ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV
ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸຸດທີ IV ໄດ້ໄຂຂຶ້ນໃນວັນທີ 3 ເມສາ 2026, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາທ່ານຄະນະກຳມະການປົກຄອງແຂວງ, ບັນດາການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊມສະໄໝວສາມນ ເທອທ 2ສະພາປະຊາຊນແຂວງຄາມວນ ຊດທ IV - image 1
 

ໃນໂອກາດກ່າວໄຂກອງປະຊຸມ ທ່ານ ບຸນມີ ພິມມະສອນ ໄດ້ກ່າວວ່າ: ການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸຸດທີ IV ດ້ານໜຶ່ງກໍເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາປະຊາຊົນຂັ້ນແຂວງ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ອີກດ້ານໜຶ່ງ ກໍ່ເພື່ອຈັດຕັ້ງຜັນຂະຫຍາຍມະຕິ ຂອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ຄະນະປະຈໍາພັກແຂວງ, ຄະນະປະຈຳ ສະພາປະຊາຊົນຂັ້ນແຂວງ ໃນການຮັບຮອງວຽກງານສ້າງ, ການປະເມີນ ແລະ ປັບປຸງນິຕິກໍາຂັ້ນທ້ອງຖິ່ນ. ເຊິ່ງຈະໄດ້ພ້ອມກັນສຸມໃສ່ຄົ້ນຄວ້າ, ພິຈາລະນາ ບັນຫາທີ່ຈໍາເປັນ ແລະ ຮີບດ່ວນ ຂອງແຂວງ ປະກອບມີ:

1. ພິຈາລະນາຮັບຮອງເອົາ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນຜັງເມືອງທ່າແຂກ.

2. ພິຈາລະນາຮັບຮອງເອົາ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ທີ່ດິນກະສິກໍາຢູ່ແຂວງຄໍາມ່ວນ.

3. ພິຈາລະນາຮັບຮອງເອົາ ບົດລາຍງານຂອງຄະນະກໍາມະການປົກຄອງເມືອງທ່າແຂກ ກ່ຽວກັບການປະເມີນຜົນ ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຂອງເມືອງທ່າແຂກ.

ກອງປະຊມສະໄໝວສາມນ ເທອທ 2ສະພາປະຊາຊນແຂວງຄາມວນ ຊດທ IV - image 2
 

ພິເສດໃນວາລະກອງປະຊຸມໃນຄັ້ງນີ້ ຍັງຈະໄດ້ຈັດພິທີມອບຫຼຽນກາລະນຶກ 50 ປີ ສະພາແຫ່ງຊາດ ແລະ ຫຼຽນກາລະນຶກ 5 ປີ ສະພາປະຊາຊົນຂັ້ນແຂວງ ໃຫ້ແກ່ການນໍາຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ IV ແລະ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນຂັ້ນແຂວງ ບໍານານ ໃນຊຸດຜ່ານມາ.

ເພື່ອເຮັດໃຫ້ການພິຈາລະນາຮັບຮອງເອົາວຽກງານການສ້າງ, ການປະເມີນ ແລະ ປັບປຸງນິຕິກໍາຂອງແຂວງ ໃຫ້ມີຄຸນນະພາບ, ປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ສຸມທຸກສະຕິປັນຍາ, ຄວາມຮູ້ - ຄວາມສາມາດ ຂອງຕົນເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາຄິດ - ຄໍາເຫັນຢ່າງມີປະຊາທິປະໄຕ, ເລິກເຊິ່ງ, ມີຈຸດສຸມ, ເຈາະຈົງ, ພາວະວິໄສ, ມີເຫດຜົນຕົວຈິງ ແລະ ຮັບປະກັນຄວາມສອດຄ່ອງກັບນະໂຍບາຍ ຂອງພັກ, ຖືກຕ້ອງຕາມລັດຖະທໍາມະນູນ, ກົດໝາຍ, ສະພາບຈຸດພິເສດຕົວຈິງ ຂອງແຂວງຄຳມ່ວນໃນປະຈຸບັນ.

ຂ່າວ:ກອງຄໍາ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ການນໍາເມືອງທຸລະຄົມ ລົງຕິດຕາມຈຸດລະບາຍນໍ້າ ຢູ່ບ້ານປາກຫາງ

