1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ

1 ພຶດສະພາ ວັນທີ່ມີຄວາມໝາຍ - ສໍາຄັນຂອງຊົນຊັ້ນກຳມະກອນ
1 ພຶດສະພາ ແມ່ນວັນກໍາມະກອນສາກົນ. ປີນີ້, ພໍດີຄົບຮອບ 139 ປີ (1 ພຶດສະພາ 1886-1 ພຶດສະພາ 2025) ຊຶ່ງເປັນວັນໜຶ່ງທີ່ມີຄວາມໝາຍ-ສໍາຄັນຂອງຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ ໂດຍສະເພາະໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະ ໂຫຍດອັນຊອບທຳຂອງຕົນ.

ວັນທີ 1 ພຶດສະພາ ຂອງທຸກໆປີ ແມ່ນວັນກໍາມະກອນສາກົນ ຊຶ່ງວັນດັ່ງກ່າວນີ້, ມີມູນເຊື້ອປະຫວັດຄວາມເປັນມາ ໂດຍສະເພາະແມ່ນໃນທ້າຍສັດຕະວັດທີ XVIII ຫາຕົ້ນສັດຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມຣິກາ ໄດ້ໂຄ່ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງທາງດ້ານວັດຖຸສິ່ງຂອງຕ່າງໆ ເຂົ້າໃນການຮັບໃຊ້ຊີວິດປະຈຳວັນນັບມື້ສູງຂຶ້ນ, ໃນເວລານັ້ນ, ມີຫຼາຍປະເທດບໍ່ທັນສາ ມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້ ຈຶ່ງໄດ້ນຳພາປະເທດຂອງຕົນກ້າວເຂົ້າສູ່ການຜະລິດແບບອຸດສາຫະກຳ, ສ້າງໂຮງຈັກ, ໂຮງງານຂຶ້ນຫຼາຍແຫ່ງ.

1 ພດສະພາ ວນທມຄວາມໝາຍ - ສາຄນຂອງຊນຊນກຳມະກອນ - image 1
 

ຈຳນວນກຳມະກອນກໍມີການເຕີບໃຫຍ່ຂະຫຍາຍຕົວໄປພ້ອມໆ ກັບການຂະຫຍາຍຕົວຂອງການຜະລິດ ແຕ່ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນ ໄດ້ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ, ການອອກ ແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ, ນາຍທຶນນັບມື້ເພີ່ມທະວີການບັງຄັບ, ຂົ່ມເຫັງໃຫ້ກຳມະກອນ ແລະ ຜູ້ອອກແຮງງານ ໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ການອອກແຮງງານໜັກແຕ່ຄ່າແຮງງານພັດຕໍ່າ. ຕໍ່ໜ້າສະພາບການຄືແນວນັ້ນ ຂະບວນການຂອງມະຫາຊົນ ໄດ້ລຸກຮືຂຶ້ນຕໍ່ສູ້ພ້ອມກັນຢູ່ຕາມບັນດາໂຮງຈັກ, ໂຮງງານ, ຊົນຊັ້ນກຳມະກອນ ກໍສາມັກຄີກັນຕໍ່ສູ້ທວງເອົາສິດ ແລະ ຜົນປະໂຫຍດຂອງຕົນຢູ່ບັນດາປະເທດທຶນນິຍົມ ແລະ ຣັດເຊຍ ໂດຍໂຄ່ນລົ້ມລະບອບນາຍທຶນ ເພື່ອປະຕິບັດຄຳຂວັນ “ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1 ພຶດສະພາ 1886 ເປັນວັນກຳມະກອນສາກົນ”,

1 ພດສະພາ ວນທມຄວາມໝາຍ - ສາຄນຂອງຊນຊນກຳມະກອນ - image 2
 

ນັບແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທຸກໆ ປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ” ຈາກເຫດການຂອງວັນທີ 1 ພຶດສະພາ 1886 ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກຳມະກອນຢູ່ທະວີບເອີຣົບ ແລະ ທະວີບອາເມຣິກາ ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໃນທົ່ວໂລກທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງຂອງຊົນຊັ້ນກຳມະກອນ ໃນຂະບວນການຕໍ່ສູ້ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນເປັນກ້າວໆມາ.

1 ພດສະພາ ວນທມຄວາມໝາຍ - ສາຄນຂອງຊນຊນກຳມະກອນ - image 3
 

ສະຫຼຸບລວມແລ້ວ, ການປະກອບສ່ວນໃນພາລະກິດປະຕິວັດຂອງກໍາມະກອນລາວ ໃນໄລຍະຜ່ານມາ ໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າຊົນຊັ້ນກຳມະກອນແມ່ນຊົນຊັ້ນນຳໜ້າຂອງຍຸກສະໄໝ ທັງຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນໃນການອອກແຮງງານ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍໃນການສ້າງສັງຄົມໃໝ່ທີ່ກ້າວໜ້າສີວິໄລ, ສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ມີຄວາມສາມັກຄີປອງດອງ, ສັງຄົມສີວິໄລ ແລະ ຍຸຕິທຳ.

