ໄດ້ຈັດຂຶ້ນ ໃນທ້າຍອາທິດຜ່ານມານີ້ ທີ່ຫ້ອງປະຊຸມ ສຳນັກງານປົກຄອງແຂວງ ໂດຍມີທ່ານ ທອງສຸກ ເປົາສຸລີ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ມີທ່ານ ນາງ ຫລູ ຊຸນຈູ້ ປະທານບໍລິສັດໂປເຊຍຢວນ ທີປຶກສາດ້ານການສຶກສາທີ່ນະຄອນພູເອີ ຈຳກັດແຂວງຢູນນານ.
ຮ່ວມລົງນາມຄັ້ງນີ້, ໂດຍມີທ່ານ ສຸບຸນລ້ຽງ ເນດບຸນນອງ ຮອງຫົວໜ້າພະແນກແຜນການ ແລະ ການລງທືນແຂວງຜົ້ງສາລີ ແລະ ທ່ານ ນາງ ຫລູ ຊຸນຈູ້ ປະທານບໍລິສັດໂປເຊຍຢວນ ທີປຶກສາດ້ານການສຶກສາທີ່ນະຄອນພູເອີ ຈຳກັດ ແຂວງຢູນນານ, ເຊັນເປັນສັກຂີພິຍານໂດຍມີທ່ານ ພອນໄຊ ອ່ອນສາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ, ທ່ານ ຄຳ ສຸວົງ ຮອງເຈົ້າເມືອງບຸນເໜືອ, ທ່ານ ຊາວຈັ່ງຊຸນ ຈາກບໍລິສັດໂປເຊຍຢວນ ທີປຶກສາດ້ານການສຶກສາທີ່ນະຄອນພູເອີ ຈຳກັດ.
(ຂ່າວ: ສົມຄິດ)
ຄໍາເຫັນ