9 ເດືອນ ເສດຖະກິດ ຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4.8%

9 ເດືອນ ເສດຖະກິດ ຂອງ ສປປ ລາວ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4.8%
ໃນໄລຍະ 9 ເດືອນ ປີ 2026 ການເຕີບໂຕດ້ານເສດຖະກິດ ໄດ້ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 4.8% ທຽບໃສ່ໄລຍະດຽວຂອງປີຜ່ານມາຂະຫຍາຍຕົວໃນລະດັບ 4.6%, ໂດຍໄດ້ແຮງຍູ້ຈາກຂະແໜງອຸດສາຫະກຳປຸງແຕ່ງ, ການລົງທຶຮຈາກພາກເອກະຊົນ, ພະລັງງານໄຟຟ້າ ແລະ ການບໍລິການ.

ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.

ທ່ານ ສະເຫຼີມໄຊ ກົມມະສິດ ກ່າວວ່າ: ໃນໄລຍະ 9 ເດືອນ ປີ 2026 ເສດຖະກິດ ສືບຕໍ່ຂະຫຍາຍຕົວ ຢູ່ໃນລະດັບ 4.8% ທຽບໃສ່ໄລຍະດຽວຂອງປີຜ່ານມາ ຂະຫຍາຍຕົວໃນລະດັບ 4.6%, ຍ້ອນຂະແໜງອຸດສາຫະກຳປຸງແຕ່ງ, ການລົງທຶນຂອງພາກເອກະຊົນມີການຂະຫຍາຍຕົວ; ຂະແໜງພະລັງງານໄຟຟ້າ ກໍສືບຂະຫຍາຍຕົວດີ ເນື່ອງຈາກເລີ່ມມີການຜະລິດຈາກພະລັງງານລົມ; ການບໍລິການຂາຍຍົກ-ຂາຍຍ່ອຍ, ບໍລິການພາກລັດ ແລະ ການບໍລິການດ້ານທີ່ພັກອາໄສ ແລະ ອາຫານ ຕິດພັນກັບການທ່ອງທ່ຽວ ກໍຂະຫຍາຍຕົວ ຊຶ່ງສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ເພີ່ມຂຶ້ນ 7% ທຽບໃສ່ໄລຍະດຽວຂອງປີຜ່ານມາ. ແຕ່ກໍເຫັນວ່າຂະແໜງກະສິກຳ ມີຄວາມສ່ຽງທີ່ຈະບໍ່ບັນລຸຄາດໝາຍ ຍ້ອນຄວາມຜັນຜວນຂອງລາຄານໍ້າມັນເຊື້ອໄຟ ເຮັດໃຫ້ຕົ້ນທຶນການຜະລິດ ແລະ ການຂົນສົ່ງເພີ່ມສູງຂຶ້ນ, ບາງກິດຈະ ການຊະລໍການຜະລິດ, ບວກກັບການລະບາດພະຍາດອະຫິວາໝູອາຟຣິກາ ແລະ ໄພພິບັດທຳມະຊາດ ທີ່ສົ່ງຜົນກະທົບຕໍ່ຂະແໜງການດັ່ງກ່າວ; ຜ່ານການຄາດຄະເນເບື້ອງຕົ້ນທ່າອ່ຽງ GDP ໝົດປີ 2026 ຈະຂະ ຫຍາຍຕົວໃນລະດັບ 5.1% (ມະຕິສະພາ: 5.5%).

ການປະຕິບັດແຜນງົບປະມານແຫ່ງລັດ: ສາມາດເກັບລາຍຮັບ ໄດ້ 67,574.19 ຕື້ກີບ ເທົ່າກັບ 80.8% ຂອງແຜນການ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 24.3% ເປັນເງິນປະມານ 13,244.05 ຕື້ກີບ ແລະ ຄາດຄະເນໝົດປີຈະເກັບລາຍຮັບໄດ້ 91,813 ຕື້ກີບ ເທົ່າກັບ 110% ຂອງແຜນການ ຫຼື ເທົ່າກັບ 21.7% ຂອງ GDP (ມະຕິສະພາ: 83,600 ຕື້ກີບ) ເກີນແຜນປະມານ 8,231 ຕື້ກີບ. ສາເຫດຍ້ອນບັນດາກິດຈະການຈໍານວນໜຶ່ງຂະຫຍາຍຕົວດີ ເຮັດໃຫ້ເກັບລາຍຮັບເພີ່ມຂຶ້ນ ເປັນຕົ້ນກຸ່ມບໍ່ແຮ່, ກຸ່ມຂົນສົ່ງ ແລະ ສາງ, ອາກອນກຳໄລ ແລະ ການສຸມໃສ່ຫັນເປັນທັນສະໄໝ ໃນການເກັບລາຍຮັບ.

