55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ

55 ປີ ບົນເສັ້ນທາງແຫ່ງການເຕີບໃຫຍ່ ທັນສະໄໝຂອງທະນາຄານແຫ່ງ ສປປ ລາວ
ໂດຍ: ຣັດສະໝີ ດວງສັດຈະ
    ກ່ອນໜ້ານີ້ 55 ປີ ໂດຍປະຕິບັດຕາມມະຕິກອງປະຊຸມສູນກາງພັກຄັ້ງທີ 13 ສະໄໝທີ I ປີ 1965 ກ່ຽວກັບການປັບປຸງ-ກໍ່ສ້າງເຂດປົດປ່ອຍໃນທຸກດ້ານໃຫ້ເປັນຄືລັດໜຶ່ງ ເພື່ອເປັນບ່ອນອີງທີ່ໜັກແໜ້ນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ສູນກາງແນວລາວຮັກຊາດ ໄດ້ປະກາດສ້າງຕັ້ງທະນາຄານປະເທດລາວຢ່າງເປັນທາງການໃນວັນທີ 7 ຕຸລາ 1968 ທີ່ຖໍ້າເສດຖະກິດ-ການເງິນ ບ້ານນາໄກ ເມືອງວຽງໄຊ ແຂວງຫົວພັນ. ຈາກນັ້ນ, ທະນາຄານປະເທດລາວກໍໄດ້ພິມຈໍາໜ່າຍເງິນກີບປົດປ່ອຍອອກຈໍລະຈອນຮັບໃຊ້ພາລະກິດການປະຕິວັດເປັນຄັ້ງທໍາອິດໃນວັນທີ 12 ຕຸລາ 1968 ຕໍ່ມາໄດ້ຕົກລົງໃຫ້ທະນາຄານປະເທດລາວຄຸ້ມຄອງການພິມເງິນກີບປົດປ່ອຍ, ຄຸ້ມຄອງ ແລະ ຊີ້ນໍາວຽກງານທະນາຄານຢູ່ເຂດປົດປ່ອຍ, ເປັນຄັງເງິນຮັບໃຊ້ການເບີກຈ່າຍເງິນເດືອນ-ເງິນບໍລິຫານໃຫ້ບັນດາສໍານັກງານ, ອົງການ, ປະຕິບັດນະໂຍບາຍສິນເຊື່ອເພື່ອຂະຫຍາຍການຜະລິດ. 
    ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນວັນທີ 2 ທັນວາ 1975, ພັກເຮົາໄດ້ວາງ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊຶ່ງໃນໄລຍະນັ້ນທະນາຄານປະເທດລາວໄດ້ຍ້າຍຈາກຖານທີ່ໝັ້ນເມືອງວຽງໄຊ ມານະຄອນຫຼວງວຽງຈັນ ໂດຍໂຮມເອົາທະນາຄານປະເທດລາວ ແລະ ທະນາ ຄານຂອງຝ່າຍວຽງຈັນ ແລ້ວປ່ຽນຊື່ເປັນ “ທະນາຄານແຫ່ງຊາດລາວ” ແລະ ໄດ້ປະຕິຮູບລະບອບເງິນຕາດ້ວຍການເອົາເງິນກີບປົດປ່ອຍ ປ່ຽນແທນເງິນກີບວຽງຈັນໃນເດືອນມິຖຸນາ 1976 ເພື່ອນໍາໃຊ້ເງິນກີບປົດປ່ອຍສະກຸນດຽວຢ່າງເປັນເອກະພາບໃນທົ່ວປະເທດ. ພ້ອມນັ້ນໄດ້ປັບປຸງ, ຂະຫຍາຍສາຂາເພື່ອປະກອບສ່ວນເຂົ້າໃນການຟື້ນຟູເສດຖະ ກິດຫຼັງສົງຄາມ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ອຸດສາຫະກໍາ-ການຄ້າ, ການຄຸ້ມຄອງການຈໍລະຈອນເງິນຕາ ເພື່ອຮັກສາສະຖຽນລະພາບທາງດ້ານລາຄາ ແລະ ຄຸນຄ່າຂອງເງິນກີບ.
ໃນເດືອນທັນວາ 1979 ສູນກາງພັກ ແລະ ລັດຖະບານ ໄດ້ຕົກລົງປະຕິຮູບເງິນຕາ ໂດຍໃຫ້ທະນາຄານແຫ່ງຊາດພິມຈໍາໜ່າຍເງິນກີບທະນາຄານອອກຈໍລະຈອນປ່ຽນແທນເງິນກີບປົດປ່ອຍ. ມາຮອດເດືອນສິງຫາ 1981 ສະພາປະຊາຊົນສູງສຸດໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍສິດຜູກຂາດກ່ຽວກັບວຽກງານທະນາຄານ ແລະ ໄດ້ປ່ຽນຊື່ເປັນ “ທະນາຄານແຫ່ງລັດ” ໂດຍສືບຕໍ່ເຄື່ອນໄຫວຕາມລະບົບທະນາຄານຂັ້ນດຽວ.
ໂດຍປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ສະພາລັດຖະມົນຕີໄດ້ມີມະຕິຕົກ ລົງວ່າດ້ວຍການຫັນລະບົບທະນາຄານ ໄປສູ່ກົນໄກໄລ່ລຽງເສດຖະກິດໃນເດືອນມີນາ 1988. ພິເສດກອງປະຊຸມທະນາຄານທົ່ວປະເທດຄັ້ງທີ I ໃນວັນທີ 22 ກໍລະກົດ 1989 ປະທານ ໄກສອນ ພົມວິຫານ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານສະພາລັດຖະມົນຕີໄດ້ມີຄໍາເຫັນວ່າ: “ທະນາຄານ ເປັນສິ່ງຄໍາຊູຍູ້ໜູນເສດຖະກິດສິນຄ້າ... ການຂະຫຍາຍລະບົບທະນາຄານເຂັ້ມແຂງພຽງພໍ ເພື່ອສ້າງທ່ວງທ່າໃຫ້ແກ່ການຫັນປ່ຽນເສດ ຖະກິດທໍາມະຊາດ ໄປສູ່ເສດຖະກິດສິນຄ້າ ມັນແມ່ນຄວາມຈໍາເປັນພາວະວິໄສສໍາລັບພາລະກິດກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ"; ກອງປະຊຸມຄັ້ງນີ້ໄດ້ພິຈາລະນາ ຮັບຮອງເອົາແຜນການປະຕິຮູບລະບົບທະນາຄານ ຈາກລະບົບທະ ນາຄານຂັ້ນດຽວ ມາເປັນລະບົບທະນາຄານສອງຂັ້ນ ໂດຍແຍກພາລະບົດບາດຢ່າງຈະແຈ້ງລະຫວ່າງທະນາຄານກາງ ແລະ ທະນາຄານທຸລະກິດ. ຈາກນັ້ນທະນາຄານແຫ່ງລັດໄດ້ປັບປຸງກົງຈັກການເຄື່ອນໄຫວຄືນໃໝ່ ແລະ ໄດ້ປ່ຽນຊື່ເປັນ “ທະນາຄານແຫ່ງ ສປປ ລາວ" (ທຫລ) ຊຶ່ງເປັນທະນາຄານກາງຂອງປະເທດ ເຮັດໜ້າທີ່ຄຸ້ມຄອງມະ ຫາພາກທາງດ້ານເງິນຕາ, ສ່ວນສາຂາຂອງທະນາຄານແຫ່ງລັດຢູ່ທ້ອງຖິ່ນໃນເມື່ອກ່ອນ ກໍໄດ້ຫັນມາເປັນທະນາ ຄານທຸລະກິດລັດ ທີ່ເຮັດບົດບາດຈຸລະພາກເຄື່ອນໄຫວໄລ່ລຽງທຸລະກິດ. 
ມາຮອດເດືອນກໍລະກົດ 1990 ສະພາປະຊາຊົນສູງສຸດໄດ້ຮັບຮອງເອົາກົດໝາຍ ວ່າດ້ວຍການສ້າງຕັ້ງ ທຫລ ຊຶ່ງໄດ້ກໍານົດພາລະບົດບາດ ໜ້າທີ່ຢ່າງຈະແຈ້ງໃນການຄຸ້ມຄອງມະຫາພາກດ້ານເງິນຕາ, ຮັກສາສະຖຽນລະພາບຂອງເງິນກີບໃຫ້ໝັ້ນທ່ຽງຕໍ່ພາຍໃນ ແລະ ສາກົນ; ໃນເດືອນມັງກອນ ປີ 1992 ນາຍົກລັດຖະມົນຕີໄດ້ອອກ ດໍາລັດ ວ່າດ້ວຍການຄຸ້ມຄອງການເຄື່ອນໄຫວທະນາຄານທຸລະກິດ-ສະຖາບັນການເງິນອື່ນໆ, ຈາກນັ້ນໄດ້ຍົກຂຶ້ນເປັນລັດຖະບັນຍັດວ່າດ້ວຍທະນາຄານທຸລະກິດໃນປີ 2000 ແລະ ເປັນກົດໝາຍວ່າດ້ວຍທະນາຄານທຸລະກິດໃນທ້າຍປີ 2006; ທະນາຄານແຫ່ງ ສປປ ລາວ ຍັງໄດ້ປັບປຸງເຄື່ອງມື, ກົນໄກ, ນະໂຍບາຍເງິນຕາ, ພັດທະນາພື້ນ ຖານດ້ານນິຕິກໍາ, ພັດທະນາລະບົບ- ພື້ນຖານໂຄງລ່າງທາງດ້ານການເງິນທີ່ເປັນລະບົບຄົບຊຸດ, ພັດທະນາວຽກງານຕະຫຼາດທຶນ-ຕະຫຼາດຫຼັກຊັບ, ວຽກງານບັນຊີ ແລະ ຊໍາລະສະສາງ; ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານຢ່າງຕັ້ງໜ້າ ເພື່ອຮັບປະກັນການປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຕັ້ງໜ້າເສີມຂະຫຍາຍການຮ່ວມມືກັບສາກົນ.
