6 ເດືອນ​ຕົ້ນ​ປີ ຫົວພັນ ຍາດໄດ້ຜົນສໍາເລັດຫຼາຍດ້ານ

6 ເດືອນ​ຕົ້ນ​ປີ ຫົວພັນ ຍາດໄດ້ຜົນສໍາເລັດຫຼາຍດ້ານ

6 ເດືອນ​ຕົ້ນ​ປີ ຫົວພັນ ຍາດໄດ້ຜົນສໍາເລັດຫຼາຍດ້ານ
ໃນໄລຍະ 6 ເດືອນຕົ້ນປີ 2026, ການຈັດຕັ້ງປະຕິບັດວຽກງານຕົວຈິງ ຂອງແຂວງຫົວພັນ ສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍການຈັດຕັ້ງເຊື່ອມຊຶມນິຕິກຳຕ່າງໆ, ຈັດຕັ້ງຮໍ່າຮຽນການເມືອງ ຫັດແອບສິລະປະຍຸດ, ຍຸດທະວິທີສູ້ຮົບ, ປັບປຸງກອງຫຼອນ-ປກສ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ກໍາລັງແຮງສູ້ຮົບໃຫ້ສູງຂຶ້ນ ເຮັດໃຫ້ທົ່ວແຂວງມີຄວາມສະຫງົບໂດຍພື້ນຖານ.
6 ເດອນ​ຕນ​ປ ຫວພນ ຍາດໄດຜນສາເລດຫາຍດານ - image 1
 

ສຳລັບຂົງເຂດເສດຖະກິດ ໄດ້ສຸມໃສ່ຜະລິດກະສິກຳຕາມລະດູການ ຫັນລົງຊຸກຍູ້, ໃຫ້ການແນະນຳຄວາມຮູ້ດ້ານເຕັກນິກ, ວິຊາການ, ການເກັບກ່ຽວຜົນຜະລິດລະດູແລ້ງ ແລະ ຊຸກຍູ້ການຜະລິດລະດູຝົນ, ໄດ້ເອົາໃຈໃສ່ພັດທະນາກະສິກໍາ-ປ່າໄມ້ ຕາມທິດສີຂຽວ ສະອາດ ປອດໄພ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຮັບປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ໂພຊະນາການ, ຜະລິດສິນຄ້າກະສິກຳທີ່ມີຄຸນນະພາບ ໂດຍໄດ້ຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ ແລະ ກະສິກອນ ນໍາໃຊ້ເຕັກນິກໃໝ່ ເຂົ້າໃສ່ການຜະລິດ ແບບຄອບຄົວ ເພື່ອທົດແທນການນຳເຂົ້າ ກ້າວໄປສູ່ເສດຖະກິດເອກະລາດເປັນເຈົ້າຕົນເອງໃຫ້ຫລາຍຂຶ້ນ.

ສະຫາຍ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ, ຜູ້ປະຈໍາການຄະນະບໍລິຫານງານພັກແຂວງຫົວພັນ ລາຍງານຕໍ່ທີ່ປະຊຸມກ່ຽວກັບການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີຂອງຄະນະບໍລິຫານງານພັກແຂວງ ສະໄໝທີ XI ໃນວັນທີ 16 ມິຖຸນາ 2026 ນີ້ວ່າ: ໄດ້ເອົາໃຈໃສ່ຄຸ້ມຄອງການຮຽນ-ການສອນ ເປັນປົກກະຕິ ການປະຕິບັດຕົວຊີ້ວັດ ຂອງຂະແໜງການສຶກສາ ບັນລຸໄດ້ຄາດໝາຍເປັນສ່ວນໃຫຍ່, ຈັດການສອບເສັງນັກຮຽນເກັ່ງ ແລະ ເສັງຈົບຊັ້ນປະຖົມ ແລະ ມັດທະຍົມທົ່ວແຂວງມີຜົນສຳເລັດ, ຂະຫຍາຍຕາໜ່າງສາທາລະນະສຸກ ເພື່ອຄວບຄຸມ ແລະ ປົກຄຸມ ການໃຫ້ການບໍລິການ ປະຊາຊົນໃນທົ່ວແຂວງ.

