100 ປີ ສະດຸດີທ່ານ ສຸວັນທອນ ບຸບຜານຸວົງ ສິນລະປິນແຫ່ງຊາດສາຂາວັນນະກຳ

100 ປີ ສະດຸດີທ່ານ ສຸວັນທອນ ບຸບຜານຸວົງ ສິນລະປິນແຫ່ງຊາດສາຂາວັນນະກຳ

100 ປີ ສະດຸດີທ່ານ ສຸວັນທອນ ບຸບຜານຸວົງ ສິນລະປິນແຫ່ງຊາດສາຂາວັນນະກຳ
ສະມາຄົມນັກປະພັນລາວຮ່ວມກັບຄອບຄົວ ບຸບຜານຸວົງໄດ້ຈັດງານ 100ປີສະດຸດີທ່ານ ສຸວັນທອນ ບຸບຜານຸວົງ ສິນລະປິນແຫ່ງຊາດສາຂາວັນນະກຳຂຶ້ນໃນວັນທີ 9 ເມສາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດເປັນກຽດເຂົ້າຮ່ວມມີທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ

 

 

,ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ,ມີບັນດາແຂກຖືກເຊີນພ້ອມດ້ວຍຄອບຄົວ ບຸບຜານຸວົງ, ຄູ-ອາຈານ, ນັກຮຽນ-ນັກສຶກສາ, ນັກປະພັນ, ນັກກະວີທັງອາວຸໂສ ແລະ ໜຸ່ມນ້ອຍເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ທອງໃບ ໂພທິສານ ປະທານສະມາຄົມນັກປະພັນລາວ ກ່າວວ່າ: ທ່ານ ສຸວັນທອນ ບຸບຜານຸວົງ ຫຼືນາມປາກກາ ຊາຍເຊໂປນ ສິລະປິນແຫ່ງຊາດສາຂາວັນນະກໍາເປັນນັກປະພັນລາງວັນ ວັນນະກໍາສ້າງສັນຍອດຢ້ຽມແຫ່ງອາຊຽນ ຫຼື“ຊີໄຣ”S.E.A. Write Award ປີ 2000ທັງເປັນນັກຂຽນທີ່ມີຊື່ສຽງໃນລະດັບຕໍານານຂອງນັກຂຽນປະຕິວັດ ຊຶ່ງມີຜົນງານບົດຂຽນເປັນນະວະນິຍາຍທີ່ມີຊື່ສຽງ ແລະ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນຍຸກສົງຄາມປະຕິວັດປົດປ່ອຍຊາດ, ຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານ ທັງໄດ້ຮັບການກ່າວຂານກັນມາຈົນເຖິງຍຸກປັດຈຸບັນ ນັ້ນກໍຄືນະວະນິຍາຍປະຕິວັດເລື່ອງ “ສອງເອື້ອຍນ້ອງ”ແລະ“ກອງພັນທີສອງ”ທີ່ໄດ້ຮັບການຈັດພິມເຜີຍແຜ່ຫຼາຍຄັ້ງແລະໄດ້ຮັບການແປເປັນພາສາຕ່າງປະເທດຫຼາຍພາສາຕະຫຼອດໄລຍະຊຸມປີທີ່ຜ່ານມາ. ນອກນັ້ນ, ທ່ານຍັງມີຜົນງານເລື່ອງສັ້ນທີ່ໄດ້ຂຽນ ແລະ ໄດ້ລົງພິມຢູ່ໃນວາລະສານ ແລະ ໜັງສືພິມຕ່າງໆ. ທ່ານ ສຸວັນທອນ ບຸບຜານຸວົງ ແມ່ນໜຶ່ງໃນຄະນະຂົນຂວາຍກະກຽມສ້າງຕັ້ງສະມາຄົມນັກປະພັນລາວ ແລະ ທ່ານກໍໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມນັກປະພັນລາວ ຜູ້ທໍາອິດຂອງປະເທດຊາດໃນກອງປະຊຸມໃຫຍ່ຂອງສະມາຄົມນັກປະພັນລາວຄັ້ງທີ 1.

ທ່ານ ທອງໃບ ໂພທິສານ ໃຫ້ຮູ້ອີກວ່າ: ເພື່ອສືບຕໍ່ຮັກສາ ແລະ ເສີມຂະຫຍາຍບົດບາດຊື່ສຽງຂອງເພິ່ນໃຫ້ຍືນຍົງຄົງຕົວຢູ່ໃນວົງການວັນນະຄະດີບ້ານເຮົາຕໍ່ໆໄປໃນອະນາຄົດທາງຄອບຄົວ ບຸບຜານຸວົງຈະສ້າງຕັ້ງ “ກອງທຶນສົ່ງເສີມວັນນະຄະດີສຸວັນທອນບຸບຜານຸວົງ” ຊຶ່ງກອງທຶນດັ່ງກ່າວຈະເຮັດບົດບາດໜ້າທີ່ໃນການຊຸກຍູ້ສົ່ງເສີມວັນນະຄະດີຂອງນັກປະພັນລາວເຮົາ ໂດຍຈະຈັດໃຫ້ມີການແຂ່ງຂັນ ກວດສອບບົດປະພັນວັນນະຄະດີ ແລະ ມອບລາງວັນວັນນະຄະດີປະຈຳແຕ່ລະປີ ໂດຍສະເພາະແມ່ນໃນຖັນແຖວນັກຂຽນໜຸ່ມ, ນັກຮຽນ-ນັກສຶກສາຜູ້ທີ່ຮຽນເກັ່ງທາງດ້ານວັນນະຄະດີທັງໃນລະດັບອຸດົມສຶກສາ ແລະ ມະຫາວິທະຍາໄລຊຶ່ງສະມາຄົມນັກປະພັນລາວຈະສະໜັບສະໜູນແນວຄວາມຄິດ ແລະ ຂໍ້ລິເລີ່ມດັ່ງກ່າວ ຊຶ່ງໃນການປະຕິບັດຕົວຈິງ ກໍຈະໄດ້ສົມທົບປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງຕ່າງໆ ເພື່ອໃຫ້ສາມາດດໍາເນີນໄປຢ່າງມີໝາກຜົນ ແລະ ຖືກຕ້ອງຕາມລະບຽບຫຼັກການຕໍ່ໄປ.

ຂ່າວ: ບຸນຕອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