ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ

13 ສິງຫາ ແມ່ນວັນສື່ມວນຊົນ ແລະ ການພິມຈໍາໜ່າຍມີຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດ

13 ສິງຫາ ແມ່ນວັນສື່ມວນຊົນ ແລະ ການພິມຈໍາໜ່າຍມີຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດ
ໂດຍ: ວັນເພັງ ພັກ-ລັດຖະບານ ຍາມໃດກໍເຫັນຄວາມສຳຄັນຕໍ່ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ຊຶ່ງແຕ່ລະປີຈະມີການຈັດກິດຈະກຳຕ່າງໆຂຶ້ນເພື່ອຂໍ່ານັບຮັບຕ້ອນວັນດັ່ງກ່າວເປັນຕົ້ນ

 

 ຈັດໃຫ້ມີກອງປະຊຸມເວທີເສວະນາໃນຫົວຂໍ້ສຳຄັນຕ່າງໆ, ມີງານໂຮມຊຸມນຸມໃຫຍ່ຂຶ້ນເພື່ອໃຫ້ສື່ມວນຊົນທັງພາກລັດ ແລະ ເອກະຊົນໄດ້ມາເຕົ້າໂຮມກັນ ພົບໜ້າພໍ້ຕາກັນແລກປ່ຽນບົດຮຽນ. ພ້ອມນັ້ນ, ຍັງມີກິດຈະກຳການແຂ່ງຂັນກິລາມິດຕະພາບລະຫວ່າງສື່ມວນຊົນດ້ວຍກັນຢ່າງເບີກບານມ່ວນຊື່ນ ແລະ ມີຄວາມໝາຍ-ຄວາມສຳຄັນ.

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຄົບຮອບ 74 ປີ(13 ສິງ 1950-13 ສິງຫາ2024) ໃກ້ຈະມາເຖິງນີ້, ທ່ານ ສຸວັນ ວິໄລແສງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ (ວສລ)ໄດ້ສະແດງທັດສະນະຕໍ່ວັນດັ່ງກ່າວ ເມື່ອບໍ່ດົນຜ່ານມາ ທີ່ ວສລ ວ່າ: ຕະຫຼອດໄລຍະ 7 ທົດສະວັດກວ່າຜ່ານມານີ້, ສື່ມວນຊົນລາວທັງສື່ສິ່ງພິມ ແລະ ສື່ເອເລັກໂຕຣນິກໄດ້ຮັບການພັດທະນາເຕີບໃຫຍ່ທາງດ້ານປະລິມານ ແລະ ຄຸນນະພາບ, ທຸກສໍານັກສື່ມວນຊົນໄດ້ມີການນໍາໃຊ້ທັງສື່ເກົ່າ ແລະ ສື່ໃໝ່ຄວບຄູ່ກັນໄປ ເຮັດໃຫ້ການເຜີຍແຜ່ຂໍ້ມູນຂ່າວສານຕ່າງໆລວມທັງສາລະຄວາມຮູ້ ແລະ ຄວາມບັນເທີງມີຄວາມວ່ອງໄວກວ້າງຂວາງ ແລະ ນັບມື້ເຂົ້າເຖິງທຸກກຸ່ມຄົນໄດ້ຢ່າງທົ່ວເຖິງໂດຍມີອິນເຕີເນັດເປັນຕົວຂັບເຄື່ອນສໍາຄັນທີ່ສຸດ.

