29 ປີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມີຜົນງານເດັ່ນຫຼາຍດ້ານ

29 ປີ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດມີຜົນງານເດັ່ນຫຼາຍດ້ານ
ໂດຍ:ສຳນານ ພົມພັກດີ
29 ປີ (27 ກຸມພາ 1995-27 ກຸມພາ 2024) ພາຍໃຕ້ການນຳພາ-ຊີ້ນຳອັນຖືກຕ້ອງ ແລະ ໃກ້ຊິດຕິດແທດຂອງກົມການເມືອງສູນກາງພັກ, ບວກໃສ່ການນຳພາ ໂດຍກົງຂອງກຳມະການສູນກາງພັກ,ອະດີດຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)ທີ່ພວກເພິ່ນລ້ວນແຕ່ມີບົດຮຽນໃນການນຳພາ-ຊີ້ນຳທີ່ປີຊາສາມາດ, ຮູ້ເສີມຂະຫຍາຍມູນເຊື້ອອັນດີງາມຂອງການນຳຮຸ່ນກ່ອນນຳພາສະຖາບັນສາມາດບືນຂຶ້ນ ແລະ ຍາດໄດ້ຜົນງານດີເດັ່ນຫຼາຍດ້ານເປັນຕົ້ນ:
 ສມປຊ ໄດ້ປັບປຸງ ແລະ ຍົກລະດັບຄຸນນະພາບບໍາລຸງຍົກລະດັບ ແລະ ການກໍ່ສ້າງພະນັກງານນໍາພາ ແລະ ຄຸ້ມຄອງແຕ່ລະຂັ້ນໃຫ້ສູງຂຶ້ນເລື້ອຍໆ.ໃນເມື່ອກ່ອນພະນັກງານສ່ວນຫຼວງຫຼາຍຍັງບໍ່ທັນມີລະດັບການສຶກສາ, ບໍ່ທັນມີລະດັບວິຊາສະເພາະ ແລະ ບໍ່ມີລະດັບທິດສະດີ, ສູນກາງພັກໄດ້ຊີ້ນຳການຈັດຕັ້ງບຳລຸງຍົກລະດັບໃຫ້ພະນັກງານນຳພາ ແລະ ຄຸ້ມຄອງດ້ວຍການສຶກສາອົບຮົມແນວທາງການເມືອງໄລຍະສັ້ນຕາມລະບົບຮຽນ 45 ວັນ, 2 ເດືອນ, 4 ເດືອນ, 10 ເດືອນ ກ້າວຂຶ້ນມາຈັດຕັ້ງລະບົບຮຽນອະນຸປະລິນຍາ (ຊັ້ນສູງ) 1 ປີ 6 ເດືອນ, 2 ປີ, ປະລິນຍາຕີ 4 ປີ ແລະ ປະລິນຍາໂທ 2 ປີ ຢ່າງເປັນລະບົບ. ຈັດຕັ້ງການຮຽນ-ການສອນລະບົບຊັ້ນສູງເລັ່ງລັດ 5 ເດືອນ ສຳເລັດ 31 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 2.033 ຄົນ ຍິງ 311 ຄົນ, ຈັດຕັ້ງລະບົບການຮຽນ-ການສອນອະນຸປະລິນຍາ (ຊັ້ນສູງ) ລະບົບ 2 ປີໄດ້ທັງໝົດ 19 ຊຸດ (ບໍ່ນັບຊຸດຮຽນຢູ່ທ້ອງຖິ່ນ) ມີຜູ້ເຂົ້າຮຽນທັງໝົດ 1.166 ຄົນ ຍິງ 251 ຄົນ ມາຮອດປີ 2014 