ທ່ານ ພົຕ ສົມຫວັງ ທໍາມະສິດ ສະແດງທັດສະນະຕໍ່ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ທ່ານ ພົຕ ສົມຫວັງ ທໍາມະສິດ ສະແດງທັດສະນະຕໍ່ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ທ່ານ ພົຕ ສົມຫວັງ ທໍາມະສິດ ສະແດງທັດສະນະຕໍ່ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ
ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ (ປກສ)ປະຊາຊົນລາວ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ທ່ານ ພົຕ ສົມຫວັງ ທໍາມະສິດ ພະນັກງານປະຕິວັດອາວຸໂສບໍານານ ອະດີດຄະນະປະຈໍາພັກກະຊວງ ອະດີດຮອງລັດຖະມົນຕີກະຊວງ ປກສ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບໃຈຢ່າງສູງມາຍັງພັກ-ລັດ ແລະ ການນໍາກະຊວງ ປກສ ທີ່ໄດ້ເອົາໃຈ ໃສ່ປະຕິບັດນະໂຍບາຍເປັນຢ່າງດີ ຕໍ່ພະນັກງານປະຕິວັດອາວຸໂສບໍານານ ໃນຕະຫຼອດໄລຍະຜ່ານມາ, ພ້ອມທັງໃຫ້ທັດສະນະ ແລະ ເລົ່າຄືນຄວາມໝາຍສຳຄັນການກຳເນີດ ແລະ ເຕີບໃຫຍ່ຂອງກຳລັງ ປກສ ຜ່ານສື່ມວນຊົນປ້ອງກັນຄວາມສະຫງົບໃນວັນທີ 24 ມີນາຜ່ານມາ.

 

ທ່ານ ພົຕ ສົມຫວັງ ທໍາມະສິດ ກ່າວວ່າ: ການກໍາເນີດ ແລະ ເຕີບໃຫຍ່ຂອງກໍາລັງ ປກສ ປະຊາຊົນລາວ ແມ່ນມີຄວາມໝາຍສໍາຄັນທາງດ້ານການເມືອງອັນໃຫຍ່ຫຼວງ ໃນປະຫວັດສາດຂອງຊາດລາວ ໃນໄລຍະ 65 ປີກ່ອນໜ້ານີ້, ຊຶ່ງເປັນໄລຍະທີ່ພັກປະຊາຊົນ ປະຕິວັດລາວ ໄດ້ນໍາພາກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ດໍາເນີນການຕໍ່ສູ້ເພື່ອປົກປັກຮັກສາສອງແຂວງເຕົ້າໂຮມ ໃຫ້ເປັນເຂດທີ່ໝັ້ນຂອງການປະຕິວັດ ແລະ ເພື່ອຕີເອົາຊະນະສົງຄາມພິເສດ ແລະ ສົງຄາມພິເສດເພີ່ມທະວີຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປະຕິວັດ. ດັ່ງນັ້ນ, ສູນກາງພັກ ຈຶ່ງໄດ້ເປີດກອງປະຊຸມຂຶ້ນຢູ່ຄັງໄຂ ແຂວງຊຽງຂວາງໃນລະຫວ່າງວັນທີ 5-12 ເມສາ 1961 ກອງປະຊຸມໄດ້ຄົ້ນຄວ້າ ແລະ ໄດ້ຕົກລົງປັບປຸງກໍ່ສ້າງກໍາລັງປ້ອງກັນພາຍໃນ ຢູ່ຂອບເຂດທົ່ວປະເທດ ແລະ ກອງປະຊຸມຍັງໄດ້ຕົກລົງປ່ຽນຊື່ຈາກ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນໍາ, ຜ່ານໄລຍະປະຫວັດສາດດັ່ງກ່າວ, ສູນກາງພັກ, ລັດຖະບານ ຈຶ່ງໄດ້ຕົກລົງອອກດໍາລັດສະບັບເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາລັງ ປກສ ຢ່າງເປັນທາງການ.

ຫຼັງຈາກມີຜູ້ນໍາພາບັນຊາແລ້ວ, ກໍາລັງ ປກສ ປະຊາຊົນລາວ ກໍໄດ້ຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ດໍາເນີນການຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ສາມາດຕີເອົາຊະນະສັດຕູຈາກບັ້ນຮົບນີ້ ສູ່ບັນຮົບໃໝ່ເພີ່ມຂຶ້ນເລື້ອຍໆ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ໄດ້ສະຖາປະນາ ເປັນສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວໃນວັນທີ 2 ທັນວາ 1975 ແລະ ໄດ້ສືບຕໍ່ເປັນກໍາລັງຫຼັກແຫຼ່ງໃນການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພົ້ນເດັ່ນແມ່ນການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານຂອງພັກ ແລະ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ.