ຢ່າງໃດກໍຕາມ, ອີງໃສ່ຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການບໍລິໂພກຂໍ້ມູນຂ່າວສານໃນໄລຍະໃໝ່ ກໍຄືໄລຍະທີ່ສື່ໃໝ່ ຫຼື ສື່ອອນລາຍມີບົດບາດສູງໃນຊີວິດປະຈໍາວັນຂອງຄົນເຮົາໃນປັດຈຸບັນນີ້. ສື່ມວນຊົນຕ້ອງພ້ອມກັນສືບຕໍ່ເຮັດໜ້າທີ່ເປັນກະບອກສຽງທີ່ສໍາຄັນໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ເພື່ອໂຄສະນາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດວາງອອກໃຫ້ດີຂຶ້ນກວ່າເກົ່າ, ພ້ອມທັງເປັນເວທີໃຫ້ຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ສາລະບັນເທີງສ້າງຄວາມສາມັກຄີປອງດອງ, ກະຕຸກຊຸກຍູ້ໃຫ້ທຸກຊັ້ນຄົນໃນສັງຄົມປະຕິບັດລະບຽບກົດໝາຍ ປະກອບສ່ວນເປັນກໍາລັງແຮງສ້າງສາພັດທະນາປະເທດຊາດ. ພ້ອມກັນນີ້, ທັງເນື້ອໃນ ແລະ ຮູບແບບການໂຄສະນາຂອງສື່ມວນຊົນຕ້ອງໄດ້ປັບປຸງໃຫ້ມີຄວາມຫຼາກຫຼາຍ ແລະ ດຶງດູດໃຈຜູ້ຟັງ, ຜູ້ຊົມ ແລະ ຜູ້ອ່ານຫຼາຍຂຶ້ນກວ່າເກົ່າ, ໄປພ້ອມໆກັບການປັບປຸງ ແລະ ພັດທະນາລະບົບເຕັກໂນໂລຊີແບບໃໝ່, ຫັນເປັນທັນສະໄໝ ແລະ ຍົກລະດັບບຸກຄະລາກອນສື່ໃຫ້ມີຄຸນນະພາບສູງຂຶ້ນທັງສາມາດວິເຄາະ-ວິໄຈ, ຕອບໂຕ້ ແລະ ວິຈານບັນຫາຕ່າງໆໃຫ້ສັງຄົມໄດ້ຮັບຮູ້ຕາມ 4 ລັກສະນະຂອງສື່ມວນຊົນລາວຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້ສິ່ງສໍາຄັນທີ່ສຸດ, ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງຕົນໃຫ້ດີກວ່າເກົ່າສື່ມວນຊົນທຸກຄົນຕ້ອງກຳໃຫ້ໄດ້ທຸກມະຕິ, ຄຳສັ່ງ ແລະ ບັນດາແຈ້ງການຂອງພັກ-ລັດຖະບານໃນແຕ່ລະໄລຍະ ເພື່ອໄປສ່ອງແສງ ຫຼື ຜັນຂະຫຍາຍຕໍ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຕ້ອງສະແດງສັດຈະທຳໃນຄວາມເປັນຈິງ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ບິດເບືອນ, ບໍ່ສ້າງຄວາມແຕກແຍກຢູ່ໃນສັງຄົມ, ຕ້ອງເຮັດໃຫ້ສັງຄົມມີຄວາມສາມັກຄີຮັກແພງຊຶ່ງກັນ ແລະ ກັນ ເພື່ອເຮັດແນວໃດໃນການສ້າງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງພັກ-ລັດ ກັບປະຊາຊົນ ແລະ ປະຊາຊົນກັບປະຊາຊົນນັບມື້ດີຂຶ້ນກວ່າເກົ່າ.

ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຄົບຮອບ 74 ປີ, ທ່ານ ສຸວັນ ວິໄລແສງ ໄດ້ອວຍພອນໄຊອັນປະເສີດໃຫ້ພະນັກງານ-ລັດຖະກອນ ກໍຄືສື່ມວນຊົນທັງພາກລັດ ແລະ ເອກະຊົນ ຈົ່ງມີສຸຂະພາບແຂງແຮງ, ເຂັ້ມແຂງ, ຈົ່ງພັດທະນາຕົນເອງໃຫ້ດີຂຶ້ນໄປເລື້ອຍໆໃຫ້ທັນຍຸກທັນສະໄໝ ແລະ ຍາດໄດ້ຜົນງານອັນຍິ່ງໃຫຍ່ຂຶ້ນກວ່າເກົ່າ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