![]() |
ທ່ານ ພັອ ຈັນຫອມ ແກ້ວສຸລະໄຊ ໄດ້ກ່າວວ່າ: ເພື່ອເຮັດໃຫ້ຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 65 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ, ຄະນະພັກ-ຄະນະກົມຈຶ່ງໄດ້ນຳພາຄະນະບໍລິຫານຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ສ້າງຂະບວນການແຂ່ງຂັນກິລາມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີລະຫວ່າງນາຍ ແລະ ພົນຕຳຫຼວດພາຍໃນກົມກອງ ແນໃສ່ເຮັດໃຫ້ມີສຸຂະພາບແຂງແຮງ ສາມາດຮັບປະກັນໃຫ້ການປະຕິບັດໜ້າທີ່ການເມືອງໃນຕໍ່ໜ້າ.
![]() |
ທ່ານ ພັຕ ອານຸວີ ແກ້ວປາກດີ ຄະນະບໍລິຫານງານຊາວໜຸ່ມກະຊວງ ເລຂາຊາວໜຸ່ມກົມຕຳຫຼວດຄຸມຂັງ-ດັດສ້າງ ກ່າວວ່າ: ການສ້າງຂະບວນການໃນຄັ້ງນີ້, ແນໃສ່ຮັດແໜ້ນຄວາມສາມັກຄີພາຍໃນກົມກອງແລ້ວ, ຍັງເປັນການຄັດເລືອກນັກກິລາຜູ້ທີ່ມີຄວາມສາມາດ ເພື່ອເຂົ້າແຂ່ງຂັນໃນຂະບວນການຕ່າງໆ ຂອງຂັ້ນເທິງ ຊຶ່ງການແຂ່ງຂັນກິລາໃນຄັ້ງນີ້ປະກອບມີ 2 ປະເພດຄື: ກິລາບານເຕະຊາຍ, ກິລາບານເຕະຍິງ; ໃນນີ້, ກິລາບານເຕະຍິງ ປະກອບມີ 2 ທີມ, ກິລາບານເຕະຊາຍປະກອບມີ 4 ທີມ. ບັນຍາກາດເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ຟົດຟຶ້ນ.
ຂ່າວ: ສິດທິພັນ


ຄໍາເຫັນ