70 ປີ ສະຫະພັນກໍາມະບານລາວ ມີຜົນງານພົ້ນເດັ່ນຫຼາຍດ້ານ

70 ປີ ສະຫະພັນກໍາມະບານລາວ ມີຜົນງານພົ້ນເດັ່ນຫຼາຍດ້ານ

70 ປີ ສະຫະພັນກໍາມະບານລາວ ມີຜົນງານພົ້ນເດັ່ນຫຼາຍດ້ານ
ເນື່ອງໃນໂອກາດວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1/2/1956-1/2/2026) ຕະ ຫຼອດໄລຍະ 70 ປີຜ່ານມາ ສະຫະພັນກຳມະບານລາວໄດ້ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ພັກໄດ້ມອບໝາຍໃຫ້ ໂດຍໄດ້ກຳນົດໄວ້ໃນໂຄງການດຳເນີນງານດ້ວຍການສ້າງ ແລະ ປັບປຸງກົດໝາຍວ່າດ້ວຍກຳມະບານລາວ, ປັບປຸງກົດລະບຽບແຕ່ລະໄລຍະ, ປັບປຸງກົງຈັກການຈັດຕັ້ງ, ໂຄງປະກອບບຸກຄະລາກອນ, ແບບ ແຜນວິທີເຮັດວຽກ, ການຂະຫຍາຍການຈັດຕັ້ງ ແລະ ສະມາຊິກກຳມະບານຢູ່ໃນແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງກັບຄວາມເປັນຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ຊຶ່ງສະແດງອອກດັ່ງນີ້:

 

70 ປ ສະຫະພນກາມະບານລາວ ມຜນງານພນເດນຫາຍດານ - image 1
 

 

ໜຶ່ງ, ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງຂອງພັກເຂົ້າສູ່ວຽກງານຕົວຈິງ ໂດຍຖືເອົາການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານ ແລະ ມະຫາຊົນເປັນບັນຫາທີ່ສຳຄັນແມ່ນວຽກງານແຖວໜ້າ; ໂດຍເນັ້ນໃສ່ການໂຄສະນາສຶກສາອົບຮົມ, ປຸກລະດົມຂົນຂວາຍ, ປູກຈິດສຳນຶກກ່ຽວກັບສະຕິຮັກຊາດ, ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດໝາຍ, ລະບຽບການຂອງລັດ ເປັນຕົ້ນ ໂຄສະນາຜ່ານສື່ຕ່າງໆ ຂອງສະ ຫະພັນກຳມະບານລາວ ແລະ ຂອງພາກສ່ວນອື່ນ ຊຶ່ງໄດ້ເຮັດໃຫ້ບົດບາດຂອງສະຫະພັນກຳມະບານລາວນັບມື້ສູງເດັ່ນຂຶ້ນທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະດ້ານການເມືອງແນວຄິດ, ດ້ານການຈັດຕັ້ງ, ດ້ານແບບ ແຜນວິທີການນຳພາ, ດ້ານການຕິດຕາມ, ກວດກາ, ການຄຸ້ມຄອງ, ການກໍ່ສ້າງ-ບໍາລຸງພະນັກງານ, ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ.

ສອງ, ຄົ້ນຄວ້າທິດສະດີ ແລະ ພຶດຕິກຳກ່ຽວກັບວຽກງານກຳມະບານ, ພາລະກໍາປະຫວັດສາດຂອງຊົນຊັ້ນກຳມະກອນລາວ, ຈັດກອງປະຊຸມສຳມະນາວິທະຍາສາດ ແລະ ຂຽນບົດວິທະຍາສາດແນວຄິດໄກສອນ ພົມວິຫານ ກ່ຽວກັບວຽກງານກໍາມະບານ, ຜັນຂະຫຍາຍຍຸດທະສາດການປົກປ້ອງສັງຄົມແຫ່ງຊາດ ມາເປັນຍຸດທະສາດໃນການປົກປ້ອງທາງສັງຄົມຂອງສະຫະພັນກຳມະບານລາວ, ກົດໝາຍວ່າດ້ວຍກຳມະບານລາວ, ກົດລະບຽບຂອງສະຫະພັນກຳມະບານລາວ, ຄຳແນະນໍາວ່າດ້ວຍສອງວາລະແຫ່ງຊາດ, ຄຳແນະນໍາວ່າການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນຂົງເຂດວຽກງານກຳມະບານ, ເນື້ອໃນໂຄສະນາປາຖະກະຖາ; ຂໍ້ກຳນົດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນກຳມະບານແຕ່ລະຂັ້ນ, ສ້າງຄູ່ມືໃນການຝຶກອົບຮົມທິດສະດີກຳມະບານຢູ່ໃນຫົວໜ່ວຍແຮງງານທັງພາກລັດ ແລະ ເອກະຊົນ.

ສາມ, ປັບປຸງການຈັດຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຊຶ່ງປະກອບມີຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ 61 ສະຫາຍ ຍິງ 20 ສະຫາຍ, ມີຄະນະປະທານ 4 ສະຫາຍ, ມີ 34 ສະຫະພັນກຳມະບານກະ ຊວງ ແລະ ອົງການ; 17 ສະຫະພັນກຳມະບານແຂວງ, 1 ນະຄອນຫຼວງ. ໃນນັ້ນ, ມີ 214 ສະຫະພັນກໍາມະບານ ທີ່ຂຶ້ນກັບສະຫະພັນກໍາມະບານກະຊວງ, ນະຄອນຫຼວງ ແລະ ແຂວງມີ 148 ສະຫະພັນກໍາມະບານນະ ຄອນ, ເມືອງ; ມີສະມາຊິກກຳມະບານທັງໝົດ 211,092 ສະຫາຍ ຍິງ 99,531 ສະຫາຍ, ມີຮາກຖານທັງໝົດ 7,716, ມີພະນັກງານກຳມະບານອາຊີບທັງໝົດ 1,626 ສະຫາຍ ຍິງ 681 ສະຫາຍ, ເອົາໃຈໃສ່ກໍ່ສ້າງ-ບຳລຸງພະນັກງານກຳມະບານ ເປັນຕົ້ນຍົກລະດັບດ້ານທິດສະດີການເມືອງ-ການປົກຄອງ, ທິດສະດີກຳມະບານໄລຍະສັ້ນ, ຝຶກອົບຮົມວິຊາຊີບ, ພັດທະນາສີມືແຮງງານ, ວຽກງານວິຊາສະເພາະໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານລາວທັງພາຍໃນ ແລະ ຕ່າງປະເທດ.

ສີ່, ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ເອົາໃຈໃສ່ເຮັດວຽກງານປົກປ້ອງແຮງງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ດ້ວຍການສະເໜີໃຫ້ຄະນະກໍາມະການແຮງງານແຫ່ງຊາດ ໄດ້ມີການປັບປຸງເພີ່ມຄ່າແຮງງານຂັ້ນຕໍ່າສຸດໃຫ້ຜູ້ອອກແຮງງານໄດ້ 5 ຄັ້ງ, ໂດຍເລີ່ມຈາກ 900,000 ກີບມາເປັນ 1,600,000 ກີບ/ຄົນ/ເດືອນ ແລະ ໄດ້ເພີ່ມເງິນອຸດໜູນຄ່າຄອງຊີບໃຫ້ຜູ້ອອກແຮງງານຈໍານວນ 900,000 ກີບ ລວມຄ່າແຮງງານ ຫຼື ເງິນເດືອນເປັນ 2,500,000 ກີບ/ຄົນ/ເດືອນ ແລະ ໄດ້ຄົ້ນຄວ້າ, ນໍາສະເໜີລັດຖະບານພິຈາລະນາເພີ່ມເງິນ ເດືອນ ແລະ ສະຫວັດດີການໃຫ້ພະນັກງານ-ລັດຖະກອນພາກລັດ ໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ; ສະຫະພັນກໍາມະບານລາວແຕ່ລະຂັ້ນໄດ້ເປັນເຈົ້າການຕິດຕາມ, ເກັບກໍາຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ອອກແຮງງານໃນລະບົບ, ນອກລະບົບ ແລະ ແຮງງານເຄື່ອນຍ້າຍກັບຄືນປະເທດ; ຮັບຄໍາຮ້ອງທຸກ ແລະ ໃຫ້ຄຳປຶກ ສາຜູ້ອອກແຮງງານ ແກ້ໄຂຂໍ້ຂັດແຍ່ງທາງດ້ານແຮງງານ ສາມາດທວງເງິນຄືນໄດ້ທັງໝົດ 59,462,386,756 ກີບ; ຊຸກຍູ້ໃຫ້ຫົວໜ່ວຍແຮງງານເຮັດສັນຍາແຮງງານບຸກຄົນ, ສ້າງສັນຍາແຮງງານລວມໝູ່ໃນຫົວໜ່ວຍແຮງງານ, ຊຸກຍູ້ໃຫ້ຜູ້ໃຊ້ແຮງງານນໍາເອົາຜູ້ອອກແຮງງານເຂົ້າປະກັນສັງຄົມ ແລະ ສ້າງຕັ້ງກຸ່ມແຮງງານນອກລະບົບຂອບເຂດທົ່ວປະເທດໄດ້ 165 ກຸ່ມ; ປັບປຸງເບີສາຍດ່ວນຈາກເບີ 8 ໂຕເລກ ມາເປັນເບີ 4 ໂຕເລກ (1512) ເພື່ອ ໃຫ້ຄໍາປຶກສາຜູ້ອອກແຮງງານ, ຂະຫຍາຍສູນໃຫ້ຄໍາປຶກສາ ແລະ ຊ່ວຍເຫຼືອແຮງງານເຄື່ອນຍ້າຍ (MRC); ພ້ອມທັງຊຸກຍູ້ໃຫ້ສ້າງຕັ້ງຄະນະກຳມະການຄວາມປອດໄພ ແລະ ສຸຂະພາບແຮງງານປະຈຳຢູ່ຫົວໜ່ວຍແຮງງານ, ກວດສຸຂະ ພາບປະຈຳປີ, ເກັບກຳການເກີດອຸບັດເຫດແຮງງານ ແລະ ພະຍາດອາຊີບຢູ່ຫົວໜ່ວຍແຮງງານ;

