ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”

ຊາວໜຸ່ມຫຼາຍແຂວງຮ່ວມແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ”
ວັນທີ 29 ຕຸລານີ້ ທີ່ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມ ພົບປະແລກປ່ຽນບົດຮຽນໂຄງການສົ່ງເສີມນັກວິຊາການໜຸ່ມ ພາຍໃຕ້ຫົວຂໍ້: “ມໍຣະດົກລາວ ເພື່ອມໍຣະດົກໂລກ” ໂດຍເປັນປະທານຂອງ ທ່ານ ວົງດາວອນ ວົງໄຊຍະລາດ ຮອງຫົວໜ້າພະແນກວັດທະນະທຳ ແລະການທ່ອງທ່ຽວແຂວງຫຼວງພະບາງ, ມີທ່ານ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍລະດົກກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ມີວິຊາການຈາກພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຊຽງຂວາງ,ຈໍາປາສັກ, ຄຳມ່ວນ ແລະວິຊາການໜຸ່ມທີ່ເຮັດວຽກປົກປັກຮັກສາມໍຣະດົກໂລກ ຢູ່ໃນປະເທດລາວ ເຂົ້າຮ່ວມ.
ຊາວໜມຫາຍແຂວງຮວມແລກປຽນບດຮຽນ ພາຍໃຕຫວຂ: “ມຣະດກລາວ ເພອມຣະດກໂລກ” - image 1
 

ທ່ານ ວົງດາວອນ ວົງໄຊຍະລາດ ກ່າວວ່າ: ການຈັດງານແລກປ່ຽນກິດຈະກໍາຄັ້ງນີ້ ເປັນໜຶ່ງໃນກິດຈະກໍາ ເພື່ອສະເຫຼີມສະຫຼອງຫຼວງພະບາງ ເຂົ້າເປັນເມືອງມໍລະດົກໂລກ ຄົບຮອບ 30 ປີ ແລະເປັນກິດຈະກໍາ ສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການໜຸ່ມ ຜູ້ທີ່ເຮັດວຽກປົກປັກຮັກສາມໍຣະດົກໂລກຢູ່ໃນປະເທດລາວ, ຊຶ່ງເປັນງານແລກປ່ຽນທີ່ມີຄວາມສໍາຄັນຫຼາຍ ເພາະຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີບົດຮຽນ, ປະສົບການໃນການອານຸລັກ, ຄຸ້ມຄອງມໍຣະດົກ ທາງດ້ານວັດທະນະທຳ ແລະທຳມະຊາດ ທີ່ເປັນສະຖານທີ່ມໍຣະດົກໂລກ ຢູ່ໃນລາວ.ນອກຈາກນີ້, ຈະໄດ້ມີການສົນທະນາແລກປ່ຽນ ຈາກຜູ້ຊ່ຽວຊານທີ່ເຮັດວຽກໃນການຄຸ້ມຄອງຕົວຈີງ, ເພື່ອຍົກສູງຄວາມຮູ້, ຄວາມສາມາດ ໃຫ້ວິຊາການໜຸ່ມທີ່ໄດ້ເຂົ້າຮ່ວມ ໄດ້ມີບົດຮຽນ ເພື່ອນໍາໄປໝູນໃຊ້ຢູ່ໃນແຫຼ່ງມໍຣະດົກໂລກຂອງຕົນ. ນອກຈາກງານສໍາມະນາແລກປ່ຽນແລ້ວ ວິຊາການໜຸ່ມແລ້ວຍັງໄດ້ໄປຢ້ຽມຊົມບັນດາໂຄງການຕົວແບບ ໃນການອະນຸລັກທາງດ້ານວັດທະນະທຳ, ທຳມະຊາດ ແລະໂຄງການກໍ່ສ້າງໃນເຂດທໍາມະຊາດເຊັ່ນ: ວັດຊຽງທອງ, ວັດຄີລີ, ເຮືອນຈັນບ້ານຊຽງມ່ວນ, ໂຄງການກໍ່ສ້າງພັດທະນາແຄມນໍ້າຂອງ, ນໍ້າຄານ ແລະໂຄງການປັບປຸງໜອງນໍ້າອະນຸລັກເບີ 64-66.

ຊາວໜມຫາຍແຂວງຮວມແລກປຽນບດຮຽນ ພາຍໃຕຫວຂ: “ມຣະດກລາວ ເພອມຣະດກໂລກ” - image 2
 

(ພາບ-ຂ່າວ: ດາວອນ ມະນີວັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

ການຈັດຕັ້ງປະຕິບັດວຽງານໃນຂົງເຂດເສດຖະກິດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ ລວມເປັນເງິນ 4.460,45 ຕື້ກີບ ສະເພາະປີ 2025 ສາມາດຈັດເກັບໄດ້ 12.572,14 ຕື້ກີບ ປະຕິບັດໄດ້ລື່ນແຜນ 19,8% ຂອງແຜນການປີ.
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ
ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ວັນທີ 15 ທັນວາ 2025ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2025 ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ເຂົ້າ​ຮ່ວມ​ມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສະ​ຫວັນ​ນະ​ເຂດ ພ້ອມດ້ວຍຄະ​ນະ​ນຳພະແນກການ, ກົມກອງອ້ອມຂ້າງແຂວງ ແລະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ເຂົ້າຮ່ວມ. ເຊິ່ງກອງ​ປະ​ຊຸມ​ຈັດ​ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ.
ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ໃນວັນທີ 13 ທັນວາຜ່ານມາ ທີ່ເມືອງໄຊ ແຂວງອຸດົມໄຊ ບໍລິສັດຊີຈີເອັນ (CGN) ໄດ້ຈັດພິທີເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ເຈິ່ງຢົງ ຮອງຜູ້ອຳນວຍການ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ໃນຕອນເຊົ້າຂອງວັນທີ 13 ທັນວາຜ່ານມານີ້, ເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ຈັດພິທີອັນເຊີນຮູບຫຼໍ່ເຄິ່ງຄີງ ຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ມາປະດິດສະຖານໄວ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ທີ່ຫ້ອງວ່າການປົກຄອງເມືອງໄຊບົວທອງ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ຄະນະຮັບຜິດຊອບ ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານອະວຸໂສບໍານານ, ບັນດາ ບໍລິສັດ, ນັກທຸລິກິດ, ກ້ອນກໍາລັງຕ່າງໆອ້ອມຂ້າງເມືອງ ເຂົ້້າຮ່ວມ.
ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເພີ່ມເຕີມ