70 ປີ ພັກເຮົາມີຄວາມສະຫຼາດສ່ອງໃສ ໃນການປັບປ່ຽນນະໂຍບາຍ ໂດຍ:ສໍານານ ພົມພັກດິ

70 ປີ ພັກເຮົາມີຄວາມສະຫຼາດສ່ອງໃສ ໃນການປັບປ່ຽນນະໂຍບາຍ ໂດຍ:ສໍານານ ພົມພັກດິ

70 ປີ ພັກເຮົາມີຄວາມສະຫຼາດສ່ອງໃສ ໃນການປັບປ່ຽນນະໂຍບາຍ ໂດຍ:ສໍານານ ພົມພັກດິ
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກປປລາວ) ຄົບຮອບ 70 ປີ (22/3/1955-22/3/2025),ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງການຕ່າງປະເທດ

ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 19 ມີນາຜ່ານມາທີ່ກະຊວງການຕ່າງປະເທດວ່າ:ພາຍໃຕ້ການນໍາພາຂອງພັກ ປປ ລາວ ຕະຫຼອດໄລຍະ 70 ປີ ຜ່ານມາ, ພັກເຮົາມີຄວາມສະຫຼາດສ່ອງໃສ ໃນການປັບປ່ຽນນະໂຍບາຍ ໃຫ້ແທດເໝາະກັບສະພາບການຕົວຈິງ, ພັກຍັງເປັນແກນນໍາທີ່ມີຄວາມເຂັ້ມແຂງ, ໜັກແໜ້ນ ເປັນເຈົ້າການນໍາພາປະເທດຊາດ ເຮັດວຽກງານການຕ່າງປະເທດ ແລະ ສາມາດເຂົ້າຮ່ວມກັບທ່າອ່ຽງລວມຂອງຍຸກສະໄໝ, ເປັນເຈົ້າການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ຍົກໃຫ້ເຫັນ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງພັກ ກໍຄື ມູນເຊື້ອແຫ່ງການຕໍ່ສູ້ປົດປ່ອຍປະເທດຊາດ ຂອງນັກຮົບປະຕິວັດ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກ ປປ ລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ຈົນຮອດປັດຈຸບັນ. ພ້ອມນີ້, ຍົກໃຫ້ເຫັນ ການນໍາພາຂອງພັກ ຕໍ່ວຽກງານການຕ່າງປະເທດໃນໄລຍະຜ່ານມາ ຊຶ່ງຕະຫຼອດໄລຍະ 70 ປີ ຜ່ານມາ, ການເຄື່ອນໄຫວວຽກງານການຕ່າງປະເທດ ແມ່ນໄດ້ຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ ເຂົ້າໃນການເຄື່ອນໄຫວໃນແຕ່ລະໄລຍະ ຢ່າງແທດເໝາະກັບສະພາບຄວາມເປັນຈິງ,ນັບແຕ່ມື້ສ້າງຕັ້ງ ພັກ ປປ ລາວ ເປັນຕົ້ນມາ ໄດ້ກຳນົດວຽກງານການຕ່າງປະເທດ ເປັນວຽກງານໜຶ່ງທີ່ສຳຄັນໃນການເຄື່ອນໄຫວຂອງພັກ, ໄດ້ຫັນເປັນອັນລະອຽດວຽກງານການຕ່າງປະເທດ ໃນແຕ່ລະໄລຍະ ແມ່ນມີຄວາມແຕກຕ່າງກັນ ຊຶ່ງໃນສະໄໝຕໍ່ສູ້ກູ້ຊາດ ຂະແໜງການຕ່າງປະເທດ ໄດ້ສຸມໃສ່ຮັກສາການພົວພັນທີ່ດີກັບບັນດາປະເທດ, ຍາດແຍ່ງເອົາການສະໜັບສະໜູນກັບບັນດາປະຊາຄົມຂອງໂລກ ຜູ້ຮັກຫອມສັນຕິພາບ ເພື່ອສະໜັບສະໜູນ ການຕໍ່ສູ້ອັນເປັນທຳຂອງປະຊາຊົນລາວ. ໃນໄລຍະຫຼັງການປົດປ່ອຍປະເທດຊາດ ແຕ່ປີ 1975 -1982 ພັກໄດ້ປະຕິບັດນະໂຍບາຍ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ບໍ່ຮ່ວມກຸ່ມ, ການທີ່ພັກເຮົາກໍານົດນະໂຍບາຍບໍ່ຮ່ວມກຸ່ມນັ້ນ ສະແດງໃຫ້ເຫັນທາງດ້ານຍຸດທະສາດ ກໍຄື ຍຸດໂທບາຍຂອງລາວ ເພື່ອແນໃສ່ຮັກສາສາຍພົວພັນສາມັກຄີກັບຂະບວນການບໍ່ຮ່ວມກຸ່ມ, ຊຶ່ງເປັນກຸ່ມປະເທດທີ່ກ້າວໜ້າໃນໂລກ, ມີເປົ້າໝາຍຕ້ານຈັກກະພັດ ແລະ ລັດທິລ່າເມືອງຂຶ້ນ. ໄລຍະແຕ່ປີ 1982-1986 ພັກໄດ້ອອກນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ສັງຄົມນິຍົມ. ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີIV ປີ 1986 ເປັນຕົ້ນມາ ພັກ ປປ ລາວ ໄດ້ຢຶດໝັ້ນໃນແນວທາງການຕ່າງປະເທດ ອັນສະເໝີຕົ້ນສະເໝີປາຍ ຄື: ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື ຈົນມາຮອດປັດຈຸບັນ. ທັງນີ້, ສະແດງເຖິງນະໂຍບາຍ ທີ່ໄດ້ກຳນົດໃນແຕ່ລະໄລຍະ ໂດຍສອດຄ່ອງກັບສະພາບຄວາມເປັນຈິງ ໃນພາກພື້ນ ແລະ ສາກົນ.

