|  | 
ທ່ານ ສະໝານ ບຸນຂາວ ຮອງຫົວໜ້າຫ້ອງການໆເງິນເມືອງໄດ້ລາຍງານວ່າ:ຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈກອບແນວຄວາມຄິດ, ນິຍາມ, ວິທີການເກັບກໍາຂໍ້ມູນ,ຊຶ່ງໃນການລົງສໍາຫຼວດຕົວຈິງແມ່ນຈະໃຊ້ແທັບເລັດ, ລະບົບຄອມພິວເຕີ ເຂົ້າໃນການເກັບກຳຂໍ້ມູນ, ສໍາມະນາກອນໄດ້ຮຽນຮູ້ກ່ຽວກັບຂັ້ນຕອນໃນການຈັດຕັ້ງປະຕິບັດການເກັບກໍາຂໍ້ມູນຢູ່ພາກສະໜາມ, ວິທີການເກັບກໍາຂໍ້ມູນຄົວເຮືອນສ່ວນບຸກຄົນ ແລະ ຄົວເຮືອນລວມໝູ່, ການກວດກາຕິດຕາມພາກສະໜາມ ແລະ ແຜນການສໍາຫຼວດ ຜ່ານນການຝຶກອົບຮົມເປັນເວລາ 10 ວັນ ນັກສຳມະນາກອນມີຄວາມຮູ້ ແລະ ຄວາມເຂົ້າໃຈແນວຄວາມຄິດ, ບັນດານິຍາມເນື້ອໃນດ້ານທິດສະດີ, ວິທີການເກັບກໍາຂໍ້ມູນ ຂະບວນການ ແລະ ຂັ້ນຕອນໃນການຈັດຕັ້ງປະຕິບັດການເກັບກໍາຂໍ້ມູນຢູ່ພາກສະໜາມ ແລະ ອື່ນໆ. ໄດ້ມີຄວາມພ້ອມໃນການເດີນສໍາຫຼວດ ແລະ ກວດກາ 90%
(ຂ່າວ: ກີ່ງແກ້ວ ເສົາຈັນຖາ)
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
 
ຄໍາເຫັນ