ດ້ານລາຍຈ່າຍ ປະຕິບັດໄດ້ 52,734 ຕື້ກີບ ເທົ່າກັບ 65% ຂອງແຜນການ ແລະ ໝົດປີຈະປະຕິບັດບໍ່ເກີນແຜນທີ່ສະພາແຫ່ງຊາດ ຮັບຮອງບົນຈິດໃຈປະຢັດ ແລະ ຕ້ານການຟຸມເຟືອຍ (ແຜນການ: 81,400 ຕື້ກີບ ເທົ່າກັບ 19.50% ຂອງ GDP); ໃນຂະນະທີ່ ຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າ 5 ເດືອນ ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ, ການຄ້າເກີນດຸນ 1,356.53 ລ້ານໂດລາ; ອັດຕາສ່ວນໜີ້ບໍ່ເກີດດອກອອກຜົນ ຢູ່ໃນລະດັບ 0.95% (ມະຕິບໍ່ໃຫ້ເກີນ 3%); ອັດຕາເງິນເຟີ້ສະເລ່ຍ 9 ເດືອນ ຢູ່ໃນລະດັບ 7.9%, ສະເພາະເດືອນກັນຍາຢູ່ໃນລະດັບ 7.8% ແລະ ໝົດປີຄາດວ່າຈະຢູ່ໃນລະດັບ 7.4%-7.8% ມີຄວາມສ່ຽງບໍ່ບັນລຸຄາດໝາຍ (ມະຕິ 5% ເໜັງຕີງ ±2) ປັດໄຈຕົ້ນຕໍເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນຍ້ອນລາຄາພະລັງງານເພີ່ມຂຶ້ນສູງ; ໄດ້ສຸມໃສ່ແກ້ໄຂບັນຫາການຂາດແຄນ ແລະ ຄວາມຜັນຜວນລາຄານໍ້າມັນເຊື້ອໄຟ ຕາມຄໍາສັ່ງ ເລກທີ 40/ນຍ ວ່າດ້ວຍການເພີ່ມທະວີແກ້ໄຂຜົນກະທົບບັນຫາຈາກລາຄານໍ້າມັນເຊື້ອໄຟ ຊຶ່ງສະພາແຫ່ງຊາດ ກໍໄດ້ພິຈາລະນາຜ່ອນຜັນອັດຕາກອາກອນຊົມໃຊ້ນໍ້າມັນເຊື້ອໄຟ ເພື່ອເປັນເຄື່ອງມືໃຫ້ລັດຖະບານ ດັດສົມລາຄານໍ້າມັນເຊື້ອໄຟ ບໍ່ໃຫ້ເໜັງຕີງສູງເກີນໄປ. ໄດ້ດັດສົມເງິນຕາຕ່າງປະເທດ ໃຫ້ແກ່ການນໍາເຂົ້ານໍ້າມັນເຊື້ອໄຟ 708.81 ລ້ານໂດລາ ເພື່ອຈັດສັນຊື້, ສໍາຮອງສຸກເສີນ ແລະ ສະໜອງໃຫ້ສັງຄົມ.

ຄຽງຄູ່ກັນນັ້ນ, ດ້ານການລົງທຶນ: ປະຕິບັດໄດ້ 83,096.89 ຕື້ກີບ ເທົ່າກັບ 90% ຂອງແຜນການ, ຄາດຄະເນໝົດ ປີຈະປະຕິບັດໄດ້ຕາມແຜນ. ໃນນີ້, ການລົງທຶນຈາກງົບປະມານພາຍໃນປະຕິບັດໄດ້ 11,449.8 ຕື້ກີບ ເທົ່າກັບ 49.14% ຂອງແຜນການ (ແຜນການ 23,300 ຕື້ກີບ); ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດແມ່ນໄດ້ອະນຸມັດທັງໝົດ 45 ໂຄງການ, ມີມູນຄ່າ 193,845 ຕື້ກີບ. ໃນນີ້, ການລົງທຶນຫຼາຍກວ່າໝູ່ແມ່ນຂະແໜງໄຟຟ້າ ແລະ ການກໍ່ສ້າງ. ມາຮອດປັດຈຸບັນ ມີການນໍາເຂົ້າທຶນຕົວຈິງ 71,647.09 ຕື້ກີບ ເທົ່າກັບ 113.6% ຂອງແຜນການ (ແຜນການ 63,054 ຕື້ກີບ), ໂດຍລວມແລ້ວເຫັນວ່າສະພາບບັນຍາກາດການລົງທຶນຂອງພາກເອກະຊົນມີທ່າອ່ຽງດີຂຶ້ນ.

(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