ສະຫາຍ ທອງສະຫວັນ ພົມວິຫານກ່າວຕື່ມວ່າ:ຕະຫຼອດໄລຍະ 70 ປີ ຜ່ານມາພາຍໃຕ້ການນຳພາຂອງພັກ ປປ ລາວ ເຮັດໃຫ້ວຽກງານການຕ່າງປະເທດມີຜົນສຳເລັດອັນພົ້ນເດັ່ນ ໃນຫຼາຍດ້ານ ເປັນຕົ້ນດ້ານວຽກງານການທູດ ໄດ້ເປີດກວ້າງການພົວພັນກັບຕ່າງປະເທດແບບຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບການ ເປີດກວ້າງເປັນແຕ່ລະບາດກ້າວຢ່າງເໝາະສົມ ຕາມເງື່ອນໄຂ ແລະ ຄວາມສາມາດຕົວຈິງ; ເອົາການພົວພັນດ້ານການເມືອງ, ການທູດ ຕິດພັນກັບການພົວພັນດ້ານເສດຖະກິດ, ປະຕິບັດນະໂຍບາຍການທູດເສດຖະກິດ, ການນທູດປ້ອງກັນເຫດ, ການທູດປະຊາຊົນ ຢ່າງເປີດກວ້າງ ນັບແຕ່ຂັ້ນສູນກາງ ລົງເຖິງ ທ້ອງຖິ່ນ, ມາຮອດປັດຈຸບັນ ສປປ ລາວ ມີການພົວພັນທາງການທູດ ກັບ 151 ປະເທດ ແລະ ມີສໍານັກງານຕັ້ງຢູ່ຕ່າງປະເທດ 40 ກວ່າແຫ່ງ. ອັນພົ້ນເດັ່ນ ໃນຂົງເຂດພາກພືຶ້ນ ສປປ ລາວ ໄດ້ເຂົ້າເປັນສະມາຊິກອາຊຽນ ແລະ ໄດ້ເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນມາແລ້ວ 3 ຄັ້ງ. ນອກຈາກນັ້ນ, ໃນຂົງເຂດເສດຖະກິດ-ການຄ້າ-ການລົງທຶນ ຂະແໜງການຕ່າງປະເທດ ກໍໄດ້ປະກອບສ່ວນ ໃນການສ້າງເງື່ອນໄຂໂຄສະນາເຜີຍແຜ່ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະ ອື່ນໆ.

ໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ຕາງໜ້າໃຫ້ຄະນະພັກ ແລະ ສະມາຊິກພັກ-ພະນັກງານ ກະຊວງການຕ່າງປະເທດ ທຸກສະຫາຍ ສະແດງຄວາມຊົມເຊີຍ, ຍ້ອງຍໍສັນລະເສີນ ຕໍ່ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຢ່າງຮອບດ້ານ ຂອງບັນດາການນໍາພັກ ຕະຫຼອດໄລຍະເວລາ 70 ປີ. ພ້ອມທັງ ສະແດງຄວາມຮູ້ບຸນຄຸນ ຕໍ່ການເສຍສະຫຼະເລືອດເນື້ອ, ເຫື່ອແຮງ ແລະ ສະຕິປັນຍາ ຂອງບັນດາການນໍາພັກແຕ່ລະຮຸ່ນ ຕໍ່ການນໍາພາການປະຕິວັດລາວ ຈົນສາມາດເຕົ້າໂຮມຄວາມສາມັກຄີຊາດ-ຍາດໄດ້ທຸກໄຊຊະນະ ພ້ອມທັງການສ້າງສາພັດທະນາປະເທດຊາດ ປະສົບຜົນສໍາເລັດຍິ່ງໃຫຍ່. ພ້ອມທັງ ອວຍພອນໃຫ້ການນໍາພັກ-ລັດ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສໍາເລັດໃນໜ້າທີ່ການເມືອງ ອັນມີກຽດສະຫງ່າ ແລະ ສືບຕໍ່ໃຫ້ທິດຊີ້ນໍາ ແກ່ບັນດາສະມາຊິກພັກທົ່ວປະເທດ ນໍາເອົາຜົນສໍາເລັດອັນໃຫຍ່ຫຼວງ ແລະ ສະຫງ່າງາມມາໃຫ້ປະເທດຊາດ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ຮັບຮອງຫຼັກການວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອົງການກວດສອບແຫ່ງລັດ

ກອງປະຊຸມຮັບຮອງດ້ານຫຼັກການ ວິໄສທັດ ຮອດປີ 2035, ຍຸດທະສາດການພັດທະນາ ຮອດປີ 2030 ແລະ ແຜນພັດທະນາອົງການກວດສອບແຫ່ງລັດ ຮອດປີ 2026 ໄດ້ຈັດຂັ້ນໃນວັນທີ 7 ພະຈິກນີ້, ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນເລີດ ເທບວົງສາ ຮອງປະທານອົງການກວດສອບແຫ່ງລັດ ,ທ່ານ ໂທມັດສ ລາມມາຣ໌ ອຸປະທູດ ປະເທດລຸກຊໍາບວກ, ທ່ານ ໂຣເບີດ ເດິ ວາຮາ ຜູ້ຕາງໜ້າປະຈໍາການຫ້ອງການອາຊີ-ວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ກະຊວງການຕ່າງປະເທດ ປິດຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ V

ໃນຕອນແລງ ວັນທີ 6 ພະຈິກ 2025 ທີ່ ກະຊວງການຕ່າງປະເທດໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາຄັ້ງທີ Vໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ພົງສະຫວັນ ສີສຸລາດ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີຜູ້ຕາງໜ້າຈາກຄະນະກວດກາສູນກາງພັກ, ອົງການກວດສອບແຫ່ງລັດ, ອົງການໄອຍະການປະຊາຊົນສຸງສຸດ, ຫົວໜ້າກົມ, ຮອງກົມ ແລະ ຜູ້ຕາງໜ້າຈາກບັນດາກົມ ຂອງກະຊວງການຕ່າງປະເທດ ແລະ ນັກສໍາມະນາກອນ ເຂົ້າຮ່ວມ
ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ຄະນະຜູ້ແທນກອງປະຊຸມສໍາມະນາ ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ

ໂອກາດຈັດກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ມູນເຊື້ອວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ທີ່ແຂວງສະຫວັນນະເຂດ ເປັນຈຸດທີ 2 ພາຍຫຼັງຈັດຢູ່ນະຄອນຫຼວງວຽງຈັນ; ຄະນະຜູ້ແທນກອງປະຊຸມໄດ້ເຂົ້າວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ສະຫວັນນະເຂດ ປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດ 57/ລບ ປະຈຳປີ 2025

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງສະຫວັນນະເຂດ ຈັດພິທີມອບ-ຮັບນະໂຍບາຍຕໍ່ຜູ້ມີຜົນງານຕາມດຳລັດເລກທີ 57/ລບ ປະຈຳປີ 2025 ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ຫ້ອງປະຊຸມພະແນກການດັ່ງກ່າວ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ທັງເປັນປະທານຄະນະກຳມະການດຳລັດ 57/ລບ ຂັ້ນແຂວງ.
ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ການນໍາຂັ້ນສູງ ຕິດຕາມ ຊົມການຝຶກຊ້ອມໃຫຍ່ການສວນສະໜາມ ກ້ອນກໍາລັງ ປກຊ- ປກສ

ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ພົອ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານ ປກຊ-ປກສ, ທ່ານ ພົທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົທ ຄໍາກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ຄະນະນໍາກະຊວງ, ກົມໃຫຍ່, ຫ້ອງວ່າການ, ອະນຸກໍາມະການ, ຄະນະຄູຝຶກ ໄດ້ເຄື່ອນໄຫວຕິດຕາມ ແລະ ຊົມການສະແດງ ການຝຶກຊ້ອມສວນສະໜາມຂອງກ້ອນກໍາລັງສວນສະໜາມ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ທີ່ປະສານສົມທົບຮ່ວມການຝຶກຊ້ອມໃຫ່ຍ ຢູ່ວິທະຍາຄານນາຍທະຫານບົກກົມມະດໍາ ໃນວັນທີ 6 ພະຈິກ 2025.
ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພຶ່ອສໍາຫຼວດອອກແບບໂຄງການຟື້ນຟູ ແລະ ບູລະນະເສັ້ນທາງຫຼວງແຫ່ງຊາດເລກ 21 ໄລຍະທີ 2 ເລີ່ມແຕ່ຕີນພູແດນເມືອງ ບ້ານໂພນມຸງຄຸນ ເມືອງບໍລິຄັນ ຫາ ບ້ານທ່າສີ ເລີ່ມແຕ່ ກິໂລແມັດທີ (ກມ) 25+000 ຫາ ກມ 81+000 ເມືອງບໍລິຄັນ ແຂວງບໍລິຄໍາໄຊ ລວງຍາວ 56 ກມ ແລະ ເສັ້ນທາງຫຼວງແຫ່ງຊາດ ເລກ 1D ແຕ່ 3 ແຍກທາງເລກທີ 21 ບ້ານທ່າສີ ຫາ ຊາຍແດນແຂວງໄຊສົມບູນ (ເລີ່ມແຕ່ ກມ 145+000 ຫາ ກມ 146+100) ລວງຍາວ 1,10 ກມ ເພື່ອສຶກສາ ສໍາຫຼວດ-ອອກແບບ ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫຼວງແຫ່ງຊາດ ເລກທີ 21 ຊ່ວງທີ 2 ແລະ ທາງເລກ 1D ລະຫວ່າງອົງການປົກຄອງແຂວງບໍລິຄໍາໄຊ, ຕາງໜ້າໂດຍ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ແລະ ບໍລິສັດ ພີເອັສແອວ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດ AVIC-INTL Project Engineering Company ໄດ້ຈັດຂຶ້ນໃນວັນທີ 5 ພະຈິກ 2025 ທີ່ຫ້ອງປະຊຸມ ໂຮງແຮມສຸນັນທາ ເມືອງປາກຊັນ ໂດຍໃຫ້ກຽດເຂົ້າຮ່ວມພິທີຂອງ ທ່ານ ບຸນລ້ຽງ ດວງສະເພົາທອງ ຄະນະປະຈຳພັກແຂວງ ຫົວໜ້າພະແນກການເງິນແຂວງ, ບໍລິສັດ, ມີຕາງໜ້າການນໍາຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ຊາວກະສິກອນທົ່ວເມືອງຄົງເຊໂດນ ເກັບກ່ຽວເຂົ້ານາປີສຳເລັດ 85%

