![]() |
ນຳໂດຍ ທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງ ເຊິ່ງທ່ານປ້າວ ຈິວ ລີ່ ໄດ້ກ່າວຄຳອວຍພອນອັນປະເສີດມາຍັງການນຳຂອງແຂວງ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຊາວຊຽງຂວາງ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ລາວ ທີ່ໝູນວຽນມາຄົບຮອຍອີກວາລະໜຶ່ງ ຈົ່ງມີແຕ່ຄວາມຜາສຸກ, ມີຜົນສຳເລັດທຸກໜ້າທີ່, ສືບຕໍ່ພັດທະນາແຂວງຊຽງຂວາງ ໃຫ້ເຕີບໃຫຍ່ ເຂັ້ມແຂງ, ຈະເລີນຂື້ນເລື້ອຍໆ ຂໍໃຫ້ການນຳແຂວງຈົ່ງຊີ້ນຳ ບໍລິສັດ ແລະ ເຊື່ອໝັ້ນຕໍ່ບໍລິສັດ ເຊິ່ງບໍລິສັດມີແຜນທີ່ຈະພັດທະນາຊຸມຊົນສອງບ້ານທີ່ບໍລິສັດກຳລັງດຳເນີນງານຢູ່ ເປັນຕົ້ນແມ່ນຈະສ້າງຫ້ອງການບ້ານ ແລະ ປັບປຸງເສັ້ນທາງເຂົ້າບ້ານ. ໂອກາດນີ້ທ່ານ ບົວເງິນ ຫຸມໄຊຍະພົມ ປະທານຄະນະກຳມະການປົກຄອງແຂວງ ໄດ້ກ່າວສະແດງຄວາມຂອບໃຈ ມາຍັງບໍລິສັດທີ່ເຂົ້ມາລົງທຶນ, ຫັວງວ່າຈະໄດ້ຮັບການຮ່ວມມື ແລະ ປະກອບສ່ວນໃນການພັດທະນາທ້ອງຖິ່ນ ເນື່ອງໃນໂອກາດປີໃໝ່ລາວຈະມາເຖິງນີ້ ຂໍອວຍພອນໃຫ້ປະທານບໍລິສັດ ຕະຫຼອດຮອດອ້າຍນ້ອງພາຍໃນບໍລິສັດ ຈົ່ງມີແຕ່ສຸຂະພາບແຂງແຮງ ປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ .ຂ່າວ: ບຸນມີ ແສງທຸມມີ

ຄໍາເຫັນ