ບົນເສັ້ນທາງ 55 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ລັດຖະບານ; ຂະແໜງການທະນາຄານ ສາມາດຍາດໄດ້ຜົນງານອັນພົ້ນເດັ່ນໃນຫຼາຍດ້ານ ໂດຍສະເພາະໃນ 5 ປີມານີ້, ທຫລ ໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນຢ່າງຕັ້ງໜ້າ ແລະ ໄດ້ລົງເລິກແຕ່ລະດ້ານ ເຮັດໃຫ້ວຽກງານໃນຂະແໜງທະນາຄານສາມາດບັນລຸຜົນສຳເລັດໃນຫຼາຍດ້ານ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ໄດ້ລົງເລິກແຕ່ລະດ້ານ ໂດຍສະເພາະການປັບປຸງກໍ່ສ້າງຄຸນນະພາບຂອງພະນັກງານ, ຮັກສາສະຖຽນລະພາບທາງດ້ານການເງິນ, ການຄຸ້ມຄອງຄວາມໝັ້ນຄົງຂອງສະຖາບັນການເງິນ ແລະ ການພັດທະນາລະບົບ ເພື່ອຫັນເປັນທັນສະ ໄໝ ແລະ ວຽກງານປິ່ນອ້ອມດ້ານຕ່າງໆເພື່ອຮອງຮັບການປ່ຽນແປງທາງດ້ານເສດຖະກິດ-ການເງິນໃນແຕ່ລະໄລ ຍະ. 
    ໃນ 5 ປີຜ່ານມາ; ຂະແໜງທະນາຄານສາມາດບັນລຸໄດ້ໝາກຜົນສຳເລັດຄື: ຍອດການລະດົມທຶນເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 7,96% ໃນເດືອນ 12.2018 ມາເປັນ 41,79% ໃນເດືອນ 8.2023 ກວມເອົາ 98,53% ຂອງ GDP; ຍອດເຫຼືອສິນເຊື່ອເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກ 2,77% ໃນເດືອນ 12.2018 ມາເປັນ 28,86% ໃນເດືອນ 8/2023 ກວມ 63,10% ຂອງ GDP; ຍອດສະສົມການລະດົມທຶນຜ່ານການອອກຈຳໜ່າຍຮຸ້ນ, ຮຸ້ນກູ້ ແລະ ພັນທະບັດຜ່ານຕະຫຼາດທຶນລາວມີທັງໝົດ 37.873,17 ຕື້ກີບ ກວມ 17,83% ຂອງ GDP ປີ 2022; ຮອດທ້າຍເດືອນ 8.2023 ຄັງສໍາຮອງເງິນຕາຕ່າງປະເທດຢູ່ໃນລະດັບທີ່ສາມາດກຸ້ມການນໍາເຂົ້າໄດ້ເພີ່ມຂຶ້ນ ຈາກສາມາດກຸ້ມການນຳເຂົ້າໄດ້ 3 ເດືອນກວ່າໃນທ້າຍປີ 2018 ມາເປັນກຸ້ມການນຳເຂົ້າໄດ້ເກືອບ 4 ເດືອນໃນເດືອນ 8.2023; ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ (NPL) ຂອງທະນາຄານທຸລະກິດຫຼຸດລົງຈາກ 3,12% ໃນທ້າຍປີ 2018 ມາຢູ່ໃນລະດັບ 1,91% ໃນເດືອນ 8.2023 (ແຜນການບໍ່ເກີນ 3%); ປັດຈຸບັນພະນັກງານທົ່ວຂະແໜງທະນາຄານມີທັງໝົດ 4.406 ຄົນ ຍິງ 2.113 ຄົນ; ສະເພາະພະນັກງານ ທຫລ ມີ 1.438 ຄົນ ຍິງ 797 ຄົນ ແລະ ພະນັກງານທີ່ຢູ່ທະນາຄານທຸລະກິດມີປະມານ 2.968 ຄົນ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ກອງປະຊຸມຄົ້ນຄວ້າກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ

ໃນວັນທີ 13 ພະຈິກ 2025 ທີ່ຜ່ານມາ ກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ໄດ້ຈັດກອງປະຊຸມຄົ້ນຄວ້າ, ກວດກາການສະເໜີຂໍອະໄພຍະໂທດຂອງນັກໂທດທີ່ມີອາຍຸ 70 ປີ ຂຶ້ນໄປ ເພີ່ມເຕີມ ໂດຍການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ຮອງຫົວໜ້າກອງເລຂາຄະນະກໍາມະການອະໄພຍະໂທດ ລະດັບຊາດ ມີຜູ້ເຂົ້າຮ່ວມຈາກຫ້ອງວ່າການສໍານັກງານປະທານປະເທດ, ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທໍາ, ສານປະຊາຊົນສູງສຸດ ແລະ ກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.
ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ເມືອງເງິນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025

ວັນທີ 14 ພະຈິກຜ່ານມານີ້, ຢູ່ທີ່ຜາມໄຊອ່າງເກັບນໍ້າຫ້ວຍນານ້ອຍ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ໄດ້ປິດການແຂ່ງຂັນຊ່ວງເຮືອປະຈຳປີ 2025 ຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເປັນກຽດເຂົ້າຮ່ວມຂອງ ທ່ານອາເມຊົງ ເຢ້ຍເລັງກໍາມະການປະຈໍາພັກແຂວງ ຫົວໜ້ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ຜູ້ຊີ້ນໍາອົງການປົກຄອງເມືອງເງິນ, ມີບັນດາການນຳຂັ້ນແຂວງ, ອົງການປົກຄອງເມືອງ, ເມືອງອ້ອມຂ້າງ, ອຳເພີສະເຫຼີມພະກຽດ, ອໍາເພີທຸງຊ້າງ,ອໍາເພີບໍ່ເກືອຈາກລາຊາອານາຈັກໄທ ຕະຫຼອດຮອດມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ໄຟຟ້າຫົງສາ ສະໜັບສະໜູນງານປະເພນີແຂ່ງເຮືອ ເມືອງເງິນ ປະຈໍາປີ 2025

ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນສ່ວນໜຶ່ງໃນການສືບສານ ງານປະເພນີບຸນຊ່ວງເຮືອ ເມືອງເງິນ ແຂວງໄຊຍະບູລີ ເຊິ່ງເປັນວັດທະນະທໍາເກົ່າແກ່ ທີ່ສະທ້ອນເຖິງຄວາມຊັດທາ, ຄວາມສາມັກຄີ ແລະ ຄວາມຜູກພັນຂອງຊຸມຊົນ.
3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

3 ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫຼືອຕ້ານໄພນໍ້າຖ້ວມໃຫ້ແກ່ແຂວງ ໄຊສົມບູນ.

