5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ

5 ປີ ນະຄອນຫຼວງວຽງຈັນ ຈັດເກັບລາຍຮັບໄດ້ 4 ພັນຕື້ກວ່າກີບ
ການຈັດຕັ້ງປະຕິບັດວຽງານໃນຂົງເຂດເສດຖະກິດຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີຜ່ານມາໄດ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ ລວມເປັນເງິນ 4.460,45 ຕື້ກີບ ສະເພາະປີ 2025 ສາມາດຈັດເກັບໄດ້ 12.572,14 ຕື້ກີບ ປະຕິບັດໄດ້ລື່ນແຜນ 19,8% ຂອງແຜນການປີ.

 

 

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ(ນວ) ຊຸດທີ IV ໃຫ້ຮູ້ວ່າ: ຜ່ານການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄລຍະ 5 ປີຜ່ານມາເຮັດໃຫ້ເສດຖະກິດ ນວ ສາມາດສືບຕໍ່ຂະຫຍາຍຕົວຕາມແຜນການ 5 ປີ ກຳນົດສະເລ່ຍ 5,34% ຕໍ່ປີ (ສໍາລັບປີ 2025 ຄາດວ່າຈະຂະຫຍາຍຕົວໃນລະດັບ 6,6%) ໃນນີ້ ຂະແໜງກະສິກໍາຂະຫຍາຍຕົວສະເລ່ຍ 3,99% ຕໍ່ປີ ຂະແໜງອຸດສາຫະກໍາຂະຫຍາຍຕົວສະເລ່ຍ 7,17% ຕໍ່ປີ ແລະ ຂະແໜງບໍລິການຂະຫຍາຍຕົວສະເລ່ຍ 2,92% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນປີ 2025 ຄາດວ່າຈະບັນລຸ 89.278,8 ຕື້ກີບ (ແຜນການ 5 ປີ ຮອດປີ 2025 ໃຫ້ບັນລຸ 84.916 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຄົນປີ 2025 ສະເລ່ຍ 85,17 ລ້ານກີບ ຫຼື ເທົ່າກັບ 3.871,6 ໂດລາ (ແຜນການ 5 ປີ ຮອດປີ 2025 ໃຫ້ບັນລຸ 8.750 ໂດລາ)

ໂຄງປະກອບເສດຖະກິດໄດ້ມີການຫັນປ່ຽນຄື: ກະສິກໍາຫຼຸດລົງຈາກ 14,3% ໃນປີ 2020 ມາເປັນ 13%, ໃນປີ 2025 ແຜນຮອດປີ 2025 ໃຫ້ກວມເອົາ 14% ຂອງລວມຍອດຜະລິດຕະພັນພາຍໃນ (GDP), ອຸດສາຫະກໍາຫຼຸດລົງຈາກ 49,5% ໃນປີ 2020 ມາເປັນ 49%, ໃນປີ 2025 (ແຜນຮອດປີ 2025 ໃຫ້ກວມເອົາ 49% ຂອງ GDP), ການບໍລິການໄດ້ເພີ່ມຂຶ້ນຈາກ 36,2% ໃນປີ 2020 ມາເປັນ 38%, ໃນປີ 2025 (ແຜນຮອດປີ 2025 ໃຫ້ກວມເອົາ 37% ຂອງ GDP), ສັງລວມແລ້ວໂດຍພື້ນຖານໂຄງປະກອບເສດຖະກິດ ໄດ້ມີການຫັນປ່ຽນໄປຕາມທິດທີ່ກຳນົດໄວ້.

