![]() |
ສະຫາຍ ທະນົງສັກ ພົມມະທັດ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ແລະ ເຜີຍແຜ່ສູນທອນພົດ ຂອງສະຫາຍ ທອງລຸນ ສີສຸລິ ເລຂາທິການສູນກາງພັກ, ປະທານປະເທດ ແຫ່ງ ສປປລ ລາວ ຕໍ່ພິທີ ໂຮມມິດຕິງສະເຫຼີມສະຫຼອງວັນສ້າງຕັ້ງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ. ຈາກນັ້ນ, ສະຫາຍ ຈູ່ ເຮີ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງ ຄັ້ງທີ VIII ແລະ ສະຫາຍ ມີໄຊພອນ ແກ້ວໂພໄຊ ຄະນະບໍລິຫານງານຊາວໜຸ່ມ ແຂວງ ໄດ້ເຜີຍແຜ່ມະຕິຕົກລົງຂອງ ຄະນະບໍລິຫານງານຊາວໜຸ່ມແຂວງ ວ່າດ້ວຍພາລະບົດບາດ, ສິດ, ໜ້າທີ່ ແລະ ລະບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ສະໄໝທີ VIII.
ການເຜີຍແຜ່ຄັ້ງນີ້, ເພື່ອໃຫ້ຄະນະບໍລິຫານງານຊາວໜຸ່ມເມືອງ, ຄະນະຊາວໜຸ່ມຮາກຖານ, ເລຂາໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຢູ່ພາຍໃນເມືອງ ໄດ້ຮັບຮູ້ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ.
(ແຫຼ່ງຂ່າວ: ເມືອງແກ່ນທ້າວ)

ຄໍາເຫັນ