48 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກະຊວງແຜນການ-ການລົງທຶນ    

48 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກະຊວງແຜນການ-ການລົງທຶນ    
ຮຽບຮຽງໂດຍ: ວັນໄຊ ຕະວິນຍານ
   ພັກ ແລະ ລັດຖະບານເຮົາ,ຍາມໃດກໍຖືສໍາຄັນໃນວຽກງານແຜນການ ແລະ ການລົງທຶນ ຊຶ່ງໃນໄລຍະຕໍ່ສູ້ປົດປ່ອຍປະເທດຊາດ ໂດຍສະເພາະແຕ່ ປີ 1965-1968 ໃນທ່າມກາງການຕໍ່ສູ້ອັນທໍລະຫົດອົດທົນ ແລະ ລະອິດລະອ້ຽວ,ດ້ວຍການຜ່ານຜ່າຄວາມຫຍຸ້ງຍາກ ແລະ ຕໍ່ສູ້ຢ່າງພິລະອາດຫານຂອງກຳລັງການປະຕິວັດພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວກໍຄືແນວລາວຮັກຊາດ.ເພື່ອຮັບໃຊ້ໜ້າທີ່ການເມືອງຂອງການຕໍ່ສູ້ປົດປ່ອຍຊາດ ໂດຍແມ່ນ ທ່ານ ໜູຮັກ ພູມສະຫວັນ ແລະ ທ່ານ ນຸໄຊ ສິດທິໄຊ ເປັນຜູ້ຮັບຜິດຊອບວຽກງານດັ່ງກ່າວ,ເວລານັ້ນຜູ້ນໍາແນວລາວຮັກຊາດໄດ້ກໍານົດກຸ່ມວຽກເສດຖະກິດເປັນ 2 ກຸ່ມ ຄື: ກຸ່ມວຽກເສດຖະກິດ, ການເງິນ, ທະນາຄານ ແລະ ການຄ້າ ແລະ  ກຸ່ມວຽກເສດຖະກິດການຜະລິດ, ກະສິກໍາ ແລະ ອຸດສາຫະກຳ. ສໍາລັບວຽກງານແຜນການໃນເມື່ອກ່ອນພຽງແຕ່ເປັນພະແນກແຜນການຮັບຜິດຊອບຂໍການຊ່ວຍເຫຼືອຂຶ້ນກັບກຸ່ມເສດຖະກິດ ຊຶ່ງມີໜ້າທີ່ຕົ້ນຕໍໃນການລະດົມຂໍການຊ່ວຍເຫຼືອຈາກບັນດາປະເທດຄູ່ຮ່ວມອຸດົມການສັງຄົມນິຍົມ ໂດຍສະເພາະແມ່ນອະດີດສະຫະພາບໂຊວຽດ ແລະ ບັນດາປະເທດໃນຄ້າຍສັງຄົມນິຍົມພິເສດແມ່ນຈາກ ສສ ຫວຽດນາມ ແລະ ສປ ຈີນ (ໃນເວລານັ້ນມີພະນັກງານທີ່ຮັບຜິດຊອບວຽກງານແຜນການຂໍການຊ່ວຍເຫຼືອ ປະມານ 10 ກວ່າຄົນ) ແລະ ມີຫ້ອງການຕັ້ງຢູ່ຖໍ້າເສດຖະກິດ-ການເງິນ (ຖໍ້າງູເຫຼືອມ)ເມືອງວຽງໄຊ ແຂວງຫົວພັນ.
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ໄດ້ອອກມະຕິທົ່ວປະເທດ ກ່ຽວກັບການແຕ່ງຕັ້ງຄະນະລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພິຈາລະນາເຫັນວ່າ: ໂຄງຮ່າງການຈັດຕັ້ງລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.ໃນເບື້ອງຕົ້ນຈຶ່ງເຮັດແບບກະທັດຮັດເບົາບາງ ແລະ ສຸມໃສ່ບັນດາຂະແໜງການສຳຄັນທີ່ຈຳເປັນ;ຈຶ່ງໄດ້ມີມະຕິແຕ່ງຕັ້ງຄະນະລັດຖະບານ ປະກອບດ້ວຍ 12 ກະຊວງ, 2 ຄະນະກຳມະການ, ທະນາຄານແຫ່ງຊາດ ແລະ ສຳນັກງານນາຍົກ. ໃນນີ້ໄດ້ແຕ່ງຕັ້ງ ທ່ານ ມາ ໄຂຄຳພິທູນ ເປັນຫົວໜ້າຄະນະກຳມະການແຜນຜັງແຫ່ງຊາດ, ທ່ານ ຄຳບູ່ ສຸນີໄຊ ເປັນຮອງຫົວໜ້າ ຄະນະກໍາມະການແຜນຜັງແຫ່ງຊາດ.