ການເກັບກ່ຽວມຽ້ນມັດເຂົ້ານາປີຂອງຊາວກະສິກອນ ເມືອງຄົງເຊໂດນ ແຂວງສາລະວັນ ມາຮອດປັດຈຸບັນສຳເລັດແລ້ວ 85%, ທ່ານ ບົວສອນ ຈັນດາວົງ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຄົງເຊໂດນ ໄດ້ລາຍງານໃຫ້ຮູ້ວ່າ: ໃນທົ່ວເມືອງ ມີເນື້ອທີ່ທັງໝົດ 16,854 ເຮັກຕາ, ເນື້ອທີ່ສາມາດເກັບກ່ຽວໄດ້ຕົວຈິງ 12,456 ເຮັກຕາ, ຜົນຜະລິດສະເລ່ຍໄດ້ 3,7 ໂຕນຕໍ່ເຮັກຕາ, ທຽບໃສ່ປີຜ່ານມາ ແມ່ນຫຼຸດຄາດໝາຍ ເນື່ອງຈາກມີຫຼາຍສາເຫດ ເປັນຕົ້ນ: ເກີດໄພພິບັດນໍ້າຖ້ວມ ໃນໄລຍະເຂົ້າທີ່ກຳລັງເຕີບ, ໄລຍະເກັບກ່ຽວ. ນອກຈາກນັ້ນ, ຍັງມີສັດຕູພືດແມງໄມ້ທໍາລາຍ.
ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ເປີດຊຸດຝຶກອົບຮົມ ການເຜີຍແຜ່ວຽກງານປົກປັກຮັກສາປ່າໄມ້

ການຝຶກອົບຮົມວຽກງານປົກປັກຮັກສາປ່າໄມ້ ແລະ ສິ່ງແວດລ້ອມ ພາຍໃຕ້ໂຄງການ ພູມີທັດ ແລະ ຊີວິດການເປັນຢູ່ໃນ ສປປ ລາວ ຫຼື LLL ພາຍໃຕ້ການຄຸ້ມຄອງຂອງກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ວິທະຍຸກະຈາຍສຽງແຫ່ງຊາດລາວ
ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ງານບຸນນະມັດສະການພະທາດຫຼວງວຽງຈັນປີນີ້ ມວນຊົນຮ່ວມຮັກສາໄດ້ຮີດຄອງປະເພນີ

ເພື່ອໃຫ້ໝົດທຸກຊັ້ນຄົນພາຍໃນຊາດໄດ້ຮັບຮູ້ ແລະ ມີຄວາມເອກອ້າງທະນົງໃຈໃນຄວາມເປັນຊາດລາວ ຊຶ່ງສະແດງອອໃນການນຸ່ງຖືທີ່ມີເອກະລັກຮັກສາໄດ້ວັດທະນະທໍາຂອງຊາດ ທັງເປັນການສືບຕໍ່ອະນຸລັກປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທໍາອັນຍອດຍິ່ງໃຫ້ຄົງຢູ່ຄູ່ຄົນລາວ, ຊາດລາວ, ຊາວນະຄອນຫຼວງວຽງຈັນ ກໍຄືຊາວພຸດຕະຫຼອດໄປ.
ເພີ່ມເຕີມ