ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ
ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2 ມີນານີ້, ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະແນກການ ເຂົ້າຮ່ວມ.
ສະພາປະຊາຊນແຂວງ ແລະ ອງການປກຄອງແຂວງເຊກອງ ສະຫບການຈດຕງປະຕບດວຽກງານ - image 1
 

ທ່ານ ນາງ ຄໍາໄພ ວິລະສານ ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດ ການພົວພັນ ລະຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ໃນໄລຍະ 6 ເດືອນທ້າຍປີ 2025 ຜ່ານມາ ໂດຍຄະນະປະຈໍາສະພາປະຊາຊົນແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຄະນະກຳມະການຍຸຕິທໍາ ແລະ ປກຊ-ປກສ ປະສານສົມທົບກັບອົງການປົກຄອງແຂວງ ເຄື່ອນໄຫວ ແລະ ຊຸກຍູ້ບັນດາພະແນກການ, ພາກສ່ວນທີ່ກ່ຽວຂ້ອງ ໃນການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ໄດ້ເກີນແຜນຂອງສະພາຊຸດທີ IV ກຳນົດ; ປະສານສົມທົບກັນ ກະກຽມບັນດາເນື້ອໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ຈໍານວນ 10 ເນື້ອໃນ, ອອກເປັນມະຕິກອງປະຊຸມສະພາປະຊາຊົນແຂວງ ຈໍານວນ 9 ສະບັບ; ຊີ້ນໍາຄະນະກຳມະການທີ່ກ່ຽວຂ້ອງ ເຂົ້າຮ່ວມຄົ້ນຄວ້າປຶກສາຫາລືກ່ຽວກັບ ການແກ້ໄຂຄໍາຮ້ອງທຸກ, ຄໍາຮ້ອງຂໍຄວາມເປັນທໍາ ຂອງພໍ່ແມ່ປະຊາຊົນ ແລະ ຕິດຕາມຄໍາສະເໜີໃນປີຜ່ານມາ ມີຈໍານວນ 5 ເລື່ອງ, ໄດ້ແຈ້ງການໃຫ້ອົງການປົກຄອງແຂວງ ໂດຍສະເພາະ ພາກສ່ວນກ່ຽວຂ້ອງກັບຄໍາສະເໜີຂອງພໍ່ແມ່ປະຊາຊົນຜ່ານສາຍດ່ວນ ທີ່ສະເໜີໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ຈໍານວນ 2 ເລື່ອງ; ເຄື່ອນ ໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການຈັດຕັ້ງປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ຢູ່ 4 ເມືອງ ໃນບັນດາເປົ້າໝາຍ ຂອງສະມາຊິກສະພາປະຊາຊົນແຂວງ ໄດ້ 7 ຄັ້ງ, ລົງຜັນຂະຫຍາຍຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ IV ໃຫ້ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ຢູ່ 4 ເມືອງ ຈັດຕັ້ງປະຕິບັດໄດ້ 33 ຈຸດ, ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 15,636 ຄົນ ຍິງ 7,578 ຄົນ ຕິດພັນກັບການລົງໂຄສະນາຫາສຽງໃຫ້ແກ່ຜູ້ຮັບສະໝັກເລືອກຕັ້ງ ສສຊ-ສສຂ.

ສະພາປະຊາຊນແຂວງ ແລະ ອງການປກຄອງແຂວງເຊກອງ ສະຫບການຈດຕງປະຕບດວຽກງານ - image 2
 

ກອງປະຊຸມຄັ້ງນີ້, ຍັງໄດ້ຜ່ານຮ່າງແຜນການກະກຽມ ແລະ ດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V; ລາຍງານການກະກຽມຄວາມພ້ອມດ້ານເນື້ອໃນຕ່າງໆ ຂອງອົງການປົກຄອງແຂວງ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ທີ່ຈະນໍາເຂົ້າພິຈາລະນາ, ຮັບຮອງເອົາໃນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ທີ່ຈະໄຂຂຶ້ນໃນມໍ່ໆນີ້; ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ພ້ອມກັນຄົ້ນຄ້ວາ ແລະ ປະກອບຄຳຄິດຄຳເຫັນໃສ່ບັນດາເນື້ອໃນເອກະສານສໍາຄັນດັ່ງກ່າວ ໃຫ້ສົມບູນ.