ຍ້ອນຄວາມເປັນຫ່ວງເປັນໃຍຕໍ່ກັບພື້ນຖານການດໍາລົງຊີວິດພໍ່ແມ່ປະຊາຊົນ ໃຫ້ໄດ້ຮັບການແກ້ໄຂທີ່ເໝາະສົມ, ໃນຕອນບ່າຍຂອງວັນທີ 4 ສິງຫາຜ່ານມາ, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທຸລະຄົມ ແຂວງວຽງຈັນ, ທ່ານ ພອນແກ້ວ ແສງສຸລິຈັນ ຮອງຜູ້ອໍານວຍການເຂື່ອນໄຟຟ້າ ນໍ້າມັງ 3, ທ່ານ ຄໍາສອນ ກຸນນະວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ມີຄະນະປະຈໍາ ພ້ອມດ້ວຍພະນັກງານວິຊາການ ຈາກຫ້ອງການທີ່ກ່ຽວຂ້ອງ ໄດ້ລົງຕິດຕາມ ແລະ ເກັບກໍາຂໍ້ມູນຈຸດລະບາຍນໍ້າກ້ອງທາງເລກ 10 ຢູ່ເຂດບ້ານປາກຫາງ ແລະ ບ້ານໃກ້ຄຽງ.
ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ກອງປະຊຸມຖອນບົດຮຽນ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ປ່າໄມ້

ວັນທີ 5 ສິງຫາ 2026 ນີ້, ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ ຂັ້ນແຂວງ (P-WEN) ແຂວງຈຳປາສັກ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາໂດຍການເປັນປະທານຮ່ວມຂອງ ທ່ານ ໄຊຍະສິດ ວິລະພັດ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ແລະ ທ່ານ ຈັນຊະນະ ສີຈັນທອງທິບ ຮອງຫົວໜ້າກົມກວດກາ ກະຊວງກະສິກຳ ແລະ ສິ່ງແວດລ້ອມ; ໂດຍມີຜູ້ຕາງໜ້າຈາກກອງບັນຊາການ ປກສ, ປກຊ, ພາສີ, ອົງການໄອຍະການ, ອົງການປົກຄອງທ້ອງຖິ່ນ 5 ເມືອງ (ໂຂງ, ສຸຂຸມາ, ໂພນທອງ, ມຸນລະປາໂມກ, ປະທຸມພອນ) ແລະ ອົງການອະນຸລັກສັດປ່າ (WCS) ເຂົ້າຮ່ວມ.
ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ປະ​ກາດ​ສ້າງ​ຕັ້ງ 4 ຕາແສງ

ນະຄອນ ຫຼວງພະບາງ ໄດ້ຈັດພິທີປະກາດສ້າງຕັ້ງ 4 ຕາແສງ ໃນ​ວັນ​ທີ 5 ສິງ​ຫາ​ນີ້ ທີ່ ນະ​ຄອນ ຫຼວງ​ພະ​ບາງ ໂດຍການເປັນປະທານຂອງ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳນະຄອນ ຫຼວງພະບາງ, ຕາງໜ້າພະແນກການ-ກົມກອງ ແລະປະທານບ້ານ ເຂົ້າຮ່ວມ.
ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ປະກາດ ແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 12

ພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນປະຈໍາເຂດເລືອກຕັ້ງທີ 12 ແຂວງຄຳມ່ວນ ຈັດ​ຂຶ້ນ​ໃນ​ວັນ​ທີ 4 ສິງ​ຫາ​ຜ່ານ​ມາ ທີ່ ແຂວງ​ຄຳ​ມ່ວນ ໂດຍການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ), ມີທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາພັກຄະນະບໍລິຫານງານແຂວງ ປະທານສະພາປະຊາຊົນແຂວງ (ສພຂ), ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ພະ​ນັກ​ງານ​ບຳ​ນານ ​ຜູ້​ທົດລອງປູກໝາກ ກາດີເມຍ

ພະ​ນັກ​ງານ​ບຳ​ນານ ​ຜູ້​ທົດລອງປູກໝາກ ກາດີເມຍ

ທ່ານ ບຸນເລື່ອມ ມະນີວົງ ເລ​ຂາ​ພັກ​ແຂວງ ປະທານສະພາປະຊາຊົນແຂວງຫຼວງພະບາງ, ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ ການທົດລອງປູກໝາກກາດີເມຍ ຢູ່ ບ້ານ​ພູ​ຜັກ​ແພວ ເມືອງວຽງຄຳ ໃນ​ວັນ​ທີ 4 ສິງ​ຫາ​ຜ່ານ​ມາ.
ກອງປະຊຸມເຜີຍແຜ່ຄູ່ມືວຽກງານເສດຖະກິດ - ການເງິນ

ກອງປະຊຸມເຜີຍແຜ່ຄູ່ມືວຽກງານເສດຖະກິດ - ການເງິນ

ກອງປະຊຸມເຜີຍແຜ່ປຶ້ມຄູ່ມືວຽກງານຂົງເຂດເສດຖະກິດ ແລະ ການເງິນ ໄດ້ຈັດຂຶ້ນໃນວັນທີ 3-5 ສິງຫານີ້ ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການເສດຖະກິດ ແລະ ການເງິນ (ກສງ); ເຂົ້າຮ່ວມມີທ່ານ ພູລຳພອນ ສີຫາວົງ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ທີ່ເປັນກໍາມະການຂອງ ກສງ ທີ່ມາຈາກ 6 ແຂວງຄື: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ແຂວງອັດຕະປື ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ.
ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ສະຫາຍ ວັນໄຊ ພອງສະຫວັນ ຢ້ຽມຢາມຕາແສງທົ່ງອົ້ມ ເມືອງຫຼວງນໍ້າທາ

