ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
ສູນກາງສະຫະພັນແມ່ຍິງລາວ (ສສຍລ) ໄດ້ຈັດພິທີໂຮມຊຸມນຸມໃຫຍ່ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 ຫາ 20 ກໍໍລະກົດ 2025) ຂຶ້ນໃນວັນທີ 23 ກໍລະກົດ ນີ້ ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ມີບັນດາທ່ານກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ສະມາຊິກສະພາແຫ່ງຊາດ, ຄະນະປະທານສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສະຫະພັນກໍາມະບານລາວ, ເລຂາຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ, ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການ, ມີພະນັກງານປະຕິວັດ, ອາວຸໂສ ບໍານານ, ພ້ອມດ້ວຍ ແມ່ຍິງບັນດາກະຊວງ, ອົງການ, ນະຄອນຫຼວງ, ແລ ະພາກສ່ວນຕ່າງໆ​ເຂົ້າ​ຮ່ວມ​​.

 

ພທໂຮມຊມນມ ສະເຫມສະຫອງວນສາງຕງສະຫະພນແມຍງລາວ ຄບຮອບ 70 ປ - image 1
 

ໃນພິທີ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ຫວນຄືນປະຫວັດມູນເຊື້ອແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານຮອບດ້ານ ຂອງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອປະກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືພາລະກິດພັດທະນາແມ່ຍິງລາວ. 70 ປີຜ່ານມາ ເອື້ອຍນ້ອງແມ່ຍິງ ໄດ້ເຂົ້າຮ່ວມຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍອມຈຳນົນ, ເສຍສະຫຼະຊີວິດເລືອດເນື້ອ, ລົ້ມລຸກຄຸກຄານ ຄຽງບ່າຄຽງໄຫຼ່ກັບເພດຊາຍ, ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ ລະອິດລະອ້ຽວ, ຂ້ຽວຂາດ ແລະ ຍືດເຍື້ອຍາວນານ, ມີຜົນງານບັນທຶກໄວ້ໃນໜ້າປະຫວັດສາດອັນສະຫວ່າງສະໄຫວຂອງຊາດ ແລະ ຂອງແມ່ຍິງໃນຫຼາຍໆດ້ານ ຊຶ່ງທ່ານໄດ້, ຫວນຄືນປະຫວັດຄວາມເປັນມາ ແລະ ນໍາສະເໜີຜົນງານ, ການເຄື່ອນໄຫວບາງດ້ານທີ່ພົ້ນເດັ່ນ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ຊຶ່ງເລີ່ມມາຈາກໜ່ວຍຍຸວັນນາລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ ທີ່ກໍາເນີດຂຶ້ນ ແຕ່ໄລຍະຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ຈົນເຖິງຂັບໄລ່ຈັກກະພັດລ່າເມືອງຂຶ້ນແບບໃໝ່. ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການເຕົ້າໂຮມ, ປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວສະໝັກໃຈປະກອບສ່ວນໃນພາລະກິດປະຕິວັດ ແລະ ຖືແມ່ຍິງເປັນພາກສ່ວນໜຶ່ງໃນກຳລັງແຮງທີ່ສຳຄັນຂອງພັກ. ພັກເຫັນວ່າການຈັດຕັ້ງແມ່ຍິງ ໄດ້ຂະຫຍາຍຕົວຢ່າງແຂງແຮງໄວວາ. ດັ່ງນັ້ນ, ວັນທີ 20 ກໍລະກົດ 1955 ພັກໄດ້ມີມະຕິຕົກລົງສ້າງຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ. ໜ່ວຍຄົ້ນຄວ້າວຽກງານແມ່ຍິງ ໄດ້ຮັບມອບໝາຍປະຕິບັດ 2 ໜ້າວຽກ ຄື: 1. ຄົ້ນຄວ້າຮ່າງກົດລະບຽບ, ໂຄງການດໍາເນີນງານ ເພື່ອກະກຽມຈັດຕັ້ງເປັນໜ່ວຍແມ່ຍິງໃນຂັ້ນຕໍ່ໄປ; 2. ຄົ້ນຄວ້າສະພາບສັງຄົມລາວ, ຮີດຄອງປະເພນີອັນເກົ່າແກ່ຫຼ້າຫຼັງ ທີ່ກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງແມ່ຍິງ ແລະ ສົ່ງຜົນສະທ້ອນອັນບໍ່ດີຕໍ່ສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍທີ່ຄວນປະລະ, ພ້ອມທັງສຶກສາອົບຮົມປຸກລະດົມຂົນຂວາຍແມ່ຍິງໃຫ້ມີຄວາມຕື່ນຕົວ ຢາກແກ້ໄຂສະພາບດ້ອຍໂອກາດ ຂອງຕົນເອງ ແລະ ບຸກບືນກ້າວຂຶ້ນ. ຜ່ານການອຸທິດເຫື່ອແຮງສະຕິປັນຍາ ປະກອບສ່ວນເຂົ້າໃນການຕໍ່ສູ້ປົດປ່ອຍຊາດ ມີແມ່ຍິງຈຳນວນບໍ່ໜ້ອຍ ຖືກສັດຕູຈັບກຸມຄຸມຂັງ, ທຸບຕີທໍລະມານ, ບັງຄັບໃຫ້ໄຂຄວາມລັບ ແຕ່ແມ່ຍິງກໍເດັດຂາດ ບໍ່ຍອມຈຳນົນ, ບໍ່ຍອມໄຂຄວາມລັບ, ດ້ວຍນ້ຳໃຈຕໍ່ສູ້ພິລະອາດຫານ, ດ້ວຍຄວາມທໍລະຫົດອົດທົນ ແລະ ຄວາມອົງອາດກ້າຫານ. ແມ່ຍິງລາວບັນດາເຜົ່າ ຈຶ່ງໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ 23 ສະຫາຍ, ເປັນນັກຮົບແຂ່ງຂັນທົ່ວປະເທດ 25 ສະຫາຍ. ພ້ອມນັ້ນ, ຍັງມີແມ່ຍິງຈໍານວນຫຼາຍ ໄດ້ຖືກຄັດເລືອກເປັນແບບຢ່າງທີ່ດີເດັ່ນ ໃນການປະກອບສ່ວນເຂົ້າໃນຫຼາຍຂົງເຂດວຽກງານ,ໄດ້ຮັບການຍ້ອງຍໍຈາກພັກ ແລະ ລັດຖະບານຢ່າງສົມກຽດ, ມີຫຼາຍສະຫາຍໄດ້ຮັບຫຼຽນໄຊ, ຫຼຽນກາ ແລະ ໃບຍ້ອງຍໍ. ບັນດາກົມກອງ ກໍໄດ້ຮັບນາມມະຍົດເປັນກົມກອງວິລະຊົນ ເຊັ່ນ: ກອງຮ້ອຍທະຫານເພດຍິງ 769, ໂຮງງານຕໍ່າແຜ່ນ 12 ຕຸລາ, ໂຮງຮຽນມັດທະຍົມເມືອງແປກ ແຂວງຊຽງຂວາງ. ການອຸທິດອັນໃຫຍ່ຫຼວງຂອງແມ່ຍິງລາວບັນດາເຜົ່າ ເປັນການປະກອບສ່ວນສໍາຄັນ ໃນການລຸກຮືຂຶ້ນຢຶດອໍານາດໃນທົ່ວປະເທດ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975.