ດ້ານງົບປະມານໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຕາມທິດບຸກທະລຸ ແລະ ເປັນເຈົ້າຕົນເອງສູງກວ່າເກົ່າ ໂດຍຖືເອົາວຽກງານການຫັນເປັນທັນສະໄໝເປັນວຽກງານບຸລິມະສິດໂດຍສະເພາະວຽກງານໃນຂົງເຂດການຄຸ້ມຄອງຈັດເກັບລາຍຮັບ, ຄຸ້ມຄອງລາຍຈ່າຍ ແລະ ບໍລິຫານຄຸ້ມຄອງອົງກອນ, ໂດຍການສືບຕໍ່ປັບປຸງ ແລະ ຈັດຕັ້ງຜັນຂະຫຍາຍລະບົບໄອທີ ທີ່ມີຢູ່ແລ້ວຂອງກະຊວງການເງິນໃຫ້ຄົບຊຸດ ແລະ ທົ່ວເຖິງເພື່ອປ່ຽນແທນການບໍລິຫານດ້ວຍລະບົບເຈ້ຍສໍເທື່ອລະກ້າວ, ຍົກລະດັບລະບົບແຈ້ງພາສີ (NSWA+) ໃຫ້ຮັບປະກັນໃນການບໍລິການແຈ້ງພາສີ, ຍົກລະດັບລະບົບການຊໍາລະຄ່າພາສີ-ອາກອນ, ຄ່າທໍານຽມ, ຄ່າບໍລິການແບບລວມສູນຜ່ານລະບົບ FINLINK, ປະຕິຮູບປ່ຽນຈາກລະບົບ TMIS ໃນເມື່ອກ່ອນຫັນມາໃຊ້ລະບົບ TaxRIS ແລະ ສາມາດເອົາຫົວໜ່ວຍທັງໝົດເຂົ້າໃນລະບົບດັ່ງກ່າວສຳເລັດ 100%, ນໍາໃຊ້ລະບົບອອກໃບສັ່ງມອບລາຍຮັບຊັບສິນຂອງລັດ(SAMS)ໂດຍເຊື່ອມຕໍ່ກັບລະບົບ EasyTax, ສືບຕໍ່ນໍາໃຊ້ລະບົບຄຸ້ມຄອງການເງິນແຫ່ງລັດ (LIFMIS) ແລະ ລະບົບ RTIS, ພັດທະນາລະບົບການຄຸ້ມຄອງສົ່ງເອກະສານລາຍງານການເງິນຜ່ານທາງເວັບໄຊ Accservice.la ເພື່ອຕິດຕາມຄຸ້ມຄອງການຖືບັນຊີໃຫ້ຖືກຕ້ອງຕາມກົດໝາຍ, ເພີ່ມທະວີການກວດກາຕ້ານ ແລະ ສະກັດກັ້ນການຮົ່ວໄຫຼຂອງງົບປະມານ, ໄດ້ແກ້ໄຂບັນດາຂອດຂັ້ນບໍລິຫານຕ່າງໆ ຢູ່ຈຸດບໍລິການຂອງເຈົ້າໜ້າທີ່ລັດອໍານວຍຄວາມສະດວກໃຫ້ຜູ້ປະກອບການສາມາດມອບພັນທະຜ່ານລະບົບເອເລັກໂຕຣນິກ ແລະ ຜ່ານເວັບໄຊໃຫ້ຫຼາຍຂຶ້ນ ປະຕິບັດກົນໄກການລົງກວດກາຫຼັງການຈ່າຍບາງລາຍຈ່າຍທີ່ປະຕິບັດບໍ່ຖືກເປົ້າໝາຍ, ເກັບຍອດເຫຼືອມອບຄືນເຂົ້າງົບປະມານ, ເຂັ້ມງວດປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸມເຟືອຍ, ກວດກາການຈັດສັນລາຍຈ່າຍຢ່າງລະອຽດເພືີ່ອຫຼຸດຜ່ອນລາຍຈ່າຍທີ່ບໍໍ່ຈໍາເປັນລົງ.

ຜ່ານການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆເຮັດໃຫ້ສາມາດຈັດເກັບລາຍຮັບໄດ້ທັງໝົດ 41.510,27 ຕື້ກີບ (ແຜນ 5 ປີ ກໍານົດໃຫ້ໄດ້ 29.114,05 ຕື້ກີບ) ປະຕິບັດໄດ້ລື່ນແຜນ 42,58% ໃນນີ້ ພູດສູນກາງຈັດເກັບໄດ້ 28.389,61 ຕື້ກີບ (ແຜນ 5 ປີ ກໍານົດໃຫ້ໄດ້ 20.453,84 ຕື້ກີບ) ປະຕິບັດໄດ້ລື່ນແຜນ 38,80% ແລະ ພູດນະຄອນຫຼວງວຽງຈັນຈັດເກັບໄດ້ 13.120,66 ຕື້ກີບ (ແຜນ 5 ປີ ກໍານົດໃຫ້ໄດ້ 8.660,21 ຕື້ບກີບ) ປະຕິບັດໄດ້ລື່ນແຜນ 51,51% ອັນພົ້ນເດັ່ນແມ່ນສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຊ້ອນ ລວມເປັນເງິນ 4.460,45 ຕື້ກີບ ສະເພາະປີ 2025 ສາມາດຈັດເກັບໄດ້ 12.572,14 ຕື້ກີບ ປະຕິບັດໄດ້ລື່ນແຜນ 19,8% ຂອງແຜນການປີ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ບ້ານຜາຫອຍ ຫາ ບ້ານແກ້ງຈອນ ມີຄວາມຄືບໜ້າ 39.06%

