|  | 
ໃນໂອກາດນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ ຕາງໜ້າຄະນະຮັບຜິດຊອບ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອໃຫ້ບັນດາສະຫາຍທີ່ເຂົ້າຮ່ວມໄດ້ຄົ້ນຄວ້າ, ປະກອບຄໍາເຫັນ ແນໃສ່ເຮັດໃຫ້ຮ່າງບົດສໍາຫຼວດການນໍາພາລວມ ມີເນື້ອໃນຄົບຖ້ວນ, ເລິກເຊິ່ງ, ຖືກກັບຄວາມເປັນຈິງ, ເສີມຂະຫຍາຍດ້ານຕັ້ງໜ້າ, ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ໃຫ້ຖືກຈຸດ, ສືບຕໍ່ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.
|  | 
ສະຫາຍ ສອນທະນູ ທຳມະວົງ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງບໍລິຄໍາໄຊ ຕາງໜ້າຄະນະຮັບຜິດຊອບ ໄດ້ຜ່ານຂໍ້ຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 20/ກມສພ, ລົງວັນທີ 26 ກັນຍາ 2025 ວ່າດ້ວຍມາດຕະຖານ, ເງື່ອນໄຂ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເພື່ອເປັນບ່ອນອີງໃຫ້ບັນດາຜູ້ແທນເຂົ້າຮ່ວມ ໄດ້ຄົ້ນຄວ້າ, ເລືອກເຟັ້ນ ເອົາບຸກຄະລາກອນ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ມີຄວາມເສຍສະຫຼະຮັບໃຊ້ຊາດແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.ຈາກນັ້ນ, ຄະນະຮັບຜິດຊອບ ກໍໄດ້ແນະນໍາລະບຽບ, ວິທີການຂີດບັດ ພ້ອມທັງດຳເນີນການປ່ອນບັດທາບທາມໃນຮອບທີ II.
(ຂ່າວ-ພາບ: ກອງຄໍາ)
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
ຄໍາເຫັນ