2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ
ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຮັບຟັງການຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ຄັ້ງທີ IX (2021- 2025) ໃນວັນທີ 8 ກໍລະກົດນີ້ ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II, ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ.
2024 ນະຄອນຫວງວຽງຈນ ສາມາດປດໜສນໂຄງການລງທນຂອງລດໄດ 25 ໂຄງການ - image 1
 

ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ, ໄດ້ຊີ້ແຈງກ່ຽວກັບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ຄັ້ງທີ IX (2021- 2025) ບາງເນື້ອໃນ ວ່າ: ຜ່ານການຈັດຕັ້ງປະຕິບັດກໍເຫັນວ່າສາມາດແກ້ໄຂບັນຫາໜີ້ສິນໃຫ້ຫຼຸດລົງ ແລະ ມີອັນພົ້ນເດັ່ນໃນຫຼາຍດ້ານ. ໃນນັ້ນ, ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ມາຮອດປີ 2024, ນະຄອນຫຼວງວຽງຈັນມີໜີ້ສິນໂຄງການລົງທຶນຂອງລັດ ທັງໝົດ 247 ໂຄງການ, ລວມມູນຄ່າຄ້າງຊຳລະທັງໝົດ 1,663.12 ຕື້ກີບ. ໃນນັ້ນ, ໜີ້ສິນເກົ່າ (2015 ຄືນຫຼັງ) ມີຈໍານວນທັງໝົດ 45 ໂຄງການ, ລວມມູນຄ່າຄ້າງຊຳລະ 331.03 ຕື້ກີບ; ໂຄງການໜີ້ສິນແຕ່ປີ 2016 ຮອດປັດຈຸບັນ: ຈໍານວນທັງໝົດ 202 ໂຄງການ, ລວມມູນຄ່າຄ້າງຊຳລະ 1,332.09 ຕື້ກີບ.

ສໍາລັບການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ນວ ໃນປີ 2024 ໄດ້ອີງໃສ່ແຫຼ່ງງົບປະມານ ຈາກ 3 ແຫຼ່ງຕົ້ນຕໍ ເປັນຕົ້ນ: ງົບປະມານການລົງທຶນຂອງລັດປະຈຳປີ, ບ້ວງຈົດຮັບ-ຈົດຈ່າຍ ແລະ ລາຍຮັບຈາກເງິນເກີນແຜນໃນແຕ່ລະປີ ຊຶ່ງມີລາຍລະອຽດຄື: 1) ໃນປີ 2024 ນະຄອນຫຼວງວຽງຈັນ ໄດ້ຮັບອະນຸມັດງົບປະມານການລົງທຶນຂອງລັດ ຈຳນວນ 190.93 ຕື້ກີບ. ໃນນັ້ນ: ໄດ້ຈັດສັນມາແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ 24.92 ຕື້ກີບ, ແກ້ໄຂໜີ້ຈໍານວນ. 247 ໂຄງການ ແລະ ສາມາດປົດໂຄງການໜີ້ສິນໄດ້ 12 ໂຄງການ; 2) ແກ້ໄຂໜີ້ສິນດ້ວຍເງິນເກີນແຜນ ປະຈໍາປີ 2023 ຈັດຕັ້ງປະຕິບັດ ປີ 2024 ຈໍານວນ 35.23 ຕື້ກີບ ຊຶ່ງລວມມີ 235 ໂຄງການ ແລະ ສາມາດປົດໂຄງການໜີ້ສິນໄດ້ 6 ໂຄງການ, ລວມມູນຄ່າໂຄງການ 26.29 ຕື້ກີບ; 3) ບ້ວງຈົດຮັບ-ຈົດຈ່າຍ ດັດແກ້ 6 ເດືອນທ້າຍປີ 2024 ຈໍານວນ 48.79 ຕື້ກີບ. ໃນນັ້ນ. ໄດ້ມາຊຳລະໃຫ້ໂຄງການໜີ້ສິນ ຈໍານວນ 15.34 ຕື້ກີບ ຊຶ່ງສາມາດປົດໂຄງການໜີ້ສິນໄດ້ 7 ໂຄງການ, ລວມມູນຄ່າໂຄງການ 33.93 ຕື້ກີບ.