ວັນທີ 13 ທັນວາຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍບັນດາການນຳຂອງແຂວງ, ເມືອງໄດ້ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານຜາຫອຍ ຫາ ບ້ານແກ້ງຈອນ ເມືອງໄຊບົວທອງ
ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ສະຫຼຸບວຽກງານປະຈໍາປີ 2025

ວັນທີ 15 ທັນວາ 2025ນີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງສະຫວັນນະເຂດ, ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2025 ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ເຂົ້າ​ຮ່ວມ​ມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງສະ​ຫວັນ​ນະ​ເຂດ ພ້ອມດ້ວຍຄະ​ນະ​ນຳພະແນກການ, ກົມກອງອ້ອມຂ້າງແຂວງ ແລະສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ເຂົ້າຮ່ວມ. ເຊິ່ງກອງ​ປະ​ຊຸມ​ຈັດ​ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ.
ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ອຸດົມໄຊເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂະໜາດໃຫຍ່ 1,000 MW

ໃນວັນທີ 13 ທັນວາຜ່ານມາ ທີ່ເມືອງໄຊ ແຂວງອຸດົມໄຊ ບໍລິສັດຊີຈີເອັນ (CGN) ໄດ້ຈັດພິທີເປີດນຳໃຊ້ໂຄງການໄຟຟ້າແສງຕາເວັນຂຶ້ນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ທ່ານ ເຈິ່ງຢົງ ຮອງຜູ້ອຳນວຍການ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ພິທີອັນເຊີນຮູບຫຼໍ່ ປະທານ ໄກສອນ ພົມວິຫານ ປະດິດສະຖານຢູ່ຫໍຜາສາດທີ່ເມືອງໄຊບົວທອງ

ໃນຕອນເຊົ້າຂອງວັນທີ 13 ທັນວາຜ່ານມານີ້, ເມືອງໄຊບົວທອງ ແຂວງຄໍາມ່ວນ ໄດ້ຈັດພິທີອັນເຊີນຮູບຫຼໍ່ເຄິ່ງຄີງ ຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ມາປະດິດສະຖານໄວ້ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ທີ່ຫ້ອງວ່າການປົກຄອງເມືອງໄຊບົວທອງ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ທ່ານ ສາຍຄໍາ ພະໄຊສິດທິເດດ ເຈົ້າເມືອງໄຊບົວທອງ ພ້ອມດ້ວຍການນໍາຂອງແຂວງ, ເມືອງ, ຄະນະຮັບຜິດຊອບ ອະນຸສອນສະຖານ ປະທານໄກສອນ ພົມວິຫານ, ກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະນັກງານອະວຸໂສບໍານານ, ບັນດາ ບໍລິສັດ, ນັກທຸລິກິດ, ກ້ອນກໍາລັງຕ່າງໆອ້ອມຂ້າງເມືອງ ເຂົ້້າຮ່ວມ.
ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ

ໃນຕອນເຊົ້າຂອງວັນທີ 12 ທັນວານີ້, ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີມອບສັນຍາບັດແຕ່ງຕັ້ງກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ທີ່ ນະຄອນດານັງ ຂຶ້ນ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງສະຫວັນ ພົມວິຫານ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ມີຄະນະພັກ-ຄະນະນຳກະຊວງ ແລະ ຄະນະກົມ ຂອງກະຊວງການຕ່າງປະ ເທດເຂົ້າຮ່ວມ.
ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ການນໍາ ພັກ-ລັດ ແຂວງຄໍາມ່ວນ ວາງກະຕ່າດອກໄມ້ ເນື່ອງໃນວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ

