ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ

ສະມໍລບີ ມີຄວາມພ້ອມຮອບດ້ານ ເກັບມ້ຽນຂີ້ເຫຍື້ອ ງານບຸນນະມັັດສະການພະທາດຫຼວງ
ໃນແຕ່ລະປີງານບຸນນະມັດສະການພະທາດຫຼວງວຽງຈັນ ບໍລິສັດ ສະມໍລບີ ທີ່ປຶກສາດ້ານການລົງທຶນ ຈຳກັດ (Small-b Vientiane Waste Co-Dev) ຫຼື ບໍລິສັດສະມໍລບີ ກໍໄດ້ຮ່ວມກັບໂຄງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ໄດ້ເອົາໃຈໃສ່ໃນການມີສ່ວນຮ່ວມເກັບມ້ຽນຂີ້ເຫຍື້ອ ໄລຍະງານບຸນດັ່ງກ່າວ, ເພື່ອເຮັດໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດງາມຕາ. ປັດຈຸບັນບໍລິສັດ ສະມໍລບີ ມີຄວາມພ້ອມຮອບດ້ານໃນການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດສະການພະທາດຫຼວງ ປະຈໍາປີ 2025.
ສະມລບ ມຄວາມພອມຮອບດານ ເກບມຽນຂເຫຍອ ງານບນນະມດສະການພະທາດຫວງ - image 1
 

 

ທ່ານ ນາງ ດີ່ນ້າ ສົມສະໝຸດ ຫົວໜ້າສາຍງານ ວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 30 ຕຸລາ ຜ່ານມານີ້ ທີ່ເດີ່ນພະທາດຫຼວງວຽງຈັນ ວ່າ: ປັດຈຸບັນບໍລິສັດດສະມໍລບີ ມີຄວວາມພ້ອມຮອບດ້ານໃນການເກັບມ້ຽນ, ອະນາໄມ ແລະ ຄ່ຽນຖ່າຍຂີ້ເຫຍື້ອໃນໄລຍະງານບຸນນະມັັດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ເລີ່ມແຕ່ວັັນທີ 1-5 ພະຈິກ 2025 ແລະ ຄາດວ່າຈະເກັບມ້ຽນຂີ້ເຫຍື້ອພາຍໃນງານບຸນໃຫ້ສໍາເລັດຮອດວັນທີ 9 ພະຈິກ 2025. ປັດຈຸບັນ ໄດ້ມີການກຽມຄວາມພ້ອມຮອບດ້ານບໍ່ວ່າຈະເປັນດ້ານອຸປະກອນເຊັ່ນ: ຝອຍ, ອຸປະກອນຕ່າງໆທີ່ອໍານວຍຄວາມສະດວກໃຫ້ແກ່ພະນັກງານອະນາໄມ, ພາຫະນະລົດ ໂດຍໄດ້ເພີ່ມການນໍາເຂົ້າລົດໃໝ່ໃຫຍ່ກວ່າປີຜ່ານມາ ຈໍານວນ 5 ຄັນ ເປັນລົດຂະໜາດ 12 ແມັດກ້ອນ, 20 ແມັດກ້ອນ ເພື່ອເຂົ້າມາຮັບໃຊ້ບໍລິຫານການເກັບຂີ້ເຫຍື້ອໄປຖິ້ມຢູ່ຫຼັກ 32. ໃນນັ້ນ, ຍັງມີຄວາມພ້ອມດ້ານການປະສານງານກັບພາກສ່ວນທີ່ກ່ຽວຂ້ອງເພື່ອອໍານວຍຄວາມສະດວກໃນການນໍາເອົາພາຫະນະເຂົ້າມາໃນແຕ່ລະມື້ຂອງງານບຸນ ແລະ ແຈ້ງໃຫ້ທາງຮ້ານຄ້າປິດຮ້ານຕາມໂມງ ທີ່ກໍານົດໄວ້ ເພື່ອສະດວກສະບາຍໃຫ້ແກ່ທີມງານອະນາໄມ.

