35 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ທຄຕລ ສາຂາແຂວງໄຊຍະບູລີ

35 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ທຄຕລ ສາຂາແຂວງໄຊຍະບູລີ

ທ່ານ ທະນູສັກ ແກ້ວປັນຍາ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ມະຫາຊົນ ສາຂາແຂວງໄຊຍະບູລີ ໄດ້ເປີດເຜີຍໃນພິທີສະເຫຼີມສະຫຼອງວັນຫັນເປັນທະນາຄານທຸລະກິດຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນສາຂາ ແຂວງໄຊຍະບູລີ ຄົບຮອບ 35 ປີ ຖືວ່າເປັນເຫດການປະຫວັດສາດທາງດ້ານການເມືອງທີ່ສໍາຄັນຂອງ ທຄຕລ ມະຫາຊົນເຊິ່ງໄດ້ຫັນຈາກສາຂາທະນາຄານແຫ່ງລັດ ມາເປັນທະນາຄານທຸລະກິດຢ່າງເຕັມຮູບແບບໃນວັນທີ 1 ພະຈິກ 1989 ເປັນຕົ້ນມາ ຊຶ່ງໄດ້ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວທາງດ້ານນໍານວນ ແລະ ຄຸນນະພາບອັນໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາ ແລະ ສ້າງສາພັດທະນາປະເທດຊາດ ເວົ້າລວມເວົ້າສະເພາະກໍຄືແຂວງໄຊຍະບູລີ ຕາມຄວາມສາມາດ, ຕາມພາລະບົດບາດ ແລະ ໜ້າທີ່ ທີ່ພັກ-ລັດຖະບານມອບໝາຍໃຫ້ສໍາເລັດຜົນເປັນຢ່າງດີ ຊຶ່ງສະແດງອອກ ປີ 2008 ໂຄງປະກອບການຈັດຕັ້ງຂອງສາຂາໄຊຍະບູລີ ໃນເບື້ອງຕົ້ນປະກອບດ້ວຍ 6 ຄົນເທົ່ານັ້ນ, ມາເຖິງເດືອນ 6/2008 ມີພະນັກງານທັງໜົດ 18 ຄົນ, ຊຶ່ງປະກອບດ້ວຍ: ຄະນະສາຂາ 2 ທ່ານ, ຄະນະຂະແໜງ 4 ທ່ານ, ຮັບພະນັກງານໃໝ່ເຂົ້າເປັນພະນັກງານທົດສອບງານ 10 ຄົນ, ພະນັກງານສັນຍາຈ້າງ 2 ຄົນ. ຊຶ່ງມາຮອດປັດຈຸບັນມີພະນັກງານທັງໝົດ 69 ຄົນ ຍິງ 34 ຄົນ. ໃນນັ້ນ ມີສັນຍາຈ້າງ 9 ຄົນ ຍິງ 5 ຄົນ, ປະກອບມີ 4 ຂະແໜງການທີ່ຂຶ້ນກັບຄື: ຂະແໜງຫ້ອງການ-ບັນຊີ-ໄອທີ, ຂະແໜງສີນເຊື່ອ, ຂະແໜງບໍລິການ, ຂະແໜງຄັງເງີນສົດ. ໃນປີ 2008 ມີຍອດເງິນຝາກຈຳນວນ 10.65 ຕື້ກີບ, ຍອດສິນເຊື່ອທັງ ໝົດມີ 27.52 ຕື້ກີບ, ມີຕູ້ ATM 1 ໜ່ວຍ. ຊຶ່ງຜົນດຳເນີນທຸລະກິດຂອງສາຂາມາຮອດເດືອນ 10/2024 ມີຍອດເງິນຝາກເພີ່ມຂຶ້ນຈາກປີ 2008 ຈໍານວນ 258 ເທົ່າຕົວ; ຍອດສິນເຊື່ອເພີ່ມຂຶ້ນຈາກປີ 2008 ມີຈໍານວນ 10 ເທົ່າຕົວ; ມີຕູ້ ATM ທັງໝົດມີ 23 ໜ່ວຍ, ຕູ້ຝາກເງິນ 2 ໜ່ວຍ, ມີຕົວແທນເງິນດ່ວນຊູມຊົນ (Become)ມີ 40 ຕົວແທນ. ແຜນໃນຕໍ່ໜ້າທາງສາຂາຈະຂະຫຍາຍຕາໜ່າງບໍລິການ 1 ໜ່ວຍຄື: ໜ່ວຍບໍລິການຊຽງຮ່ອນ. ຄາດວ່າຈະໃຫ້ໄດ້ເປີດນໍາໃຊ້ໃນໄຕມາດ 3/2025. ຈາກນັ້ນ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ມີຄໍາເຫັນວ່າ: ພິທີສະເຫຼີມສະຫຼອງວັນຫັນເປັນທະນາຄານທຸລະກິດຂອງ ທຄຕລ ມະຫາຊົນ ສາຂາແຂວງໄຊຍະບູລີ ຄົບຮອບ 35 ປີ ໃນມື້ນີ້, ແມ່ນເປັນການຢັ້ງຢືນໃຫ້ເຫັນໄດ້ບັນດາໝາກຜົນ, ຜົນງານ ແລະ ຄວາມສາມັກຄີເປັນເອກະພາບ, ຄວາມທຸ້ມເທ, ຄວາມຫ້າວຫັນ ແລະ ຄວາມບຸກບືນຕື່ນຕົວຢ່າງຕັ້ງໜ້າໃນປະກອບສ່ວນວຽກງານດ້ານຕ່າງໆ ດ້ວຍຄວາມຮັບຜິດຊອບສູງຂອງທຸກພາກສ່ວນ, ເວົ້າລວມ, ເວົ້າສະເພາະ ກໍຄືພະນັກງານຂອງ ທຄຕລ ມະຫາຊົນ ທຸກຄົນ. ໃນຕໍ່ໜ້ານີ້ ຂ້າພະເຈົ້າ ມີຄວາມເຊື່ອໝັ້ນວ່າ ອົງການຈັດຕັ້ງທຸກພາກສ່ວນ ເວົ້າສະເພາະ ກໍຄື ທຄຕລ ມະຫາຊົນ ແລະ ບັນດາທະນາຄານອ້ອມຂ້າງ ສາຂາແຂວງໄຊຍະບູລີ ຈະພ້ອກັນເຮັດໜ້າທີ່ການບໍລິການຂອງຕົນໃຫ້ດີຂຶ້ນກວ່າເກົ່າ.

ພິທີສະເຫຼີມສະຫຼອງວັນຫັນເປັນທະນາຄານທຸລະກິດຂອງ ທຄຕລ ຄົບຮອບ 35 ປີ ສາຂາແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກຜ່ານມາ ທີ່ລີສອດ 3 ເອື້ອຍນ້ອງໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພົງສະຫວັນ ສິດທະວົງ, ທ່ານ ທະນູສັກ ແກ້ວປັນຍາ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

(ຂ່າວ+ພາບ: ບຸນທີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