ໄດ້ປັບປຸງຫຼັກສູດຊັ້ນສູງເປັນອະນຸຸຸຸຸຸຸຸຸຸຸຸຸຸປະລິນຍາ ແລະ ຈັດຕັ້ງໄດ້ 8 ຊຸດ ມີຜູ້ເຂັ້າຮຽນ 699 ຄົນ ຍິງ 161 ຄົນ, ໄດ້ເປີດຊຸດຮຽນປະລິນຍາຕີ 25 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 1.998 ຄົນຍິງ 382 ຄົນ, ໄດ້ເປີດລະບົບປະລິນຍາຕີເຊື່ອມຕໍ່ 13 ຊຸດ ມີຜູ້ເຂົ້າຮຽນທັງໝົດ 384 ຄົນ ຍິງ 97ຄົນ; ລະບົບທິດສະດີການເມືອງ ຂັ້ນຕົ້ນ 3 ເດືອນ ມີ 1 ຊຸດ ມີຜູ້ເຂົ້າຮຽນທັງໝົດ 60 ຄົນ ຍິງ 28 ຄົນ, ລະບົບທິດສະດີການເມືອງຂັ້ນກາງ 6 ເດືອນ ມີ 2 ຊຸດ ມີຜູ້ເຂົ້າຮຽນ 120 ຄົນ ຍິງ 49  ຄົນ (ຍັງສືບຕໍ່ຮຽນຊຸດທີ 2), ລະບົບທິດສະດີການເມືອງຂັ້ນສູງ  9 ເດືອນ ມີ 5 ຊຸດ ມີຜູ້ເຂົ້າຮຽນທັງໝົດ 300 ຄົນ ຍິງ 77 ຄົນ (ຍັງສືບຕໍ່ຮຽນຊຸດທີ 4-5). ປະລິນຍາຕີຮັບໃຊ້ການນຳ 6 ຊຸດ, ມີຜູ້ເຂົ້າຮຽນ 143 ຄົນ ຍິງ 19ຄົນ, ລະບົບປະລິນຍາໂທໄດ້ 19 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 1.210 ຄົນ ຍິງ 257 ຄົນ, ປະລິນຍາໂທຮັບໃຊ້ການນຳໄດ້ 6 ຊຸດ, ມີຜູ້ເຂົ້າຮຽນທັງໝົດ 122 ຄົນ ຍິງ 20 ຄົນ. ນັບແຕ່ປີ 2020 ເປັນຕົ້ນມາສະຖາບັນໄດ້ໂອນຫຼັກສູດການຮຽນ-ການສອນ ລະບົບອະນຸປະລິນຍາ ແລະ ລະບົບປະລິນຍາຕີ ໃຫ້ກະຊວງສຶກສາທິການ ແລະ ກິລາ (ມຊ) ສ່ວນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ສຸມໃສ່ບຳລຸງລະໄລຍະສັ້ນຕາມຫົວຂໍ້ ແລະ ຫຼັກສູດບຳລຸງທິດສະດີການເມືອງ-ການປົກຄອງ 3 ຂັ້ນ (ຂັ້ນສູງ, ຂັ້ນກາງ ແລະ ຂັ້ນຕົ້ນ) ປັດຈຸບັນສາມາດສຳເລັດບຳລຸງທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ 3 ເດືອນ ຈຳນວນ 1 ຊຸດ ມີຜູ້ເຂົ້າຮຽນ 60 ຄົນ ຍິງ 28 ຄົນ, ຂັ້ນກາງ 1 ຊຸດ ມີຜູ້ເຂົ້າຮຽນ 60 ຄົນ ຍິງ 25 ຄົນ, ຂັ້ນສູງ 3 ຊຸດ ມີຜູ້ເຂົ້າຮຽນ 180 ຄົນ ຍິງ 46 ຄົນ.