ໂດຍ: ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ກົມລ້ຽງສັດ ແລະ ການປະມົງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງລ້ຽງສັດ-ການປະມົງ ນະຄອນຫຼວງວຽງຈັນ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ ກະກຽມປ່ອຍປາພ້ອມກັນຢ່າງເປັນຂະບວນການຟົດຟື້ນ, ໃນຂະນະດຽວກັນຈະຜະລິດ, ສະໜອງ ລູກປາ ໃຫ້ແກ່ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃຫ້ໄດ້ 65 ລ້ານໂຕ.
ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 11 ກໍລະກົດ​ນີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາວັນສໍາຄັນຕ່າງໆຂອງຊາດ-ຂອງພັກຄື: ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝ XI ຂອງຄະນະບໍລິຫານງານສູນກາງພັກ, ມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 – 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ (18 ກໍລະກົດ 1977 - 18 ກໍລະກົດ 2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 63 ປີ, ໃຫ້ກຽດປາຖະກະຖາໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ໃນຕອນບ່າຍ ວັນທີ 10 ກໍລະກົດ ນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊຸດຝຶກອົບຮົມຫົວຂໍ້ສະເພາະສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ເປັນເຈົ້າພາບຈັດ ລະຫວ່າງ ວັນທີ 7-15 ກໍລະກົດ 2025.
ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 9 ກໍລະກົດຜ່ານມານີ້ ທີ່ສໍານັກງານປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ລິເລີ່ມນໍາພາຂະບວນການຕໍ່ສູ້ກູ້ຊາດ ໂດຍເລີ່ມຈາກການເຕົ້າໂຮມ ກໍ່ສ້າງ ແລະ ຂະຫຍາຍກໍາລັງປະຕິວັດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.ເພິ່ນໄດ້ຮ່ວມເຄື່ອນໄຫວກັບບັນດາທ່ານຜູ້ນໍາ ເຄື່ອນໄຫວນໍາພາການຕໍ່ສູ້ຂອງປະຊາຊົນລາວ ດ້ວຍຄວາມທໍລະຫົດອົດທົນ,ບໍ່ທໍ້ຖອຍຕໍ່ຄວາມລໍາບາກ ແລະ ຕໍ່ການທົດສອບທີ່ສ່ຽງໄພແຕ່ປະການໃດ.ອັນໄດ້ເຮັດໃຫ້ເພິ່ນສາມາດສ້າງໄດ້ຜົນງານອັນຍິ່ງໃຫຍ່ ແລະ ມີຄຸນງາມຄວາມດີຢ່າງຫຼວງ ຫຼາຍ.ເວົ້າລວມແມ່ນການປະກອບສ່ວນເຂົ້າໃນການນໍາພາຂອງພັກ,ແນວລາວສ້າງຊາດ, ໃນໄຊຊະນະຂອງພາລະກິດຕໍ່ສູ້ປ່ອຍຊາດໃນເມື່ອກ່ອນກໍຄືການນໍາພາຂອງພັກ,ລັດໃນຊຸມຕົ້ນປີຂອງພາລະກິດປ່ຽນແປງໃໝ່ຂອງປະເທດເຮົາ.
ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ເມື່ອບໍ່ດົນມານີ້, ທີ່ແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມທາບທາມປະກອບຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ, ການນຳໃຊ້ ແລະ ການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນ ແລະ ທິດທາງຂອງການປັບປຸງ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນສູງສຸດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ, ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນ ພາກເໜືອ, ສານປະຊາຊົນພາກເໜືອ, ອົງການໄອຍະການປະຊາຊົນແຂວງ, ສະພາທະນາຍຄວາມ 7 ແຂວງພາກເໜືອ ພ້ອມດ້ວຍພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ເມື່ອບໍ່ດົນຜ່ານມາ, ເຂື່ອນໄຟຟ້ານໍ້າງຽບ 2 ໄດ້ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ” ເພື່ອສະເຫຼີມສະຫຼອງການດຳເນີນງານຄົບຮອບ 10 ປີ, ຊຶ່ງມີອາຈານ, ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ອໍານາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດປະຊາຊົນເຂົ້າຮ່ວມ ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ເປັນໂຄງການໄຟຟ້າ BOOT ແຫ່ງທີ 2 ຂອງກຸ່ມບໍລິສັດ CCCG ບໍລິສັດ CWE, ກໍາລັງຕິດຕັ້ງ 180 MW, ເລີ່ມດໍາເນີນງານໃນປີ 2015, ມາຮອດປັດຈຸບັນ ຄົບຮອບ 10 ປີ, ຜະລິດໄຟຟ້າໄດ້ຫຼາຍກວ່າ 42 ລ້ານkwh, ສາມາດສະໜອງໄຟຟ້າໃຫ້ທ້ອງຖິ່ນໄດ້ 780,000 ກວ່າຄົນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໄຟຟ້າສາຍສົ່ງພາກເໜືອຂອງລາວ. ປີ 2022 ໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ຂອງລັດຖະບານ.
ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ໃນຕອນເຊົ້າວັນທີ 10 ກໍລະກົດນີ້, ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບ ຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກິລາລາວ, ວັນປ່ອຍປາ ແລະ ອານຸລັກສັດນໍ້າ,ໂດຍການເຂົ້າຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເລຂາຄະນະບໍລິຫານງານພັກເມືອງ.
ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ວັນທີ 10 ກໍລະກົດນີ້ ຢູ່ທີ່ສະໂມສອນ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 - 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 48 ປີ (18/7/1977-18/7/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 63 ປີ (5/9/1962-5/9/2025) ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ຫົວໜ້າການເມືອງກອງພັນໃຫຍ່ 202.
ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ເນື່ອງໃນວັນປ່ອຍປາແຫ່ງຊາດທີ 13 ກໍລະກົດທີ່ຈະໝູນວຽນມາຮອດອີກວາລະໜື່ງ ໃນວັນທີ 10 ກໍລະກົດນີ້, ພະແນກກະສີກຳ ແລະ ປ່າໄມ້ແຂວງຈຳປາສັກ ຮ່ວມກັບ ນະຄອນປາກເຊ ຈັດພີທີປ່ອຍປາຂຶ້ນ ທີ່ທ່າວັດຫຼວງນະຄອນປາກເຊ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ພະຈານໃຫຍ່ ມະຫາ ສຸວັນ ຈັນທະຣາດ ປະທານ ອພສ ແຂວງ, ມີພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ
ເພີ່ມເຕີມ