![]() |
ທ່ານ ຄຳວຽນ ສີຫານາດ ກຳມະການພັກແຂວງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກວ່າດ້ວຍການຈັດຕັ້ງ ພິທີປະດັບຫຼຽກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃຫ້ກຽດປະດັບຫຼຽນກາໂດຍທ່ານ ບຸນຈັນ ສີວົງພັນ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ໄດ້ພັດປ່ຽນກັນປະດັບໃຫ້ແກ່ການນຳແຂວງ, ອາດີດການນຳແຂວງ, ພະນັກງານຫຼັກແຫຼ່ງ, ພະນັກງານ-ລັດຖະກອນ, ພະນັກງານບຳນານ, ນາຍ ແລະ ພົນທະຫານຕຳຫຼວດທີ່ມີຜົນງານດີເດັ່ນ, ຄຸນງາມຄວາມດີໃນພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະເວລາ 50 ປີ,
ການປະດັບຫຼຽນກາຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນ, ຄຸນງາມຄວາມດີເປັນການຈາລຶກ ແລະ ຈົດຈຳຜົນງານອັນຍິ່ງໃຫຍ່ ທີ່ໄດ້ອູທິດເຫື່ອແຮງສະຕິປັນຍາເລືອດເນື້ອໃນພາລະກິດຕໍ່ສູ້ກູ້ຊາດປົດປ່ອຍຊາດຈົນຍາດໄດ້ເອກະລາດສິດເປັນເຈົ້າຕົນເອງ ແລະ ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ ຕະຫຼອດ 50 ປີຜ່ານມາ.
(ຂ່າວ: ບຸນມີ ແສງທຸມມີ)

ຄໍາເຫັນ