ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ
ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກມາຖະແຫຼງຂ່າວຊີ້ແຈງກ່ຽວກັບສະພາບໄຟໄໝ້ລາມປ່າ ແລະ ຜົນການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງປ່າໄມ້ ແລະ ຕ້ານໄຟໄໝ້ລາມປ່າ ໃນໄລຍະ 3 ເດືອນຜ່ານມາ (ມັງກອນ-ມີນາ 2026).
ກມປາໄມ ຊແຈງຄວາມຮອນທວປະເທດ ພອມເຕອນຝນ PM 2.5 ຂາມແດນ - image 1
 

 

ທ່ານ ຄໍາເຝືອ ສີຣິວົງ ຮອງຫົວໜ້າກົມປ່າໄມ້ ໄດ້ເປີດເຜີຍຂໍ້ມູນຈາກປະຕິບັດການຕິດຕາມດ້ວຍລະບົບດາວທຽມ (PDMS) ພົບວ່າ: ໃນໄລຍະແຕ່ວັນທີ 1 ມັງກອນ - 31 ມີນາ 2026, ກວດພົບຈຸດຄວາມຮ້ອນທັງໝົດ 16,395 ຈຸດ ໃນຂອບເຂດທົ່ວປະເທດ. ເຖິງວ່າໂຕເລກດັ່ງກ່າວຈະເບິ່ງຄືວ່າມີຈຳນວນຫຼາຍ, ແຕ່ຫາກທຽບໃສ່ສະຖິຕິໃນໄລຍະດຽວກັນຂອງປີ 2023-2025 ແມ່ນຖືວ່າມີທ່າອ່ຽງຫຼຸດລົງ ຊຶ່ງການກະຈາຍຕົວຂອງຈຸດຄວາມຮ້ອນຕາມປະເພດປ່າ ມີດັ່ງນີ້: ປ່າປ້ອງກັນແຫ່ງຊາດ 5,360 ຈຸດ, ປ່າຜະລິດແຫ່ງຊາດ 3,432 ຈຸດ, ປ່າສະຫງວນແຫ່ງຊາດ 1,389 ຈຸດ, ອຸທິຍານແຫ່ງຊາດ 580 ຈຸດ, ນອກ 3 ປະເພດປ່າ 5,634 ຈຸດ.

ສະເພາະໃນວັນທີ 1 ເມສາ 2026 ພຽງວັນດຽວ, ພົບຈຸດຄວາມຮ້ອນສູງເຖິງ 895 ຈຸດ. ໂດຍແຂວງທີ່ມີຈຸດຄວາມຮ້ອນສູງສຸດ (3 ອັນດັບທຳອິດແມ່ນ ແຂວງຫຼວງພະບາງ 220 ຈຸດ, ອຸດົມໄຊ 103 ຈຸດ, ແຂວງສະຫວັນນະເຂດ 80 ຈຸດ), ຊຽງຂວາງ 75 ຈຸດ, ຫົວພັນ 57 ຈຸດ, ຄໍາມ່ວນ 50 ຈຸດ, ບໍລິຄໍາໄຊ 43 ຈຸດ, ແຂວງວຽງຈັນ 42 ຈຸດ, ເຊກອງ 41 ຈຸດ, ໄຊຍະບູລີ 35 ຈຸດ, ຜົ້ງສາລີ 33 ຈຸດ, ອັດຕະປື 31 ຈຸດ, ໄຊສົມບູນ 30 ຈຸດ; ບໍ່ແກ້ວ 19 ຈຸດ, ສາລະວັນ 15 ຈຸດ; ຫຼວງນໍ້າທາ 13 ຈຸດ, ຈໍາປາສັກ 7 ຈຸດ, ນະຄອນຫຼວງວຽງຈັນ ຈຳນວນ 1 ຈຸດ.

