ຍົກສູງການພົວພັນຮ່ວມມືວຽກງານ ສນຊ ແລະ ສະຫະພັນກໍາມະບານລາວ

ຍົກສູງການພົວພັນຮ່ວມມືວຽກງານ ສນຊ ແລະ ສະຫະພັນກໍາມະບານລາວ

ຍົກສູງການພົວພັນຮ່ວມມືວຽກງານ ສນຊ ແລະ ສະຫະພັນກໍາມະບານລາວ
ການພົວພັນຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ (ສນຊ) ແລະ ສະຫະພັນກໍາມະບານລາວ ເນື້ອແທ້ເພື່ອເປັນການເສີມຂະຫຍາຍມູນເຊື້ອ ແລະ ເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກກໍາມະບານກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ແໜ້ນແຟ້ນເປັນຈິດໜຶ່ງໃຈດຽວກັນ.

 

ສະຫາຍ ນາງ ສີພະຈັນ ນັນທະວົງສາ ກໍາມະການຄະນະປະຈໍາພັກ ຮອງປະທານ ສນຊ ໄດ້ປະ ກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານລາວທົ່ວປະເທດ ຄັ້ງທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ ໃນຫົວຂໍ້: ການພົວພັນຮ່ວມມືລະຫວ່າງ ສນຊ ແລະ ສະຫະພັນກໍາມະບານລາວ ເພື່ອເສີມຂະຫຍາຍມູນເຊື້ອ ແລະ ເຕົ້າໂຮມຄວາມສາມັກຄີໃນຖັນແຖວສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າໃຫ້ເປັນຈິດໜຶ່ງໃຈດຽວກັນ. ແນວລາວສ້າງຊາດແມ່ນອົງການສໍາພັນທາງການເມືອງຂອງທົ່ວສັງຄົມເປັນສະຫະພັນຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມ ແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊັ້ນຄົນ, ຊົນເຜົ່າ, ສາສະໜາ, ເພດ, ໄວ ລວມທັງຕົວແທນຄົນລາວທີ່ ດໍາລົງຊີວິດຢູ່ຕ່າງປະເທດ ບົນພື້ນຖານຄວາມຕື່ນຕົວ ແລະ ສະໝັກໃຈ. ໄດ້ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ປົກປັກຮັກສາພັດທະນາປະເທດຊາດໃນປັດຈຸບັນ. ໂດຍໄດ້ເສີມຂະຫຍາຍນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີທົ່ວປວງຊົນລາວບັນດາເຜົ່າ ເປັນປັດໄຈໜຶ່ງທີ່ຕັດສິນທຸກໄຊຊະນະຂອງການປະຕິວັດລາວ, ສນຊ ໄດ້ຜັນຂະຫຍາຍວຽກງານແນວໂຮມໃນ 6 ວຽກງານຈຸດສຸມ ມາເປັນ 5 ແຜນງານ, 41 ໂຄງການ; ເປັນຕົ້ນແມ່ນໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະ ຊາຊົນບັນດາເຜົ່າ ເປັນຕົວຊີ້ວັດໜຶ່ງໃນມາດຖານຄອບຄົວພັດທະນາ. ນັບແຕ່ໃດໆມາ ສອງອົງການແມ່ນໄດ້ຮ່ວມມືກັນເສີມຂະຫຍາຍມູນເຊື້ອຮ່ວມສໍາພັນ ແລະ ໄດ້ຕັ້ງໜ້າເຄື່ອນໄຫວວຽກງານແນວໂຮມ, ວຽກງານມະ ຫາຊົນດ້ວຍຄວາມຮັບຜິດຊອບສູງ, ປຸກລະດົມກໍາລັງແຮງສັງລວມເຂົ້າໃນພາລະກິດຂອງພັກ, ຂອງຊາດ; ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປະຕິບັດເນື້ອໃນຄໍາຂວັນ, ຂໍ້ແຂ່ງຂັນຂອງແຕ່ລະອົງ ການຢ່າງເປັນຂະບວນຟົດຟື້ນ ແລະ ຕໍ່ເນື່ອງ ໂດຍສະເພາະຄໍາຂວັນ 4 ເສີມສ້າງຂອງແນວລາວສ້າງຊາດ (ເສີມສ້າງຄວາມສາມັກຄີ; ຄຸນງາມຄວາມດີ; ຄຸນວຸດທິ ແລະ ຄຸນນະທໍາ), 