ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026
‎ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນໃນວັນທີ 2 ເມສານີ້ ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ສະນັ່ນ ສີດາວົງ ຫົວໜ້າພະແນກການເງິນ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມ.
ສະຫບວຽກງານການເງນ 2025 ແລະ ວາງທດທາງແຜນການ 2026 - image 1
 

‎ ທ່ານ ຄຳຂອດ ໝື່ນຫຼວງ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການຈັດຕັ້ງປະຕິບັດວຽກງານການເງິນ ຊຶ່ງເປັນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ ເພື່ອສືບຕໍ່ຍູ້ແຮງວຽກງານການເງິນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.

‎ ທ່ານ ໄພທູນ ໄຊນະໄພລີ ຫົວໜ້າຫ້ອງການການເງິນເມືອງປາກຊ່ອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈຳປີ 2025, ຊຶ່ງສະແດງໃຫ້ເຫັນຜົນງານທີ່ຍາດມາໄດ້ ໃນການຈັດເກັບລາຍຮັບເຂົ້າງົບປະມານ, ການຈັດສັນງົບປະມານ ແລະ ການຄຸ້ມຄອງການເງິນຂັ້ນທ້ອງຖິ່ນ ພ້ອມທັງຊີ້ໃຫ້ເຫັນບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຊຶ່ງນັບແຕ່ປີ 2022 ເປັນຕົ້ນມາ ເມືອງປາກຊ່ອງ ສາມາດເປັນເມືອງທີ່ກຸ້ມຕົນເອງ ທາງດ້ານລາຍຮັບ-ລາຍຈ່າຍ ເພື່ອແກ້ໄຂຊິວິດການເປັນຢູ່ຂອງພະນັກງານ-ລັດຖະກອນພາຍໃນເມືອງ, ເປັນຕົ້ນແມ່ນການເບີກຈ່າຍເງິນເດືອນ, ເງິນອຸດໜຸນ, ເງິນບໍລິຫານ, ເງິນດັດສົມສົ່ງເສີມ ໄດ້ຢ່າງພຽງພໍ ແລະ ທັນການ, ຕິດພັນກັບຜົນຜະລິດໝາກກາເຟ, ຜຶດຜັກລາຄາສູງສົມຄວນ ເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງປາກຊ່ອງດີຂຶ້ນເທື່ອລະກ້າວ.

ສະຫບວຽກງານການເງນ 2025 ແລະ ວາງທດທາງແຜນການ 2026 - image 2
 

ສຳລັບໃນປີ 2025 ທີ່ຜ່ານມາ, ແຜນຈັດເກັບລາຍຮັບງົບປະມານຂອງເມືອງທີ່ແຂວງດຸນໃຫ້ທັງໝົດ 26 ຕື້ 655 ລ້ານກີບ ສາມາດຈັດຕັ້ງປະຕິບັດໄດ້ 38 ຕື້ 416 ລ້ານກີບ, ລື່ນແຜນ 11 ຕື້ 532 ລ້ານກີບເທົ່າກັບ 144%. ທຽບໃສ່ GDP ເທົ່າກັບ 0.37% ທຽບໃສ່ໄລຍະດຽວຂອງປີກ່ອນ(2024) ເທົ່າກັບ 139%, ລື່ນ 10 ຕື້ 876 ລ້ານກີບ, ເຮັດໃຫ້ເສດຖະກິດມະຫາພາກລວມຍອດຜະລິດຕະພັນພາຍໃນເມືອງ GDP ໃນໄລຍະ 1 ປີທີ່ຜ່ານມາ, ປະຕິບັດໄດ້ 10 ຕື້ 578 ລ້ານ ກວ່າກີບ, ທຽບໃສ່ແຜນປະຕິບັດໄດ້ 103,49%. ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ 8,10% ສະເລ່ຍຕໍ່ຫົວຄົນເທົ່າກັບ 113,284,395 ກີບ/ປີ ຫຼື ເທົ່າກັບ 5,394 ໂດລາສະຫະລັດ ໂຄງປະກອບທາງດ້ານເສດຖະກິດ ຂະແໜງກະສິກຳກວມ 78.76%, ຂະແໜງອຸດສະຫະກຳກວມ 12.57% ແລະ ຂະແໜງການບໍລິການກວມ 8.65%. ຈາກນັ້ນ, ກອງປະຊຸມຍັງໄດ້ຮັບຟັງຕົວເລກແຜນການຈັດເກັບລາຍຮັບຂອງກຸ່ມ ແລະ ບ້ານ, ຕົວເລກລາຍຮັບວິຊາການ ແລະ ແຜນປີ 2026 ຂອງບັນດາຫ້ອງການອ້ອມຂ້າງເມືອງ ແລະ ການປະກອບຄຳຄິດເຫັນ, ສາເຫດທີ່ພາໃຫ້ປະຕິບັດໄດ້ລື່ນແຜນ ແລະ ບໍ່ໄດ້ຕາມແຜນ ຈາກພະແນກການເງິນແຂວງ, ບັນດາຫ້ອງການ, ຕາແສງ, ບ້ານ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ວຽກງານການເງິນຂອງເມືອງປາກຊ່ອງ ສືບຕໍ່ມີການຂະຫຍາຍຕົວ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງ ໃຫ້ນັບມື້ນັບຈະເລີນກ້າວໜ້າ.

ໂອກາດນີ້, ກໍໄດ້ມີການມອບໃບຍ້ອງຍໍໃຫ້ກົມກອງ, ຫ້ອງການ, ກຸ່ມ, ບ້ານ, ບໍລິສັດ, ຫົວໜ້າທຸລະກິດຜູ້ປະກອບການພາຍໃນເມືອງ ທີ່ມີຜົນງານດີເດັ່ນໃນການຊຸກຍູ້ຕິດຕາມ, ປະກອບສ່ວນ ໃນການຈັດເກັບລາຍຮັບເຂົ້າງົບປະມານຂອງເມືອງ ແລະ ມີການມອບຂອງຂວັນຕື່ມອີກ.

(ຂ່າວ: ທ. ສອນໄຊ ຈັນທະວີ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