ການເກັບມ້ຽນຂີ້ເຫຍື້ອໃນປີນີ້ ຍັງຈະມີການເພີ່ມຫຼາຍຈໍານວນຖ້ຽວຂົນສົ່ງຂີ້ເຫຍື້ອ ໃນວັນທີ 4-5 ຕຸລາ. ສ່ວນການອະນາໄມ ຈະມີ 3 ຕອນຄື: ຕອນເຊົ້າ, ບ່າຍ, ເດິກ ໂດຍມີການຄ່ຽນຖ່າຍເຄື່ອນຍ້າຍຂີ້ເຫຍື້ອດ້ວຍລົດໄຟຟ້ານ້ອຍ 2 ຄັນ ເພື່ອລໍຖ້າລົດມາຮັບໄປຖິ້ມ ໂດຍມີຈຸດໄວ້ຂີ້ເຫຍື້ອສະເພາະ ແລະ ຈະມີລົດມາຮັບເອົາຂີ້ເຫຍື້ອໃນຕອນແລງ ແລະ ຕອນເດິກ. ປີນີ້, ບໍລິສັດສະມໍລບີ ແມ່ນໄດ້ນໍາເອົາຖັັັງຂີ້ເຫຍື້ອ 300 ຖັງ ມາວາງຢູ່ແຕ່ລະຈຸດຂອບເຂດໃນງານບຸນ ເພື່ອໃຫ້ຜູ້ມາທ່ຽວງານບຸນໄດ້ຖິ້ມຂີ້ເຫຍື້ອໃຫ້ຖືກຕ້ອງ, ຮັກສາຄວາມສະອາດພາຍໃນງານບຸນ, ໄດ້ວາງກຳລັງພະນັກງານໃນການມາອະນາໄມ 280 ຄົນ ຊຶ່ງເພີ່ມຈາກປີກາຍມີພຽງ 250 ຄົນ. ເຂດທີ່ຮັບຜິດຊອບມີ 3 ເຂດ ຄື: ເຂດສະໜາມ ຫຼວງ, ພະທາດກົມມະລຽນ ຫຼື ຂອບເຂດດ້ານໃນເດີ່ນພະທາດຫຼວງ ແລະ ເຂດນອກກົມກົມມະລຽນ. ນອກຈາກນັ້ນ, ໃນໄລຍະງານບຸນ ບໍລິສັດ ສະມໍລບີ ຍັງໄດ້ຕັ້ງຈຸດຫ້ອງໂຄສະນາປະຊາສໍາພັນ ເພື່ອໃຫ້ປະຊາຊົນທີ່ມາທ່ຽວງານບຸນມີການຖິ້ມຂີ້ເຍື້ອໃຫ້ຖືກຈຸດ ຫຼື ຖືກຖັງຕາມທີ່ກໍານົດໃຫ້ ແລະ ວາງໄວ້, ທັງຮູ້ຈັກຮັກສາຄວາມສະອາດຊ່ວຍກັນ ເພື່ອເປັນສິ່ງອໍານວຍຄວາມສະດວກໃຫ້ແກ່ພະນັກງານເກັບມ້ຽນ ແລະ ຂົນສົ່ງໄດ້ຫຼາຍທີ່ສຸດ. ນອກນັ້ນ, ພາຍໃນຫ້ອງໂຄສະນາປະຊາສໍາພັນ ຍັງມີການໃຫ້ຄວາມຮູ້ກ່ຽວກັບການຮັກສາສິ່ງແວດລ້ອມ, ການຫຼິ້ນກິດຈະກໍາຕ່າງໆ, ການແຈກຖົງຜ້າ, ໝວກ, ຈອກນໍ້າ ແລະ ອື່ນໆ. ເພື່ອໃຫ້ຜູ້ເຂົ້າມາທ່ຽວງານບຸນໄດ້ຮ່ວມຫຼິ້ນກິດຈະກໍາ. ສິ່ງສໍາຄັນຍັງມີການໃຫ້ບໍລິການສໍາລະຄ່າບໍລິການ ຂີ້ເຫຍື້ອ ຫຼື ຢາກສອບຖາມບັນຫາຂີ້ເຫຍື້ອ, ຢາກລົງທະບຽນເກັບມ້ຽນຂີ້ເຫຍື້ອໃນບ້ານເຮືອນ ກໍສາມາດມາສອບຖາມໄດ້ ຫຼື ຕິດຕໍ່ ເບີໂທສາຍດ່ວນ 1436 ຫຼື 020 94442229.