ພທໂຮມຊມນມ ສະເຫມສະຫອງວນສາງຕງສະຫະພນແມຍງລາວ ຄບຮອບ 70 ປ - image 2
 

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່, ປີ 1984 ກອງປະຊຸມຄັ້ງປະຫວັດສາດ ຜູ້ແທນແມ່ຍິງລາວທົ່ວປະເທດ ໄດ້ເປີດຂຶ້ນຢ່າງເປັນທາງການ, ໃນເວລານັ້ນ ມີສະມາຊິກສະຫະພັນແມ່ຍິງທົ່ວປະເທດ ຈຳນວນສີ່ແສນກວ່າຄົນ. ກອງປະຊຸມໄດ້ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຮອບດ້ານຂອງອົງການຈັດຕັ້ງແມ່ຍິງ, ໄດ້ກໍານົດທິດທາງໜ້າທີ່ວຽກງານການເຄື່ອນໄຫວ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ຂອງພັກໃນໄລຍະໃໝ່. ໄດ້ປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ”. ພ້ອມທັງເລືອກເອົາ ທ່ານນາງ ຄຳແພງ ບຸບຜາ ເປັນປະທານ, ທ່ານນາງ ເພັດສະໝອນ ລາຊະສິມມາ ເປັນຮອງປະທານ. ໄດ້ຮັບຮອງເອົາ ຄໍາຂວັນ 3 ດີ 2 ໜ້າທີ່ ຂອງແມ່ຍິງລາວ ຄື: 3 ດີ: 1. ເປັນພົນລະເມືອງດີ, 2. ເປັນແມ່ທີ່ດີ, 3. ເປັນເມຍທີ່ດີ ແລະ 2 ໜ້າທີ່ຄື: ປົກປັກຮັກສາ, ກໍ່ສ້າງປະເທດຊາດ ແລະ ປົດປ່ອຍແມ່ຍິງ.