ສັງລວມເຫັນວ່າ: ໃນປີ 2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ, ລວມມູນຄ່າໂຄງການ 103.71 ຕື້ກີບ ເຮັດໃຫ້ໂຄງການລົງທຶນຂອງລັດຫຼຸດລົງ ຊຶ່ງມາຮອດປັດຈຸບັນ ໜີ້ສິນໂຄງການລົງທຶນຂອງລັດ ຍັງມີທັງໝົດ 250 ໂຄງການ, ລວມມູນຄ່າຄ້າງຊຳລະທັງໝົດ 2,139.81 ຕື້ກີບ. ໃນນັ້ນ, ໜີ້ສິນເກົ່າແຕ່ປີ 2015 ຄືນຫຼັງ ຍັງເຫຼືອ 44 ໂຄງການ, ລວມມູນຄ່າຄ້າງຊຳລະ 307.92 ຕື້ກີບ ແລະ ໂຄງການໜີ້ສິນແຕ່ປີ 2016 ຮອດປັດຈຸບັນ ມີທັງໝົດ 206 ໂຄງການ, ລວມມູນຄ່າຄ້າງຊຳລະ 1,831.89 ຕື້ກີບ.

ສໍາລັບທິດທາງໃນການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດໃນຕໍ່ໜ້າ ນະຄອນຫຼວງວຽງຈັນ ຈະສູ້ຊົນ ແລະ ສຸມໃສ່ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດແຕ່ ປີ 2015 ຄືນຫຼັງ ຈໍານວນ 44 ໂຄງການໃຫ້ສໍາເລັດ.

ໂຄງການທີ່ໄດ້ເຊັນສັນຍາສໍາປະທານ ກັບອົງການປົກຄອງ ນວ ແຕ່ຍັງຊົດເຊີຍບໍ່ສໍາເລັດ ມີທັງໝົດ 6 ໂຄງການ ຄື: (1) ໂຄງການສໍາປະທານເນື້ອທີ່ດິນ ແລະ ແຫຼ່ງນໍ້າໜ້າດິນຂອງລັດ (ເຂດໜອງແວງ) ເມືອງຫາດຊາຍຟອງ ນວ ຂອງບໍລິສັດ ລິນຊິນ ບໍລິການ ຈຳກັດຜູ້ດຽວ, (2) ໂຄງການສໍາປະທານໂຄງການພັດທະນາເນື້ອທີ່ດິນໜອງອໍ້ ເມືອງສີໂຄດຕະບອງ ນວ ຂອງບໍລິສັດ ພັດທະນາອະສັງຫາລິມະຊັບຫົວມັງກອນ ຈຳກັດ, (3) ໂຄງການສໍາປະທານເນື້ອທີ່ດິນ ເພື່ອພັດທະນາເຂດເມືອງໃໝ່ໜອງທາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຂອງບໍລິສັດ ຮຸ້ນສ່ວນລົງທຶນ ສາກົນ ຮ່າໂດ, (4) ໂຄງການສໍາປະທານເນື້ອທີ່ດິນເຂດໜອງປົວໄໝ້ ເມືອງສີສັດຕະນາກ ນວ ຂອງ ບໍລິສັດ ຮົງກົງ ໂລຕັສ ເລັກ ໂຮນດິງ ຈຳກັດ, (5) ໂຄງການທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ເຂດເສດຖະກິດສະເພາະບຶງທາດຫຼວງ ຫາ ດົງໝາກຄາຍນະຄອນຫຼວງວຽງຈັນ ຂອງບໍລິສັດ ທາງດ່ວນວຽງຈັນ ໝາຍເລກ 1 ຈຳກັດຜູ້ດຽວ, (6) ໂຄງການສໍາປະທານດິນລັດ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຂອງ ບໍລິສັດ ລາວ ຮົງເຈ່ຍ ອາຊຽນ ບໍລິການ ແລກປ່ຽນສິນຄ້າ ກະສິກຳ ຈຳກັດ.