ຜ່ານການຕໍ່ສູ້ຮ່ວມກັບກອງທັບ ແລະ ປະຊາຊົນລາວບັນດາເຜົ່າໃນບັ້ນຮົບຕ່າງໆ ພ້ອມທັງການປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກ ໃນຕະຫຼອດ 65 ປີຜ່ານມາ, ໄດ້ມີກໍາລັງ ປກສ ຈໍານວນບໍ່ໜ້ອຍທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ, ເຫື່ອແຮງ ແລະ ສະຕິບັນຍາຂອງຕົນ ເຮັດໃຫ້ພະນັງານໃນກໍາລັງ ປກສ ຫຼາຍສະຫາຍໄດ້ກາຍເປັນນັກຮົບດີເດັ່ນ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ ແລະ ໄດ້ກາຍເປັນການນໍາຂັ້ນສູງຂອງພັກ-ລັດ.

ໃນຂະນະດຽວກັນ, ເຖິງແມ່ນວ່າກໍາລັງ ປກສ ພວກເຮົາ ໄດ້ເຮັດສໍາເລັດໜ້າທີ່ ແລະ ມີຜົນງານຢ່າງຫຼວງ ຫຼາຍມາແລ້ວກໍດີ, ຖ້າອີງໃສ່ຄວາມຮຽກຮ້ອງຕ້ອງການ ແລະ ໃນສະພາບການໃໝ່ຂອງໂລກ, ພາກພື້ນ ແລະ ຢູ່ພາຍໃນຊາດ ກໍາລັງ ປກສ ຍັງຕ້ອງໄດ້ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກໍາລັງ ປກສ ປະຊາຊົນໄປພ້ອມກັນກັບການປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນອີກບາດກ້າວໜຶ່ງ ເພື່ອຄວາມສະຫງົບປອດໄພຂອງສັງຄົມ ແລະ ເພື່ອຄວາມຈະເລີນຮຸ່ງເຮືອງສີວິໄລໃຫ້ຊາດລາວວິລະຊົນ.

ເນື່ອງໃນໂອກາດອັນມີຄວາມໝາຍສຳຄັນນີ້, ຂໍອວຍພອນໄຊແດ່ການນໍາພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ ນໍາພາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ເຂັ້ມແຂງໃນທຸກດ້ານ, ອວຍພອນໄຊແດ່ການນໍາພາ-ບັນຊາ ຂອງກະຊວງ ປກສ ແລະ ພະນັກງານ-ນັບຮົບທຸກສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງອອກແຮງແຂ່ງຂັນກັນ ນໍາພາ-ບັນຊາ ແລະ ຈັດຕັ້ງປະຕິບັດພາລະກິດປ້ອງກັນຄວາມສະຫງົບໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງຂຶ້ນເລື້ອຍໆ. ອວຍພອນພະນັກ ງານປະຕິວັດອາວຸໂສບໍານານ ຈົ່ງມີສຸຂະພາບແຮງແຮງ ຈົ່ງຮັກສາມູນເຊື້ອປະຕິວັດ ແລະ ເປັນແບບຢ່າງໃຫ້ລູກຫຼານໃນກໍາລັງ ປກສ ໃນການດໍາລົງຊີວິດບັ້ນປາຍຂອງພວກເຮົາ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ໄຟຟ້າຫົງສາ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກະຖິນສາມັກຄີ

ບໍລິສັດໄຟຟ້າຫົງສາ ຈຳກັດ ຮ່ວມກັບອົງການປົກຄອງເມືອງເງິນ ຈັດງານທອດຖວາຍກອງກະຖິນສາມັກຄີ ປະຈໍາປີ 2026 ທີ່ ວັດສະຫຼີດອນໄຊ ບ້ານຫຼວງມີໄຊ ເມືອງເງິນ ແຂວງໄຊຍະບູລີ ຕິດພັນກັບການສະເຫຼີມສະຫຼອງວັນສ້າງຕັ້ງ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຄົບຮອບ 10 ປີ ໃນວັນທີ 4 ພະຈິກ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ, ເລຂາພັກເມືອງ ເມືອງເງິນ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງເງິນ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ, ມີກຳມະການປົກຄອງເມືອງ, ຄະນະຜູ້ບໍລິຫານ ແລະ ພະນັກງານບໍລິສັດ ພ້ອມດ້ວຍປະຊາຊົນພາຍໃນເມືອງ ເຂົ້າຮ່ວມ.
ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ປະກາດແຕ່ງຕັ້ງ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບໜ້າທີ່ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ລະ ຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 4 ພະຈິກຜ່ານມາ, ໂດຍການເປັນປະທານຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີຄະນະພະແນກສາທາ ລະນະສຸກແຂວງ, ຕາງໜ້າກົມຈັດຕັ້ງກະຊວງສາທາລະນະສຸກ, ແຂກຖືກເຊີນ, ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