ເຄື່ອງທີ່ນໍາມາມອບໃນຄັ້ງນີ້, ມີ LCD 1 ຊຸດ ແລະ ກ້ອງຖ່າຍ CANON 1 ເຄື່ອງ, ລວມເປັນມູນຄ່າທັງໝົດ 25 ລ້ານກີບ ເພື່ອນຳມາມອບໃຫ້ກົມໂຄສະນາ ສນຊ ເພື່ອນໍາໃຊ້ເຂົ້າໃນວຽກງານຂອງຕົນ; ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈ ເປັນຢ່າງຍິ່ງ ຕໍ່ທ່ານປະທານສະມາຄົມ ສາມັກຄີເພື່ອຄວາມດີ; ພ້ອມດຽວກັນນີ້, ໄດ້ມອບໃບຍ້ອງຍໍ ໃຫ້ແກ່ປະທານສະມາຄົມ ສາມັກຄີເພື່ອຄວາມດີ ທີ່ໄດ້ອຸປະຖໍາເຄື່ອງຈຳນວນດັ່ງກ່າວມອບໃຫ້ ກົມໂຄສະນາ ສູນກາງແນວລາວສ້າງຊາດ ເພື່ອຮັບໃຊ້ໃນການປະຕິບັດໜ້າທີ່ວຽກງານ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ.
ຂ່າວ+ພາບ: ລີ
ຄໍາເຫັນ