2024 ນະຄອນຫວງວຽງຈນ ສາມາດປດໜສນໂຄງການລງທນຂອງລດໄດ 25 ໂຄງການ - image 2
 

ສາເຫດທີ່ປະຕິບັດການຊົດເຊີຍຊັກຊ້າ: ຍ້ອນວ່າປະຊາຊົນບາງຄອບຄົວບໍ່ຍອມຮັບເອົາຄ່າຊົດເຊີຍ ຕາມຄະນະກຳມະການຂອງພາກລັດໄດ້ຄິດໄລ່ມາ, ປະຊາຊົນມີການຮຽກຮ້ອງເອົາຄ່າຊົດເຊີຍທີ່ສູງ ເຮັດໃຫ້ໂຄງການບໍ່ສາມາດຊົດເຊີຍໃຫ້ໄດ້, ນອກຈາກນັ້ນ ກໍຍັງເຫັນວ່າບາງໂຄງການ ມີການຮັບເອົາເງິນຄ່າຊົດເຊີຍໄປແລ້ວ ແຕ່ຄົນໃນຄອບຄົວຂອງຕົນເອງມາຮ້ອງຟ້ອງລັດ ວ່າບໍ່ຮັບຮູ້ໃນການຮັບເອົາຄ່າຊົດເຊີຍ (ໂຄງການໜອງອໍ້) ມີການສະເໜີລັດຖະບານ, ສະເໜີສະພາແຫ່ງຊາດ ເຮັດໃຫ້ເກີດຄວາມບໍ່ສະຫງົບ ແລະ ເຮັດໃຫ້ບໍ່ສາມາດດໍາເນີນການຈັດຕັ້ງປະຕິບັດໂຄງການໄດ້. ການອະນຸຍາດປູກກ້ວຍ ຢູ່ຂອບເຂດເມືອງນາຊາຍທອງ ທີ່ ນວ ອະນຸຍາດໃນໄລຍະຜ່ານມາ ມີ 1 ບໍລິສັດ ຄື: ບໍລິສັດ ເຊີນຊາງຊິງ ແລະ ສົ່ງເສີມການປູກຝັງ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວ, ມີທີ່ຕັ້ງໂຄງການຢູ່ບ້ານແສນດິນ ແລະ ບ້ານນາໜາດ ເມືອງນາຊາຍທອງ ນວ, ເປັນການລົງທຶນຕ່າງປະເທດ 100% (ຈີນ), ມີເນື້ອທີ່ 117,31 ເຮັກຕາ (ດິນເຊົ່າ ກັບປະຊາຊົນ). ຜ່ານມາໂຄງການດັ່ງກ່າວໄດ້ດໍາເນີນເອກະສານຖືກຕ້ອງຕາມຂັ້ນຕອນຂອງກົດໝາຍ, ເພື່ອປູກໝາກກ້ວຍຫ້ອມ (GAP); ສ່ວນບໍລິສັດອື່ນໆ ທີ່ໄດ້ເຄື່ອນໄຫວດໍາເນີນກິດຈະການປູກກ້ວຍ ຢູ່ເມືອງນາຊາຍທອງ ນັ້ນ ໂດຍອີງຕາມດໍາລັດ ວ່າດ້ວຍການຮັບຮອງເອົາບັນຊີກິດຈະການຄວບຄຸມ ຂອງ ສປປ ລາວ, ແມ່ນຫ້ອງການບໍລິການການລົງທຶນປະຕູດຽວ, ພະແນກແຜນການ ແລະ ການລົງທຶນ ນວ ບໍ່ໄດ້ຄົ້ນຄວ້າພິຈາລະນາອອກອະນຸຍາດ ຊຶ່ງຜ່ານຂະແໜງການ ກ່ຽວຂ້ອງເປັນຜູ້ອອກອະນຸຍາດດໍາເນີນທຸລະກິດໃຫ້ເລີຍ. ສໍາລັບກິດຈະການສິລະປະ, ການບັນເທິງ ແລະ ກິດຈະການພັກຜ່ອນຢ່ອນໃຈ ແມ່ນໄດ້ຜ່ານຫ້ອງການບໍລິການ ການລົງທຶນປະຕູດຽວ, ພະແນກແຜນການ ແລະ ການລົງທຶນ ນວ ເພື່ອຄົ້ນຄວ້າພິຈາລະນາອອກອະນຸຍາດລົງທຶນ.

