![]() |
ໃນພິທີໄດ້ລາຍງານຜົນການຝຶກອົບຮົມໃຫ້ນັກກວດກາ ແລະ ນັກເດີນສຳຫຼວດ ຂັ້ນເມືອງຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ, ນຳສະເໜີກ່ຽວກັບຫົວໜ່ວຍຂອງການສຳຫຼວດ ວິທີການ ແລະ ຂັ້ນຕອນຂອງການສຳຫຼວດ, ນຳສະເໜີ ໂປຣແກຣມແຜນທີ່, ການນຳໃຊ້ໂປຼແກຼມແຜນທີ ແລະ ເຂດສຳຫຼວດ, ນຳສະເໜີການນຳໃຊ້ແທັບເລັດ ແລະ ໂປຣແກຼມແບບສອບຖາມ, ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບກອບແນວຄວາມຄິດ, ຈຸດປະສົງ ແລະ ວິທີການຈົດກ່າຍແບບສອບຖາມໃນແທັບເລັດໃຫ້ມີຄວາມເປັນເອກະພາບຢ່າງເລິກເຊິ່ງ ຮັບປະກັນໃຫ້ມີຄວາມສາມາດເກັບກຳຂໍ້ມູນຕ່າງໆຢູ່ໃນລະບົບໃຫ້ຖືກຕ້ອງ. ເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງນັກວດກາ ແລະ ນັກເດີນສໍາ ຫຼວດ ລວມທັງວິທີການ ແລະ ຂັ້ນຕອນ ໃນການເກັບກຳຂໍ້ມູນພາກສະໜາມ ເອກະພາບກ່ຽວແຜນການເກັບກຳຂໍ້ມູນ, ຈໍານວນເຂດສໍາຫຼວດ, ຈໍານວນນັກເດີນສໍາຫຼວດ, ນັກກວດກາ ທີ່ຮັບຜິດຊອບຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມ ເພຶ່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ທັງເກັບກຳສະພາບການຂະຫຍາຍຕົວຂອງພົນລະເມືອງ ແລະ ເກັບກຳສະພາບທີ່ຢູ່ອາໄສຂອງ ພົນລະເມືອງ, ເກັບກຳຂໍ້ມູນພື້ນຖານຂອງພົນລະເມືອງລາວ ກ່ຽວກັບການສຶກສາ, ດ້ານສາທາລະນະສຸກ, ຄຸນລັກສະນະທີ່ຢູ່ອາໄສ, ການດໍາລົງຊີວິດ, ສະພາບຄວາມພິການ ແລະ ສະພາບການຍົກຍ້າຍຂອງພົນລະເມືອງ, ເກັບກຳສະພາບກຳລັງແຮງງານ ແລະ ສະພາບການມີວຽກເຮັດງານທໍາ ພ້ອມທັງສ້າງຖານຂໍ້ມູນໃຫ້ແກ່ການຄາດຄະນະພົນລະເມືອງໃນການສໍາຫຼວດສຳມະໂນຄົວ ຂຶ້ນທະບຽນ ພົນລະເມືອງ, ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານ ສະຖິຕິດ້ານຕ່າງໆໃຫ້ມີຄວາມຄົບຖ້ວນສົມບູນ ຍິ່ງຂຶ້ນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ, ສຳຫຼວດຂໍ້ມູນທາງດ້ານເສດຖະກິດ ແລະ ສະພາບທ່າ ອ່ຽງໃນດ້ານສັງຄົມ ແລະ ຄວາມສະເໝີພາບຍິງ-ຊາຍ.
(ຂ່າວ: ແສງສຸດາ ກິ່ງສະຫວັດ)

ຄໍາເຫັນ