(ຂ່າວ: ພຸດທະສອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທົ່ວປະເທດ ຈະປູກຕົ້ນໄມ້ໃນເນື້ອທີ່ ປະມານ 7,300 ກວ່າເຮັກຕາ

ທົ່ວປະເທດ ຈະປູກຕົ້ນໄມ້ໃນເນື້ອທີ່ ປະມານ 7,300 ກວ່າເຮັກຕາ

ທົ່ວປະເທດມີແຜນປູກຕົ້ນໄມ້ ໃນເນື້ອທີ່ປະມານ 7,300 ກວ່າເຮັກຕາ ໂດຍຈະໃຊ້ເບ້ຍໄມ້ຈໍານວນ 4,516,000 ກວ່າເບ້ຍ, ໃນຂະນະດຽວກັນ ຢູ່ນະຄອນຫຼວງວຽງຈັນ ກະຊວງກະສິກຳ ແລະ ສິ່ງ ແວດລ້ອມ ໄດ້ປະສານສົມທົບກັບ ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະປູກຕົ້ນໄມ້ໃນເນື້ອທີ່ ປະມານ 50 ເຮັກຕາ ແລະ ເບ້ຍໄມ້ 80 ພັນກວ່າເບ້ຍ.
ຜະລິດຕະພັນໂຕໂຢລາວ ປະກອບສ່ວນພັດທະນາພື້ນຖານໂຄງລ່າງໃນຕົວເມືອງ

ຜະລິດຕະພັນໂຕໂຢລາວ ປະກອບສ່ວນພັດທະນາພື້ນຖານໂຄງລ່າງໃນຕົວເມືອງ

ທ່ານ ລັງກອນ ໄຊຍະວົງ ປະທານໂຮງງານອຸດສາຫະກໍາ ໂຕໂຢລາວ ໄດ້ໃຫ້ສໍາພາດເນື່ອງໃນໂອກາດທີ່ໄດ້ນໍາເອົາຜະລິດຕະພັນຂອງໂຮງງານອຸດສາຫະກໍາໂຕໂຢລາວ ເຂົ້າຮ່ວມວາງສະແດງໃນ ກອງປະຊຸມ ຍທຂ ທົ່ວປະເທດ ປີ 2025-2026 ແລະ ແຜນພັດທະນາ 5 ປີ 2026-2030 ຂອງຂະແໜງ ຍທຂ ທີ່ຈັດຂຶ້ນໃນວັນທີ 5-6 ພຶດສະພາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ.
ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຮອບທີ I

ທາບທາມບຸກຄະລາກອນ ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຮອບທີ I

ໃນວັນທີ 22 ພຶດສະພາຜ່ານມານີ້, ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ຮ່າງເນື້ອໃນເອກະສານກອງປະຊຸມ ແລະ ທາບທາມບຸກຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ຮອບທີ I ສະໄໝທີ V ຂຶ້ນ ທີ່ສະໂມສອນ ຄະນະກວດກາສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ບັນດາຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກອາ ວຸໂສບຳນານ ແລະ ສະມາຊິກພັກສົມບູນ ທີ່ຂຶ້ນກັບຄະນະກວດກາສູນກາງພັກເຂົ້າຮ່ວມທັງໝົດ 209 ສະຫາຍ ຍິງ 72 ສະຫາຍ.
ເມືອງສິງ ຈັດງານເທສະການບຸນບັ້ງໄຟໄຕລື້

ເມືອງສິງ ຈັດງານເທສະການບຸນບັ້ງໄຟໄຕລື້

ໃນວັນທີ 22 ພຶດສະພາຜ່ານມາ, ທີ່ນາທົ່ງຫຼວງ ຈຽງໃຈ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດງານເທສະການບຸນປອຍ (ບຸນບັ້ງໄຟ) ໄຕລື້, ເຂົ້າຮ່ວມມີທ່ານ ວົງມະນີ ເພື່ອປະຊາ ຮອງປະທານຄະນະກຳມະການປົກ ຄອງແຂວງ, ມີທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຫົວໜ້າຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເມືອງໂພນທອງ ແຂວງຫຼວງພະບາງ ປະກາດ 9 ບ້ານ ເປັນບ້ານພົ້ນທຸກ

ເມືອງໂພນທອງ ແຂວງຫຼວງພະບາງ ປະກາດ 9 ບ້ານ ເປັນບ້ານພົ້ນທຸກ

ວັນທີ 22 ພຶດສະພາ 2026 ນີ້ ຄະນະກໍາມະການປົກຄອງເມືອງໂພນທອງ ໄດ້ປະກາດຮັບຮອງ 9 ບ້ານ ເປັນບ້ານພົ້ນທຸກ ແລະ ປະກາດບ້ານວັງຊຽງ ເປັນບ້ານພັດທະນາ, ໂດຍມີ ທ່ານ ສຳນານ ສົນທະນີ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ສົມວອນ ແກ້ວຄຳພອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍແຂກຮັບເຊີນ ແລະການຈັດຕັ້ງບ້ານທັງ 9 ບ້ານ ຕະຫຼອດຮອດປະຊາຊົນເຂົ້າຮ່ວມ.
ອະດີດຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການສ້າງອະນຸສອນສະຖານບັ້ນຮົບນໍ້າບາກ

ອະດີດຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ການສ້າງອະນຸສອນສະຖານບັ້ນຮົບນໍ້າບາກ