ໃນຕອນເຊົ້າວັນທີ 12 ທັນວາ 2025ນີ້ ຢູ່ທີ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ, ບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ຄະນະພັກ, ຄະນະບັນຊາ ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທີ່ເປັນຕົວແທນຕາງໜ້າບັນດາອົງ ການຈັດຕັ້ງຕ່າງໆ
ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ

ການນໍາແຂວງສະຫວັນນະເຂດ ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ເນື່ອງໃນໂອກາດວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025) ໃນວັນທີ 12 ທັນວານີ້ ທີ່ອະນຸສາວະລີປະທານ ໄກສອນ ພົມວິຫານແຂວງສະຫວັນນະເຂດ ນໍາໂດຍທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍ ພາກສ່ວນຕ່າງໆ ຈໍານວນ 25 ຂະບວນເຂົ້າຮ່ວມ.
ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາຄໍາມ່ວນ ແລະ ນະຄອນພະນົມ ແລກປ່ຽນບົດຮຽນຮ່ວມກັນ

ສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ສປປ ລາວ ແລະ ສະພາອຸດສາຫະກໍາ ແຂວງນະຄອນພະນົມ ຣາຊະອານາຈັກໄທ ຈັດກອງປະຊຸມປຶກສາຫາລື ແລກປ່ຽນບົດຮຽນຮ່ວມກັນ ຂຶ້ນໃນວັນທີ 11 ທັນວາ 2025ນີ້ ຢູ່ທີ່ຫ້ອງປະຊຸມເຮືອນຮັບແຂກເລກ 1 ແຂວງຄໍາມ່ວນ. ຄະນະຜູ້ແທນສະພາການຄ້າ ແລະ ອຸດສາຫະກໍາແຂວງຄໍາມ່ວນ ນໍາໂດຍທ່ານ ໄທຍະພອນ ສິງທອງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ, ຄະນະຜູ້ແທນສະພາອຸດສາຫະກໍາແຂວງນະຄອນພະນົມ ນໍາໂດຍທ່ານ ວໍຣະພົນ ບຸດທິເດດ ປະທານສະພາອຸດສາຫະກໍາແຂວງ ແລະ ຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ແຂວງວຽງຈັນ ອະໄພຍະໂທດ, ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈຳປີ 2025

ວັນທີ 11 ທັນວາ 2025 ຢູ່ທີ່ຄ້າຍຄຸມຂັງ-ດັດສ້າງ ຂອງ ປກສ ແຂງວຽງຈັນ ໄດ້ຈັດພິທີໃຫ້ອະໄພຍະໂທດແກ່ນັກໂທດ ແລະ ປ່ອຍຕົວນັກໂທດ ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2025 ຄົບ ຮອດ 50 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ດາວເຮືອງ ນັນທາວົງ ຮອງເຈົ້າແຂວງວຽງຈັນ ປະທານຄະນະກຳມະການອະໄພຍະໂທດຂັ້ນແຂວງ, ທ່ານ ບຸນຄ້ຳ ທຳມະວົງ ກຳມະການພັກແຂວງ ປະທານອົງການໄອຍະການແຂວງ, ທ່ານ ພັນເອກ ແຫວນເພັດ ໂພມະຫາລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງ.
ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ເມືອງເງິນ ເຜີຍແຜ່ ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ VIII.

ວັນທີ 11 ທັນວາ 2025ນີ້, ສະຫາຍ ນາງ ສີຈົມ ບຸນມານະທຳ ຮອງເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ວຽກງານແນວຄິດ ທິດສະດີ ແລະ ອົງການຈັດຕັ້ງມະຫາຊົນ. ພ້ອມດ້ວຍທິມງານຂອງເມືອງ ໄດ້ລົງເຄື່ອນໄຫວ ໂຄສະນາ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ໄຊຍະບູລີ ຄັ້ງທີ VIII ຢູ່ທີໂຮງຮຽນ ມັດທະຍົມສົມບູນ ເມືອງເງິນ ແຂວງ ໄຊຍະບູລີ. ຊຶ່ງມີບັນດາ ຄະນະອຳນວຍການໂຮງຮຽນ-ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ເພີ່ມເຕີມ