2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວ

2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວ

2 ທັນວາ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວ
ຄືດັ່ງທີ່ຮູ້ນຳກັນແລ້ວວ່າ ວັນຊາດທີ 2 ທັນວາ ແມ່ນວັນທີ່ມີຄວາມໝາຍສໍາຄັນສໍາລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆໃນເວທີປະຊາຄົມໂລກ ທັງແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ.
2 ທນວາ ເປນວນແຫງໄຊຊະນະອນຍງໃຫຍໃນປະຫວດສາດຂອງຊາດລາວ - image 1
 

 

 

ສະຫາຍ ພົນຕີ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບໄດ້ສະແດງຄວາມຮູ້ສຶກຕໍ່ວັນສະຖາປະນາ ສປປລາວ ຄົບຮອບ 50 ປີເມື່ອບໍ່ດົນມານີ້ວ່າ: ສໍາລັບກົມໃຫຍ່ເສນາທິການກອງທັບ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ອັນພົ້ນເດັ່ນແມ່ນໄດ້ຮັບປະກັນເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການ ເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຮັບປະກັນໄດ້ຄວາມສະຫງົບປອດໄພໃຫ້ແກ່ປະເທດຊາດ, ສ້າງພື້ນຖານເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂະຫຍາຍຕົວຕາມທິດຊີ້ນໍາຂອງສູນກາງພັກ. ໄດ້ຊີ້ນໍາ-ບັນຊາກໍາລັງຫຼວງ ແລະ ກຳລັງທ້ອງຖິ່ນ ເຄື່ອນໄຫວເຮັດໃຫ້ສະພາບໃນຂອບເຂດທົ່ວປະເທດມີຄວາມສະຫງົບໂດຍພື້ນຖານ, ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງໃນກອງທັບ ແລະ ພາກລັດ, ອົງການການປົກຄອງທ້ອງຖິ່ນແຕ່ລະຂັ້ນ, ຈັດຕັ້ງພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຈຸດເຂດຫ່າງໄກສອກຫຼີກໃນທົ່ວປະເທດ. ພ້ອມທັງຊີ້ນໍາກຳແໜ້ນ ສະພາບການຮອບດ້ານຢູ່ພາຍໃນ ແລະ ນອກຊາຍແດນ, ສົມທົບກັບບັນດາອົງການກ່ຽວຂ້ອງເພື່ອຄົ້ນຄວ້າ ແລະ ຕີລາຄາແຕ່ລະບັນຫາຢ່າງພາວະວິໄສ, ຖືກຕ້ອງຕາມທັດສະນະຂອງພັກ ແລະ ແກ້ໄຂສະພາບການທີ່ເກີດຂຶ້ນໄດ້ທັນເວລາ, ຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມບໍລິເວນຊາຍແດນ, ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການປົກປັກຮັກສາເອກະລາດ, ອໍານາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ. ຍົກສູງສະຕິລະວັງຕົວໃນການກຽມພ້ອມສູ້ຮົບ, ຈັດຕັ້ງກຽມພ້ອມທາງດ້ານກໍາລັງ, ພາຫະນະສູ້ຮົບ ແລະ ຮັບປະກັນສູ້ຮົບຂອງກອງທັບ, ເປັນກຳລັງຫຼັກແຫຼ່ງໃນການຊ່ວຍເຫຼືອ ແລະ ກອບກູ້ໄພພິບັດທາງ ທຳມະຊາດໄດ້ຢ່າງທັນການ, ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງແຕ່ປາງສົງຄາມດ້ວຍກຳລັງຂອງກອງທັບ ແລະ ຮ່ວມມືກັບກອງທັບປະເທດເພື່ອນມິດ, ກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດ ແລະ ການພັດທະນາຂອງທ້ອງຖິ່ນຕາມການຕົກລົງຂອງລັດຖະບານ. ພ້ອມກັນນັ້ນ, ກໍໄດ້ເຮັດວຽກງານຮັກສາຄວາມສະຫງົບປອດໄພໃຫ້ແກ່ຜູ້ນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ ປະກອບສ່ວນໃນການຍົກສູງຖານະບົດບາດຂອງຊາດໃນເວທີພາກພື້ນ ແລະ ສາກົນ. ໄປພ້ອມກັນນັ້ນ, ໄດ້ເອົາໃຈໃສ່ສຸມທຸກສະຕິປັນຍາ ແລະ ຄວາມສາມາດເພື່ອປັບປຸງກໍ່ສ້າງ ແລະ ຍົກລະດັບຄວາມສາມາດຂອງບັນດາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນໃນການອົບຮົມ-ຫັດແອບ ແລະ ຈັດຕັ້ງວຽກງານກຽມພ້ອມສູ້ຮົບຕາມທິດ "ສ້າງກອງທັບໃຫ້ເປັນກອງທັບປະຕິວັດ, ມີແບບແຜນ ແລະ ທັນສະໄໝ", ເອົາໃຈໃສ່ທາງດ້ານການປະກອບ ແລະ ຄຸ້ມຄອງກໍາລັງພົນ, ຄຸ້ມຄອງພາຫະນະ, ອາວຸດກະສູນຖືກຕ້ອງຕາມຫຼັກການ ແລະ ຫັນເປັນທັນສະໄໝຕາມເງື່ອນໄຂຕົວຈິງ.