3 ດີຂອງສະຫະພັນແມ່ຍິງລາວ, 4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວ, 5 ເປັນເຈົ້າຂອງກໍາມະບານແມ່ນໄດ້ຮັບການຍູ້ແຮງເຂົ້າສູ່ພາກປະຕິບັດຢ່າງເປັນຮູບປະທໍາ ແລະ ກວ້າງຂວາງ. ແນວລາວສ້າງຊາດ ແລະ ສະຫະພັນກໍາມະບານໄດ້ພ້ອມກັນອອກແຮງຈັດຕັ້ງຜັນຂະຫຍາຍເນື້ອໃນ 4 ຮ່ວມ ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີຢ່າງກົມກຽວ ແລະ ແຂງແຮງຄື: ໜຶ່ງ. ໄດ້ຮ່ວມກັນສຶກສາອົບຮົມຂົນຂວາຍມະຫາຊົນ, ປະຊາຊົນໃຫ້ໄປຕາມທິດດຽວກັນ ເພື່ອເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ, ສ້າງຂະບວນການມະຫາຊົນດ້ວຍຫຼາຍຮູບຫຼາຍສີ, ຫຼາຍລະດັບ, ຫຼາຍຂະໜາດແຕກຕ່າງກັນ ເພື່ອປະກອບສ່ວນເຂົ້າໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ; ສອງ. ຮ່ວມກັນເຄື່ອນໄຫວວຽກງານຢູ່ທ້ອງຖິ່ນຮາກຖານ ໂດຍລົງພົບປະໂອ້ລົມ, ເກັບກໍາສຽງສັງຄົມ, ຄວາມມຸ່ງມາດປາຖະໜາຂອງປະຊາຊົນລາວບັນດາເຜົ່າ ກໍຄືມະຫາຊົນຕໍ່ການເຄື່ອນໄຫວທີ່ຕັ້ງໜ້າ ແລະ ບໍ່ຕັ້ງໜ້າຂອງອົງການອໍານາດລັດຕາມຂໍ້ກໍານົດ 01/ຄລສພ; ສາມ. ໄດ້ຮ່າງມະຕິຮ່ວມກັນ ແລະ ຄົ້ນຄວ້າຫົວຂໍ້ ການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໂດຍກໍານົດຈຸດສຸມຕາມສະພາບຈຸດພິເສດຂອງແຕ່ລະອົງການ, ຂອງແຕ່ລະທ້ອງຖິ່ນເພື່ອສ້າງຂະບວນການລວມຕາມກຳລັງແຮງຂອງແຕ່ລະອົງການ; ສີ່. ສ້າງການຫັນປ່ຽນແກ້ໄຂຄວາມຫຍຸ້ງຍາກ ແລະ ສ້າງລາຍຮັບເພີ່ມທີ່ຖືກກົດໝາຍ ໂດຍການຜັນຂະຫຍາຍມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກ ໃນໄລຍະໃໝ່. ນອກນັ້ນ, ໄດ້ຮ່ວມກັນຈັດກິດຈະກໍາໄປຢ້ຽມຢາມຖານທີ່ໝັ້ນຢູ່ແຂວງຫົວພັນ, ກິດຈະກໍາຊ່ວຍເຫຼືອມະນຸດສະທໍາ, ກິດຈະກໍາບໍລິຈາກເລືອດຊ່ວຍຊີວິດສັງຄົມ ແລະ ອີກຫຼາຍກິດຈະກໍາເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນສະເຫຼີມສະຫຼອງ 3 ວັນປະຫວັດສາດ ແລະ ວັນສ້າງຕັ້ງຂອງອົງການຕົນຢ່າງກວ້າງຂວາງ ແລະ ຟົດຟື້ນ. ໃນໄລຍະຜ່ານມາ, ສນຊ ແລະ ສະຫະພັນກໍາມະບານລາວໄດ້ມີການພົວພັນຮ່ວມມືກັນຢ່າງໃກ້ຊິດໃນການສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປອງດອງໃນຖັນແຖວສະມາຊິກພັກ, ພະນັກງານ ກໍຄືສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວບັນດາເຜົ່າ, ແຕ່ກໍຍັງເຮັດໄດ້ໜ້ອຍບໍ່ທັນເຂົ້າເຖິງທຸກກຸ່ມເປົ້າໝາຍ ເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ. ການປະຕິບັດ 4 ຮ່ວມ, ການລົງເຄື່ອນໄຫວທ້ອງຖິ່ນເພື່ອຊຸກຍູ້, ຕິດຕາມກວດກາ ແລະ ເກັບກໍາສະພາບ ຫາງສຽງສັງຄົມ, ຄວາມມຸ່ງມາດປາຖະໜາຂອງສະມາຊິກກໍາມະບານ ກໍຄືຜູ້ອອກແຮງງານລາວບັນດາເຜົ່າ ແມ່ນຍັງເຮັດໄດ້ຈໍາກັດ.

