ປູກເຫັດຂາຍພາໃຫ້ຊີວິດການເປັນຢູ່ຂອງສະມາຊິກພາຍໃນກຸ່ມດີຂຶ້ນ

ປູກເຫັດຂາຍພາໃຫ້ຊີວິດການເປັນຢູ່ຂອງສະມາຊິກພາຍໃນກຸ່ມດີຂຶ້ນ

ປູກເຫັດຂາຍພາໃຫ້ຊີວິດການເປັນຢູ່ຂອງສະມາຊິກພາຍໃນກຸ່ມດີຂຶ້ນ
ການພັດທະນາອາຊີບ, ປັບປຸງລະບົບການຈັດຕັ້ງການຜະລິດ ແລະ ການພັດທະນາຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຈຸດສຸມພັດທະນາໄດ້ຮັບການເອົາໃຈໃສ່ໄປພ້ອມກັບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານ 3 ສ້າງເຂົ້າສູ່ລວງເລິກ ຕາມ 4 ເນື້ອໃນ 4 ຄາດໝາຍ.

 

 

ປກເຫດຂາຍພາໃຫຊວດການເປນຢຂອງສະມາຊກພາຍໃນກມດຂນ - image 1
 

ທ່ານ ນາງ ບຸນຕາ ຢູ່ບ້ານເມືອງສີ ເມືອງແມດ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ຜູ້ຂຽນທີ່ງານວາງສະແດງສິນຄ້າກະສິກໍາ ລາວ-ເກົາຫຼີ ທີ່ສູນການຄ້າລາວ-ໄອເຕັກເມື່ອບໍ່ດົນມານີ້ວ່າ: ກຸ່ມປູກເຫັດ ໄດ້ຮັບການຊ່ວຍເຫຼືອ ຈາກອົງການກອຍກາ ໃນປີ 2023 ດ້ວຍຈໍານວນເງິນ 12 ພັນໂດລາ, ເງິນຈໍານວນດັ່ງກ່າວນໍາໃຊ້ເຂົ້າໃນການຊື້ອຸປະກອນເຮືອນຮົ່ມ ກຽມການປູກເຫັດ ຈໍານວນ 15 ຫຼັງ, 1 ກຸ່ມມີ 15 ຄອບຄົວ, ຝຶກສອນໃຫ້ສະມາຊິກພາຍໃນກຸ່ມຈົນມີຄວາມຊໍານານ. ມາເຖິງປັດຈຸບັນ ສະມາຊິກພາຍໃນກຸ່ມ ແມ່ນມີຄວາມໝັ້ນຄົງ, ຜົນຜະລິດໄດ້ສົ່ງຂາຍຕະຫຼາດພາຍໃນເມືອງ-ແຂວງ, ກ່ອນເວລາຈໍາໜ່າຍ ແມ່ນໃຫ້ບັນດາສະມາຊິກນໍາເອົາຜົນຜະລິດທີ່ໄດ້ນັ້ນມາລວມກັນແລ້ວຂາຍ ໝາຍຄວາມວ່າຜົນຜະລິດໜ້ອຍ ຫຼື ຫຼາຍ ກໍແມ່ນໄດ້ຮັບເງິນຕາມຕົວຈິງ. ສະນັ້ນຈຶ່ງສາມາດສະຫຼຸບໄດ້ວ່າ ພາຍໃນ 1 ເດືອນ ຕໍ່ 1 ຄອບຄົວ, ລາຍຮັບປະມານ 5 - 7 ລ້ານກີບ, 1 ຄອບຄົວປູກເຫັດຈໍານວນ 3 ພັນເບົ້າ, ຂາຍອອກສະເລ່ຍ 1 ກິໂລ 40 ພັນກີບ,

