ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ

ປະທານຄະນະກວດກາສູນກາງພັກ ພົບ​ປະ​ໂອ້​ລົມ​ພະ​ນັກ​ງານຫຼັກ​ແຫຼ່ງແຂວງເຊກອງ
ວັນທີ 29 ຕຸລາຜ່ານມານີ້, ທ່ານ ຄໍາພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສຸນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ເຄື່ອນໄຫວພົບປະໂອ້ລົມພະນັກງານການນຳຫຼັກແຫຼ່ງແຂວງເຊກອງ ຢູ່ທີ່ສະໂມສອນຂອງແຂວງ ໂດຍມີທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ພ້ອມດ້ວຍການນຳຂັ້ນແຂວງ, ເມືອງ ແລະພະນັກງານກວດກາທົ່ວແຂວງ ເຂົ້າຮ່ວມຮັບຟັງ.
ປະທານຄະນະກວດກາສນກາງພກ ພບ​ປະ​ໂອ​ລມ​ພະ​ນກ​ງານຫກ​ແຫງແຂວງເຊກອງ - image 1
 

ໂອກາດນີ້, ທ່ານ ບຸນຫຼາຍ ບຸດທິ ໄດ້ລາຍງານການນໍາພາ-ຊີ້ນຳຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 9 ເດືອນ ປີ 2025 ໂດຍແຂວງເຊກອງ ໄດ້ເພີ່ມທະວີຄວາມຮັບຜິດຊອບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງເປັນລະບົບຕໍ່ເນື່ອງ ເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພໂດຍພື້ນຖານ, ເສດຖະກິດ-ສັງຄົມສືບຕໍ່ຂະຫຍາຍຕົວຕາມທ່າອ່ຽງຂອງເສດຖະກິດແຫ່ງຊາດ.ໃນນັ້ນ, ຂົງເຂດວຽກງານກະສິກຳ-ປ່າໄມ້, ອຸດສະຫະກຳ, ຫັດຖະກຳ ສາມາດເພິ່ງຕົນເອງໄດ້ດີ ຊຶ່ງລວມຍອດຜະລິດຕະພັນພາຍໃນ ຄາດຄະເນຈະບັນລຸໄດ້ 6,2% ຂຶ້ນໄປ, ການເກັບລາຍຮັບເຂົ້າງົບປະມານ ລວມທັງໝົດ 345.03 ຕື້ກີບ,ທຽບໃສ່ແຜນການປີ ປະຕິບັດໄດ້ 55.92%, ຄຽງຄູ່ກັນນີ້ ການປະຕິບັດລາຍຈ່າຍ ໄດ້ 447.36 ຕື້ກີບ, ເທົ່າກັບ 69.79%.ນອກນັ້ນ, ຍັງໄດ້ເອົາໃຈໃສ່ປັບປຸງລະບົບການປົກຄອງ ນັບແຕ່ຂັ້ນແຂວງ, ຂັ້ນເມືອງ, ບ້ານ ມີຄວາມເຂັ້ມແຂງດີຂຶ້ນ, ເອົາໃຈໃສ່ຕໍ່ການຮຽນ-ການສອນແບບໃໝ່ທີ່ຮັບປະກັນຫຼັກມູນການສຶກສາ ແລະແກ້ໄຂບັນຫາການປະລະການຮຽນຂອງເດັກໃນເກນອາຍຸເຂົ້າຮຽນຊັ້ນຕ່າງໆ, ພ້ອມນີ້ ກໍໄດ້ເອົາໃຈໃສ່ສືບຕໍ່ເສີມສ້າງສາຍພົວພັນຮ່ວມມືກັບບັນດາເມືອງ,ແຂວງຂອງປະເທດທີ່ມີຊາຍແດນຕິດຈອດ ໂດຍສະເພາະ ສສ ຫວຽດນາມ, ພ້ອມນີ້ ການຈັດຕັ້ງປະຕິບັດວຽກງານກວດກາພັກ, ອົງການກວດກາລັດ ກໍໄດ້ເພີ່ມທະວີການຕິດຕາມ, ກວດກາ, ຕີລາຄາການນໍາພາ-ຊີ້ນໍາ ຂອງຄະນະພັກແຕ່ລະຂັ້ນ ເປັນຕົ້ນແມ່ນ ກວດກາສະມາຊິກພັກ ແລະ ການຈັດຕັ້ງພັກ ຕິດພັນກັບການຈັດຕັ້ງດໍາເນີນຊີວິດການເມືອງພາຍໃນຄະນະພັກ, ຖືເອົາວຽກງານຕິດຕາມ-ກວດກາ ເປັນການປ້ອງກັນ ແລະ ສະກັດກັ້ນສິ່ງຫຍໍ້ທໍ້ຕ່າງໆໃນກົງຈັກການຈັດຕັ້ງ ແລະ ຖັນແຖວສະມາຊິກພັກ-ພະນັກງານ ຊຶ່ງໃນໄລຍະປີ 2025 ນີ້, ແມ່ນໄດ້ສຸມໃສ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍປະຕິບັດຕາມກົດລະບຽບຂອງພັກ, ຕາມຄໍາສັ່ງ, ຄໍາແນະນໍາ ຢ່າງເຄັ່ງຄັດ ແລະ ເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ Xl ຂອງອົງຄະນະພັກແຂວງເຊກອງ ລວມທັງການປັບປຸງລະບົບການຈັດຕັ້ງ ໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ.

