະດັບນ້ຳ, ຕິດຕາມພະຍາກອນອາກາດເນື່ອງຈາກຝົນຍັງຈະສືບຕໍ່ຕົກ, ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແຈ້ງໃຫ້ຄະນະກຳມະການຄວບຄຸມໄພພິບັດຂັ້ນເມືອງ ແລະ ຂັ້ນແຂວງ ຢ່າງວ່ອງໄວເພື່ອຫາທາງອອກ ແລະ ແກ້ໄຂສຸກເສີນໃຫ້ທັນເວລາ
(ຂ່າວ: ບຸນມີ ແສງທຸມມີ)
ຄໍາເຫັນ