ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ

69 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວັນສ້າງຕັ້ງສະຫະພັນກໍາມະບານລາວ

69 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງວັນສ້າງຕັ້ງສະຫະພັນກໍາມະບານລາວ
ເພື່ອເປັນການຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 69 ປີ (1 ກຸມພາ 1956 -1 ກຸມພາ 2025) ແລະ ຜົນງານຂອງສະຫະພັນກຳມະບານແຂວງອັດຕະປືໂດຍຫຍໍ້ໃນໄລຍະຜ່ານມາ.

ທ່ານ ນາງ ບັນທະໄລ ແກ້ວມະນີວົງ ກຳມະການພັກແຂວງ, ຄະນະບໍລິຫານງານສູນສະຫະພັນກຳມະບານລາວ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງອັດຕະປື ໄດ້ໃຫ້ສໍາພາດຕໍ່ນັກທ້ອງຖິນໃນວັນທີ 27 ມັງກອນຜ່ານມານີ້ວ່າ: ວັນທີ 1 ກຸມພາ 1956 ສູນກາງພັກໄດ້ຕົກລົງສ້າງຕັ້ງສະຫະພັນກຳມະບານລາວ ຊຶ່ງເປັນເຫດການທາງດ້ານການເມືອງສຳຄັນຂອງຊົນຊັ້ນກຳມະກອນ-ຊາວຜູ້ອອກແຮງລາວບັນດາເຜົ່າ, ພວກເຮົາພ້ອມກັນທົບທວນຄືນມູນເຊື້ອຕໍ່ສູ້ອັນນຢຶດເຢື້ອຍາວນານຂອງຊົນຊັ້ນກຳມະກອນເພື່ອຍາດເອົາເອກະລາດ, ສິດເສລີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນເຕັມໄປດ້ວຍການເສຍສະຫຼະຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ ເພື່ອຫວນຄືນມູນເຊື້ອແຫ່ງການກຳເນີດຂອງສະຫະພັນກຳມະບານລາວກໍຍ້ອນຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ຖືກກົດຂີ່ຂູດຮີດເປັນຂ້ອຍຂ້າຮັບໃຊ້ຊົນຊັ້ນນາຍທຶນເປັນຜູ້ຮັບຈ້າງເຮັດວຽກ 14-16 ຊົ່ວໂມງຕໍ່ມື້, ອອກແຮງງານຫຼາຍແຕ່ຄ່າຕອບແທນໜ້ອຍ, ຖືກທູບຕີທໍລະມານຢ່າງໂຫດຮ້າຍຢ່າງປ່າເຖື່ອນຈາກພວກນາຍທຶນ, ຊີວິດການເປັນຢູ່ຂອງກຳມະກອນ ແລະ ຊາວຜູ້ອອກແຮງງານອຶດຢາກ, ບໍ່ໄດ້ຮັບຄວາມເປັນທຳ, ຂາດເສລີ ພາບທາງດ້ານການເມືອງ ແລະ ກົດໜາຍ, ບໍ່ໄດ້ຮັບການດູແລສະຫວັດດີການ, ການສຶກສາ ແລະ ອື່ນໆເຫດການດັ່ງກ່າວຈຶ່ງສ້າງຄວາມເຈັບແຄ້ນທີ່ສຸດສຳລັບຄົນລາວທຸກຄົນ.

ໂດຍສຶບທອດມູນເຊື້ອຮັກຊາດອັນແຮງກ້າ, ເດັດຂາດບໍ່ຍອມຈຳນົນຂອງບັນພະບຸລຸດລາວ, ຍ້ອນທົນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນຂອງພວກສັກດີນາປະຕິການ, ກຳມະກອນ ແລະ ຊາວຜູ້ອອກແຮງງານບັນ ດາເຜົ່າຈຶ່ງລຸກຂຶ້ນຕໍ່ສູ້ໂດຍພາຍໃຕ້ການນຳພາຂອງພັກ, ຂະບວນການຕໍ່ສູ້ກຳມະກອນຢູ່ບໍ່ກົ່ວໂພນຕິ້ວ, ກຳມະກອນໄຟຟ້າວຽງຈັນ, ກຳມະກອນແລ່ນເຮືອຈັກຈຳປາສັກ, ກຳມະກອນສ້າງທາງເລກ 9 ແລະ ພາກສ່ວນອື່ນໆຢ່າງກ້ວາງຂວາງໃນທົ່ວປະເທດ.

ການເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກຳມະບານລາວໂດຍພາຍໃຕ້ການນຳພາ-ຊີ້ນຳຂອງພັກປະຊາຊົນລາວ. ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງສະຫະພັນກຳມະບານລາວຢ່າງເປັນທາງການນັບແຕ່ປີ 1983-2020 ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນກໍາມະບານທັງໜົດ 8 ຄັ້ງ, ແຕ່ລະຄັ້ງກໍມີແຜນງານ, ໂຄງການໄລຍະ 5 ປີ, ຈາກສະມາຊິກກຳມະບານທົ່ວປະເທດ 5,000 ກ່ວາຄົນ, ກຳມະບານຮາກຖານ 1,424 ຮາກຖານ, ມາຮອດຄັ້ງທີ 8 ມີສະມາຊິກກໍາມະບານທົ່ວປະເທດ 227,718 ຄົນ, ຄຽງຄູ່ການເຕີບໃຫ່ຍຂອງສະມາຊິກກຳມະບານແຂວງອັດຕະປືເລີ່ມແຕ່ມື້ສ້າງຕັ້ງປີ 1983-2025 ກອງປະຊຸມໃຫຍ່ໄດ້ເປີດຂຶ້ນ 6 ຄັ້ງ, ປັດຈຸບັນມີ 1 ສະຫະພັນກໍາມະບານແຂວງ, 5 ສະຫະພັນກຳມະບານເມືອງ, 4 ສະຫະພັນກໍາມະບານຂະແໜງການ, ມີ 230 ຮາກຖານທົ່ວແຂວງ, ມີສະ ມາຊິກກຳມະບານທົ່ວແຂວງ 6,000 ກວ່າຄົນ, ຕະຫຼອດໄລຍະຜ່ານມາຄະນະນຳສະຫະພັນກຳມະບານແຕ່ລະຂັ້ນໄດ້ເຮັດພາລະບົດບາດ, ສິດ ແລະ ໜ້າທີ່ໃນນາມອົງການຈັດຕັ້ງກຳມະບານເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ ກຳມະກອນ ແລະ ຊາວຜູ້ອອກແຮງງານອື່ນຢ່າງຕັ້ງໜ້າ.

(ໂດຍ: ເພັດທະນົງສອນ ໄຊຍະແສງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