ມາເຖິງໃນວັນທີ 20 ກຸມພາ 1976 ປະທານສະພາ ລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ອອກມະຕິຕົກລົງ ສະບັບເລກທີ 05/ນຍ, ວ່າດ້ວຍການຈັດຕັ້ງ ບັນດາກົງຈັກຂອງຄະນະກຳມະການແຜນຜັງແຫ່ງລັດ ແລະ ການແຕ່ງຕັ້ງບັນດາຫົວໜ້າ ແລະ ຮອງຫົວໜ້າຫ້ອງວ່າການ, ບັນດາຫົວໜ້າ ແລະ ຮອງຫົວໜ້າກົມຕ່າງໆ ເພື່ອສືບຕໍ່ປະຕິບັດໜ້າທີ່ການເມືອງສະເພາະໜ້າ ແລະ ຍາວນານ ທີ່ໄດ້ບົ່ງໄວ້ໃນໂຄງການດຳເນີນງານຂອງລັດຖະບານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ ທີ່ນັບມື້ນັບຂະຫຍາຍຕົວ ໂດຍອີງໃສ່ສະພາບເງື່ອນໄຂ ແລະ ຄວາມສາມາດ ຂອງພະນັກງານທີ່ມີໃນເວລານັ້ນຈຶ່ງໄດ້ກໍານົດກົງຈັກ ຄະນະກຳມະການແຜນຜັງ ປະກອບດ້ວຍ 10 ກົມກອງ ຄື: 1.ຫ້ອງວ່າການຂອງຄະນະ; 2.ກົມຈັດຕັ້ງ; 3.ກົມສັງລວມສະຖິຕິ ແລະ ແຜນຜັງ; 4.ກົມແຮງງານ ແລະ ເງິນເດືອນ; 5.ກົມແຜນຜັງການເງິນ; 6.ກົມແຜນຜັງດ້ານເສດຖະກິດ; 7.ກົມແຜນຜັງດ້ານວັດທະນະທໍາ-ສັງຄົມ; 8.ກົມວາງແຜນທ້ອງຖິ່ນ; 9.ກົມຄຸ້ມຄອງສາງ ແລະ ວັດຖຸ; 10.ກົມວາງແຜນການຊ່ວຍເຫຼືອ ແລະ ຮ່ວມມືກັບຕ່າງປະເທດ.
ໃນໄລຍະປີ 1976-1980, ຄະນະກໍາມະການແຜນຜັງແຫ່ງຊາດ, ເປັນຄະນະກຳມະການທຽບເທົ່າກະຊວງໜຶ່ງ ໂດຍແມ່ນ ທ່ານ ມາ ໄຂຄຳພິທູນ ກໍາມະການສູນກາງພັກເປັນປະທານຄະນະກໍາມະການແຜນຜັງແຫ່ງຊາດເປັນຜູ້ຊີ້ນໍາ, ກົງຈັກການຈັດຕັ້ງຂອງຄະນະກຳມະການແຜນຜັງແຫ່ງຊາດ ໄດ້ສ້າງຕັ້ງກົມແຜນການໄປຕາມຂະແໜງການປະກອບ ມີ 16 ກົມຊຶ່ງຄະນະດັ່ງກ່າວມີໜ້າທີ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກໃຫ້ກາຍເປັນແຜນພັດທະນາເສດຖະກິດ-ສັງຄົມ ຕາມທິດດັດສ້າງ ແລະ ກໍ່ສ້າງສັງຄົມນິຍົມ, ຫັນແນວທາງນະໂຍບາຍຂອງພັກ ມາເປັນແຜນການ ປະຈຳປີ (1976-1977) ແຜນຮໍາບາດແຜສົງຄາມ, ຕາມດ້ວຍແຜນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ 3 ປີ (1978-1980), ແຜນດັ່ງກ່າວໄດ້ເປັນພື້ນຖານສຳຄັນໃຫ້ແກ່ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຕໍ່ມາ. 
