![]() |
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອເພື່ອເຜີຍແຜ່ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນຍຸດທະສາດ (Smooth Transition Strategyຫຼື STS)ໃນລະດັບທ້ອງຖິ່ນເພື່ອປຶກສາຫາລື ກ່ຽວກັບ ບັນດາສິ່ງທ້າທາຍຕ່າງໆ ແລະ ທິດທາງໃນຕໍ່ໜ້າ; ເຜີຍແຜ່ກ່ຽວກັບຄວາມຄືບໜ້າໃນການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ ໄລຍະຜ່ານມາ;ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຕໍ່ກັບວຽກງານການກະກຽມອອກຈາກສະຖານະພາບດ້ອຍພັດທະນາ ເພື່ອຮັບປະກັນໃຫ້ມີຄວາມໂລ່ງລຽນ, ມີຄຸນນະພາບ ແລະ ຍືນຍົງ ໂດຍສະເພາະແມ່ນໄລຍະຂ້າມຜ່ານປີ 2027-2029; ແລະ ຮັບຟັງການລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ.
![]() |
ການກະກຽມໃຫ້ແກ່ການອອກຈາກສະຖານະພາບດ້ອຍພັດທະນາພາຍຫຼັງທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ໄດ້ 3 ຄັ້ງຕິດຕໍ່ກັນຄື ຄັ້ງທີ 1 ໃນປີ 2018, ຄັ້ງທີ 2 ປີ 2021 ແລະ ຄັ້ງທີ 3 ປີ 2024 ຊຶ່ງສາມາດບັນລຸ 3 ເກນມາດຖານ ຄື: ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ ຫຼື Gross National Income (GNI) ແມ່ນ 2.503 ໂດລາ,ດັດສະນີຊັບພະຍາກອນມະນຸດ ຫຼື Human Asset Index (HAI) ແມ່ນ 74.8 ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ ຫຼືEconomic and EnvironmentalVulnerability Index (EVI) ແມ່ນ 29.8,ອົງການ ສປຊ ໄດ້ຮັບຮອງເອົາຍັດຕິສະເໜີໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ຢ່າງເປັນທາງການ, ໂດຍໄດ້ມີການຂະຫຍາຍເວລາໄລຍະກະກຽມໃຫ້ແກ່ການຫຼຸດພົ້ນ ໄປຈົນເຖິງປີ 2026. ພ້ອມດຽວກັນນີ້, ລັດຖະບານ ກໍໄດ້ສໍາເລັດການສ້າງແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ (STS) ໃນປີ 2023,ຊຶ່ງມີເປົ້າໝາຍເພື່ອກຽມຄວາມພ້ອມທີ່ດີ ໃຫ້ ສປປ ລາວ ໃນການອອກຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ.
ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແມ່ນຄາດໝາຍສູ້ຊົນໄລຍະຍາວຂອງ ພັກ ແລະ ລັດຖະບານ ສປປ ລາວ ແລະ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນອັນໜັກແໜ້ນ ແລະ ຕັ້ງໜ້າຂອງ ສປປ ລາວ ໃນການພັດທະນາປະເທດຊາດຈາກປະເທດທີ່ມີລາຍຮັບຕໍ່າໄປເປັນປະເທດທີ່ມີລາຍຮັບປາກກາງ ກໍຄືການຂ້າມຜ່ານຈາກປະເທດດ້ອຍພັດທະນາ ມາເປັນປະເທດກຳລັງພັດທະນາຕາມການແບ່ງປະເພດຂອງອົງການ ສປຊ ແລະ ທະນາຄານໂລກ.
ສໍາລັບ ເປົ້າໝາຍການພັດທະນາແບບຍືນຍົງ ຫຼື ປພຍ (SDGs) ແມ່ນການສືບຕໍ່ຈັດຕັ້ງປະຕິບັດວາລະການພັດທະນາຂອງສາກົນ ແລະ ຂອງບັນດາປະເທດສະມາຊິກອົງການສະຫະປະຊາຊາດ ລວມທັງ ສປປ ລາວ ເຮົາ. ນັບຕັ້ງແຕ່ ສປປ ລາວ ໄດ້ຮັບຮອງເອົາວາລະ 2030 ເພື່ອການພັດທະນາແບບຍືນຍົງ ໃນປີ 2015 ເປັນຕົ້ນມາ ແລະ ກໍໄດ້ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII, ຄັ້ງທີ IX ແລະ ກໍາລັງຈະເຊື່ອມໃສ່ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X.
(ຂ່າວ: ກຕທ)


ຄໍາເຫັນ