ໃນວັນທີ 12-13 ພະຈິກ 2025, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະ ແລະ 3 ອົງການຈັດຕັ້ງມະຫາຊົນ ໄປເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ ແຂວງໄຊສົມບູນ. ໃນພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 12 ພະຈິກ 2025 ທີ່ ຫ້ອງວ່າການປົກຄອງແຂວງ ໄຊສົມບູນ, ເຊິ່ງຕາງໜ້າກ່າວມອບໂດຍ ທ່ານ ນ. ຟອງສະໝຸດ ອັ່ນລາວັນ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນຈາກກະຊວງການຕ່າງປະເທດ ແລະ ແຂວງໄຊສົມບູນ ເຂົ້າຮ່ວມ ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນການປະກອບສ່ວນຂອງພະນັກງານກະຊວງການຕ່າງປະເທດທີ່ຢູ່ພາຍໃນ ແລະ ຕ່າງປະເທດ ແລະ ການລະດົມຂົນຂວາຍຈາກພີ່ນ້ອງຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ເງິນສົດຈຳນວນ 300 ລ້ານກີບ, ເຂົ້າສານ 900 ກວ່າກິໂລ, ເຄື່ອງນຸ່ງຮົ່ມ 20 ແກັດ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກຈໍານວນໜຶ່ງ ເພື່ອນໍາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ແລະ ຟື້ນຟູເຂດທີ່ໄດ້ຮັບຜົນເສຍຫາຍ ຢູ່ແຂວງໄຊສົມບູນໃນທ້າຍປີ 2024 ແລະ ເດືອນກັນຍາ 2025 ຜ່ານມາ.
ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ເມືອງຫຼວງນໍ້າທາ ສະຫຼອງວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ

ໃນວັນທີ 14 ພະຈິກນີ້ ຢູ່ທີ່ເດີນໜ້າຫ້ອງວ່າການເມືອງຫຼວງນໍ້າທາ, ຫ້ອງການແຮງງານ ແລະ ສະຫວັດດີການສົງຄົມເມືອງ ສົມທົບກັບ ອົງການຈັດຕັ້ງສະຫະພັນແມ່ຍິງເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີສະເຫຼີມສະຫຼອງ ວັນຜູ້ອາຍຸສູງສາກົນ, ວັນຄົນພິການແຫ່ງຊາດ ແລະ ວັນສາກົນລົບລ້າງຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຄົງ ພິມມະສອນ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງເມືອງເຂົ້າຮ່ວມ.
ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່.

ວັນທີ 15 ພະຈິກ 2025 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ໂຄງການປັບເດີ່ນ ແລະ ກໍ່ສ້າງກຳແພງ ຫ້ອງການສະພາປະຊາຊົນແຂວງວຽງຈັນ ຫຼັງໃໝ່ ລະຫວ່າງ ທ່ານ ຄຳຫຼ້າ ສີສຸວົງ ເລຂາທິການ ສະພາປະຊາຊົນແຂວງ ຕາງໜ້າໃຫ້ ສະພາປະຊາຊົນແຂວງວຽງຈັນ ແລະ ທ່ານ ນົບພະຈອນ ບຸນວິໄລ ປະທານບໍລິສັດ ວິໄລໂຊກ ພັດທະນາຄົບວົງຈອນ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງ, ມີພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ສະມໍລບີ ສໍາເລັດເກັບມ້ຽນຂີ້ເຫຍື້ອບຸນທາດຫຼວງ ໄດ້ 633,731 ກິໂລກຼາມ