(ຂ່າວ: ແສງຈັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ຄຸ້ມຄອງປ້ອງກັນ ແລະ ຮັກສາເສັ້ນຊາຍແດນ ໃຫ້ມີຄວາມສະຫງົບ

ກອງຮ້ອຍທະຫານຊາຍແດນ 325 ທີ່ຂຶ້ນກັບກອງບັນຊາການທະຫານແຂວງສະຫວັນນະເຂດ ແມ່ນກົມກອງໜຶ່ງມີພາລະບົດບາດໜ້າທີ່ເປັນກໍາລັງຕົ້ນຕໍ ໃນການຄຸ້ມຄອງປົກປ້ອງເສັ້ນຊາຍແດນ ລາວ-ໄທ, ຕິດຕາມກຳແໜ້ນສະພາບການຮອບດ້ານ ຕາມບໍລິເວນຊາຍແດນ ທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ, ໂດຍປະສານສົມທົບກໍາລັງປ້ອງກັນຊາຍແດນປະເທດໄທ, ເພື່ອແລກປຽນຂໍ້ມູນຂ່າວສານ, ການລາດຕາເວນຮ່ວມ ແລະ ການແກ້ໄຂກໍລະນີຕ່າງໆ ທີ່ເກີດຂື້ນບໍລິເວນຊາຍແດນ ຕາມການມອບໝາຍຂອງຂັ້ນເທິງ, ເພື່ອປົກປັກຮັກສາເຂດນໍ້າແດນດິນອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວໄວ້ໃຫ້ໝັ້ນຄົງ.
ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ເຊກອງ ປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ

ໃນວັນທີ 13 ພະຈິກນີ້, ພະແນກການເງິນແຂວງເຊກອງ ຮ່ວມກັບກະຊວງການເງິນ ຈັດກອງປະຊຸມປະເມີນການເຮັດທົດລອງມອບຫົວໜ່ວຍວິສະຫາກິດໃຫ້ແຂວງຄຸ້ມຄອງ ແລະວຽກງານກວດກາໄລ່ລຽງອາກອນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ຄຳຮຸ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງ, ມີຄະນະກຳມະການປະເມີນ ຈາກກະຊວງ, ພະແນກການເງິນແຂວງ ແລະຫ້ອງການໆເງິນ 4 ເມືອງເຂົ້າຮ່ວມ.
ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ກຳລັງ ປກຊ-ປກສ ຊ້ອມເດີນສວນສະໜາມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ

ພິທີສະແດງທົດລອງ ການສວນສະໜາມສະເຫຼີມ​ສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ປະສານກ້ອນກຳລັງ ປກຊ-ປກສ ຄັ້ງທີ 3 ໄດ້ຈັດຂຶ້ນວັນທີ 12 ພະຈິກ 2025 ນີ້ ທີ່ສະໜາມຫຼວງ ໂດຍມີສະຫາຍ ບຸນທອງ ຈິດມະນີ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກຜູ້ປະຈໍາການຄະນະເລຂາທິການສູນກາງພັກຮອງ​ປະ​ທານ​ປະ​ເທດ,ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານ ປກຊ-ປກສ ຂັ້ນສູນກາງ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ກຳນົດຫຼາຍວຽກງານຈຸດສຸມພັດທະນາຂະແໜງ ອຄ

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ປາກກະດິງ ເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025

ໃນຕອນເຊົ້າວັນທີ 11 ພະຈິກນີ້, ຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດຂະຂວນການສັກວັກຊີນປ້ອງກັນພະຍາດສັດ ປະຈຳປີ 2025 ຢູ່ທີ່ບ້ານທົ່ງນາມີ ເນື່ອງໃນໂອກາດວັນສັກວັກຊີນປ້ອງກັນພະຍາດສັດແຫ່ງຊາດ (11 ພະຈິກ)ຂອງທຸກໆປີ.
ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ສະຫາຍ ໄຊຍະເດດ ຜຸຍຍະວົງໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງ ຊົນນະບູລີຄົນໃໝ່

ພິທີປະກາດການຈັດຕັ້ງການນຳຂັ້ນສູງຂອງເມືອງຊົນນະບູລີ ໄດ້ຈັດຂຶ້ນໃນວັນທີ 12 ພະຈິກນີ້ ທີ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ກົມກອງ ແລະພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມ.
ເພີ່ມເຕີມ