ທ່ານຮອງຫົວໜ້າກົມປ່າໄມ້ ລະບຸວ່າ: ສາເຫດຕົ້ນຕໍແມ່ນເກີດຈາກກິດຈະກຳຂອງມະນຸດ ເປັນຕົ້ນແມ່ນການຖາກຖາງປ່າເຮັດໄຮ່ ແລະ ການຈຸດຫຍ້າເພື່ອລ້ຽງສັດ ແລະ ການຈູດປ່າເພື່ອຫາເຄື່ອງປ່າຂອງດົງ ໂດຍບໍ່ມີການສ້າງແລວກັນໄຟທີ່ຖືກຕ້ອງ. ເຖິງຢ່າງໃດກໍຕາມ, ບັນຫາໝອກຄວັນທີ່ປົກຄຸມໜາແໜ້ນໃນນະຄອນຫຼວງວຽງຈັນ ແລະ ພາກເໜືອໃນໄລຍະນີ້ ແມ່ນມີສາເຫດຕົ້ນຕໍມາຈາກ "ໝອກຄວັນຂ້າມແດນ" ຈາກປະເທດເພື່ອນບ້ານ ທີ່ພັດເຂົ້າມາຕາມທິດທາງລົມ.

ສະພາບໄຟໄໝ້ປ່າ ແລະ ການຈູດຂີ້ເຫຍື້ອຊະຊາຍ ໄດ້ເຮັດໃຫ້ຄ່າຝຸ່ນ PM 2.5 ໃນວັນທີ 1 ເມສາ 2026 ເກີນມາດຕະຖານເກືອບທຸກແຂວງ. ເຈົ້າໜ້າທີ່ໄດ້ແຈ້ງເຕືອນໃຫ້ປະຊາຊົນ: ໃສ່ຜ້າອັດປາກ-ດັງ ເວ ລາອອກນອກອາຄານ; ຫຼີກລ່ຽງການອອກກຳລັງກາຍກາງແຈ້ງ; ເຝົ້າລະວັງອາການຜິດປົກກະຕິທາງລະ ບົບຫາຍໃຈ ເຊັ່ນ: ຄັນຄໍ, ໄອ, ຈາມ ຫຼື ອັກເສບໂພງດັງ.

ໃນໄລຍະຜ່ານມາ, ກົມປ່າໄມ້ໄດ້ຍົກລະດັບຄວາມເຂັ້ມງວດໃນການຄຸ້ມຄອງ ໂດຍໄດ້ອອກແຈ້ງການເລກທີ 0120/ກສ ເພື່ອເພີ່ມທະວີການສະກັດກັ້ນໄຟປ່າ ແລະ ມົນລະພິດທາງອາກາດ, ການຝຶກອົບຮົມເຕັກນິກຕິດຕາມ-ດັບໄຟປ່າ, ການລົງກວດກາລາດຕະເວນ ແລະ ດຳເນີນຄະດີຕໍ່ຜູ້ບຸກລຸກປ່າສະຫງວນແຫ່ງຊາດ ເຊັ່ນ: ເຂດພູພະນັງ ແລະ ພູເຂົາຄວາຍ. ໃນຕໍ່ໜ້າ, ຈະເພີ່ມທະວີການເຝົ້າລະວັງຢູ່ບ້ານເປົ້າໝາຍທີ່ມີຄວາມສ່ຽງໄຟໄໝ້ສູງ; ປະສານງານກັບກຳລັງ ປກສ, ປກຊ ແລະ ອາສາສະໝັກເພື່ອຈັດສັນກຳລັງ ແລະ ອຸປະກອນເຂົ້າໃນການມອດໄຟປ່າ, ສືບຕໍ່ໂຄສະນາເຜີຍແຜ່ຜົນຮ້າຍຂອງໄຟປ່າ ແລະວິທີການຜະລິດກະສິກຳທີ່ປອດໄພ.

ໂອກາດດັ່ງກ່າວ, ທ່ານ ຄໍາເຝືອ ສີຣິວົງ ໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງຮ່ວມແຮງຮ່ວມໃຈກັນ ເປັນເຈົ້າການໃນການປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ຢຸດເຊົາການຈູດປ່າ-ຈູດຂີ້ເຫຍື້ອຊະຊາຍ ເພື່ອຫຼຸດຜ່ອນມົນລະພິດທາງອາກາດ ແລະ ຮັກສາສິ່ງແວດລ້ອມທີ່ດີ ໃຫ້ແກ່ລູກຫຼານໃນອະນາຄົດ.

(ແຫຼ່ງຂ່າວ: ນສພ ເສດຖະກິດ-ສັງຄົມ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