ໃນຕໍ່ໜ້ານີ້, ເພື່ອເຮັດໃຫ້ການພົວພັນຮ່ວມມືກັນລະຫວ່າງ ສນຊ ແລະ ສະຫະພັນກໍາມະບານລາວ ໄດ້ຮັບການຈັດຕັ້ງຜັນຂະຫຍາຍໄດ້ຫຼາຍ ແລະ ເຂົ້າສູ່ລວງເລິກນັ້ນ; ຂ້າພະເຈົ້າຂໍສະເໜີວ່າ ທັງສອງພາກ ສ່ວນຕ້ອງໄດ້ເອົາໃຈໃສ່ບາງຈຸດຕົ້ນຕໍດັ່ງນີ້:1. ສ້າງແຜນການເຄື່ອນໄຫວຮ່ວມກັນ, ກໍານົດເປົ້າໝາຍຮ່ວມກັນ ເພື່ອສືບຕໍ່ເຮັດວຽກງານສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ເສີມຂະຫຍາຍກຳລັງແຮງຂອງທົ່ວປວງຊົນລາວບັນດາເຜົ່າ ພ້ອມທັງເຮັດໜ້າທີ່ຕິດຕາມກວດກາ ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ການປັບປຸງກົງຈັກ-ບຸກຄະລາກອນຂອງອົງການລັດ ແລະ ປົກປ້ອງສິດຜົນປະໂຫຍດຂອງສະມາຊິກຂອງອົງການຕົນຢ່າງແຂງແຮງ; 2. ສືບຕໍ່ກໍານົດແຜນງານ, ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ມີຫຼາຍລະດັບ, ຫຼາຍຮູບແບບຕິດພັນກັບຂໍ້ແຂ່ງຂັນຂອງອົງການຕົນ; ຜັດປ່ຽນກັນເປັນເຈົ້າພາບຈັດກິດຈະກໍາເພື່ອປະກອບສ່ວນແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມຕາມພາລະບົດບາດຂອງຕົນ; ສືບຕໍ່ປຸກລະດົມບັນດາອົງການຈັດຕັ້ງສັງຄົມ, ບຸກຄົນ, ນິຕິບຸກຄົນປະກອບພັນທະຕໍ່ລັດ ແລະ ຮ່ວມມືກັບກະຊວງ-ອົງການ, ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມອື່ນໆ ເພື່ອລະດົມການຊ່ວຍເຫຼືອປະຊາຊົນຜູ້ດ້ອຍໂອກາດ ແລະ ຜູ້ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ; 3. ແນວລາວສ້າງຊາດ ແລະ ສະຫະພັນກໍາມະບານຂັ້ນແຂວງ, ເມືອງຕ້ອງ ເອົາໃຈໃສ່ປະສານສົມທົບ, ພົວພັນກັນຢ່າງໃກ້ຊິດ; ຈັດຕັ້ງຜັນຂະຫຍາຍເນື້ອໃນ 4 ຮ່ວມໃຫ້ເຂົ້າສູ່ລວງເລິກ. ພ້ອມນີ້, ກໍເອົາໃຈໃສ່ ຮ່ວມກັນເກັບກໍາຫາງສຽງສັງຄົມ, ຄວາມມຸ່ງມາດປາຖະໜາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຂອງປະຊາຊົນຜູ້ອອກແຮງງານເພື່ອສະເໜີຕໍ່ຂັ້ນເທິງຂອງຕົນໃຫ້ວ່ອງໄວ ແລະ ທັນເຫດ ການ; 4. ສືບຕໍ່ຍົກສູງຍູ້ແຮງໃຫ້ຄະນະພັກ ແລະ ອົງການປົກຄອງຂັ້ນຕົນສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກເພື່ອຜັນຂະຫຍາຍມະຕິ 04/ກມສພ ແລະ ມະຕິ 05/ລບ ກ່ຽວກັບການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງ. ຈັດຕັ້ງຜັນຂະຫຍາຍມະຕິ 108/ກມສພ ວ່າດ້ວຍວຽກງານງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່ໃຫ້ກວ້າງຂວາງ ໂດຍສະເພາະຮ່ວມກັນສ້າງການຫັນປ່ຽນແກ້ໄຂຄວາມຫຍຸ້ງຍາກ ແລະ ສ້າງລາຍຮັບເພີ່ມຮ່ວມກັນຕາມທ່າແຮງຂອງແຕ່ລະອົງການໃນແຕ່ລະທ້ອງຖິ່ນໃຫ້ປະກົດຜົນເປັນຈິງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