ຂົງເຂດອຳນາດລັດໄດ້ນຳພາການກະກຽມ ແລະ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາແຂວງ ຊຸດທີ V ສຳເລັດຕາມຄາດໝາຍ ພ້ອມທັງໄດ້ເອົາໃຈໃສ່ ປັບປຸງອົງການລັດແຕ່ລະຂັ້ນ ຕາມມະຕິ, ຄໍາສັ່ງ ຂອງສູນກາງພັກ ໃຫ້ມີຄວາມກະທັດຮັດ ສົມເຫດສົມຜົນ ແລະ ການປັບປຸງພາລະບົດບາດ, ກໍານົດຕຳແໜ່ງງານ, ບັນຈຸສັບຊ້ອນບຸກຄະລາກອນ ໃຫ້ສົມຄູ່ກັບໜ້າທີ່ການເມືອງ ເຮັດໃຫ້ການເຄື່ອນໄຫວວຽກງານມີປະສິດທິຜົນສູງຂຶ້ນ. ນອກຈາກນີ້, ໄດ້ເພີ່ມທະວີຄວາມສາມັກຄີປອງດອງ ລະຫວ່າງເຜົ່າ, ຊັ້ນຄົນ, ເພດ, ໄວ, ສາສະໜາ ແລະ ກ້ອນກໍາລັງສາມັກຄີທົ່ວປວງຊົນພາຍໃນແຂວງ, ເອົາໃຈໃສ່ນໍາພາ-ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ປັບປຸງລະບົບການເມືອງຢູ່ຂັ້ນຮາກຖານ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ຕີຖອຍປະກົດການຫຍໍ້ທໍ້ໃນສັງຄົມ.

6 ເດອນ​ຕນ​ປ ຫວພນ ຍາດໄດຜນສາເລດຫາຍດານ - image 2
 

ສໍາລັບທິດທາງແຜນການໃນຕໍ່ໜ້າ, ຄະນະບໍລິຫານງານພັກແຂວງຫົວພັນ ຈະສືບຕໍ່ສ້າງທຸກເງື່ອນໄຂ ເພື່ອຮັກສາສະຖຽນລະພາບ ທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຢ່າງໜັກແໜ້ນ, ສ້າງຄວາມສາມັກຄີປອງດອງ ແລະ ຍຸຕິທຳ ໃນສັງຄົມ, ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນຳພາ ຂອງຄະນະບໍລິຫານງານພັກແຂວງ ກໍຄືຄະນະພັກແຕ່ລະຂັ້ນ ຕິດພັນກັບການເສີມຂະຫຍາຍຜົນງານອັນພົ້ນເດັ່ນ ສ້າງຮາກຖານພັກ, ໜ່ວຍພັກໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສູ້ຊົນບຸກບືນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ດ້ວຍການນໍາໃຊ້ບາງມາດຕະການ ແລະ ສ້າງບັນດາປັດໄຈຕົວຈິງ ເພື່ອຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການ, ນໍາໃຊ້ທ່າແຮງບົ່ມຊ້ອນຂອງຂະແໜງການ ແລະ ທ້ອງຖິ່ນ ເຂົ້າໃນການພັດທະນາຕາມເງື່ອນໄຂສະພາບຕົວຈິງ, ຂະຫຍາຍໜໍ່ແໜງຕົວແບບດ້ານຕ່າງໆ, ຍົກສູງປະສິດທິພາບຂອງການຄຸ້ມຄ້ອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ແນໃສ່ເຮັດໃຫ້ກົງຈັກການຈັດຕັ້ງກະທັດຮັດ, ເຂັ້ມແຂງ, ຫຼຸດຜ່ອນຂັ້ນ-ຂອດບໍລິການ, ເຄື່ອນໄຫວເປັນລະບົບຮັດກຸມ, ໂປ່ງໃສ ແລະ ວ່ອງໄວ ແນໃສ່ສ້າງແຂວງຫົວພັນໃຫ້ມີການພັດທະນາດີຂຶ້ນ.

ກອງປະຊຸມຄັ້ງນີ້, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ເພັດ ພົມພິພັກ ກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ, ສະຫາຍ ພຸດພັນ ແກ້ວວົງໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫົວພັນ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກຳມະການພັກແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ຂ່າວ-ພາບ: ນິດຖະໜອມ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