ໃນໄລຍະ 8 ເດືອນກວ່າ ຕົ້ນປີ 2023 ລົດໄຟ ລາວ-ຈີນ ໄດ້ບັນລຸຂົນສົ່ງໂດຍສານຈຳນວນ 1.759.900 ເທື່ອຄົນ ເພີ່ມຂຶ້ນ 103,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຂົນສົ່ງໂດຍສານສະເລ່ຍ 6.768 ຄົນ/ມື້.
ທ່ານ ອານົງເດດ ເພັດໄກສອນ ຮອງຜູ້ອໍານວຍການ ບໍລິສັດທາງລົດໄຟລາວ-ຈີນ ໃຫ້ສໍາພາດຕໍ່ສື່ມວນຊົນລາວ-ຈີນ ເມື່ອບໍ່ດົນມານີ້ວ່າ: ນັບແຕ່ມື້ເປີດດຳເນີນການທາງລົດໄຟ ລາວ-ຈີນ ມາຮອດວັນທີ 17 ກັນຍາ 2023 ໄດ້ຂົນສົ່ງຜູ້ໂດຍສານທັງໝົດຈຳນວນ 3.197.600 ຄົນ, ສະເລ່ຍ 4.889 ຄົນ/ມື້ ແລະ ສະຖິຕິສູງສຸດ 10.197 ຄົນ/ມື້. ໃນນັ້ນ, ໃນໄລຍະ 8 ເດືອນກວ່າ ຕົ້ນປີ 2023 ລົດໄຟ ລາວ-ຈີນ ໄດ້ບັນລຸຂົນສົ່ງໂດຍສານຈຳນວນ 1.759.900 ເທື່ອຄົນ ເພີ່ມຂຶ້ນ 103,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຂົນສົ່ງໂດຍສານສະເລ່ຍ 6.768 ຄົນ/ມື້. ພ້ອມນັ້ນ, ນັບແຕ່ໄດ້ເປີດດໍາເນີນການຂະບວນລົດໄຟຂ້າມແດນໃນວັນທີ 13 ເມສາ ປີ 2023 ເປັນຕົ້ນມາໄດ້ຂົນສົ່ງຜູ້ໂດຍສານຂ້າມແດນບັນລຸໄດ້ 61.698 ຄົນ. ໃນນັ້ນ, ຜູ້ໂດຍສານເດີນທາງອອກນອກປະເທດຈຳນວນ 31.781 ຄົນ, ສະເລ່ຍ 201 ຄົນ/ມື້ ແລະ ຜູ້ໂດຍສານທີ່ເດີນທາງເຂົ້າມາລາວຈຳນວນ 29.917 ຄົນ, ສະເລ່ຍ 190 ຄົນ/ມື້.
ທ່ານຮອງຜູ້ອໍານວຍການ ໃຫ້ຮູ້ຕື່ມວ່າ: ສໍາລັບການຂົນສົ່ງສິນຄ້ານັບແຕ່ມື້ເປີດດຳເນີນການ ມາຮອດວັນທີ 17 ກັນຍາ 2023 ນີ້, ລົດໄຟລາວ-ຈີນ ສາມາດສົ່ງອອກສິນຄ້າໄດ້ 5.381.900 ໂຕນ, ສະເລ່ຍ 8.229ໂຕນ/ມື້ ແລະ ຂົນສົ່ງສິນຄ້າໄດ້ສູງສຸດ 15.250 ໂຕນ/ມື້. ປະເພດສິນຄ້າຕົ້ນຕໍປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫຼັກ, ແຮ່ເຫຼັກເຂັ້ມຂຸ້ນ ແລະ ປຸ໋ຍເຄມີ, ສິນຄ້າທີ່ສົ່ງຈາກຈີນມາລາວມີຈຳນວນ 770.900 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວໄປຈີນມີຈຳນວນ 4.560.800 ໂຕນ.
ພ້ອມນັ້ນ, ເລີ່ມແຕ່ເດືອນມັງກອນ ມາຮອດວັນທີ 17 ກັນຍາ ປີ 2023 ລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າ ສົ່ງອອກບັນລຸໄດ້ 3.101.400 ໂຕນ, ເພີ່ມຂຶ້ນ 138% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ໂດຍສະເລ່ຍ 11.928 ໂຕນ/ມື້, ຂົນສົ່ງສູງສຸດ15.250 ໂຕນ/ມື້. ປະເພດສິນຄ້າຕົ້ນຕໍປະກອບມີ: ໝາກໄມ້, ແປ້ງມັນຕົ້ນ, ເຂົ້າບາເລ, ຢາງພາລາ, ເບຍ, ແຮ່ເຫຼັກ, ຫີນຫຍົກ ແລະ ປຸ໋ຍເຄມີ, ສິນຄ້າທີ່ສົ່ງຈາກ ຈີນມາລາວຈຳນວນ 344.700 ໂຕນ ແລະ ສິນຄ້າທີ່ສົ່ງຈາກລາວໄປຈີນ ຈຳນວນ 2.752.200 ລ້ານໂຕນ.
(ຂ່າວ-ພາບ: ວັນເພັງ)
ຄໍາເຫັນ