ປະທານຄະນະກວດກາສນກາງພກ ພບ​ປະ​ໂອ​ລມ​ພະ​ນກ​ງານຫກ​ແຫງແຂວງເຊກອງ - image 2
 

ທ່ານ ຄໍາພັນ ພົມມະທັດ ໄດ້ເນັ້ນໃຫ້ພະນັກງານຫຼັກແຫຼ່ງຂອງແຂວງເຊກອງເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານກວດກາພັກ, ກວດກາລັດ ໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ ເປັນຕົ້ນ: ຕ້ອງເອົາໃຈໃສ່ຍົກລະດັບການສຶກສາອົບຮົມ ໃຫ້ແກ່ຖັນແຖວສະມາຊິກພັກ, ພະນັກງານ ຄຽງຄູ່ກັບການຫັນເປັນທັນສະໄໝ, ຫັນເປັນດິຈີຕ໋ອນ, ເປັນເປົ້າໝາຍ, ເປັນທິດທາງໃນການພັດທະນາວຽກງານ, ເອົາໃຈໃສ່ປະສານສົມທົບ ກັບຄະນະກວດກາໃນແຕ່ລະຂັ້ນ ນັບແຕ່ສູນກາງ ລົງຮອດທ້ອງຖິ່ນ ເພື່ອຊອກໃຫ້ເຫັນເຖິງການຫັນປ່ຽນ ແລະເຫັນໄດ້ຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອຖອດຖອນບົດຮຽນໃນການແກ້ໄຂບັນຫາຕ່າງໆ ທີ່ກົດໜ່ວງຖ່ວງດຶງການຈັດຕັ້ງປະຕິບັດໜ້າທີ່ວຽກງານ ເຮັດໃຫ້ວຽກງານກວດກາໄດ້ຫັນປ່ຽນຢ່າງຕັ້ງໜ້າ,ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ Xl ຂອງອົງຄະນະພັກແຂວງ ໃຫ້ລົງສູ່ຮາກຖານທ້ອງຖິ່ນຢ່າງກວ້າງຂວາງ ເພື່ອຊຸກຍູ້ທົ່ວສັງຄົມ ປະກອບສ່ວນປະຕິບັດ ໃຫ້ບັນລຸຕາມຄາດໝາຍ; ເອົາໃຈໃສ່ປັບປຸງ ແລະ ສ້າງພື້ນຖານໂຄງລ່າງ ໂດຍສະເພາະ ລະບົບເສັ້ນທາງຄົມມະນາຄົມຂົນສົ່ງ ເພື່ອອຳນວຍຄວາມສະດວກໃຫ້ແກ່ໂດຍສານ ແລະ ຂົນສົ່ງສິນຄ້າ ວ່ອງໄວ ສະດວກສະບາຍຂຶ້ນ.

(ຂ່າວ: ອັດສະວິນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ  ແລະ ປະດັບຫຼຽນກາລະນຶກ 50 ປີ

ຄຕພ ປາຖະກະຖາວັນຊາດ, ວັນເກີດປະທານ ໄກສອນ ພົມວິຫານ ແລະ ປະດັບຫຼຽນກາລະນຶກ 50 ປີ

ໃນວັນທີ 11 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ), ໄດ້ພິທີປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(2/12/2025-2/12/2025), ວັນເກີດປະທານ ໄກສອນ ພົມວິຫານຄົບຮອບ 105 ປີ(13/12/1920-13/12/2025) ແລະ ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ. ໃຫ້ກຽດເປັນປະທານ ແລະ ປະດັບຫຼຽນໂດຍສະຫາຍ ບຸນເຫຼືອ ພັນດານຸວົງ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ຄຕພ; ມີຄະນະນຳ, ບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມຢ່າງພ້ອມພຽງ.
ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ຄຳມ່ວນເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດວ່າດ້ວຍກະສິກໍາແບບມີສັນຍາ

ໂຄງການສົ່ງເສີມລະບົບຕ່ອງໂສ້ການຜະລິດກະສິກໍາເປັນສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ຮ່ວມກັບ ກົມສົ່ງເສີມກະສິກໍາ-ສະຫະກອນ ແລະ ພະແນກກະສິກໍາ-ສິ່ງແວດລ້ອມແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍສະຫະກອນ ແລະ ດໍາລັດ ວ່າດ້ວຍກະສິກໍາແບບມີສັນຍາ ຢູ່ທີ່ພະແນກດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານ ພັນໄຊ ອີງໄຊ ຮອງຫົວໜ້າກົມສົ່ງເສີມກະສິກໍາ ແລະ ສະຫະກອນ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ດາລຸນນີ ໄຊຍະບຸດ ຮອງຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.
ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ທາງປູຢາງ 2 ຊັ້ນເຂດບ້ານລະຍາວສຳເລັດ 75%

ປັດຈຸບັນໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນເລກທີ 9039 ເຂດບ້ານລະຍາວ ເມືອງສາມັກຄີໄຊ ແຂວງອັດຕະປື ສຳເລັດການກໍ່ສ້າງແລ້ວ 75% ພາຍຫຼັງລົງມືກໍ່ສ້າງມາແຕ່ຕົ້ນເດືອນເມສາ 2025 ແລະ ຄາດວ່າຈະປູຢາງຊັ້ນທີ1 ໃຫ້ສໍາເລັດໃນທ້າຍເດືອນທັນວາ 2025 ນີ້.
ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ພິທີເປີດຕົວທະນາຄານພັດທະນາຊົນນະບົດ

ໃນວັນທີ 10 ທັນວາ 2025 ນີ້, ທີ່ພັດຕາຄານເຊັນພິລາ ນະຄອນຫຼວງວຽງຈັນ, ໄດ້ມີພິທີປະກາດເປີດຕົວທະນາ ຄານພັດທະນາຊົນນະບົດ (ທພບ) ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຫົວໜ້າຄະນະປະຕິຮູບ, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ), ມີຄະນະສະພາບໍລິຫານ, ຄະນະອໍານວຍການ, ພະນັກງານ, ລູກຄ້າ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