  ປີ 1980-1988 ຄະນະກຳມະການແຜນຜັງແຫ່ງຊາດ ໄດ້ປ່ຽນຊື່ມາເປັນ ຄະນະກໍາມະການແຜນການແຫ່ງລັດ ໂດຍປະຕິບັດຕາມມະຕິກອງປະຊຸມຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ IV ຊຶ່ງແມ່ນ ທ່ານ ສາລີ ວົງຄຳຊາວ ກໍາມະການກົມການເມືອງສູນກາງພັກເລຂາໃນຄະນະເລຂາທິການສູນກາງພັກຮອງປະທານສະພາລັດຖະມົນຕີເປັນປະທານຄະນະກຳມະການແຜນການແຫ່ງລັດ ແລະ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນແຫ່ງລັດຊຶ່ງປະກອບມີ 19 ກົມກອງ ເພີ່ມຂຶ້ນ 3 ກົມກອງ ຈາກໄລຍະຊຸມປີຜ່ານມາ ຄື: ກົມໜຶ່ງ (ຮັບຜິດຊອບວຽກງານເສດຖະກິດຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ),ກົມບໍລິການ ແລະ ໂຮງຮຽນສະຖິຕິ-ແຜນການ, ໄດ້ສືບຕໍ່ສ້າງ ແລະ ນຳພາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ I (1981-1985). ຕໍ່ມາໃນໄລຍະປີ 1989-1991 ຄະນະກຳມະການແຜນການແຫ່ງລັດ ໄດ້ປ່ຽນຊື່ ແລະ ພາລະບົດບາດມາເປັນ ກະຊວງເສດຖະກິດແຜນການ-ການເງິນ, ພາຍໃຕ້ການນໍາພາຂອງ ທ່ານ ສາລີ ວົງຄໍາຊາວກຳມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງເສດຖະກິດແຜນການ-ການເງິນ ໄດ້ສ້າງ ແລະ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ II (1986-1990) ຊຶ່ງເປັນໄລຍະຫັນປ່ຽນໃໝ່ຈາກກົນໄກບໍລິຫານເກື້ອກູນເປັນກົນໄກເສດຖະກິດຕະຫຼາດທີ່ມີການຄຸ້ມຄອງຂອງລັດ ຊຶ່ງເປັນສ່ວນໜຶ່ງຂອງນະໂຍບາຍການເປີດປະຕູສູ່ພາຍນອກທີ່ມີຫຼັກການຂອງພັກເຮົາ.
ປີ 1992-1996, ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກປະຊາຊົນປະຕິວັດລາວ,ກະຊວງເສດຖະກິດແຜນການ-ການເງິນ ໄດ້ມີການປັບປຸງຄືນໃໝ່ໄດ້ປ່ຽນຊື່ມາເປັນ ຄະນະກຳມະການແຜນການ ແລະ ການຮ່ວມມື (ຄຜຮ) ຕາມດໍາລັດເລກທີ 132/ນຍ ຊຶ່ງແມ່ນ ທ່ານ ຄໍາຜຸຍ ແກ້ວບົວລະພາ ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີ ເປັນປະທານຄະນະກຳມະການແຜນການ ແລະ ການຮ່ວມມື, ກົງຈັກຂອງຄະນະກໍາມະການແຜນການ ແລະ ການຮ່ວມມື (ຄຜຮ) ປະກອບມີ 8 ພາກສ່ວນ ຊຶ່ງໄດ້ສືບຕໍ່ນໍາພາປະຕິບັດໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່ ກວມເອົາ 4 ຂົງເຂດວຽກງານຄື: ວຽກງານແຜນການ, ສະຖິຕິ, ການລົງທຶນ ແລະ ການຮ່ວມມືເສດຖະກິດກັບຕ່າງປະເທດ ລວມທັງຫ້ອງການຄະນະກຳມະການແມ່ນໍ້າຂອງແຫ່ງຊາດ ຊຶ່ງໄດ້ສ້າງ ແລະ ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ III (1991-1995) ແລະ ແຜນຍຸດທະສາດ 8 ປີ (1993-2000) ແລະ  9 ແຜນງານບຸລິມະສິດຂອງລັດຖະບານກໍໄດ້ກໍານົດອອກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