![]() |
ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ ໃຫ້ສຳພາດວ່າ: ນັບແຕ່ເຫຼົ່າຮົບທະຫານຊາຍແດນໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ຕຸລາ 2012 ແລະ ໄດ້ຮັບການປະກາດສ້າງຕັ້ງເປັນກອງບັນຊາການທະຫານຊາຍແດນໃນວັນທີ 29 ພະຈິກ 2024 ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 378/ນຍ, ລົງວັນທີ 25 ທັນວາ 2023, ຕະຫຼອດໄລຍະ 13 ປີຜ່ານມາ, ຄະນະກົມທະຫານຊາຍແດນໃນເມື່ອກ່ອນ ກໍຄືຄະນະກອງບັນຊາການທະຫານຊາຍແດນໃນປັດຈຸບັນ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາກໍາລັງທະຫານຊາຍແດນໃນທົ່ວປະເທດ ໂດຍປະສານສົມທົບກັບກອງບັນຊາການທະຫານນະຄອນຫຼວງ ແລະ ກອງບັນຊາການທະຫານແຂວງ ເຮັດໃຫ້ກຳລັງທະຫານຊາຍແດນໄດ້ຮັບການປັບປຸງ ເເລະ ມີຄວາມເຕີບໃຫຍ່ເຂັ້ມແຂງຮັກສາໄດ້ອໍານາດ ອະທິປະໄຕ ແລະ ຄຸ້ມຄອງປົກປັກຮັກສາເສັ້ນຊາຍແດນຂອງປະທດຊາດໄວ້ໄດ້ຢ່າງໝັ້ນຄົງ.
![]() |
ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກ່າວໃຫ້ຮູ້ຕື່ມວ່າ: ສໍາລັບແຜນການໃນຕໍ່ໜ້ານີ້, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານຊາຍແດນ ຈະສືບຕໍ່ປັບປຸງກໍ່ສ້າງກຳລັງທະຫານຊາຍແດນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໃນກໍາລັງທະຫານຊາຍແດນໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ເຄື່ອນໄຫວເຮັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ, ເອົາໃຈໃສ່ຈັດຕັ້ງອົບຮົມຫັດແອບສິນລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະປ້ອງກັນຊາຍແດນໃຫ້ມີຄວາມຊຳນານ ຕິດພັນກັບການປັບປຸງລະບຽບແບບແຜນ, ປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບ ໂດຍສະເພາະແຜນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ໄດ້ຮັບຜົນດີ. ໄປພ້ອມໆກັບການເອົາໃຈໃສ່ວຽກກໍ່ສ້າງຮາກຖານການເມືອງຢູ່ບັນດາບ້ານ, ຕິດພັນວຽກງານສືບຂ່າວ, ເກັບກໍາຂ່າວຕາມຂອບເຂດບໍລິເວນຊາຍແດນ ເພື່ອເປັນຂໍ້ມູນໃນການກຽມພ້ອມແກ້ໄຂກໍລະນີຕ່າງໆ ທີ່ອາດຈະເກີດຂຶ້ນຕາມບໍລິເວນຊາຍແດນໃຫ້ທັນເວລາ.
![]() |
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 50 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ສະແດງທັດສະນະຄວາມຮູ້ສຶກເອກອ້າງທະນົງໃຈ ແລະ ໄດ້ຕາງໜ້າຄະ ນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຫຼົ່າຮົບກໍາລັງທະຫານຊາຍແດນ ອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ການນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ ສືບຕໍ່ຊີ້ນໍາ-ນໍາພາປະເທດຊາດໃຫ້ຈະເລີນສີວິໄລ ແລະ ຊີ້ນໍາກອງທັບປະຊາຊົນລາວໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ, ອວຍພອນໄຊມາຍັງພະນັກງານ ນາຍ ແລະ ພົນທະຫານ, ຕະຫຼອດຮອດປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນປະກອບສ່ວນປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
![]() |




ຄໍາເຫັນ