ໃນວັນທີ 1 ສິງຫາ ຜ່ານມານີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳແຂວງ ຫຼວງ ນໍ້າທາ ສືບຕໍ່ຢ້ຽມຢາມຕາແສງທົ່ງອົ້ມ ຢູ່ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.
ບຸນຊ່ວງເຮືອ ນະຄອນຫຼວງພະບາງປີນີ້ ຈະແບ່ງເປັນສອງສາຍ ເຮືອປະເພນີ ແລະ ເຮືອກິລາ

ບຸນຊ່ວງເຮືອ ນະຄອນຫຼວງພະບາງປີນີ້ ຈະແບ່ງເປັນສອງສາຍ ເຮືອປະເພນີ ແລະ ເຮືອກິລາ

ວັນທີ 4 ສິງຫາ 2026 ນີ້, ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ ຫຼວງພະບາງ ໄດ້ຖະແຫຼງຂ່າວກ່ຽວກັບ ການຈັດງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ນະຄອນຫຼວງພະບາງວ່າ: ງານບຸນຫໍ່ເຂົ້າປະດັບດິນ ບຸນຊ່ວງເຮືອເດືອນເກົ້າ ທີ່ນະຄອນ ຫຼວງພະບາງ ເປັນປາງບຸນໃຫຍ່ ຂອງຊາວນະຄອນ ຫຼວງພະບາງ ໄດ້ສືບທອດກັນມາຫຼາຍເຊັ່ນຄົນ, ເປັນບຸນປະເພນີທີ່ຕິດພັນກັບຄວາມເຊື່ອຖື ຂອງຊາວພຸດ ໃນການເຮັດບຸນສິນກິນທານ ໃຫ້ຜູ້ທີ່ລ່ວງລັບໄປແລ້ວ, ພ້ອມທັງເປັນການບູຊາ ພະຍານາກ 15 ຕະກູນ ທີ່ປົກປັກຮັກສາບ້ານເມືອງໃຫ້ຢູ່ເຢັນເປັນສຸກ, ໂດຍໄດ້ເຕົ້າໂຮມເຮືອຊ່ວງມາເຂົ້າຮ່ວມ ແຂ່ງຂັນດ້ານພາລະກຳລັງ ແລະ ຄວາມພ້ອມພຽງສາມັກຄີ ເຊິ່ງກາຍເປັນ ປາງບຸນໃຫຍ່ ທີ່ສືບທອດກັນມາຈົນເຖິງທຸກວັນນີ້.
ໄຟ​ຟ້າ​ລາວ ສາ​ຂາ​ອັດ​ຕະ​ປື ເກັບ​ກູ້​ໜີ້​ສິນ ບັນ​ລຸ​ຕາມ​ແຜນ

ໄຟ​ຟ້າ​ລາວ ສາ​ຂາ​ອັດ​ຕະ​ປື ເກັບ​ກູ້​ໜີ້​ສິນ ບັນ​ລຸ​ຕາມ​ແຜນ

6 ເດືອນຕົ້ນປີ 2026 ລັດວິສາຫະກິດໄຟຟ້າລາວ ສາຂາແຂວງອັດຕະປື ເກັບກູ້ໜີ້ສີນ 8 ປະເພດ ປະຕິບັດໄດ້ 100% ແລະ ເກັບກູ້ໜີ້ສີນ 10 ປະເພດ ປະຕິບັດໄດ້ 98.95%.
ບູລະນະ ຫຼັງຄາພັດທະສີມມາ ວັດຄົກວ່າຄຸນວິເສດ

ບູລະນະ ຫຼັງຄາພັດທະສີມມາ ວັດຄົກວ່າຄຸນວິເສດ

ວັນທີ່ 3 ສິງຫາ 2026 ນີ້ ທ່ານ ສົມພອນ ສີອຸດົມພັນ ປະທານແນວລາວສ້າງຊາດແຂວງ ພ້ອມດ້ວຍຄະນະກຳມະການຮັບຜິດຊອບ ໂຄງການບູລະນະ-ສ້ອມແປງ ຫຼັງຄາພັດທະສີມມາ (ອາຣາມ) ວັດຄົກວ່າຄຸນວິເສດ ນະຄອນ ຫຼວງພະບາງ, ໄດ້ຕິດຕາມກວດກາການດຳເນີນໜ້າວຽກຕົວຈິງ, ໂດຍໄດ້ຮັບການລາຍງານຈາກ ຄະນະຮັບຜິດຊອບ ບໍລິສັດທີ່ປຶກສາ, ຊຶ່ງໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດ ເລີ່ມແຕ່ວັນທີ່ 20 ກໍລະກົດ ເປັນຕົ້ນມາ,
ເພີ່ມເຕີມ