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອະດີດຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການສ້າງອະນຸສອນສະຖານບັ້ນຮົບນໍ້າບາກ ໃນວັນທີ 19 ພຶດສະພາຜ່ານມາ, ໂດຍການຕ້ອນຮັບຂອງທ່ານ ບຸນທັນ ຈັນທະສັກ ປະທານຄະນະກຳມະການປົກຄອງເມືອງນໍ້າບາກ ແຂວງຫຼວງພະບາງ ພ້ອມດ້ວຍຄະ ນະເຂົ້າຮ່ວມ.
ຫ້ອງວ່າການສຳນັກງານປະທານປະເທດ ປາຖະກະຖາ 2 ວັນ ປະຫວັດສາດ

ຫ້ອງວ່າການສຳນັກງານປະທານປະເທດ ປາຖະກະຖາ 2 ວັນ ປະຫວັດສາດ

ຫ້ອງວ່າການສຳນັກງານປະທານປະເທດ (ຫສປທ) ໄດ້ຈັດຕັ້ງປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18/5/1959-18/5/2026) ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24/5/1960-24/5/2026) ຂຶ້ນໃນວັນທີ 21 ພຶດສະພານີ້ ທີີ່ຫ້ອງປະຊຸມ ຫສປທ ຊຶ່ງມີ ສະຫາຍ ນາງ ຟອງສະມຸດ ອັ່ນລາວັນ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ສະຫາຍ ອິນທະປັນຍາ ຂຽວວົງພະຈັນ ຮອງເລຂາຄະນະພັກ ຮອງຫົວໜ້າຫ້ອງວ່າການສຳນັກງານປະທານປະເທດ, ມີຄະນະພັກ, ຄະນະກົມ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຫ້ອງການສຳນັກງານ ປະທານປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມແພງ.
ຄະນະນຳ ກົມວິທະຍາສາດ-ປະຫວັດສາດການທະຫານ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ

ຄະນະນຳ ກົມວິທະຍາສາດ-ປະຫວັດສາດການທະຫານ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ

ໃນວັນທີ 19 ພຶດສະພາຜ່ານມາ, ສະຫາຍ ພັນເອກ ສິງ ບຸນນິວົງ ຮອງຫົວໜ້າກົມວິທະຍາສາດ-ປະຫວັດ ສາດການທະຫານ ກອງທັບປະຊາຊົນລາວ ແລະ ສະຫາຍ ພັນເອກ ຫງວຽນ ຕ້ວນແອງ ຊ່ຽວຊານສະຖາບັນຍຸດທະສາດ ແລະ ປະຫວັດສາດ ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງພະບາງ, ມີສະຫາຍ ພັນເອກ ສິງທອງ ອິນທະວອງ ຫົວໜ້າຫ້ອງ ການ ກອງບັນຊາການທະຫານແຂວງ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ຄະນະນຳກົມສ່ວຍສາອາກອນຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ

ຄະນະນຳກົມສ່ວຍສາອາກອນຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ

ທ່ານ ອານຸວົງ ບົວພັນ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຫຼວງພະບາງ ໃນວັນທີ 20 ພຶດສະພາຜ່ານມາ, ທີ່ຫ້ອງປະຊຸມສ່ວຍສາອາກອນປະຈຳແຂວງຫຼວງພະບາງ, ໂດຍມີທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍພະນັກງານ ສ່ວຍສາອາກອນປະຈຳແຂວງ ແລະ ນະຄອນ-ຫຼວງພະບາງໃຫ້ການຕ້ອນຮັບ.
ສາລະວັນ ຫາ​ລືສົ່ງເສີມ​ການຜະລິດລະດູຝົນ ຮັບມື​ກັບການປ່ຽນແປງດິນຟ້າອາກາດ

ສາລະວັນ ຫາ​ລືສົ່ງເສີມ​ການຜະລິດລະດູຝົນ ຮັບມື​ກັບການປ່ຽນແປງດິນຟ້າອາກາດ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງສາລະວັນ ໄດ້ຄົ້ນຄວ້າປຶກສາຫາລື, ໃນການສົ່ງເສີມການຜະລິດລະດູຝົນ, ເຊິ່ງມີແຜນປູກພືດລະດູຝົນ ປີ 2026, ໃນເນື້ອທີ 170 ພັນເຮັກຕາ, ຄາດຄະເນຜົນຜະລິດ 2,2 ລ້ານໂຕນ, ໃນນັ້ນເຂົ້ານາປີ ມີເນື້ອທີ່ຜະລິດ 81,400 ເຮັກຕາ, ຄາດຄະເນຜົນຜະລິດ 370,000 ໂຕນ, ເຊິ່ງມີຈຸດສຸມຍົກສະມັດຕະພາບ 6 ໂຕນຕໍ່ເຮັກຕາ, ໃນເນື້ອທີ່ 1 ພັນເຮັກຕາ ກວມເອົາ 5 ເມືອງ ຄື: ສາລະວັນ, ວາປີ, ເລົ່າງາມ, ຄົງເຊໂດນ ແລະ ເມືອງລະຄອນເພັງ.
ເພີ່ມເຕີມ