ທ່ານ ພັທ ຄຳ ນັນທະວົງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ(ປກສ)ເມືອງຫີນບູນ ແຂວງຄຳມ່ວນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: 8 ເດືອນຜ່ານມາ ປກສ ເມືອງຫີນບູນໄດ້ສຸມໃສ່ວຽກງານປ້ອງກັນຄວາມສະຫງົບ, ກຳແໜ້ນສະພາບການຕ່າງໆທີ່ເປັນຈຸດຫຼໍ່ແຫຼມ, ຈຸດຂ້າມລອຍຢູ່ລຽບຕາມຊາຍແດນເປັນຕົ້ນ: ບັນຫາການດູດແຮ່-ຊາຍຕາມລຳແມ່ນໍ້າຂອງ, ການລັກລອບເຂົ້າ-ອອກເມືອງ, ບັນຫາການຄ້າ-ຂາຍເຖື່ອນ, ຄ້າ-ຂາຍຢາເສບຕິດພ້ອມທັງຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ 3 ກຸ່ມເລາະແຄມແມ່ນໍ້າຂອງ ຕິດພັນກັບການປະຕິບັດວຽກງານຄຸ້ມຄອງສຳມະໂນຄົວ ໂດຍການປ່ຽນປຶ້ມສຳມະໂນຄົວແບບເກົ່າເປັນປຶ້ມທັນສະໄໝໄດ້ 477 ຄອບຄົວ.
ທ່ານ ພັທ ຄຳ ນັນທະວົງ ກ່າວຕື່ມວ່າ: 8 ເດືອນຜ່ານມາ ມີລາຍຄະດີເກີດຂຶ້ນທັງໝົດ 131 ລາຍ. ໃນນັ້ນຄະດີອາຍາມີ 36 ລາຍ, ມ້າງໄດ້ 26 ລາຍ, ຜູ້ຕ້ອງຫາ 37 ຄົນ, ຄະດີຢາເສບຕິດ 99 ລາຍ, ມ້າງໄດ້ 96 ລາຍ, ມີຜູ້ຕ້ອງຫາ 99 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 1.622.129 ເມັດ, ກັນຊາ 116 ກິໂລ, ຢາໄອ250 ກິໂລ, ຄໍລາເຈນ 55 ຊອງລົດໃຫຍ່ 4 ຄັນ (ຜູ້ຕ້ອງຫາ ແລະ ຂອງກາງໃນລາຍຄະດີຈຳນວນໜຶ່ງແມ່ນໄດ້ສົ່ງໃຫ້ກອງບັນຊາການ ປກສ ແຂວງດຳເນີນຄະດີຕາມກົດໝາຍ). ສ່ວນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແມ່ນໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເກັບກຳຂໍ້ມູນ ແລະ ແຍກປະເພດເປົ້າໝາຍທີ່ພົວພັນກັບບັນຫາຢາເສບຕິດ ຊຶ່ງສາມາດຂຶ້ນສະຖິຕິເປົ້າໝາຍເບື້ອງຕົ້ນໄດ້ 2.069 ຄົນ, ເປົ້າໝາຍເສບມີ 1.884 ຄົນ, ເປົ້າໝາຍຂາຍລາຍນ້ອຍ 125 ຄົນ, ລາຍກາງ 37 ຄົນ ແລະ ລາຍໃຫຍ່ 23 ຄົນ. ຜ່ານການຈັດຕັ້ງປະຕິບັດຕົວຈິງໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ 1 ໄດ້ກຳນົດສູນສຶກສາອົບຮົມທົ່ວເມືອງມີ 13 ສູນ, ສາມາດນໍາເອົາເປົ້າໝາຍເຂົ້າສູນໄດ້ທັງໝົດ 2.405 ຄົນຍິງ 65 ຄົນ, ໃຊ້ເວລາສຶກສາອົບຮົມ 45 ວັນ ແລະ ໄດ້ອອກໃບຢັ້ງຢືນໃຫ້ພວກກ່ຽວມີທັງໝົດ 2.060 ຄົນຍິງ 23 ຄົນ, ໄລຍະທີ 2 ໄດ້ສືບຕໍ່ກວດກາຄືນບັນດາເປົ້າໝາຍທີ່ເຂົ້າສູນສຶກສາອົບຮົມໃນໄລຍະທີ 1 ພາຍຫຼັງເຂົ້າສູນຄົບຕາມກຳນົດສຶກສາອົບຮົມ45 ວັນໄດ້ອອກໃບຢັ້ງຢືນໃຫ້ພວກກ່ຽວກັບຄືນສູ່ຄອບຄົວ.
ສ່ວນການຈັດຕັ້ງປະຕິບັດວຽກງານໃນໄລຍະເຄິ່ງສະໄໝ ປກສ ເມືອງຫີນບູນໄດ້ສຸມໃສ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ເຮັດໃຫ້ມີຄວາມສະຫງົບທາງດ້ານການເມືອງ, ບັນດາປະກົດການຫຍໍ້ທໍ້ເຖິງວ່າຈະເກີດຂຶ້ນແຕ່ກອງບັນຊາການ ປກສ ເມືອງຫີນບູນ ກໍໄດ້ສຸມໃສ່ສະກັດກັ້ນ ແລະ ແກ້ໄຂໄດ້ຢ່າງທັນເວລາ, ທຽບໃສ່ແຜນ 5 ປີ ແມ່ນສາມາດຈັດຕັ້ງປະຕິບັດບັນລຸໄດ້ 70% ຂອງບັນດາແຜນຄາດໝາຍຕ່າງ.
ຂ່າວ-ພາບ: ກອງຄໍາ

ຄໍາເຫັນ