ໃນຂະນະດຽວກັນໄດ້ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ໄດ້ມາດຕະຖານຫຼັກສູດການສຶກສາແຫ່ງຊາດ. ເມື່ອກ່ອນການຮຽນ-ການສອນຕົ້ນຕໍແມ່ນອອກແບບຕາມຊົ່ວໂມງ ຫຼື ຈັດເປັນຄາບ (ຄາບເຊົ້າ, ຄາບແລງ). ທັງເຮັດໜ້າທີ່ບໍາລຸງແລະ ທັງຍົກລະດັບທິດສະດີມາກ-ເລນິນ, ແນວຄິດປະທານໄກສອນ ພົມວິຫານ ແລະ ແນວທາງຂອງພັກ. ພາຍຫຼັງຜູ້ຮຽນສ່ວນຫຼາຍຈົບມັດທະຍົມຕອນປາຍຂຶ້ນໄປແລ້ວຂັ້ນເທິງຈຶ່ງແນະນຳໃຫ້ຈັດຕັ້ງຮໍ່າຮຽນຕາມຊັ້ນເຊັ່ນ: ຊັ້ນຕົ້ນ, ຊັ້ນກາງ, ຊັ້ນສູງ, ປະລິນຍາຕີ ແລະ ປະລິນຍາໂທ. ພາຍຫຼັງມີການປະຕິຮູບການສຶກສາມານີ້, ສະຖາບັນກໍ່ໄດ້ສ້າງ ແລະ ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ໄປຕາມມາດຕະຖານຫຼັກສູດການສຶກສາແຫ່ງຊາດ ຫຼື ເວົ້າຢ່າງໜຶ່ງແມ່ນຫັນໄປສູ່ລະບົບໜ່ວຍກິດທີ່ກະຊວງສຶກສາທິການ ແລະ ກິລາ ກຳນົດໄວ້. ນັບແຕ່ປີ 1995 ເປັນຕົ້ນມາໄດ້ສ້າງຫຼັກສູດໃໝ່ຄື: ຊັ້ນກາງ, ຊັ້ນສູງ (ຊັ້ນສູງ 2 ປີ ແລະ 5ເດືອນ), ປະລິນຍາຕີລວມມີ 7 ສາຂາ (ສາຂາວິຊາການເມືອງ, ສາຂາວິຊາຄຸ້ມຄອງເສດຖະກິດ, ສາຂາວິຊາການປົກຄອງ, ສາຂາວິຊາວຽກງານຈັດຕັ້ງ, ສາຂາວິຊາວຽກງານກວດກາ, ສາຂາວິຊາວຽກງານອົງການຈັດຕັ້ງມະຫາຊົນ, ສາຂາວິຊາວຽກງານໂຄສະນາອົບຮົມ), ປະລິນຍາໂທ ລວມມີ 7 ສາຂາ (ສາຂາວິຊາປັດຊະຍາ, ສາຂາວິຊາເສດຖະສາດການເມືອງ, ສາຂາວິຊາຄຸ້ມຄອງເສດຖະກິດ, ສາຂາວິຊາການເມືອງວິທະຍາ, ສາຂາວິຊາການປົກຄອງ, ສາຂາວິຊາກໍ່ສ້າງພັກ ແລະ ສາຂາວິຊາລັດທິການເມືອງວິທະຍາສາດ). ສະຖາບັນຍັງໄດ້ສູ້ຊົນນຳສະເໜີຂັ້ນເທິງສ້າງປະລິນຍາເອກສຳລັບຄູ-ອາຈານຫຼື ສ້າງຄູການເມືອງລະດັບປະລິນຍາເອກ ໃນສາຂາວິຊາຕົ້ນຕໍຂອງຫຼັກມູນພື້ນຖານທິິດສະດີມາກ-ເລນິນ ຈຳນວນ 3 ສາຂາວິຊາຄື: ປັດຊະຍາ, ເສດຖະສາດການເມືອງ ແລະ ກໍ່ສ້າງພັກ. ໂດຍທົ່ວໄປ 5 ປີໃດສະຖາບັນ ໄດ້ເອົາໃຈໃສ່ປັບປຸງຫຼັກສູດຊັ້ນກາງ, ຊັ້ນສູງ, ປະລິນຍາຕີ ແລະ ປະລິຍາໂທ ແຕ່ລະສາຂາວິຊາເທື່ອໜຶ່ງ ນັ້ນກໍເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາປະເທດຊາດ ໃນແຕ່ລະໄລຍະ. ພ້ອມກັນນັ້ນກໍມີລະບົບຫໍສະໝຸດ, ລະບົບອິນເຕີເນັດ ແລະ ວາລະສານການເມືອງ-ການປົກຄອງ ເພື່ອໃຫ້ພະນັກງານຄູ-ອາຈານ ແລະ ນັກສຶກສາໄດ້ຄົ້ນຄວ້າ ແລະ ເຂົ້າເຖິງແຫຼ່ງຂໍ້ມູນຂ່າວສານ.
