6 ເດືອນຕົ້ນປີ ຂະແໜງຄຸ້ມຄອງຊັບສິນແຫ່ງລັດແຂວງເຊກອງ ສາມາດປະຕິບັດໄດ້ລື່ນແຜນ 100.66%

6 ເດືອນຕົ້ນປີ ຂະແໜງຄຸ້ມຄອງຊັບສິນແຫ່ງລັດແຂວງເຊກອງ ສາມາດປະຕິບັດໄດ້ລື່ນແຜນ 100.66%

6 ເດືອນຕົ້ນປີ ຂະແໜງຄຸ້ມຄອງຊັບສິນແຫ່ງລັດແຂວງເຊກອງ ສາມາດປະຕິບັດໄດ້ລື່ນແຜນ 100.66%
6 ເດືອນຕົ້ນປີ 2025 ແຂວງເຊກອງ ສາມາດຈັດເກັບລາຍຮັບຄຸ້ມຄອງລາຍຈ່າຍ ເວົ້າສະເພາະການຈັດເກັບລາຍຮັບພົ້ນເດັ່ນແມ່ນຂະແໜງຄຸ້ມຄອງຊັບສິນແຫ່ງລັດ ສາມາດປະຕິບັດໄດ້ລື່ນແຜນ 100.66%.

 

 

 

ສະຫາຍ ສີໄຄ້ ລຽງສະຫວັດ ຮອງຫົວໜ້າພະແນກການເງິນແຂວງເຊກອງ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະຜ່ານມາ, ນັບແຕ່ກອງປະຊຸມໃຫຍ່ອົງຄະນະພັກແຂວງເຊກອງ ສະໄໝທີ X ແຂວງໄດ້ຈັດຕັ້ງປະຕິບັດຕິດພັນກັບຂະແໜງການເງິນໃນການຂຸດຄົ້ນລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານໃນທົ່ວແຂວງ ແລະ 4 ຕົວເມືອງ, ແຂວງເຊກອງເປັນແຂວງຂາດດຸ່ນ 80-90%, ແຕ່ມາຮອດປັດຈຸບັນ ການຂາດດຸ່ນງົບປະມານຂອງແຂວງນັບມື້ຫຼຸດລົງ ກາຍເປັນແຂວງກຸ້ມດຸ່ນ ແລະ ເກີນດຸ່ນ. ພິເສດໃນການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ 2025 ແຂວງເຊກອງໄດ້ຈັດເກັບລາຍຮັບຄຸ້ມຄອງລາຍຈ່າຍ ເວົ້າສະເພາະການຈັດເກັບລາຍຮັບພົ້ນເດັ່ນແມ່ນຂະແໜງຄຸ້ມຄອງຊັບສິນແຫ່ງລັດ ສາມາດປະຕິບັດໄດ້ລື່ນແຜນ 100.66%. ສະນັ້ນ, ຕະຫຼອດໄລຍະຜ່ານມາ, ການຈັດຕັ້ງປະຕິບັດລາຍຮັບແຂວງເຊກອງຕິດພັນກັບການຂຸດຄົ້ນລາຍຮັບທີ່ບົ່ມຊ້ອນຫຼາຍຢ່າງໄດ້ຫັນເຂົ້າສູ່ການຈັດຕັ້ງປະຕິບັດຄຸ້ມຄອງລາຍຈ່າຍ, ຫັນເຂົ້າສູ່ເຕັກໂນໂລຊີທີ່ທັນສະໄໝ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການຈັດເກັບລາຍຮັບມາຮອດປັດຈຸບັນໃກ້ຄຽງກັບຄວາມເປັນຈິງໃນການຈັດຕັ້ງປະຕິບັດສຳລັບແຂວງເຊກອງ.

ສະຫາຍ ສີໄຄ້ ລຽງສະຫວັດ ກ່າວເນັ້ນຕື່ມອີກວ່າ: ສຳລັບການພັດທະນາເສດຖະກິດ-ສັງຄົມຂອງແຂວງຄາດຄະເນວ່າໃນປີ 2027 ແຂວງເຊກອງຈະກຸ້ມດຸ່ນ ແລະ ເກີນດຸ່ນ ແຕ່ມາຮອດປັດຈຸບັນມະຕິຂອງກົມການເມືອງ ຕິດພັນກັບກະຊວງການເງິນມອບຖານລາຍຮັບໃຫ້ຂະແໜງການເງິນແຂວງໃນປີ 2025 ເປັນແຂວງກຸ້ມດຸ່ນ ແລະ ເກີນດຸ່ນ ຖືເປັນສິ່ງທ້າທາຍໃຫ້ພະແນກການເງິນແຂວງໃນການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍເພື່ອຫັນເຂົ້າສູ່ລະບຽບຫຼັກການ. ຄຽງຄູ່ກັບການກວດກາ, ຕ້ານການຟຸ່ມເຟືອຍ, ປະຢັດມັດ ທະຍັດເຮັດໃຫ້ແຂວງເຊກອງນໍາໃຊ້ທຸກເມັດເງິນໃຫ້ມີປະໂຫຍດເພື່ອສັງຄົມ. ສະນັ້ນ, ໃນປີ 2026-2030 ແຜນໃນການຈັດເກັບລາຍຮັບຄາດຄະເນວ່າຈະຢູ່ໃນ 3,500 ຕື້ກວ່າກີບ ແລະ ລາຍຈ່າຍຄາດຄະເນຈະບັນລຸ 2,553 ຕື້ກວ່າກີບ, ເຖິງຢ່າງໃດກໍຕາມໃນການຈັດຕັ້ງປະຕິບັດຄາດຄະເນວ່າສຳລັບປີ 2028 ເມືອງດາກຈຶງຈະເປັນເມືອງກຸ້ມດຸ່ນ, ປີ 2029 ຄາດວ່າເມືອງກະລຶມຈະເປັນເມືອງກຸ້ມດຸ່ນ. ໃນໄລຍະຜ່ານມາເມືອງລະມາມ ແລະ ເມືອງທ່າແຕງເປັນເມືອງເສດຖະກິດ ແຕ່ມາຮອດປັດຈຸບັນເມືອງພູດອຍໄດ້ກາຍເປັນເມືອງເສດຖະກິດພົ້ນເດັ່ນຂອງແຂວງ ຕະຫຼອດໄລຍະສະໄໝທີ X (2021-2025) ນີ້ ເຫັນວ່າການຈັດເກັບລາຍຮັບໄດ້ລື່ນແຜນໃນແຕ່ລະປີເປັນກ້າວໆ. ຕິດພັນກັບການຈັດຕັ້ງປະຕິບັດຖານລາຍຮັບທີ່ບົ່ມຊ້ອນບາງອັນ ຈະຕ້ອງໄດ້ສູ້ຊົນປະຕິບັດເພື່ອໃຫ້ແຂວງເຊກອງມີຄວາມເຂັ້ມແຂງຫຼຸດພົ້ນຈາກຄວາມດ້ອຍພັດທະນາໃນປີ 2026-2030.

ຂ່າວ: ພູວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