ຫ້າ, ວຽກງານຂະບວນການ ໄດ້ຮັບການຈັດຕັ້ງຜັນຂະຫຍາຍຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງພັກຢ່າງຕໍ່ເນື່ອງ ຕິດພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກຳມະບານລາວ, ປຸກລະດົມສະມາຊິກກຳມະ ບານ, ກຳມະກອນ ແລະ ຜູ້ອອກແຮງງານເຂົ້າຮ່ວມຂະບວນການແກ້ໄຂຄວາມທຸກຍາກ, ການສ້າງເສດຖະກິດຄອບຄົວ, ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ຊອກຫາບຸກຄົນດີເດັ່ນຈາກຂະບວນການຕົວຈິງ ແລະ ສ້າງຄອບຄົວຕົວແບບໃນການພັດທະນາເສດຖະ ກິດຄອບຄົວຢ່າງກ້ວາງຂວາງ. ເປັນເຈົ້າການຕິດຕາມ, ກວດກາ ການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານສະຫະພັນກຳມະບານແຕ່ລະຂັ້ນ ເປັນຕົ້ນການປະຕິບັດກົດໝາຍ, ກົດລະບຽບສະຫະພັນກຳມະບານລາວ, ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ, ແຜນພັດທະນາວຽກງານກຳມະບານລາວ, ມະຕິກອງປະຊຸມໃຫຍ່ໃນແຕ່ລະໄລຍະ, ການຄຸ້ມຄອງ ແລະ ການນຳໃຊ້ງົບປະມານ, ເງິນບຳລຸງ, ເງິນກອງທຶນ ແລະ ລາຍຮັບອື່ນໆ ຂອງກໍາມະບານ; ເກັບກຳສະພາບຫາງສຽງສັງຄົມ, ຄໍາຮ້ອງ, ຄໍາສະເໜີ ຈາກສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ເພື່ອສ່ອງແສງລາຍງານໃຫ້ຄະນະພັກຂັ້ນເທິງຮັບຊາບ.

70 ປ ສະຫະພນກາມະບານລາວ ມຜນງານພນເດນຫາຍດານ - image 2
 

ຫົກ, ສະຫະພັນກຳມະບານແຕ່ລະຂັ້ນ ໄດ້ຕັ້ງໜ້າປະຕິບັດແນວທາງການຕ່າງປະເທດຂອງພັກ ຕາມຄຳຂວັນທີ່ວ່າ:“ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື”, ເປັນເຈົ້າການເສີມຂະຫຍາຍສາຍພົວພັນຮ່ວມມືກັບບັນດາປະເທດເພື່ອນມິດຍຸດທະສາດ, ເພື່ອນມິດສາກົນ, ອົງການຈັດຕັ້ງສາກົນໄດ້ມີບາດກ້າວຂະຫຍາຍຕົວອັນໃໝ່, ເພື່ອຜົນປະໂຫຍດລວມຂອງຊາດ ແລະ ຂອງສະຫະພັນກຳມະບານລາວ. ນອກຈາກນັ້ນ, ກໍໄດ້ຊຸກຍູ້ໃຫ້ບັນດາສະຫະ ພັນກຳມະບານແຂວງ ເພີ່ມທະວີການພົວພັນຮ່ວມມືສ້າງເງື່ອນໄຂເປັນແຂວງແຮກສ່ຽວກັບບັນດາແຂວງ ທີ່ມີຊາຍແດນຕິດຈອດກັນ ເພື່ອແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານບົດຮຽນ, ທຶນຮອນ, ວັດຖຸອຸປະກອນມາພັດທະນາວຽກງານກຳມະບານໃຫ້ມີຄວາມເຂັ້ມແຂງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