ໃນນັ້ນໄດ້ເອົາການຄົ້ນຄວ້າທິດສະດີ ແລະ ພຶດຕິກຳຕິດພັນກັບການຮຽນ-ການສອນ ແລະ ການຜັນຂະຫຍາຍແນວທາງຂອງພັກ-ນະໂຍບາຍຂອງລັດ.ອັນພົ້ນເດັ່ນແມ່ນເຮັດໃຫ້ການສ້າງປຶ້ມແບບຮຽນນັບມື້ນັບອຸດົມສົມບຸນ ແລະ ສອດຄ່ອງກັບສະພາບຕົວຈິງຂອງປະເທດພວກເຮົາຫຼາຍຂຶ້ນ, ຮອດປັດຈຸບັນມີຕຳລາສອນຫຼາຍຊະນິດ, ສ້າງໄດ້ກົນໄກເຄື່ອນໄຫວຄົ້ນຄວ້າວິທະຍາສາດ ແລະ ຄຸ້ມຄອງການຄົ້ນຄວ້າວິທະຍາສາດເປັນຮູບປະທຳ ແລະ ສາມາດເສີມຂະຫຍາຍບົດບາດນັບມື້ນັບຈະແຈ້ງຂຶ້ນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ມອບ-ຮັບ ເງິນຊ່ວຍເຫຼືອຜູ້ປະສົບໄພພິບັດ ປີ 2026 ໂດຍ ກຸ່ມ ກຍອວ

ວັນທີ 29 ຕຸລາຜ່ານມາ, ກຸ່ມແມ່ຍິງອາຊຽນ ທີ່ ນະຄອນຫຼວງວຽງຈັນ (ກຍອວ) ຫຼື ASEAN Women’s Circle in Vientiane (AWCV), ນໍາໂດຍ ທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ປະທານກິດຕິມະສັກ ກຸ່ມ ກຍອວ, ພ້ອມດ້ວຍທ່ານ ນາງ ແສງດາວັນ ວົງໄຊ ຫົວໜ້າກົມອາຊຽນ ກະຊວງການຕ່າງປະເທດ ປະທານ ກຸ່ມ ກຍອວ ປະທານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາພັນລະຍາຂອງຄະນະນໍາກະຊວງການຕ່າງປະເທດ, ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ, ບັນດາເອກອັກຄະລັດຖະທູດ, ນັກການທູດ ແລະ ພັນລະຍາຂອງນັກການທູດຈາກບັນດາປະເທດສະມາຊິກອາຊຽນ ປະຈໍາຢູ່ ສປປ ລາວ, ໄດ້ມອບເງິນຊ່ວຍເຫຼືອຈໍານວນ 40 ລ້ານກີບ ຈາກກອງທຶນຂອງ ກຸ່ມ ກຍອວ ໃຫ້ແກ່ຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອປະກອບສ່ວນເຂົ້າໃນວຽກງານບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນຜູ້ປະສົບໄພພິບັດ, ໂດຍສະເພາະ ໄພນໍ້າຖ້ວມໃນຂອບເຂດທົ່ວປະເທດ ໃນປີ 2026.
ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ຄປຈສພຊ ປະຊຸມປະຈຳເດືອນຕຸລາ ພິຈາລະນາບັນຫາສຳຄັນ

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ) ປະຈໍາເດືອນຕຸລາ 2026 ໄດ້ຈັດຂຶ້ນໃນວັນທີ 23 ຕຸລາຜ່ານມາ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ປະທານຄະນະປະຈຳ ປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານຮອງປະທານ ແລະ ກຳມະການໃນ ຄປຈສພຊ, ຮອງປະທານກໍາມາທິການ ແລະ ຮອງຫົວໜ້າຫ້ອງວ່າການ ສພຊ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ, ອົງການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ວັນທີ 29 ຕຸລາຜ່ານມາ, ທີ່ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ບໍລິສັດ ລັດວິສາຫະກິດ ອຸປະກອນການສຶກສາ ໂຮງງານສໍຂາວທ່າແຂກ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ພ້ອມທັງປະກາດພະນັກງານອອກພັກການ ຮັບອຸດໜູນບຳນານ ເປັນປະທານໂດຍ ທ່ານ ອຸດຕະມະ ຈັນນີຍາວົງ ຮອງຫົວໜ້າພະແນກ ສກຂ ແຂວງ ພ້ອມດ້ວຍຄະນະອຳນວຍການບໍລິສັດ, ພະນັກງານ, ກຳມະກອນເຂົ້າຮ່ວມ.
9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

9 ເດືອນ ດ່ານພາສີສາກົນພູເກືອ ເກັບລາຍຮັບໄດ້ 200 ຕື້ກວ່າກີບ ເພີ່ມຂຶ້ນ 24.24%

ໄລຍະ 9 ເດືອນປີ 2026 ດ່ານພາສີສາກົນພູເກືອ ແຂວງອັດຕະປື ສາມາດຈັດເກັບລາຍຮັບເຂົ້າງົບປະມານລັດໄດ້ 207 ຕື້ກວ່າກີບ ເທົ່າກັບ 71.69% ຂອງແຜນການປີ ແລະ 95.59% ຂອງແຜນການ 9 ເດືອນ, ເພີ່ມຂຶ້ນ 24.24% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ເລຂາຄະນະພັກ ນວ ຕ້ອນຮັບນັກທຸລະກິດທີ່ມີຄວາມສົນໃຈມາລົງທຶນຢູ່ ນວ

ວັນທີ 28 ຕຸລາ ຜ່ານມານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ທ່ານ ອາດສະພັງທອງ ສີພັນດອນ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ສຸພາກິດ ເຈຍລະວະນົນ ປະທານຄະນະກຳມະການຂອງເຄືອຈະເລີນໂພກະພັນ (CP Group) ພ້ອມດ້ວຍຄະນະ ເພື່ອປຶກສາຫາລືໃນຂະແໜງການລົງທຶນສູນຄຳນວນ AI ໂຄງການຝຸ່ນໂປຕາສ ແລະ ອື່ນໆຢູ່ ນວ ກໍຄືຢູ່ ສປປ ລາວ.
ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ຄສບ ສະຫຼອງວັນສ້າງຕັ້ງຄະນະ ຄົບຮອບ 30 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 30 ປີ ຈັດຂຶ້ນໃນວັນທີ 29 ຕຸລານີ້, ທີ່ ຄສບ ພາຍໃຕ້ຄຳຂວັນ “30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ຄສບ”, ໂດຍການເປັນປະທານຂອງທ່ານ ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍ ການໃຫຍ່ ມຊ, ທ່ານ ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາ ຄສບ ມຊ, ເປັນກຽດເຂົ້າຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ໂຕໂຢດະ ໂຕຊິຮິຊະ ຜູ້ຊ່ຽວຊານອົງການໄຈກາ ຄົນທຳອິດປະຈຳ ຄສບ, ມີອະດີດຄະນະບໍດີ ຄສບ, ນັກຄົ້ນຄວ້າ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ.
ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ລະດົມຄວາມຄິດເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິ ແລະ ຂໍ້ຕົກລົງ

ກອງປະຊຸມລະດົມຄວາມເຫັນ ແລະ ຮຽບຮຽງເນື້ອໃນຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ແລະ ຮ່າງຂໍ້ຕົກລົງຂອງຫ້ອງວ່າການສະພາແຫ່ງຊາດ (ຫສຊ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາຜ່ານມານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ອາຊີບຜະ​ລິດກະສິກຳ ຕ້ອງ​ມີ​ຄວາມ​ດຸ​ໝັ່​ນ ອົດ​ທົນພ້ອມ​ຮຽນ​ຮູ້​ເຕັກ​ນິກ​ໃໝ່​ຕະຫຼອດ

ຈາກພະນັກງານປະຈຳ ສູ່ຊາວກະສິກອນເຕັມຕົວ ດ້ວຍຄວາມມຸ່ງ​ໝັ້ນຢາກຢູ່ໃກ້ຊິດ ແລະ ດູແລຄອບຄົວ, ທ້າວ ບຸນທະໜອມ ວັງມະນີ ໄດ້ເລືອກອາຊີບກະສິກຳແບບຄອບຄົວ ໂດຍເນັ້ນປູກພືດໄລຍະສັ້ນ ໝູນວຽນຕາມລະດູການ ນຳໃຊ້ເຕັກນິກທີ່ຊ່ວຍຫຼຸດແຮງງານ ແລະ ປະຢັດເວລາ ສ້າງລາຍຮັບເຂົ້າຄອບຄົວໄດ້ຫຼາຍຮ້ອຍລ້ານກີບຕໍ່ປີ.
ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ວຽກງານຈັດຕັ້ງ-ການ​ປົກ​ຄອງເມືອງແກ່ນທ້າວມີຜົນສຳເລັດຫຼາຍດ້ານ

ສະຫາຍ ນາງ ມະນີວັນ ກັນດີ ກໍາມະການປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ 5ປີ (2021-2025) ໃນກອງປະຊຸມ ວຽກງານຈັດຕັ້ງ ແລະ ການປົກຄອງ ທົ່ວເມືອງ ຄັ້ງທີ VIIIໃຫ້​ຮູ້ວ່າ: ປັດຈຸບັນ, ທົ່ວເມືອງແກ່ນທ້າວ ມີການຈັດຕັ້ງຮາກຖານພັກທັງໝົດ 113 ຮາກຖານ, ໃນນັ້ນມີ 4 ອົງຄະນະພັກຕາແສງ, 5 ຄະນະພັກຮາກຖານແລະ 108 ໜ່ວຍພັກ (ລວມມີ ໜ່ວຍພັກສຳນັກງານ-ອົງການອ້ອມຂ້າງ 24 ໜ່ວຍ, ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ 20 ໜ່ວຍແລະ ໜ່ວຍພັກຂຶ້ນກັບອົງຄະນະພັກຕາແສງ 64 ໜ່ວຍ); ທົ່ວເມືອງມີສະມາຊິກພັກທັງໝົດ 1,579 ສະຫາຍ (ຍິງ 394 ສະຫາຍ) ແລະ ສະມາຊິກພັກສຳຮອງ 43 ສະຫາຍ (ຍິງ 9 ສະຫາຍ).
ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງແຫ່ງ​ຊາດມອບເຄື່ອງຊ່ວຍເຫຼືອໃຫ້ຄອບຄົວປະສົບໄພນໍ້າຖ້ວມຢູ່​ເມືອງ​ພຽງ

ອົງ​ການ​ກາ​ແດງ​ແຫ່ງ​ຊາດ​ລາວໄດ້ມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວ​ທຸກ​ຍາກ​ຂາດ​ເຂີນທີ່ປະສົບໄພພິບັດນໍ້າຖວ້ມ ຈໍານວນ 48 ຄອຍຄົວ, ຢູ່ຕາແສງອາດໄຊຍະພູມເມືອງ​ພຽງແຂວງ​ໄຊ​ຍະ​ບູ​ລີ, ໃນ​ວັນ​ທີ 28 ຕຸ​ລາ​ຜ່ານ​ມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກປະທານອົງການກາແດງແຫ່ງຊາດລາວ, ​ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງປະທານຄະນະກຳມະການປົກຄອງແຂວງ, ທ່ານ ເສນ ພັນລັກ ເລຂາພັກເມືອງໆພຽງ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