2 ທນວາ ເປນວນແຫງໄຊຊະນະອນຍງໃຫຍໃນປະຫວດສາດຂອງຊາດລາວ - image 2
 

ເນື່ອງໃນໂອກາດທີ່ມີຄວາມໝາຍສໍາຄັນນີ້, ສະຫາຍ ພົນຕີ ສີພອນໄຊ ຄໍາທອງເຫວີນ ໄດ້ຕາງໜ້າໃຫ້ນາຍ ແລະ ພົນທະຫານກອງທັບປະຊາຊົນລາວສະແດງຄວາມຮູ້ບຸນຢ່າງສູງມາຍັງບັນດາການນໍາພັກ-ລັດ ແລະ ອວຍ ພອນໄຊບັນດາທ່ານຈົ່ງມີສຸຂະພາບແຂງແຮງ ສືບຕໍ່ປະຕິບັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ກ້າວສູ່ຈຸດໝາຍສັງຄົມນິຍົມສີວິໄລ.

2 ທນວາ ເປນວນແຫງໄຊຊະນະອນຍງໃຫຍໃນປະຫວດສາດຂອງຊາດລາວ - image 3
 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

ຄວາມຮູ້ສຶກຂອງ ທ່ານ ສຸວັນນີໄຊຊະນະໂອ​ກາດສະຫຼອງວັນ​ຊາດຄົບ​ຮອບ 50 ປີ

​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ຊາດທີ 2 ທັນ​ວາຄົບ​ຮອບ 50 ປີ(2 ທັນ​ວາ 1975-2 ທັນ​ວາ 2025), ທ່ານ ສຸວັນນີ ໄຊຊະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 11, ປະທານສະພາປະຊາຊົນແຂວງບໍລິຄໍາໄຊໄດ້​ສະ​ແດງ​ທັດ​ສະ​ນະ​ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ຮັບການສະຖາປານາ ມາຮອດມື້ນີ້ກໍ​ຄົບ​ຮອບ 50 ປີ ພໍດີ, ເ​ມື່ອຫວນຄືນເບິ່ງແລ້ວຄືວ່າ ບໍ່ດົນນານພໍປານໃດ, ຄິດເຫັນພາບເຫດການສໍາຄັນປະຫວັດສາດ ທີ່ເຄີຍໄດ້ປະກອບສ່ວນ ໃນຂະບວນການລຸກຂຶ້ນຢຶດອໍານາດຂອງມວນຊົນ, ຂະບວນການຊາວໜຸ່ມຕະລຸມບອນ ຢູ່ຕາແສງໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽຈັນ ທີ່ເປັນຖິ່ນກໍາເນີດຂອງຕົນ ຈາກມື້ນັ້ນມາຮອດມື້ນີ້ ພໍດີກຽມພັກບໍານານ ສໍາເລັດໜ້າທີ່ທີ່ພັກ, ລັດ ມອບໝາຍໃຫ້, ມັນຊ່າງເປັນເສັ້ນທາງ ທີ່ເຕັມໄປດ້ວຍຄວາມສະລັບສັບຊ້ອນ, ລະອິດລະອ້ຽວຫາກຍ້ອນມີພັກນໍາພາ ປະເທດຊາດແສນຮັກຂອງພວກເຮົາ ຈຶ່ງມີການພັດທະນາ ແລະ ດໍາລົງຄົງຢູ່ຢ່າງສະຫງ່າຜ່າເຜີຍຄືແນວນີ້.
ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ເຈົ້າແຂວງສະຫວັນນະເຂດ ອວຍພອນ ແລະ ມອບເຄື່ອງໃຫ້ກອງຮ້ອຍສູນເສຍອົງຄະ-ນັກຮົບແຂ່ງຂັນ ໃນໂອກາດວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ

ໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2025), ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຮອງປະທານຄະນະກໍາມະການປົກຄອງແຂວງ, ຫົວໜ້າກອງບັນຊາການ ປກສ-ປກຊແຂວງ, ພະແນກການເງິນ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຫົວໜ້າຫ້ອງວ່າການແຂວງ, ພະແນກສຶກສາທິການ ແລະ ກິລາ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ, ພ້ອມຄະນະໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ຄອບຄົວຜູ້ເສຍອົງຄະ ແລະ ຜູ້ທີ່ມີຄຸນງາມຄວາມດີຢູ່ທີ່ກອງຮ້ອຍສູນເສຍອົງຄະເຊ 17 ເມືອງພີນ ແຂວງສະຫວັນນະເຂດ.
50 ປີ ແນວລາວສ້າງຊາດເສີມຂະຫຍາຍມູນເຊື້ອການເຕົ້າໂຮມຄວາມສາມັກປະຊາຊົນລາວບັນດາເຜົ່າ

50 ປີ ແນວລາວສ້າງຊາດເສີມຂະຫຍາຍມູນເຊື້ອການເຕົ້າໂຮມຄວາມສາມັກປະຊາຊົນລາວບັນດາເຜົ່າ

ເນື່ອງໃນໂອກາດວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ພາຍຫຼັງກອງປະຊຸມຄັ້ງທີ I ຂອງ ສນຊ ໃນວັນທີ 13 ສິງຫາ 1950 ໄດ້ກຳນົດໂຄງການ ການ ເມືອງ 12 ຂໍ້ ໃນນັ້ນໄດ້ຮັບຮອງເອົາທຸງວົງເດືອນເປັນທຸງຊາດ ແລະ ເພງຊາດ ພ້ອມທັງຮັບຮອງເອົາຫຼາຍບັນຫາທີ່ສຳຄັນຂອງຊາດ ລວມທັງຊື່ປະເທດລາວ.
ວັນຊາດ ທີ 2ທັນວາ ແມ່ນວັນສະຫຼອງໄຊຊະນະອັນຍິ່ງໃຫຍ່ ຂອງປວງຊົນລາວທັງຊາດ

ວັນຊາດ ທີ 2ທັນວາ ແມ່ນວັນສະຫຼອງໄຊຊະນະອັນຍິ່ງໃຫຍ່ ຂອງປວງຊົນລາວທັງຊາດ

ເນື່ອງໃນໂອກາດ ວັນຊາດທີ 02 ທັນວາ ຄົບຮອບ 50 ປີ (02/12/1975 - 02/12/2025), ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ຫົວໜ້າສະຖາບັນ ວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້​ສະ​ແດງ​ຄວາມ​ຮູ້​ສຶກວ່າ: ໃນນາມເປັນຄົນລາວຜູ້ໜຶ່ງຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ນັບແຕ່ປະເທດຊາດໄດ້ຮັບການປົດປ່ອຍ ຈົນມາເຖິງປັດຈຸບັນ ແມ່ນມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
ອັດຕະປື ປາຖະກະຖາ ວັນຊາດທີ2ທັນວາແລະ ວັນເກີດປະທານ ໄກສອນພົມວິຫານ

ອັດຕະປື ປາຖະກະຖາ ວັນຊາດທີ2ທັນວາແລະ ວັນເກີດປະທານ ໄກສອນພົມວິຫານ

ໃນວັນທີ 1 ທັນວາ 2025 ທີ່ຫໍປະຊຸມໃຫຍ່ແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍໃຫ້ກຽດປາຖະກະຖາຂອງສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກ ເລຂາພັກແຂວງ, ມີບັນດາສະຫາຍການນໍາ-ພັກ-ລັດ ແຂວງ, ເມືອງ, ພະນັກງານປະຕິວັດອາວຸໂສ-ບໍານານ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງແຂວງເຂົ້າຮ່ວມ.
ຊຽງຂວາງປະດັບລຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ຊຽງຂວາງປະດັບລຽນກາລະນຶກ 50 ປີວັນສະຖາປະນາ ສປປ ລາວ

ໃນວັນທີ 1 ທັນວາ 2025ນີ້, ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງໄດ້ມີພິທີປະດັບຫຼຽນກາ ລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍການເຂົ້າຮ່ວມຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພພັກ ເລຂາພັກແຂວງ, ມີຄະນະປະຈຳພັກແຂວງກຳມະການພັກແຂວງ, ອາດີດການນຳແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກຳລັງປະກອບອາວຸດ ແລະ ອົງການຈັດຕັ້ງເຂົ້າຮ່ວມ.
ການນຳ ພັກ-ລັດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດສະຫຼອງວັນຊາດ ຄົບຮອບ 50 ປີ