ປກເຫດຂາຍພາໃຫຊວດການເປນຢຂອງສະມາຊກພາຍໃນກມດຂນ - image 2
 

ວິທີກຽມການເຮັດເບົ້າເຫັດ: ນໍາເອົາຂີ້ເລື່ອຍ, ຂີ້ໄກ່ ປະສົມກັນ ແລ້ວຮ່າຍໃສ່ຖົງ ຈາກນັ້ນ ຈຶ່ງນໍາໄປໜຶ້ງ, ພາຍຫຼັງໜຶ້ງແລ້ວ ກໍເອົາລົງປະໄວ້ ຈົນກວ່າຈະເຢັນ ຈຶ່ງຢອດຫົວເຊື້ອ ແລະ ຫຼັງຈາກນັ້ນ ຈຶ່ງນໍາໄປອະນຸບານໄວ້ໃນເຮືອນຮົ່ມ 25 – 30 ວັນໄວ້ໃນໂຮງເຮືອນຮົ່ມ ແລະ ຈຶ່ງເປີດອອກ, ພາຍຫຼັງເປີດອອກ ແລະ ຫົດນໍ້າໄປເລື້ອຍໆ ຈົນເຖິງ 5 ວັນ ກໍສາມາດເກັບເຫັດອອກຂາຍໄດ້ເລີຍ, ເຫັດທີ່ປູກ ມີ: ເຫັດນາງຟ້າພູຖານ, ນາງລົມ, ຂອນຂາວ. ໃນໂອກາດນີ້, ທ່ານນາງ ບຸນຕາ ໃນນາມຕາງໜ້າກຸ່ມປູກເຫັດ ສະແດງຄວາມຄອບໃຈນໍາອົງການກອຍກາທີ່ໄດ້ໃຫ້ການສະໜັບສະໜູນປະຊາຊົນພາຍໃນບ້ານ ກໍຄືສະມາ ຊິກພາຍໃນກຸ່ມປູກເຫັດ ມີຊີວິດການເປັນຢູ່ທີ່ດີຂຶ້ນ, ເຖິງວ່າ ໂຄງການປູກເຫັດຈະສິ້ນສຸດລົງ ເດືອນ 9 ປີ 2025 ກໍຕາມ ຫົວໜ້າກຸ່ມຈະນໍາພາສະມາຊິິກພາຍໃນກຸ່ມສືບຕໍ່ວຽກງານປູກ-ຈໍາໜ່າຍໄປເລື້ອຍໆເພື່ອໃຫ້ມີຄວາມຍືນຍົງ, ຮັບປະກັນສ້າງລາຍຮັບໃຫ້ກັບຄອບຄົວຂອງກຸ່ມມີຊີວິດການເປັນຢູ່ທີ່ດີໝັ້ນຄົງເລື້ອຍໆ ແລະ ໄດ້ອວຍພອນໃຫ້ການນໍາຂອງອົງການກອຍກາ (ຜູ້ໃຫ້ທຶນ) ພ້ອມດ້ວຍວິຊາການ ໃນການຖ່າຍທອດຄວາມຮູ້-ວິຊາການປູກເຫັດ ຈົ່ງມີສຸຂະພາບແຂງແຮງ ປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງພວກທ່ານ ແລະ ຢາກໃຫ້ພວກທ່ານ ຈົ່ງໄດ້ສືບຕໍ່ໃຫ້ການສະໜັບສະໜູນກຸ່ມປູກເຫັດ ບ້ານເມືອງສີ ພ້ອມທັງຈັດງານວາງສະ ແດງຜະລິດຕະພັນສິນຄ້າກະສິກໍາວ ລາວ-ເກົາຫຼີ ຕື່ມອີກ ເພາະວ່າ ສະມາຊິກພາຍໃນກຸ່ມ ຈຶ່ງຈະໄດ້ນໍາເອົາຜົນຜະລິດເຂົ້າມາຂາຍ ແລະ ທັງໄດ້ທ່ອງທ່ຽວ, ຖ້າທ່ານໃດຢາກສັ່ງ ຈອງເຫັດເປັນຈໍານວນຫຼາຍ ຫຼື ນໍາໄປຂາຍ ສາມາດຕິດຕໍ່ໄດ້ ໂທ: 020 77827959.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