ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ

ບຸນນະມັດສະການພະທາດຫຼວງ ມີຫຼາຍສິນຄ້າມາວາງສະແດງ ແລະ ຈໍາໜ່າຍ
ເພື່ອສ້າງໂອກາດ ແລະ ຊຸກຍູ້ສົ່ງເສີມສິນຄ້າ ODOP ຂອງນະຄອນຫຼວງວຽງຈັນ ແລະ ສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງ.

 

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ກ່າວວ່າ: ການຈຳໜ່າຍສິນຄ້າທັງພາຍໃນ ແລະ ຕ່າງປະເທດໃຫ້ປະຊາຊົນຊາວ ນວ ແລະ ແຂກຕ່າງປະເທດໄດ້ເຫັນ ແລະ ໄດ້ຊົມໃຊ້ສິນຄ້າຢູ່ພາຍໃນງານບຸນນະມັດສະການພະທາດຫຼວງ, ພ້ອມທັງເປັນການແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ ແລະ ເພື່ອເປັນການສົ່ງເສີມການທ່ອງທ່ຽວປະກອບສ່ວນໃນການຊຸກຍູ້ການຜະລິດພາຍໃນ, ຊົມໃຊ້ສິນຄ້າຜະລິດໄດ້ພາຍໃນໃຫ້ກວ້າງຂວາງ, ສ້າງຈິດໃຈຊາດຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ, ທັງເປັນການຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ນວ ຄະນະຮັບຜິດຊອບໄດ້ກຳນົດການຈັດງານວາງສະແດງລະຫວ່າງວັນທີ 1-5 ພະຈິກ 2025 ຢູ່ທີ່ເດີ່ນສະໜາມຫຼວງພະທາດຫຼວງ ແລະ ລະຫວ່າງວັນທີ 1-9 ພະຈິກ ຢູ່ສູນການຄ້າ ລາວ-ໄອເຕັກ. ພ້ອມທັງໄດ້ກຳນົດເອົາວັນທີ 1 ພະຈິກ 2025 ເປັນພິທີເປີດງານວາງສະແດງ ແລະ ຈໍາໜາຍສິນຄ້າ ເປັນທາງການ.

ທ່ານ ນາງ ວັນມະນີ ພິມມະສານ ຕື່ມວ່າ: ສໍາລັບເຂດສະໜາມຫຼວງ ແລະ ເດີ່ນພະທາດຫຼວງແບ່ງອອກເປັນ 6 ຈຸດຈັດສັນຕາມແຜນຜັງທີ່ໄດ້ຮັບຮອງ ແລະ ຮ້ານວາງສະແດງສິນຄ້າໂອດ໊ອບ, ຄອບຄົວຕົວແບບ, ສິນຄ້າອຸດສາຫະກໍາ, ສິນຄ້າການບໍລິການທີ່ຮູບແບບທັນສະໄໝ, ມີບູດການວາງສະແດງປະຫວັດຄວາມເປັນມາຂອງນະຄອນຫຼວງວຽງຈັນ ຄົບຮອບ 465 ປີ, ວາງສະແດງທາງດ້ານວັດທະນະທໍາເປັນຈຸດເດັ່ນຂອງງານ. (ຢູ່ໃນຈຸດເດີ່ນສະໜາມຫຼວງ); ສໍາລັບຈຸດອື່ນໆ ກໍມີກິດຈະກໍາການຄ້າຂາຍສິນຄ້າ, ການບໍລິການອາຫານ, ເຄືອງຫຼິ້ນສໍາລັບເດັກ ແລະ ກິດຈະກໍາອື່ນໆ ແລະ ສັງລວມແລ້ວ ໃນງານບຸນນະມັດສະການພະທາດຫຼວງປີນີ້ຄາດວ່າຈະມີຈໍານວນຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າຈໍານວນ 2,170 ຫ້ອງ, ສະເພາະເດີ່ນສະໜາມຫຼວງພະທາດຫຼວງ, ພື້ນທີ່ຮອບນອກອ້ອມສະໜາມຫຼວງ ແລະ ພະທາດຫຼວງ.

ສໍາລັບ ພື້ນທີ່ວາງສະແດງສິນຄ້າດ້ານໃນຕຶກເກົ່າສູນການຄ້າລາວ-ໄອເຕັກແມ່ນຂາຍສິນຄ້າຫຼາຍປະເພດ. ຂອງບໍລິສັດ ຂາອອກ-ຂາເຂົ້າ, ສິນຄ້າທົ່ວໄປ, ສິນຄ້າ ໄອທີ, ສິນຄ້າ ODOP ແລະ SME, ສິນຄ້າ ເຟີນິເຈີ, ສິນຄ້າຂອງບັນດາປະເທດອາຊຽນ, ການໂຊລົດຈັກ ແລະ ລົດໃຫຍ່ ແລະ ຈຸດບໍລິການອາຫານສາມາດຮອງຮັບໄດ້ ຈໍານວນ 200 ຮ້ານ, ສໍາລັບພື້ນທີ່ດ້ານນອກຂອງອາຄານລານຈອດລົດດ້ານໜ້າສູນການຄ້າລາວ-ໄອເຕັກ ໄດ້ມີກິດຈະກໍາເຄືອງຫຼິ້ນສໍາລັບເດັກຕ່າງໆ ເພື່ອເປັນສີສັນຂອງງານ. ສໍາລັບເດີ່ນດ້ານນອກອາຄານມີການຕົບແຕ່ງປະຕູໂຂງເຂົ້າງານ ແລະ ກໍານົດຈຸດຖ່າຍຮູບພາຍໃນງານ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ຮອງປະທານ ສນຊ ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນ

ທ່ານ ຄໍາຜອຍ ວັນນະສານ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຄຳມ່ວນໃນວັນທີ 15 ທັນວານີ້, ໂອກາດນີ້ໄດ້ເຂົ້າພົບປະທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ເພື່ອແຈ້ງຈຸດປະສົງໃນການລົງມາເຄື່ອນໄຫວໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ໂດຍສະເພາະລົງເຄື່ອນໄຫວຊີ້ນໍາ ວຽກງານກະກຽມດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດແຂວງ ແລະ ວຽກກອງທຶນສາມັກຄີພັດທະນາຂອງແນວລາວສ້າງຊາດຢູ່ແຂວງຄຳມ່ວນ. ຈາກນັ້ນ, ໄດ້ສືບຕໍ່ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງຂອງແນວລາວສ້າງຊາດແຂວງ.
ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ຈະພັດທະນາລະບົບ ຄຸ້ມຄອງແບບຟອມແລະເບີກຈ່າຍງົບປະມານແບບDigital Filing

ພິທີເຊັນສັນຍາວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມດິຈີຕອນແລະການເບີກຈ່າຍງົບປະມານຂອງຂະແໜງການພາກລັດ (Digital Filing)ລະຫວ່າງກະຊວງການເງິນແລະບໍລິສັດພູນຜົນນະຄອນຈໍາກັດ, ໄດ້ຈັດຂຶ້ນ ໃນວັນທີ12ທັນວາຜ່ານມາ ທີ່ນະຄອນຫຼວງວຽງຈັນ.
ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ທ່ານບຸນສະຫວາດ ວົງປະເສີດຄອງຊະນະເລີດການແຂ່ງຂັນຊົງກາເຟ ປາກຊ່ອງປະຈຳປີ 2025

ການແຂ່ງຂັນຊົງກາເຟ ປາກຊ່ອງ (Paksong Drip Battle) ປະຈຳປີ 2025 ຈັດຂຶ້ນ ໃນງານບຸນກາເຟ-ຊາ ແລະ ຜົນຜະລິດກະສິກຳ ພູພຽງບໍລະເວນ ທີ່ອານຸສາວະລີທ່ານສີທົນ ກົມມະດຳ ເມືອງປາກຊ່ອງ ແຂວງຈຳປາສັກ, ໄດ້ສະທ້ອນໃຫ້ເຫັນເຖິງການເຕີບໂຕຂອງທັກສະ ແລະ ຄວາມມຸ່ງໝັ້ນຂອງ ບາຣິສຕ້າໃນ ສປປ ລາວ ແລະ ພາກພື້ນທີ່ໃກ້ຄຽງ. ການແຂ່ງຂັນດັ່ງກ່າວໄດ້ຮວບຮວມບາຣິສຕ້າຈຳນວນ 32 ຄົນ ຈາກທົ່ວປະເທດລາວ ພ້ອມທັງມີຜູ້ເຂົ້າແຂ່ງຂັນຈາກປະເທດໄທ ສະແດງໃຫ້ເຫັນຄວາມສົນໃຈທີ່ມີຕໍ່ກາເຟພິເສດທີ່ເພີ່ມຂຶ້ນໃນລະດັບພາກພື້ນ.
ການນໍາ ພັກ-ລັດ ແລະ ມວນຊົນແຂວງສະຫວັນນະເຂດຮ່ວມໃສ່ບາດວັນເກີດປະທານ ໄກສອນ ພົມວິຫານ

ການນໍາ ພັກ-ລັດ ແລະ ມວນຊົນແຂວງສະຫວັນນະເຂດຮ່ວມໃສ່ບາດວັນເກີດປະທານ ໄກສອນ ພົມວິຫານ

ພິທີໃສ່ບາດຖວາຍສັງຄະທານເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີຶ ໄດ້ຈັດຂຶ້ນໃນວັນທີ 14 ທັນວານີ້ ທີ່ອານຸສອນສະຖານປະທານ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ໂດຍມີ ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສິນລະວົງ ຄຸດໄພທູນ ປະທານ ສູນກາງແນວລາວສ້າງຊາດ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫັວນນະເຂດ, ພ້ອມດວຍ ພະນັກງານ-ລັດຖະກອນແລະ ມວນຊົນເຂົ້າຮ່ວມ.
ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ THE WORLD MADAM 2025

ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ THE WORLD MADAM 2025

ປີ 2025ນັບ​ວ່າ​ເປັນ​ອີກ​ໜຶ່ງ​ເຫດການ​ທີ່​ໜ້າ​ພາກພູມ​ໃຈ ຂອງ​ແມ່ຍິງ​ລາວ ເມື່ອ​ທ່ານ​ນາງ ອາ​ດີ​ນາ ມະຫາວົງ ໄດ້​ຮັບ​ລາງວັນ (ມົງກຸດ)THE WORLD MADAM 2025, ລາງວັນ The World Madam ASIA 2025 ແລະ ລາງວັນ The World Madam Laos 2025ເຊິ່ງ​ເປັນ​ລາງວັນ​ທີ່​ຊົງ​ກຽດ, ດ້ວຍ​ຄຸນສົມບັດ​ອັນ​ໂດດ​ເດັ່ນ ທາງ​ດ້ານ​ບຸກ​ຄະ​ລິ​ກ​ກະ​ພາບ, ຄວາມ​ຮູ້​-​ຄວາມ​ສາມາດ ແລະ​ບົດບາດ​ການ​ເປັນ​ຜູ້​ນໍາ​ໃນ​ສັງ​ຄົມ.
ພິທີມອບ-ຮັບໜ້າ ເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ປະທານຄະນະກໍາມະການປົກຄອງແຂວງ (ຜູ້ໃໝ່).

ພິທີມອບ-ຮັບໜ້າ ເຈົ້າແຂວງໄຊຍະບູລີ (ຜູ້ເກົ່າ) ແລະ ປະທານຄະນະກໍາມະການປົກຄອງແຂວງ (ຜູ້ໃໝ່).

ຕອນບ່າຍວັນທີ 15 ທັນວານີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງເຈົ້າແຂວງໄຊຍະບູລີ (ຜູ້ເກັ່າ)ແລະ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ (ຜູ້ໃໝ່) ຂຶ້ນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນການພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ທ່ານເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ ເຂົ້າຮ່ວມ
ຈະເລີນຊັບເວັນເຈີ ສົ່ງເສີມການຮ່ວມມືດ້ານການບິນໃນສປປ ລາວ

ຈະເລີນຊັບເວັນເຈີ ສົ່ງເສີມການຮ່ວມມືດ້ານການບິນໃນສປປ ລາວ

ບໍລິສັດຈະເລີນຊັບເວັນເຈີ (Chaleun Sub Ventures Ltd.) (CSV) ຈັດກິດຈະກໍາພົບປະສະມາຄົມ ການບິນ CSV AeroNexus Rendezvous ປະຈຳປີ2025 ຂຶ້ນເມື່ອບໍ່ດົນມາ, ທີ່ນະຄອນຫຼວງວຽງຈັນ (ນວ) ເພື່ອສົ່ງເສີມການຮ່ວມມືດ້ານການບິນ ແລະ ທຸລະກິດໃນສປປ ລາວ ໂດຍມີທ່ານນາງ ພົງສະຫວ່າງ ກາດອຸດົມ ແລະ ທ່ານ ແອນດີ້ ຕ້ຽວ (Andy Teo) ຜູ້ຮ່ວມກໍ່ຕັ້ງບໍລິສັດຈະເລີນຊັບເວັນເຈີ, ມີຜູ້ນໍາທາງດ້ານການບິນ, ຊ່ຽວຊານ, ຜູ້ປະກອບການດ້ານອຸດສາຫະກໍາການບິນ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ນັກທຸລະກິດຈີນ ຈາກເມືອງເສີນເຈີ້ນ ມອບເງິນ 54 ລ້ານກີບ ແລະ ອຸປະກອນການຮຽນ ໃຫ້ເມືອງໂຂງ

ນັກທຸລະກິດຈີນ ຈາກເມືອງເສີນເຈີ້ນ ມອບເງິນ 54 ລ້ານກີບ ແລະ ອຸປະກອນການຮຽນ ໃຫ້ເມືອງໂຂງ

ເມື່ອບໍ່ດົນມານີ້, ນັກທຸລະກິດ ຈາກ ເມືອງເສີນເຈີ້ນ ສປ ຈີນ ໄດ້ມອບເງິນ 54 ລ້ານກີບ ພ້ອມດ້ວຍອຸປະກອນການຮຽນເພື່ອສົ່ງເສີມ ແລະ ຊຸກຍູ້ວຽກງານການສຶກສາຢູ່ ເມືອງໂຂງ ແຂວງຈຳປາສັກ. ການມອບເຄື່ອງຄັ້ງນີ້, ມີຂຶ້ນໃນທ້າຍອາທິດຜ່ານມາ, ໃນໂອກາດທີ່ເມືອງໂຂງ ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີທີ່ສະໜາມກິລາຂອງເມືອງ.
5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

ການຈັດຕັ້ງປະຕິບັດວຽງານໃນຂົງເຂດເສດຖະກິດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ ລວມເປັນເງິນ 4.460,45 ຕື້ກີບ ສະເພາະປີ 2025 ສາມາດຈັດເກັບໄດ້ 12.572,14 ຕື້ກີບ ປະຕິບັດໄດ້ລື່ນແຜນ 19,8% ຂອງແຜນການປີ.
ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ
ເພີ່ມເຕີມ