ທ່ານ ນາງ ດີ່ນ້າ ສົມສະໝຸດ ຍັງຮຽກຮ້ອງໃຫ້ຜູ້ມາທ່ຽວງານບຸນ ຈົ່ງຮັກສາຄວາມສະອາດຊ່ວຍກັນ ໂດຍສະເພາະການຖິ້ມຂີ້ເຫຍື້ອໃຫ້ຖືກບ່ອນ ແລະ ຖືກຈຸດຕາມທີ່ກໍານົດໄວ້, ລະວັງຂີ້ເຫຍື້ອທີ່ເປັນອັນຕະລາຍເຊັ່ນ: ໄມ້ສຽບ, ແກ້ວ ແລະ ອື່ນໆ. ເວລາຖິ້ມຂີ້ເຫຍື້ອໃຫ້ມັດປາກຖົງໃຫ້ດີ ເພື່ອບໍ່ໃຫ້ເກີດອັນຕະລາຍຕໍ່ພະນັກງານເກັບມ້ຽນ ແລະ ຂໍຝາກມາຍັງບັນດາຫ້າງຮ້ານ ຫຼື ຜູ້ປະກອບການທີ່ເຂົ້າມາວາງສະແດງ ແລະ ຂາຍສິນຄ້າພາຍໃນງານບຸນ ໃຫ້ປະຕິບັດຕາມກົດລະບຽບ, ໂມງປິດຮ້ານຕາມທາງຄະນະກໍາມະການຈັດງານບຸນວາງອອກ. ໃນນັ້ນ, ຍ້ອນເຫັນໄດ້ວ່າໃນໄລຍະງານບຸນດັ່ງກ່າວຜ່ານມາ, ກໍຍັງມີສິ່ງທ້າທາຍເປັນຕົ້ນຜູ້ມາວາງຂາຍສິນຄ້າບໍ່ປິດຮ້ານຕາມໂມງກໍຍັງມີ. ສະນັ້ນ, ຮຽກຮ້ອງໄປຍັງຮ້ານຄ້າຕ່າງໆ ທີ່ມາວາງຂາຍ-ຈໍາໜ່າຍສິນຄ້າ ຈົ່ງປິດຮ້ານຕາມການແຈ້ງການກໍານົດໄວ້ ເພື່ອອໍານວຍຄວາມສະດວກໃຫ້ແກ່ພະນັກງານອະນາໄມ, ເກັບມ້ຽນຂີ້ເຫຍື້ອຕະຫຼອດໄລຍະງານບຸນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ພິທີເຊັນສັນຍາວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມດິຈີຕອນແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ລະຫວ່າງກະຊວງການເງິນແລະບໍລິສັດພູນຜົນນະຄອນຈໍາກັດ, ໄດ້ຈັດຂຶ້ນ ໃນວັນທີ12ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ການແຂ່ງຂັນຊົງກາເຟ ປາກຊ່ອງ (Paksong Drip Battle) ປະຈຳປີ 2025 ຈັດຂຶ້ນ ໃນງານບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ອານຸສາວະລີທ່ານສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ, ໄດ້ສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງທັກສະ ແລະ ຄວາມມຸ່ງໝັ້ນຂອງ ບາຣິສຕ້າໃນ ສປປ ລາວ ແລະ ພາກພື້ນທີ່ໃກ້ຄຽງ. ການແຂ່ງຂັນດັ່ງກ່າວໄດ້ຮວບຮວມບາຣິສຕ້າຈຳນວນ 32 ຄົນ ຈາກທົ່ວປະເທດລາວ ພ້ອມທັງມີຜູ້ເຂົ້າແຂ່ງຂັນຈາກປະເທດໄທ ສະແດງໃຫ້ເຫັນຄວາມສົນໃຈທີ່ມີຕໍ່ກາເຟພິເສດທີ່ເພີ່ມຂຶ້ນໃນລະດັບພາກພື້ນ.
ການນໍາ ພັກ-ລັດ ແລະ ມວນຊົນແຂວງສະຫວັນນະເຂດຮ່ວມໃສ່ບາດວັນເກີດປະທານ ໄກສອນ ພົມວິຫານ

ການນໍາ ພັກ-ລັດ ແລະ ມວນຊົນແຂວງສະຫວັນນະເຂດຮ່ວມໃສ່ບາດວັນເກີດປະທານ ໄກສອນ ພົມວິຫານ

ພິທີໃສ່ບາດຖວາຍສັງຄະທານເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຶ ໄດ້ຈັດຂຶ້ນໃນວັນທີ 14 ທັນວານີ້ ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ໂດຍມີ ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານ ສູນກາງແນວລາວສ້າງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫັວນນະເຂດ, ພ້ອມດວຍ ພະນັກງານ-ລັດຖະກອນແລະ ມວນຊົນເຂົ້າຮ່ວມ.
ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ THE WORLD MADAM 2025

ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ THE WORLD MADAM 2025

ປີ 2025ນັບ​ວ່າ​ເປັນ​ອີກ​ໜຶ່ງ​ເຫດການ​ທີ່​ໜ້າ​ພາກພູມ​ໃຈ ຂອງ​ແມ່ຍິງ​ລາວ ເມື່ອ​ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ (ມົງກຸດ)THE WORLD MADAM 2025, ລາງວັນ The World Madam ASIA 2025 ແລະ ລາງວັນ The World Madam Laos 2025ເຊິ່ງ​ເປັນ​ລາງວັນ​ທີ່​ຊົງ​ກຽດ, ດ້ວຍ​ຄຸນສົມບັດ​ອັນ​ໂດດ​ເດັ່ນ ທາງ​ດ້ານ​ບຸກ​ຄະ​ລິ​ກ​ກະ​ພາບ, ຄວາມ​ຮູ້​-​ຄວາມ​ສາມາດ ແລະ​ບົດບາດ​ການ​ເປັນ​ຜູ້​ນໍາ​ໃນ​ສັງ​ຄົມ.
ພິທີມອບ-ຮັບໜ້າ ເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ປະທານຄະນະກໍາມະການປົກຄອງແຂວງ (ຜູ້ໃໝ່).

ພິທີມອບ-ຮັບໜ້າ ເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ປະທານຄະນະກໍາມະການປົກຄອງແຂວງ (ຜູ້ໃໝ່).

ຕອນບ່າຍວັນທີ 15 ທັນວານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເຈົ້າແຂວງໄຊຍະບູລີ (ຜູ້ເກັ່າ)ແລະ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່) ຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນການພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ
ຈະເລີນຊັບເວັນເຈີ ສົ່ງເສີມການຮ່ວມມືດ້ານການບິນໃນສປປ ລາວ

ຈະເລີນຊັບເວັນເຈີ ສົ່ງເສີມການຮ່ວມມືດ້ານການບິນໃນສປປ ລາວ

ບໍລິສັດຈະເລີນຊັບເວັນເຈີ (Chaleun Sub Ventures Ltd.) (CSV) ຈັດກິດຈະກໍາພົບປະສະມາຄົມ ການບິນ CSV AeroNexus Rendezvous ປະຈຳປີ2025 ຂຶ້ນເມື່ອບໍ່ດົນມາ, ທີ່ນະຄອນຫຼວງວຽງຈັນ (ນວ) ເພື່ອສົ່ງເສີມການຮ່ວມມືດ້ານການບິນ ແລະ ທຸລະກິດໃນສປປ ລາວ ໂດຍມີທ່ານນາງ ພົງສະຫວ່າງ ກາດອຸດົມ ແລະ ທ່ານ ແອນດີ້ ຕ້ຽວ (Andy Teo) ຜູ້ຮ່ວມກໍ່ຕັ້ງບໍລິສັດຈະເລີນຊັບເວັນເຈີ, ມີຜູ້ນໍາທາງດ້ານການບິນ, ຊ່ຽວຊານ, ຜູ້ປະກອບການດ້ານອຸດສາຫະກໍາການບິນ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ນັກທຸລະກິດຈີນ ຈາກເມືອງເສີນເຈີ້ນ ມອບເງິນ 54 ລ້ານກີບ ແລະ ອຸປະກອນການຮຽນ ໃຫ້ເມືອງໂຂງ

ນັກທຸລະກິດຈີນ ຈາກເມືອງເສີນເຈີ້ນ ມອບເງິນ 54 ລ້ານກີບ ແລະ ອຸປະກອນການຮຽນ ໃຫ້ເມືອງໂຂງ

ເມື່ອບໍ່ດົນມານີ້, ນັກທຸລະກິດ ຈາກ ເມືອງເສີນເຈີ້ນ ສປ ຈີນ ໄດ້ມອບເງິນ 54 ລ້ານກີບ ພ້ອມດ້ວຍອຸປະກອນການຮຽນເພື່ອສົ່ງເສີມ ແລະ ຊຸກຍູ້ວຽກງານການສຶກສາຢູ່ ເມືອງໂຂງ ແຂວງຈຳປາສັກ. ການມອບເຄື່ອງຄັ້ງນີ້, ມີຂຶ້ນໃນທ້າຍອາທິດຜ່ານມາ, ໃນໂອກາດທີ່ເມືອງໂຂງ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີທີ່ສະໜາມກິລາຂອງເມືອງ.
5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

ການຈັດຕັ້ງປະຕິບັດວຽງານໃນຂົງເຂດເສດຖະກິດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ ລວມເປັນເງິນ 4.460,45 ຕື້ກີບ ສະເພາະປີ 2025 ສາມາດຈັດເກັບໄດ້ 12.572,14 ຕື້ກີບ ປະຕິບັດໄດ້ລື່ນແຜນ 19,8% ຂອງແຜນການປີ.
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ
ເພີ່ມເຕີມ