ການນຳ ພັກ-ລັດ ແຂວງອຸດົມໄຊ ຮ່ວມຊົມການຖ່າຍທອດສົດສະຫຼອງວັນຊາດ ຄົບຮອບ 50 ປີ

ໃນຕອນເຊົ້າວັນທີ 2 ທັນວາ 2025, ທີ່ສະໂມສອນແຂວງອຸດົມໄຊ, ໄດ້ມີການຈັດພິທີເຕົ້າໂຮມຊຸມນຸມ ເພື່ອຮັບຊົມການຖ່າຍທອດສົດ ພິທີສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025) ຈາກນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍ ສະຫາຍ ຄຳດີ ວົງລ້ອມ ຮອງເລຂາພັກແຂວງ, ພ້ອມດ້ວຍບັນດາສະຫາຍໃນຄະນະປະຈຳພັກແຂວງ, ກຳມະການພັກແຂວງ. ມີບັນດາອະດີດການນຳພັກ-ລັດ ຂອງແຂວງ ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຳປາສັກ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງ​ໃນໂອກາດ​ວັນຊາດ​ 2 ທັນວາ ​ແລະ​ ວັນເກີດ​ປະທານ​ ໄກສອນ​ ພົມວິຫານ​

ຈຳປາສັກ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງ​ໃນໂອກາດ​ວັນຊາດ​ 2 ທັນວາ ​ແລະ​ ວັນເກີດ​ປະທານ​ ໄກສອນ​ ພົມວິຫານ​

​ ຕອນເຊົ້າວັນທີ 2 ທັນວາ 2025ນີ້, ເນື່ອງໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2/12/1975 – 2/12/2025) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 105 ປີ​ (13/12/1920 – 13/12/2025),​ ຄະນະ​ບໍລິຫານ​ງານພັກແຂວງຈຳປາສັກ​ ນຳພາໂດຍ ສະ​ຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະພັກແຂວງຈຳປາສັກ​ ໄດ້ເຂົ້າຮ່ວມວາງພວງມາລາ​ ຢູ່ອານຸສາວະລີນັກຮົບນິລະນາມ ແລະ ກະຕ່າດອກໄມ້​ ຢູ່​ອະນຸສອນ​ສະຖານ​ປະທານ​ ໄກສອນ​ ພົມວິຫານ​ ສະໜາມແດງ​ ນະຄອນປາກເຊ.​
ຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ

ແຂວງຄໍາມ່ວນ ໄດ້ຈັດພິທີມອບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ໃຫ້ພະນັກງານປະຈຳການ, ພະນັກງານ ອາວຸໂສບໍານານ ແລະ ຜູ້ປະກອບການທຸລະກິດ ຂຶ້ນໃນວັນທີ 1 ທັນວາ 2025ນີ້, ໃຫ້ກຽດປະດັບຫຼຽນໂດຍສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ, ມີຄະນະປະຈຳ, ກຳມະການພັກແຂວງ, ອະດີດການນໍາແຂວງ, ເມືອງ, ບັນດາສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ຜູ້ປະກອບການທຸລະກິດພາຍໃນແຂວງເຂົ້າຮ່ວມ.
ຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈັດງານຕະຫຼາດນັດແຮງງານ

ຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈັດງານຕະຫຼາດນັດແຮງງານ

ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມແຂວງຄຳມ່ວນຮ່ວມກັບບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ ໄດ້ຈັດງານຕະຫຼາດນັດແຮງງານ ປະຈໍາປີ 2025 ຂຶ້ນໃນລະຫວ່າງວັນທີ 28-29 ພະຈິກຜ່ານມາທີ່ໂຮງແຮມທ່າແຂກໃໝ່ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄຳມ່ວນ, ທ່ານ ສິນນະສອນ ແສງຈັນທະວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຕາງໜ້າບໍລິສັດນ້ຳເທີນ2, ມີບໍລິສັດຈັດຫາງານທີ່ໄດ້ໃຫ້ການຮ່ວມມືມາຕັ້ງບູດໂຄສະນາຮັບສະຫມັກແຮງງານຢ່າງຫຼວງຫຼາຍ ຄາດວ່າມີຄວາມຕ້ອງການແຮງງານຫຼາຍກວ່າ 1,000 ຄົນ.
ເພີ່ມເຕີມ