ທ່ານ ນາງດີ່ນ້າ ສົມສະໝຸດ ຫົວໜ້າສາຍງານວຽກການຕະຫຼາດ ບໍລິສັດສະມໍລບີ ໄດ້ໃຫ້ສໍາພາດກ່ຽວກັບຜົນສໍາເລັດການເກັບມ້ຽນຂີ້ເຫຍື້ອ ໃນໄລຍະງານບຸນນະມັດດສະການພະທາດຫຼວງວຽງຈັນ ປະຈໍາປີ 2025 ຜ່ານມາ ຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ປະລິມານຂີ້ເຫຍື້່ອໃນງານບຸນປີນີ້ ຖືວ່າຫຼຸດລົງຈາກປີກາຍ ເນື່ອງຈາກປະເພດຂີ້ເຫຍື້ອສ່ວນຫຼາຍເປັນກ່ອງໂຟມ, ໄມ້ສຽບລູກຊີ້ນ, ໃບປິວ, ຈອກນໍ້າ ແລະ ຖົງເສດອາຫານເປັນຕົ້ນ ຊຶ່ງສາມາດເກັບມ້ຽນຂີ້ເຫຍື້ອໄດ້ທັງໝົດ 633,731 ກິໂລກຼາມໂດຍນໍາໃຊ້ລົດຂະ ໜາດໃຫຍ່ຂະໜາດ 12 ແມັດກ້ອນ ຂົນສົ່ງຂີ້ເຫຍື້ອ ຈຶ່ງເຮັດໃຫ້ຈໍານວນຖ້ຽວໃນການຂົນສົ່ງຂີ້ເຫຍື້ອກໍຫຼຸດລົງໄດ້ພຽງ 186 ຖ້ຽວ ທຽບເທົ່າ 558 ຖ້ຽວ (ຄູນສາມ) ໃນປີກາຍ.
ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ສະຫຼອງວັນສ້າງຕັ້ງບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄົບຮອບ29ປີ

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາ ບໍລິສັດ ລາວໂທລະຄົມ ຄົບຮອບ 29 ປີ (11 ພະຈິກ 1996-11 ພະຈິກ 2025) ຂຶ້ນໃນວັນທີ 14 ພະຈິກ 2025 ທີ່ ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນລີຊີ ແລະ ການສື່ສານ ແລະ ບັນດາທ່ານ ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຕາງໜ້າຜູ້ຖືຮຸ້ນຝ່າຍຕ່າງປະເທດ ແລະ ມີບັນດາ ຄະນະອຳນວຍການ ແລະ ພະນັກງານ ລາວໂທລະຄົມ ເຂົ້າຮ່ວມ
ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຮັບທຸງໄຊນຳໜ້າ ຂະບວນການແຂ່ງຂັນ 4 ບຸກ

ພິທີມອບທຸງໄຊນໍາໜ້າ ຂະບວນການແຂ່ງຂັນ 4 ບຸກ ປະຈໍາປີ 2022 – 2024 ຄັ້ງທີ I ໃຫ້ພະແນກຊາວຫນຸ່ມ ກອງບັນຊາການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກ 2025 ນີ້, ມີ ທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ພັນໂທ ພອນສະຫວັດ ຊົງພູດອຍ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະບັນຊາອົງການ 5 ຫ້ອງ, ມີຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາຮາກຖານຊາວໜຸ່ມ ອ້ອມຂ້າງກອງບັນຊາການ ເຂົ້າຮ່ວມ.
ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ວິສາວະກອນລາວ ຄົນທໍາອິດ ໄດ້ຮັບລາງວັນ “ວິສາວະກອນດີເດັ່ນອາຊຽນ”

ເມື່ອຕົ້ນເດືອນພະຈິກນີ້, ທ່ານ ໄຊສົງຄາມ ມະໂນທັມ ຮອງປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ, ອະດີດ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ຮັບລາງວັນກຽດຕິຍົດ “ວິສາວະກອນດີເດັ່ນອາຊຽນ” ເປັນຜູ້ທໍາອິດ ຈາກ ສປປ ລາວ ຊຶ່ງເປັນລາງວັນອັນຊົງຄຸນຄ່າ ທີ່ສະພາວິສາວະກອນອາຊີບຂອງອາຊຽນ (ASEAN Chartered Professional Engineer Coordinating Committee) ມອບໃຫ້ວິສາວະກອນ ຜູ້ທີ່ມີຜົນງານດີເດັ່ນ ຈາກແຕ່ລະປະເທດສະມາຊິກອາຊຽນ ແລະ ເປັນການຮັບຮູ້ເຖິງຄວາມເປັນມືອາຊີບທາງດ້ານວິສາວະກໍາຂອງ ທ່ານ ໄຊສົງຄາມ ມະໂນທັມ.
ເພີ່ມເຕີມ