ພທໂຮມຊມນມ ສະເຫມສະຫອງວນສາງຕງສະຫະພນແມຍງລາວ ຄບຮອບ 70 ປ - image 3
 

ຈາກຜົນງານທີ່ຍາດມາໄດ້, ສະຫະພັນແມ່ຍິງລາວ ໄດ້ຮັບການຍ້ອງຍໍຊົມເຊີຍຈາກພັກ ແລະ ລັດຖະບານ ຄື: ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ I ປະທານ ສຸພານຸວົງ ປະທານປະເທດ ປະດັບຫຼຽນໄຊອິດສະຫຼະຊັ້ນ I ແລະ ທຸງມູນເຊື້ອ ໃຫ້ແກ່ຂະບວນການແມ່ຍິງລາວ; ກອງປະຊຸມໃຫຍ່ແມ່ຍິງລາວທົ່ວປະເທດ ຄັ້ງທີ V ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດ ປະດັບຫຼຽນໄຊອິດສະຫຼະຊັ້ນ I ໃຫ້ສະຫະພັນແມ່ຍິງລາວ ຍ້ອງຍໍຜົນງານ 20 ປີ; ໃນໂອກາດສະເຫຼີມສະຫຼອງວຽງຈັນ ເປັນນະຄອນຫຼວງ ຄົບຮອບ 450 ປີ ກ້ອນກໍາລັງແມ່ຍິງບັນດາເຜົ່າໄດ້ຮັບຫຼຽນໄຊແຮງງານ ຊັ້ນ II; ເນື່ອງໃນໂອກາດສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 60 ປີ, ທ່ານ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ປະທານປະເທດ ໄດ້ປະດັບຫຼຽນຄໍາແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດ ຂອງ ສປປ ລາວ ໃຫ້ສະຫະພັນແມ່ຍິງລາວ ແລະ ປີ 2015 ລັດຖະບານ ສສ ຫວຽດນາມ ໄດ້ປະດັບຫຼຽນໄຊເອກະລາດ ຊັ້ນ I ໃຫ້ສະຫະພັນແມ່ຍິງລາວ. ນອກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ຮັບຟັງສູນທອນພົດຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ.

ພທໂຮມຊມນມ ສະເຫມສະຫອງວນສາງຕງສະຫະພນແມຍງລາວ ຄບຮອບ 70 ປ - image 4
 

ຫຼັງຈາກນັ້ນ, ທ່ານ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຜ່ານດໍາລັດວ່າດ້ວຍການປະດັບຫຼຽນໄຊອິດສະຫຼະ ຊັັ້ນ III ທີ່ມີຜົນງານໃນການນໍາພາ-ຊີ້ນໍາວຽກງານສະຫະພັນແມ່ຍິງ, ສົ່ງເສີມມູນເຊື້ອວັດທະນະທໍາຮີດຄອງປະພນີອັນດີງານຂອງຊາດ ແລະ ແມ່ຍິງບັນດາເຜົ່າ. ໃຫ້ກຽດປະດັບຫຼຽນໄຊອິດສະຫຼະ ຊັັ້ນ III ຄັ້ງນີ້ ໂດຍພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ.

ໃນພິທີຍັງໄດ້ຮັບຊົມຟີມມູນເຊື້ອ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນແມ່ຍິງລາວ, ຊົມການສະແດງສິລະປະຈາກສິລະປະກອງທັບປະຊາຊົນລາວ ແລະ ຮັບຟັງບົດກອນອວຍພອນ ຈາກຕາງໜ້າສູນກາງຊາວໝຸ່ມ ປະຊາຊົນ ປະຕິວັດລາວ ຕື່ມອີກ.

ຂ່າວ-ພາບ: ຍຸພິນທອງ-ບຸນອູ້ມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ສສຊ ສສນວ ຮັບຮອງເອົາບົດລາຍງານຂອງສະພາປະຊາຊົນ ນວ

ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວານີ້ ທີ່ອົງການປົກຄອງ ນວ, ພາຍໃຕ້ການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ, ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ປະຈຳເຂດເລືອກຕັ້ງ ທີ່ 1 ນະຄອນຫຼວງວຽງຈັນ(ນວ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ(ສສນວ) ເຫັນດີເປັນເອກະພາບຮັບຮອງເອົາ ບົດລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ, ທິດທາງແຜນການ ປະຈຳປີ 2026 ຂອງສະພາປະຊາຊົນ ນວ ຊຸດທີ V ດ້ວຍຄະແນນສຽງເຫັນດີຢ່າງເປັນເອກະສັນ.
ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ເມືອງເງິນປິດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ

ວັນທີ 16 ທັນວາຜ່ານມາ ຢູ່ທີ່ຫ້ອງປະຊຸມຫ້ອງການ-ການເງິນເມືອງເງິນ ແຂວງ ໄຊຍະບູລີ. ໄດ້ປີດສະຫຼຸບການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ເຂົ້າຮ່ວມເປັນກຽດຂອງທ່ານ ອຸ່ນຄໍາ ອຸບົນສັກ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ທົ່ວເມືອງເງິນ ຄັ້ງທີ V ປີ 2025, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ນັກກວດກາ ແລະ ນັກເດີນສໍາຫຼວດເຂົ້າຮ່ວມ.
ເພີ່ມເຕີມ